ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄ່າຮຽນສໍາລັບການສຶກສາຢູ່ໃນ ສະຫະລັດ ແພງຫຼາຍ, ແຕ່ສາມາດເຂົ້າເຖິງໄດ້ ສໍາລັບນັກສຶກສາຕ່າງປະເທດ


ລາຍງານ: ການເຂົ້າເຖິງຄ່າຮຽນ ແລະທຶນການສຶກສາຢູ່ໃນສະຫະລັດ.

ນັກສຶກສາສາມາດຄາດຫວັງວ່າຈະຈ່າຍເງິນ 40 ພັນໂດລາ ຫາ 80 ພັນໂດລາ ຕໍ່ປີການສຶກສາ ເພື່ອເຂົ້າຮຽນວິທະຍາໄລ ຫຼື ມະຫາວິທະຍາໄລ ຂອງ ອາເມລິກາ 4 ປີ, ແຕ່ມັນມີວິທີທີ່ຈະຫຼຸດຜ່ອນຄ່າໃຊ້ຈ່າຍຢ່າງຫຼວງຫຼາຍ ຖ້າທ່ານເປັນນັກສຶກສາຕ່າງປະເທດທີ່ອາໄສຮໍ່າຮຽນຢູ່ໃນສະຫະລັດ. ລໍເຣລ ໂບວແມນ (Laurel Bowman) ນັກ​ຂ່າວ​ VOA ມີ​ລາຍ​ງານ​ເພີ້ມ​ເຕີມ, ທິບສຸດາ ມີລາຍລະອຽດມາສະເໜີທ່ານ.

ການເຂົ້າຮຽນຢູ່ວິທະຍາໄລ ຫຼືມະຫາວິທະຍາໄລໃນສະຫະລັດ ອາດມີລາຄາ ແພງ, ເຊິ່ງໄດ້ເຮັດໃຫ້ນັກຮຽນຕ່າງຊາດຈໍານວນນຶ່ງຢ້ານທີ່​ຈະ​ມາ​ຮຽນ​ ເນື່ອງ ຈາກລາຄາຄ່າຮຽນທີ່ໜັກໜ່ວງ. ແຕ່ນັກຊ່ຽວຊານກ່າວວ່າ ມັນ​ມີ​ວິ​ທີ​ທີ່​ຈະປະຫຍັດເງິນ.

ທ່ານນາງເອເວລລີນ ເລວິນສັນ (Evelyn Levinson) ​ເຊິ່ງເປັນ​ຫົວ​ໜ້າຝ່າຍ​ການ​ຮັບ​ເຂົ້າ​ຮຽນ​ສາ​ກົນ ​ຢູ່ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ເມ​ລິ​ກັນໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ. ທ່ານນາງກ່າວວ່າ ທຶນການສຶກສາຕ່າງໆແມ່ນທາງເລືອກອັນນຶ່ງ, ແຕ່ສາ ມາດເຂົ້າເຖິງໄດ້.

ທ່ານນາງກ່າວວ່າ:

”ພວກເຂົາເຈົ້າສາມາດມອງຫາດ້ານການຮຽນເທົ່ານັ້ນ. ພວກເຂົາອາດຈະມອງ ຫາລັກສະນະທ່າທາງ, ການເປັນຜູ້ນໍາ ແລະ ວິຊາການ. ອາດຈະມີທຶນການສຶກ ສາທີ່ມີການຮັບຮອງ, ທຶນການສຶກສາສໍາລັບສາຂາວິຊາສະເພາະ ຫຼືພື້ນຖານ ທາງເຊື້ອຊາດ. ເຄັດລັບທໍາອິດຂອງຂ້າພະເຈົ້າສໍາລັບນັກສຶກສາ ຈະຕ້ອງເຂົ້າ ໃຈເງື່ອນໄຂຂອງທຶນການສຶກສານັ້ນ ກ່ອນທີ່ທ່ານຈະພະຍາຍາມສະໝັກ ເອົາມັນ."

ນາງ ເອກາເຕຣີນາ ຊິໂມໂນວາ (Ekaterina Simonova) ນັກສຶກສາຊາວ ຣັດເຊຍ ທີ່ໄດ້ຮັບທຶນການສຶກສາເກືອບເຕັມອັດຕາ ເພື່ອເຂົ້າຮຽນມະຫາວິທະຍາ ໄລອາເມລິກັນ.

ນາງ ເອກາເຕຣິນາ ຊິໂມໂນວາ ກ່າວວ່າ:

“ທຶນການສຶກສາເຫຼົ່ານັ້ນຫາຍາກ, ແຕ່ມັນມີຢູ່. ດັ່ງນັ້ນ, ຄໍາແນະນໍາຂອງຂ້ອຍ ເຖິງບັນດານັກສຶກສາຕ່າງປະເທດແມ່ນ ເຮັດການຄົ້ນຄວ້າໃຫ້ດີທີ່ສຸດ ໂດຍຊອກ ຫາທຶນການສຶກສາ ເພື່ອໃຫ້ມັນກົງກັບເຮົາຢ່າງສົມບູນແບບ.

ທ້າວ ແຢສມິນ ຊາຢາ (Yasemin Sayar) ນັກສຶກສາຈາກເທີກີ ກໍໄດ້ຮັບທຶນ ການສຶກສາເພື່ອເຂົ້າຮຽນມະຫາວິທະຍາໄລອາເມລິກັນເຊັ່ນກັນ.

ທ້າວ ແຢສມິນ ກ່າວວ່າ:

"ແນ່ນອນ, ຂ້ອຍຈະຕ້ອງເວົ້າວ່າ ເຮັດການຄົ້ນຄວ້າຂອງເຈົ້າ ກ່ອນທີ່ເຈົ້າຈະມາ ທີ່ນີ້, ເພາະວ່າ ແນ່ນອນ ມັນມີຄ່າໃຊ້ຈ່າຍທີ່ແພງຫຼາຍ."

ທ່ານນາງເລວິນສັນ ກ່າວວ່າ ສະຖານທີ່ຂອງໂຮງຮຽນສາມາດສົ່ງຜົນກະທົບ ຕໍ່ຄ່າໃຊ້ຈ່າຍໄດ້ເຊັ່ນກັນ.

ທ່ານນາງກ່າວວ່າ:

"ຖ້າມະຫາວິທະຍາໄລມີຂະຫນາດນ້ອຍກວ່າ, ຢູ່ເຂດຊົນນະບົດ, ພາກກາງຂອງ ສະຫະລັດ, ຄ່າໃຊ້ຈ່າຍໃນການດໍາລົງຊີວິດ ອາດຈະມີລາຄາຕໍ່າກວ່າ 30 ເປີເຊັນຂອງສອງຝັ່ງມະຫາສະໝຸດ. ດັ່ງນັ້ນ, ເມື່ອນັກສຶກສາຫາກຄິດເຖິງການ ເງິນ, ມັນບໍ່ພຽງແຕ່ຄ່າຮຽນ ແລະຄ່າທໍານຽມເທົ່ານັ້ນ, ມັນແມ່ນ 'ແລ້ວຄ່າຫໍພັກ ເດ?' 'ແລ້ວອາຫານອິຫຍັງຫັ້ນເດ?' 'ແລ້ວປະກັນໄພອິຫຍັງອີກຫັ້ນເດ?' 'ແລ້ວ ປື້ມເດ?' ‘ມັນຕ້ອງມີຄ່າໃຊ້ຈ່າຍເທົ່າໃດຢູ່ບ່ອນນັ້ນ?'”

ນາງກ່າວຕື່ມວ່າ ຖ້າບໍ່ຮຽນຕໍ່ມະຫາວິທະຍາໄລຮອດ 4 ປີ ກໍ່ສາມາດຫຼຸດຄ່າໃຊ້ ຈ່າຍໄດ້ເຊັ່ນກັນ.

ທ່ານນາງເລວິນສັນ ກ່າວວ່າ:

"ການເລີ້ມຕົ້ນໃນ ສະຫະລັດອາເມລິກາ ຢູ່ສະຖາບັນທີ່ມີລາຄາບໍ່ແພງ, ເຊິ່ງ ອາດຈະເປັນວິທະຍາໄລຊຸມຊົນທີ່ດີເລີດ, ວິທະຍາໄລຊຸມຊົນສອງປີ, ແລະຫຼັງ ຈາກນັ້ນ ແລ້ວຈຶ່ງຄິດກ່ຽວກັບການໂອນ​ໄປ​ໂຮງ​ຮຽນ​ໃນ​ອຸ​ດົມ​ຄະ​ຕິຂອງພວກເຈົ້າ ເພື່ອ ໄປຮຽນຕໍ່ມະຫາວິທະຍາໄລທີ່ເຈົ້າຕ້ອງການຈົນຈົບການສຶກສາຈາກໂຮງ ຮຽນດັ່ງກ່າວ."

ນັ້ນແມ່ນສິ່ງທີ່ ທ້າວອາເຊຍ ໂຄສຣາວີ ແອສແມອີລີ (Arshia Khosravi Esmaeili) ຈາກອີຣ່ານ ກຳ​ລັງ​ເຮັດ. ລາວເຂົ້າຮຽນວິທະຍາໄລ ມັນໂກເມີຣີ (Montgomery) ໃນເມືອງ ຣັອກວີລ (Rockville), ລັດແມຣີແລນ, ເຊິ່ງເປັນ ວິທະຍາໄລຊຸມຊົນຢູ່ນອກນະຄອນຫຼວງວໍຊິງຕັນ.

ລາວກ່າວວ່າ:

"ເມື່ອຂ້ອຍສະຫມັກເຂົ້າຮຽນ, ຂ້ອຍຕ້ອງການອານຸປະລິນຍາ ແລະຍ້າຍໄປຮຽນ ຕໍ່ມະຫາວິທະຍາໄລ 4 ປີ ເພື່ອເອົາປະລິນຍາຕີຂອງຂ້ອຍ."

ທ່ານເອີເນັສທ໌ ຄາດເລັດຈ໌ (Ernest Cartledge) ເປັນຜູ້ຮັບຜິດຊອບການເຂົ້າ ຮຽນຂອງນັກສຶກສາຕ່າງປະເທດຢູ່ວິທະຍາໄລ ມັນໂກເມີຣີ.

ທ່ານກ່າວວ່າ:

“ອັດຕາຄ່າໃຊ້ຈ່າຍສໍາລັບນອກລັດແມ່ນ 380 ໂດລາຕໍ່ໜ່ວຍກິດ. ໃນສະຖາບັນ ການສຶກສາ 4 ປີ, ພວກເຈົ້າອາດຈະມີຄ່າໃຊ້ຈ່າຍສາມເທົ່າຂອງຈໍານວນນັ້ນ. ດັ່ງນັ້ນ, ສໍາລັບນັກສຶກສາຕ່າງປະເທດທີ່ຈະເຂົ້າມາຮຽນ ແລະຮຽນຈົບສອງປີທໍາ ອິດຂອງອານຸປະລິນຍາພວກເຂົາເຈົ້າ ແລະຈາກນັ້ນກໍໂອນການຮຽນໄປ, ພວກ ເຂົາເຈົ້າສາມາດປະຫຍັດເງິນໄດ້ຢ່າງຫຼວງຫຼາຍ."

ສໍາລັບເຄັດລັບອື່ນໆ ເພື່ອປະຫຍັດເງິນລວມມີການຮຽນບາງວິຊາຢູ່ໃນປະເທດ ບ້ານເກີດຂອງພວກເຈົ້າ, ຫຼັງຈາກນັ້ນມາສະຫະລັດ ແລະ ໃຫ້ພິຈາລະນາມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ໄດ້​ຮັບການສະໜັບສະໜູນຈາກລັດ ຫຼາຍກວ່າມະຫາວິທະຍາໄລ ເອກະຊົນ.

Students can expect to pay 40-thousand to 80-thousand dollars per academic year to attend a four-year American college or university, but there are ways to drastically reduce costs if you are an international student set on studying in the United States. VOA’s Laurel Bowman has more.

Attending a college or university in the United States can be expensive, scaring some international students off with hefty price tags. But there are ways to save money, experts say.

Evelyn Levinson is head of international admissions at American University in Washington. She says scholarships are an option, but a reach.

Evelyn Levinson, American University

” They could be looking at academics only. They could be looking at character, leadership and academics. There could be scholarships that are endowed, scholarships for a particular field of study or ethnic background. My first tip for a student would be understand the criteria of that scholarship before you just try to apply for it.”

Russian Ekaterina Simonova got a near-full ride scholarship to attend American University.

Ekaterina Simonova, American University Student

“Those scholarships are rare, but they exist. So, my advice to international students is to do a great research to find the scholarships to find that perfect match.

Yasemin Sayar of Turkey also received scholarship money to attend American University.

Yasemin Sayar, American University Student

“I would definitely say do your research before you come here, because it is definitely a costly process.”

Levinson says the location of a school can affect cost.

Evelyn Levinson, American University

“If a university is in a smaller, rural, central part of the United States, the cost of living would be perhaps 30 percent lower than on either of the coasts. So, when a student is figuring out finances, it’s not just the tuition and the fees, it’s ‘What about the dorms?’ ‘What about the food?’ ‘What about insurance?’ ‘What about books?’ ‘How much does it cost to live there?’”

She adds that not going straight to a four-year university can help cut costs, too.

Evelyn Levinson, American University

“Start in the United States at a less expensive institution, which could be an excellent community college, two-year community college, and then think about transferring to your ideal … to the university you want to end up graduating from.”

That’s what Arshia Khosravi Esmaeili of Iran is doing. He’s attending Montgomery College in Rockville, Maryland, a community college outside Washington.

Arshia Khosravi Esmaeili, Montgomery College

“When I applied, I wanted to get my associate [associate's degree] and transfer to a four-year school to get my bachelor's."

Ernest Cartledge oversees the admission of international students at Montgomery College.

Ernest Cartledge, Montgomery College

“The out-of-state rate is $380 per credit. At a four-year institution, you are probably looking at three times that amount. So, for an international student to come in and complete the first two years of their degree and then transfer, they are saving a great deal of money.”

Other tips for saving money include doing some coursework in your home country, then coming to the United States … and considering state-supported universities over private ones.

XS
SM
MD
LG