ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄັ່ງຕຶ່ງ ລະຫວ່າງ ສຫລ ແລະ ເທີກີ ເພີ່ມທະວີຂຶ້ນ ຍ້ອນການຈັດຊື້ ລູກສອນໄຟ ຂອງຣັດເຊຍ ໂດຍເທີກີ

ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ໂອ້ລົມກັບ ປະທານາທິບໍດີ ເທີກີ ທ່ານຣີເຊັບ ໄຕຢິບ ເອີດູອານ, ຂວາ, ຂະນະທີ່ພວກເພິ່ນ ທ່ຽວຊົມສຳນັກງານໃໝ່ ຂອງອົງການເນໂຕ້ໃນນະຄອນຫຼວງ ບັສໂຊລ ຂອງແບລຈຽມ, ວັນທີ 11 ກໍລະກົດ 2018.
ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ໂອ້ລົມກັບ ປະທານາທິບໍດີ ເທີກີ ທ່ານຣີເຊັບ ໄຕຢິບ ເອີດູອານ, ຂວາ, ຂະນະທີ່ພວກເພິ່ນ ທ່ຽວຊົມສຳນັກງານໃໝ່ ຂອງອົງການເນໂຕ້ໃນນະຄອນຫຼວງ ບັສໂຊລ ຂອງແບລຈຽມ, ວັນທີ 11 ກໍລະກົດ 2018.

ໂດຍການຢືນຢັນອີກເທື່ອນຶ່ງ ຂອງປະທານາທິບໍດີ ເທີກີ ທ່ານຣີເຊັບ ໄຕຢິບ ເອີ​ດວານ
ຕໍ່ຄວາມໝັ້ນໝາຍຂອງທ່ານ ທີ່ຈະຊື້ລູກສອນໄຟຂອງຣັດເຊຍ ທ່າມ ກາງການກ່າວ
ເຕືອນຄືນອີກ ຈາກອົງການເນໂຕ້ ກ່ຽວກັບມາດຕະການລົງໂທດຕ່າງໆ ຂອງສະຫະລັດ
ທີ່ເປັນພັນທະມິດນັ້ນ ຊຶ່ງທັງອັງກາຣາ ແລະ ວໍຊິງຕັນ ຍັງຄົງຢູ່ໃນເສັ້ນທາງ ຂອງການ
ປະເຊີນໜ້າກັນ. ບັນດານັກວິເຄາະ ເຕື່ອນວ່າ ໃນຂະນະທີ່ເດືອນກໍລະກົດ ແມ່ນຍັບໃກ້
ເຂົ້າມາທຸກຂະ​ນະ ຊຶ່ງເປັນວັນທີ່ອັງກາຣາ ຈະໄດ້ຮັບພວກລູກສອນໄຟ ອັນເປັນໄລ​ຍະ
ເວລາທີ່​ພວມໃກ້ຈະໝົດລົງ ເພື່ອຫລີກເວັ້ນການເຮັດໃຫ້ສາຍສຳພັນສອງຝ່າຍ ແຕກຫັກ.

“ເທີກີ ຕ້ອງເລືອກວ່າ ຕົນຍັງຢາກເປັນຄູ່ຮ່ວມງານທີ່ສຳຄັນຫຼື​ບໍ່ ໃນກຸ່ມພັນທະມິດທີ່
ປະ​ສົບ​ຄວາມ​ສຳ​ເລັດ​ຫຼາຍ​ທີ່ສຸດທາງດ້ານທະຫານໃນປະຫວັດສາດ”
ນັ້ນແມ່ນຄຳ
ເວົ້າຂອງທ່ານ ເດວິດ ແຊດເທີຟີລດ໌ ຜູ້ທີ່ຖືກສະເໜີຊື່ໃຫ້ເປັນເອກອັກ ຄະລັດຖະທູດ
ສະຫະລັດປະຈຳເທີກີ. ທ່ານແຊດເທີຟີລດ໌ ໄດ້ກ່າວຕື່ມວ່າ “ຫຼື ວ່າ ເທີກີຢາກຈະສ່ຽງ ໃນດ້ານຄວາມໝັ້ນຄົງຂອງການເປັນພາຄີ ດ້ວຍການ ຕັດສິນໃຈ ທີີ່ບໍ່ຮອບຄອບ
ເຊັ່ນນັ້ນ ອັນຈະເປັນການບ່ອນທຳລາຍ ພັນທະມິດຂອງພວກເຮົາບໍ່?”
ຊຶ່ງທ່ານໄດ້
ກ່າວ ຢູ່ທີ່ການໃຫ້ປາກຄຳ ເພື່ອພິຈາລະນາຮັບຮອງການ​ແຕ່ງ​ຕັ້ງທ່ານ ຕໍ່ໜ້າຄະນະ
ກຳມະການຄວາມ​ສຳ​ພັນ​ກັບຕ່າງປະເທດ ຂອງສະພາສູງສະຫະລັດ.

ຮອງລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານ ເດວິດ ແຊດເທີຟີລດ໌ພົບປະກັບ ນາຍົກລັດຖະມົນຕີ ຂອງເລບານອນ ທ່ານຊາອາດ ຮາຣີຣີ ໃນນະຄອນ ເບຣຸດ, ວັນທີ 5 ມີນາ 2019.
ຮອງລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານ ເດວິດ ແຊດເທີຟີລດ໌ພົບປະກັບ ນາຍົກລັດຖະມົນຕີ ຂອງເລບານອນ ທ່ານຊາອາດ ຮາຣີຣີ ໃນນະຄອນ ເບຣຸດ, ວັນທີ 5 ມີນາ 2019.

“ພວກເຮົາໄດ້ບອກພວກນັກຂ່າວໄປແລ້ວ ວຽກງານນີ້ສຳເລັດ​ໄປແລ້ວ ທຸກຢ່າງແມ່ນ
ພ້ອມແລ້ວ”
ນັ້ນແມ່ນຄຳເວົ້າຂອງທ່ານເອີດວານ ທີ່ໄດ້ກ່າວໄປ. ທ່ານໄດ້ ຢືນຢັນເຖິງ
ການຊື້ລູກສອນໄຟ S-400 ໃນຂະນະທີ່ ທ່ານກ່າວຖະແຫລງ ຕໍ່ບັນດານັກຂ່າວຂອງ
ເທີກີ ໃນວັນຈັນຜ່ານມານີ້ ເມື່ອທ່ານເດີນທາງກັບຄືນປະເທດ ຈາກມົສກູ ຫຼັງຈາກ
ການພົບປະກັບປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ເປັນຄັ້ງທີສາມຂອງທ່ານ
ໃນປີນີ້.

“ມັນຄືກັນກັບພາບເຄື່ອນໄຫວຊ້າໆ ກ່ຽວ​ກັບລົດແລ່ນຕຳກັນ. ບັດນີ້ມັນແຮງຍາກ
ຫຼາຍ ທີ່ຈະເອີ້ນເທີກີ ແລະສະຫະລັດ ວ່າ ເປັນພັນທະມິດ ດັ່ງນັ້ນ ຂ້າພະເຈົ້າບໍ່ມີ​
ຄວາມເຫັນ​ໄປ​ໃນແງ່ດີເລີຍ ກ່ຽວກັບສາຍສຳພັນນີ້”
ນັ້ນແມ່ນຄຳເວົ້າຂອງອະດີດ
ນັກການທູດອະວຸໂສຂອງເທີກີ ທ່ານ ໄອດີນ ແຊລເສນ ຜູ້ທີ່​ເຄີຍ​ຮັບ​ໜ້າ​ທີ່​ປະ​ຈຳການ
ຢູ່ວໍຊິງຕັນ.

ປະທານາທິບໍດີ ດໍໂນລ ທຣຳ ໂອ້ລົມ ກັບປະທານແລະຜູ້ບໍລິຫານງານ ບໍລິສັດ Lockheed Martin ທ່ານນາງ ແມຣີລິນ ຮີວສັນ (Marilyn Hewson) ແລະ ຜູ້ອຳນວຍການ ແລະຫົວໜ້ານັກບິນທົດສອບ ທ່ານແອລັນ ນໍຣມັນ (Alan Norman) ຢູ່ຕໍ່ໜ້າເຮືອບິນລົບ F-35 ຂະນະທີ່ເຂົ້າຮ່ວມໃນ "ການວາງສະແດງ ຜະລິດຕະພັນທີ່ເຮັດຢູ່ໃນອາເມຣິກາ" ທີ່ທຳນຽບຂາວ, ວັນທີ 23 ກໍລະກົດ 2018.

ວໍຊິງຕັນ ອ້າງວ່າ ລູກສອນໄຟ S-400 ຈະພາ​ໃຫ້​ເກີດ​ຄວາມ​ສ່ຽງ ຕໍ່ລະບົບອຸບປະ​ກອນ
​ທາງທະຫານ ທີ່ຜະລິດໂດຍສະຫະລັດ ຊຶ່ງນຳໃຊ້ ໂດຍເທີກີ ໂດຍສະເພາະແລ້ວ ແມ່ນ
ເຮືອບິນລົບອາຍພົ່ນ F-35. ທຳນຽບຫ້າແຈໄດ້ເຕືອນວ່າ ການຈັດສົ່ງເຮືອບິນລົບອາຍ
ພົ່ນ F-35 ໄປ​ໃຫ້ເທີກີ ຊຶ່ງເປັນຄູ່ຮ່ວມຜະລິດເຮືອບິນນີ້ ຈະຕົກຢູ່ໃນອັນຕະລາຍ ໂດຍ
ການ​ຮັບ​ເອົາລູກສອນໄຟຂອງຣັດເຊຍ ເຂົ້າປະຈຳການ ໃດໆກໍ​ຕາມ.

ລັດຖະສະພາສະຫະລັດ ຍັງ​ໄດ້ເຕືອນວ່າ ການຈັດຊື້ອາວຸດຕ່າງໆຂອງຣັດເຊຍ ໂດຍ
ອັງກາຣາ ຈະເປີດປະຕູໃຫ້ແກ່ການວາງມາດຕະການລົງໂທດ ທາງດ້ານການເງິນ ພາຍ
ໃຕ້ກົດໝາຍວ່າດ້ວຍການຕໍ່ຕ້ານສັດຕູຂອງອາເມຣິກາ ໂດຍຜ່ານ ການວາງມາດຕະ
ການລົງໂທດ ຫຼືເອີ້ນຫຍໍ້ວ່າ CAATSA. ພາຍໃຕ້ກົດໝາຍປີ 2017 ນີ້ ສະ​ຖາບັນແລະ
ສ່ວນບຸກຄົນຕ່າງໆ ຂອງເທີກີ ສາມາດຖືກຕົກເປັນເປົ້າໝາຍ ຂອງການປັບໃໝຢ່າງໜັກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG