ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ແລະ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ ວາງມາດ​ຕະ​ການ​ລົງ​ໂທດ ​ເພື່ອ​ຕອບ​ໂຕ້​ຕໍ່​ປະ​ຕິ​ບັດ​ການ​ລັກ​ເຈາະ​ຂໍ້​ມູນ ໂດຍຈີນ


ທ່ານ ອຽນ ດ​ັນ​ແຄັນ ສ​ມິດ ຈາກ​ພັນ​ທະ​ມິດ​ລະ​ຫວ່າງ​ສະ​ພາ​ ທີ່​ຮັບ​ຜິດ​ຊອບ ກ່ຽວ​ກັບ ຈີນ, ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ນະ​ຄອນຫຼວງ ລອນດອນ, 25 ມີ​ນາ 2024.
ທ່ານ ອຽນ ດ​ັນ​ແຄັນ ສ​ມິດ ຈາກ​ພັນ​ທະ​ມິດ​ລະ​ຫວ່າງ​ສະ​ພາ​ ທີ່​ຮັບ​ຜິດ​ຊອບ ກ່ຽວ​ກັບ ຈີນ, ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ນະ​ຄອນຫຼວງ ລອນດອນ, 25 ມີ​ນາ 2024.

ບັນ​ດາ​ເຈົ້າ​ໜ້າ​ທີ່ ອາ​ເມ​ຣິ​ກັນ ແລະ ອັງ​ກິດ ໄດ້​ປະ​ກາດ​ຂໍ້​ກ່າວ​ຫາ​ທາງ​ອາ​ຍາ ແລະ ການວາງມາດ​ຕະ​ການ​ລົງ​ໂທດ​ ໃນ​ວັນ​ຈັນ​ວານນີ້​ ຕໍ່​ນັກ​ລັກ​ເຈາະ​ຂໍ້​ມູນ 7 ຄົນ​ທີ່​ອາ​ໄສ​ຢູ່​ໃນ ຈີນ ແລະ ເຊື່ອມ​ໂຍງ​ກັບ​ລັດ​ຖະ​ບານ ຈີນ.

ປະ​ຕິ​ບັດ​ກາ​ນ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ຂຶ້ນ​ໂດຍ​ກຸ່ມ​ລັກ​ເຈາະ​ຂໍ້​ມູນ​ທີ່​ເອີ້ນ​ວ່າ ໄພ​ຂົ່ມ​ຂູ່​ທີ່​ກ້າວ​ໜ້າ​ຢ່າງ​ຕໍ່​ເນື່ອງ 31 ຫຼື APT31, ເຊິ່ງ​ແມ່ນ​ປະ​ຕິ​ບັດ​ການ​ອັນ​ກວ້າງຂວາງ​ທີ່​ຖືກ​ໜູນຫຼັງ​ໂດຍ ຈີນ ໂດຍ​ແນ​ເປົ້າ​ໃສ່​ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ, ນັກ​ຂ່າວ, ບໍ​ລິ​ສັດ, ນັກ​ເຄື່ອນ​ໄຫວ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ ແລະ ກຸ່ມ​ຕິດ​ຕາມ​ການ​ເລືອກ​ຕັ້ງ​ຂອງສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ.

ການ​ປະ​ຕິ​ບັດການທີ່​ວ່າ​ນັ້ນ, ເຊິ່ງ​ໄດ້​ເລີ່ມ​ຂຶ້ນ​ໃນ​ປີ 2010, ໄດ້​ພະ​ຍາ​ຍາ​ມ​ທີ່​ຈະ​ສອດ​ແນມ ແລະ ຂົ່ມ​ຂູ່​ບຸກ​ຄົນ​ລະ​ດັບ​ສູງ​ທາງ​ການ​ເມືອງ ແລະ ນັກ​ວິ​ຈານ​ຕໍ່​ລັດ​ຖະ​ບານ ຈີນ. ພວກ​ເຂົາ​ຍັງ​ມີ​ຈຸດ​ປະ​ສົງ​ທີ່​ຈະ​ເຕົ້າ​ໂຮມ​ຄວາມ​ລັບ​ດ້ານ​ການ​ຄ້າ​ຈາກ​ບັນ​ດາ​ບໍ​ລິ​ສັດ ອາ​ເມ​ຣິ​ກັນ.

ທ່ານ ບ​ຣາຍ​ອັນ ແນ​ລ​ສັນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ທີ່​ຮັບ​ຜິດ​ຊອບ​ສຳ​ລັບ​ລັດ​ທິ​ກໍ່​ການ​ຮ້າຍ ແລະ ການ​ສືບ​ລັບ​ດ້ານ​ການ​ເງິນ​, ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ສະ​ຫະ​ລັດ ໄດ້​ເພັ່ງ​ເລັງ​ໃສ່​ການ​ກີດ​ຂວາງ​ທີ່ອັນ​ຕະ​ລາຍ ແລະ ການ​ກະ​ທຳ​ທີ່ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ດຳ​ເນີນ​ການມຸ່ງ​ຮ້າຍ​ທາງ​ຄອມ​ພິວ​ເຕີ​, ພ້ອມ​ກັບປົກ​ປ້ອງ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ ແລະ ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ​ຂອງ​ພວກ​ເຮົາ.”

ທ່ານ​ກ່າວ​ວ່າ “ຜ່ານ​ວິ​ທີ​ການ​ທົ່ວ​ລັດ​ຖະ​ບານ​ຂອງ​ພວກ​ເຮົາ ແລະ ການ​ປະ​ສານ​ງານ​ຢ່າງ​ໃກ້​ຊິດ​ກັບ​ຄູ່​ຮ່ວມ ອັງ​ກິດ ຂອງ​ພວກ​ເຮົາ, ກະ​ຊວງ​ການ​ເງິນ​ຈະ​ສືບ​ຕໍ່​ໃຊ້​ເຄື່ອງ​ມື​ຂອງ​ພວກ​ເຮົາ ເພື່ອເປີດ​ເຜີຍ​ເຄືອ​ຂ່າຍ​ທີ່​ວ່ານີ້ ແລະ ປ້ອງ​ກັນ​ໄພ​ຂົ່​ມ​ຂູ່ຈາກພວກນີ້.”

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ດ​ຕິ​ທຳ ສະ​ຫະ​ລັດ ທ່ານ ເມີ​ຣິກ ກາ​ແລນ ໄດ້​ກ່າວ​ວ່າ “ກະ​ຊວງ​ຍຸດ​ຕິ​ທຳ ຈະ​ບໍ່​ມີ​ການ​ຜ່ອນ​ຜັນ​ຕໍ່​ຄວາມ​ພະ​ຍາ​ຍາມ​ໂດຍ​ລັດ​ຖະ​ບານ ຈີນ ເພື່ອ​ຂົ່ມ​ຂູ່​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ຜູ້​ທີ່​ເຮັດ​ວຽກ​ເພື່ອ​ສາ​ທາ​ລະ​ນະ, ປິດ​ປາກ​ຜູ້​ຄັດ​ຄ້ານ​ລັດ​ຖະ​ບານ​ຜູ້​ທີ່​ຖືກ​ປົກ​ປ້ອງ​ໂດຍ​ກົດ​ໝາຍ ອາ​ເມ​ຣິ​ກັນ, ຫຼື ລັກ​ຂະ​ໂມຍ​ຈາກ​ທຸ​ລະ​ກິດ​ຕ່າງໆ​ຂອງ​ຊາວ ອາ​ເມ​ຣິ​ກັນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG