ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ອັງກິດ ດຳເນີນມາດ​ຕະການຕໍ່ກຸ່ມແຮັກເກີ ຂອງຣັດເຊຍ


ແຟ້ມພາບ — ຊາຍຄົນນຶ່ງພວມຕີພິມໃນລະຫວ່າງການສະກັດກັ້ນແຮັກເກີ ທີ່ເອີ້ນວ່າ Def Con ໃນນະຄອນລາສ ເວກັສ, ວັນທີ 29 ກໍລະກົດ 2017. ລັດຖະບານສະຫະລັດ ໃນວັນພະຫັດ ໄດ້ເປີດເຜີຍມາດຕະການຕໍ່ຕ້ານພວກແຮັກເກີຣັດເຊຍ ທີ່ໄດ້ຖືກກ່າວຫາວ່າ ອົງການຈັດຕັ້ງຕ່າງໆ ທີ່ມີຫ້ອງການຢູ່ໃນສະຫະລັດ ແລະສ່ວນບຸກຄົນ.
ແຟ້ມພາບ — ຊາຍຄົນນຶ່ງພວມຕີພິມໃນລະຫວ່າງການສະກັດກັ້ນແຮັກເກີ ທີ່ເອີ້ນວ່າ Def Con ໃນນະຄອນລາສ ເວກັສ, ວັນທີ 29 ກໍລະກົດ 2017. ລັດຖະບານສະຫະລັດ ໃນວັນພະຫັດ ໄດ້ເປີດເຜີຍມາດຕະການຕໍ່ຕ້ານພວກແຮັກເກີຣັດເຊຍ ທີ່ໄດ້ຖືກກ່າວຫາວ່າ ອົງການຈັດຕັ້ງຕ່າງໆ ທີ່ມີຫ້ອງການຢູ່ໃນສະຫະລັດ ແລະສ່ວນບຸກຄົນ.

ລັດຖະບານສະຫະລັດ ໃນວັນພະຫັດວານນີ້ ໄດ້ເປີດເຜີຍມາດຕະການຕ່າງໆເພື່ອຕໍ່ຕ້ານພວກລັກເຈາະຂໍ້ມູນຣັດເຊຍ ຫຼື hacker ທີ່ໄດ້ຖືກກ່າວຫາວ່າ ແນເປົ້າໝາຍໃສ່ອົງການຈັດຕັ້ງຕ່າງໆ ທີ່ມີຫ້ອງການຢູ່ໃນສະຫະລັດ ແລະສ່ວນບຸກຄົນ ພ້ອມທັງການແຊກແຊງ ເຂົ້າໃນການເລືອກຕັ້ງຂອງອັງກິດ.

ພວກຄົນຮ້າຍທາງໄຊເບີ ທີ່ໄດ້ຕົກເປັນເປົ້າໝາຍ ລວມມີ ກຸ່ມຄາລິສໂຕ (Callisto group) ທີ່ຮູ້ຈັກກັນຄື Star Blizzard ຫຼື COLDRIVER ຊຶ່ງໄດ້ພົວພັນໃນການສອດແນມ ແລະເຊື່ອມໂຍງກັບໜ່ວຍງານດ້ານຄວາມໝັ້ນຄົງຂອງລັດຖະບານກາງຣັດເຊຍ ຫຼື FSB ອີງຕາມຖະແຫລງການທີ່ໄດ້ນຳອອກເຜີຍແຜ່ໂດຍ ທ່ານແມັດທິວ ມີລເລີ ໂຄສົກກະຊວງການຕ່າງປະເທດຂອງສະຫະລັດ.

ພ້ອມກັນນັ້ນ ກະຊວງຍຸຕິທຳ ໄດ້ເປີດເຜີຍການຟ້ອງຮ້ອງຕໍ່ແຮັກເກີຣັດເຊຍ ສອງຄົນຄື ທ້າວອານເດຣ ສຕານິສລາໂວວິຈ ຄໍຣີເນັຕສ໌ ແລະທ້າວຣູສລານ ອາເລັກຊານໂດຣວິຈ ເປເຣດຢາຕໂກ ໃນຂໍ້ຫາມີສ່ວນກ່ຽວຂ້ອງຕໍ່ສິ່ງທີ່ກະຊວງການຕ່າງປະເທດ ເອີ້ນວ່າ “ອາຊະຍາກຳ ທິດສະດີລັກເຈາະຂໍ້ມູນ ທີ່ແນເປົ້າໝາຍໃສ່ອົງການຈັດຕັ້ງຕ່າງໆ ທີ່ມີຫ້ອງການຢູ່ໃນສະຫະລັດ ແລະສ່ວນບຸກຄົນ ລວມທັງບັນດາພະນັກງານຢູ່ໃນສະຖານທີ່ຕ່າງໆ ຂອງກະຊວງພະລັງງານສະ ຫະລັດ.”

ນອກເໜືອໄປຈາກຄຳຟ້ອງດັ່ງກ່າວ ກະຊວງການເງິນສະຫະລັດ ໄດ້ປະກາດວ່າ ຕົນໄດ້ວາງມາດຕະການລົງໂທດ ທາງດ້ານການເງິນຕໍ່ ທ້າວເປເຣດຢາຕໂກ ແລະທ້າວຄໍຣີເນັຕສ໌ ສຳລັບບົດບາດຂອງພວກເຂົາໃນກິດຈະກຳປອງຮ້າຍທາງໄຊເບີ.

The U.S. government on Thursday unveiled measures to combat Russian hackers accused of targeting U.S-based entities and individuals and meddling in a British election.

The cyber actors targeted include the Callisto group, also known as Star Blizzard or COLDRIVER, which engaged in espionage and is connected to Russia's Federal Security Service, or FSB, according to a statement released by U.S. State Department spokesperson Matthew Miller.

Also, the Department of Justice unsealed an indictment against two Russian hackers, Andrey Stanislavovich Korinets and Ruslan Aleksandrovich Peretyatko, in connection with what the State Department called "a criminal hacking conspiracy that targeted U.S.-based entities and individuals, including U.S. Department of Energy facilities' employees."

XS
SM
MD
LG