ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ບໍ່ຂັດຂ້ອງໃຈ ທີ່ ອິນເດຍ ພົວພັນກັບກຸ່ມ ຕາລິບານ


ແຟ້ມຮູບ-ນັກການທູດອາວຸໂສຂອງອິນເດຍ ທ່ານເຈ ພີ ຊິງ (J.P. Singh), ຊ້າຍ, ຮັກສາການຊົ່ວຄາວລັດຖະມົນຕີການຕ່າງປະເທດຂອງຕາລິບານ ທ່ານອາເມຍ ຄານ ມຸດຕາກີ (Amir Khan Muttaqi), ໃນນະຄອນຫຼວງກາບູລ, ອັຟການິສຖານ, ວັນທີ 2 ມິຖຸນາ 2022.
ແຟ້ມຮູບ-ນັກການທູດອາວຸໂສຂອງອິນເດຍ ທ່ານເຈ ພີ ຊິງ (J.P. Singh), ຊ້າຍ, ຮັກສາການຊົ່ວຄາວລັດຖະມົນຕີການຕ່າງປະເທດຂອງຕາລິບານ ທ່ານອາເມຍ ຄານ ມຸດຕາກີ (Amir Khan Muttaqi), ໃນນະຄອນຫຼວງກາບູລ, ອັຟການິສຖານ, ວັນທີ 2 ມິຖຸນາ 2022.

ພຽງບໍ່ເທົ່າໃດອາທິດ ຫຼັງຈາກທີ່ເຈົ້າໜ້າທີ່ອາວຸໂສດ້ານການທູດຂອງອິນເດຍ ທ່ານ ເຈພີ ຊີງ ໄດ້ເດີນທາງໄປຢ້ຽມຢາມນະຄອນຫຼວງກາບູລ ເພື່ອພົບປະກັບ ບັນດາເຈົ້າໜ້າທີ່ຂອງກຸ່ມຕາລີບານ, ເຈົ້າໜ້າທີ່ ສະຫະລັດ ຄົນນຶ່ງກໍໄດ້ເດີນທາງໄປຮອດນະຄອນຫຼວງ ນິວເດລີ ເພື່ອປຶກສາຫາາລື ກ່ຽວກັບອັຟການິສຖານ.

ທ່ານທອມມັສ ແວັສ ທູດພິເສດຂອງສະຫະລັດ ທີ່ຮັບຜິດຊອບສຳລັບອັຟການິສຖານ ໄດ້ຮຽກຮ້ອງຕໍ່ ທ່ານ ວີເນ ຄວາທຣາ ລັດຖະມົນຕີການຕ່າງປະເທດຂອງອິນເດຍ ໃຫ້ພັດທະນາ “ແນວທາງດ້ານການທູດຂອງການສະໜັບສະໜຸນທີ່ເປັນຜົນປະໂຫຍດຂອງສ່ວນລວມ” ຢູ່ໃນອັຟການິສຖານ.

ບໍ່ຄືກັບອິນເດຍ, ສະຫະລັດ ໄດ້ຕັດຄວາມສຳພັນທາງດ້ານການທູດກັບກາບູລ ນັບຕັ້ງແຕ່ ການຖອນຕົວອອກຈາກອັຟການິສຖານຂອງສະຫະລັດ ທີ່ໄດ້ຮັບຄວາມເສຍຫາຍຍ້ອນສົງຄາມ.

ວໍຊິງຕັນ ຍັງຄົງຮັກສານະໂຍບາຍການວາງມະຕະການລົງໂທດ ແລະການໂດດດ່ຽວຕໍ່ບັນດາຜູ້ນຳຂອງຕາລີບານ.

ນັກວິເຄາະຈຳນວນນຶ່ງ ຕ້ອງຕິວ່າ ແນວທາງນັ້ນແມ່ນບໍ່ມີປະສິດທິພາບ ແຕ່ບັນດາເຈົ້າໜ້າທີ່ສະຫະລັດ ຢືນຢັນວ່າ ຈະບໍ່ມີການປ່ຽນແປງຫຍັງເລີຍ ຈົນກວ່າວ່າ ກຸ່ມຕາລີບານ ຈະຕ່າວປີ້ນການຫ້າມຂອງພວກເຂົາຕໍ່ການສຶກສາຂອງພວກແມ່ຍິງ ແລະການເຮັດວຽກ ແລະການຈັດຕັ້ງລັດຖະບານທີ່ມີຫຼາຍຝ່າຍພາກ ສ່ວນເຂົ້າຮ່ວມນຳ.

“ສະຫະລັດ ຈະຍັງຄົງສືບຕໍ່ດຳເນີນນະໂຍບາຍຕ່າງໆໃນອັຟການິສຖານ ເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດຂອງພວກເຮົາ ແລະສະໜັບສະໜຸນປະຊາຊົນ ອັຟການິສຖານ” ໂຄສົກກະຊວງການຕ່າງປະເທດໄດ້ຂຽນຫາວີໂອເອ.

ອິນເດຍ ໄດ້ເອົາແນວທາງທີ່ແຕກຕ່າງໄປຈາກນັ້ນ.

ສະຫະລັດ ມີທັດສະນະຕໍ່ກຸ່ມຕາລີບານ ເປັນຜູ້ນຳມາຊຶ່ງມາດຕະການຂອງຄວາມໝັ້ນຄົງຕໍ່ອັຟການິສຖານ ຫຼັງຈາກເກີດສົງຄາມກາງເມືອງມາໄດ້ 20 ປີແລ້ວ ອີງຕາມທ່ານ ຣູສແຕມ ຊາ ໂມມານດ໌ ອະດີດເອກອັກຄະລັດຖະທູດປາກິສຖານ ປະຈຳນະຄອນຫຼວງກາບູລ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG