ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ການ​ຕັດ​ສິນ ກ່ຽວ​ກັບ ການ​ສົ່ງ​ທວີດ​ເຕີ ຂອງ ປ. ທ​ຣຳ ເນັ້ນ​ໃຫ້​ເຫັນ ບັນ​ຫາ​ທີ່​ໃຫຍ່ກວ່ານັ້ນ


ການ​ສົ່ງ​ຂໍ້​ຄວາມ​ທາງ​ທວິດເຕີ ຂອງ​ປະ​ທ​າ​ນາ​ທິ​ບໍ​ດີ​ທ​ຣຳ ສະ​ແດງ​ໃຫ້​ເຫັນ​ຢູ່​ໜ້າຄອມ​ພິວ​ເຕ​ ໃນ​ນະ​ຄອນ​ນິວຢອກ ວັນ​ທີ 7 ມິ​ຖຸ​ນາ 2019.
ການ​ສົ່ງ​ຂໍ້​ຄວາມ​ທາງ​ທວິດເຕີ ຂອງ​ປະ​ທ​າ​ນາ​ທິ​ບໍ​ດີ​ທ​ຣຳ ສະ​ແດງ​ໃຫ້​ເຫັນ​ຢູ່​ໜ້າຄອມ​ພິວ​ເຕ​ ໃນ​ນະ​ຄອນ​ນິວຢອກ ວັນ​ທີ 7 ມິ​ຖຸ​ນາ 2019.

ສ​ານ​ສະ​ຫະ​ລັດ​ແຫ່ງ​ນຶ່ງ​ຕັດ​ສິນ​ວ່າ ມັນບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ລັ​ດ​ຖະ​ທຳ​ມະ​ນູນ​ທີ່
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນລ ທ​ຣຳ ຈະ​ຂັດ​ຂວາງ​ ບໍ່​ໃຫ້ບັນ​ດາ​ຜູ້​ຕິ​ຕຽນ ​ຂຽນ​ລົງທາງ ທວິດ​ເຕີ​
​ຊຶ່ງ​ໄດ້​ພາ​ໃຫ້​ເກີດມີ​ການ​ຕິ​ຕຽນ​ຄືນ​ໃໝ່ ​ຕໍ່ພວກ​ນັກ​ການ​ເມືອງ ຜູ້ທີ່​ຫ້າມ​ບໍ່​ໃຫ້​ມີ​ການ​ຕິ​
ຊົມ​ຢູ່​ໃນ​ບັນຊີ​ສື່​ສັງ​ຄົມ​ເຂົ້າ​ເຈົ້າ.

ຄະ​ນະຜູ້​ພິ​ພາກ​ສາ​ສາມ​ທ່ານ​ຂອງ​ສານອຸ​ທອນ​ສ​ະ​ຫະ​ລັດ ຢູ່​ນະ​ຄອນ​ນິວຢອກ ໄດ້​ພາ​
ກັນ​ຕັດ​ສິນ​ຢ່າງພ້ອມ​ພຽງກັນ ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ເພາະ​ວ່າ​ບັນ​ຊີ​ທວິດ​ຂອງ​ທ່ານ​
ທ​ຣຳ​ ເປັນ​ການ​ເປີດ “ສົນ​ທະ​ນາ​ແກ່​ສາ​ທາ​ລະ​ນະ” ທ່ານ​ບໍ່​ສາ​ມາດ​ຂັດ​ຂວາງ ​ບັນ​ດາ​ຜູ້​
ໃຊ້ ​ທີ່​ບໍ່​ເຫັນ​ພ້ອມ​ກັບ​ທ່ານ. ນັບ​ແຕ່​ວັນ​ເລີ້ມ​ຕົ້ນ​ຂອງ​ລັດ​ຖະ​ບານ​ທ່ານປະ​ທາ​ນາ​ທິ​ບໍ​ດີ
​ທ​ຣໍ​າ ໄດ້ໃຊ້​ທວິດ​ເຕີ​ເພື່ອສົ່ງ​ນະ​ໂຍ​ບາຍ​ອອກ​ໄປ ປະ​ນາມ​ບັນ​ດາ​ຜູ້​ຕິ​ຕຽນ​ທ່ານ ແລະ
​ເປັ​ນ​ປາກ​ສຽງ​ຄວາມຄິດ​ເຫັນຂອງ​ທ່ານ ໃນ​ແຕ່​ລະ​ເລື້ອງ. ຫຼາຍ​ໂພດ ໜ້າ​ທວິດ​ເຕີ​ຂອງ​
ທ່ານ ໄດ້​ກາຍ​ມາ​ເປັນ​ໂສມໜ້າ​ຂອງ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ.

​ຜູ້​ພິ​ພາກ​ສາ ​ບາ​ຣິງ​ຕັນ ພາກ​ເກີ​ ໄດ້​ຂຽນ​ຕາງ​ໜ້າ​ຄະ​ນະ​ຜູ້​ພິ​ພາກ​ວ່າ “​ບົດ​ແກ້ໄຂ​ລັດ
​ຖະ​ທຳ​ມະ​ນູນ​ຂໍ້​ທີ​ນຶ່ງ ບໍ່​ອະ​ນຸ​ຍາດ​ໃຫ້​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ ຜູ້​ທີ່​ໃຊ້​ບັນ​ຊີສື່​ສັງ​ຄົມໃນ
​ທາງ​ໃດໆ​ທັ​ງ​ໝົດ​ຂອງ​ຈຸດ​ປະ​ສົງ​ທາງ​ການ ​ຈະ​ຍົກ​ເວັ້ນ​ບໍ່​ໃຫ້​ຜູ້​ຄົນ​ເຂົ້າຮ່ວມຈ​າກ​ການ ​
ສົນ​ທະ​ນາ​ທາງ​ອິນ​ເຕີ​ແນັດ ເພາະ​ວ່າ​ເຂົາ​ເຈົ້າ​ໄດ້ສະ​ແດງ​ຄວາມຄິດກັບ​ອັນ​ທີ່​ເຈົ້າ​ໜ້າ​
ທີ່​ບໍ່​ເຫັນ​ພ້ອມ​ນຳ.”

ໃນ​ຂະ​ນ​ະ​ທີ່​ທ່ານ​ພາກ​ເກີ ໄດ້​ເນັ້ນ​ໜັກ​ ການ​ຕັດ​ສິນບໍ່​ໄດ້​ຂະ​ຫຍາຍ​ອອກ​ໄປ ຕໍ່ ​ບັນ​ດາ
​ບັນ​ຊີ​ສື່​ສັງ​ຄົມ​ທັງ​ໝົດ​ ​ທີ່​ປະ​ຕິ​ບັດໂດຍພວກ​ເຈົ້າ​ໜ້​າ​ທີ່​ສາ​ທາ​ລະ​ນະ ບັນ​ດາ​ຜູ້​ເປັນ​ປາກ
​ສຽງ​ໃຫ້​ແກ່ບົດ​ແກ້​ໄຂ​ລັດ​ຖະ​ທຳ​ມະ​ນູນ​ຂໍ້​ທຳ​ອິດ​ກ່າວ​ວ່າ ການ​ຕັດ​ສິນ​ໃຈ ​ແນວ​ໃດ​ກໍ​
ຕາມ​ ຍັງໄດ້​ໃຊ້​ເປັນ​ບົດ​ຮຽນ ​ໃຫ້​ແກ່​ພວກ​ນັກ​ການ​ເມືອງ ຜູ້​ທີ່​ຂັດ​ຂວາງ​ການ​ຕິ​ຕຽນ​ຈາກ
“ສ່ວນ​ໂຕ” ​ບັນ​ຊີ​ສື່​ສັງ​ຄົມ​ທີ່​ມັກ​ເປັນ​ເວ​ທີ​ສົນ​ທະ​ນາ​ເຖິງ​ສອງ​ເທົ່າ​ກັບ​ສາ​ທາ​ລະ​ນະ. ມີ​
ການ​ຟ້ອງ​ຮ້ອງ​ອື່ນໆ​ຢ່າງ​ໜ້ອຍຫົກ​ຄະ​ດີ ທີ່​ກຳ
ລັງ​ດຳ​ເນີນ​ຢູ່​ຕໍ່​ບັນ​ດາ​ນັກການ​ເມືອງ​ສະ​ຫະ​ລັດຈາກ​ພວກ​ເຈົ້າ​ໜ້າ​ທີ່​ເມືອງໃນທ້ອງ​ຖິ່ນ
ໄປ​ຫາ​ບັນ​ດາ​ຜູ້​ປົກ​ຄອງ​ລັດ ຜູ້​ທີ່​ຢາກ​ໃຫ້​ພວກ​ຕິ​ຕຽນ​ເຂົາ​ເຈົ້າ ​ທາງ​ສື່​ສັງ​ຄົມມິດງຽບ.

ທ່ານ​ແຄ​ຣຣີ ເດີ​ແຊ​ລ ພະ​ນັກ​ງານ​ທະ​ນາຍ​ຄວາມຂອງ​ສະ​ຖາ​ບັນ the Knight First Amendment Institute ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ໂຄ​ລອມ​ເບຍ ຊຶ່ງ​ສອງ​ປີ​ກ່ອນ ໄດ້ຍື່ນ​
ຟ້ອງ ທີ່​ນຳ​ໄປ​ສູ່​ການ​ຕັດ​ສິນ​ໃນ​ວັນ​ອັງ​ຄານວ​ານ​ນີ້ ກ່າວ​ວ່າ “ພວກ​ເຮົາ​ຫວັງ​ວ່າ ຜົນ​ຂອງ​
ການ​ຕັດ​ສິນ​ໃນ​ຄັ້ງ​ນີ້ ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ ຈະ​ຈົດ​ຈຳ​ແລະ​ຮັບ​ຮູ້​ວ່າ ເຂົາ​ເຈົ້າ​ຈຳ​ເປັນ
​ຈະ​ຕ້ອງ​ສາ​ມາດ​ຕ້າ​ນ​ຢັນ​ການ​ຕ້ອງ​ຕິ​ຈາກ​ຜູ້​ຄົນ​ຢູ່ໃນ​ເຂດ​ຂອງ​ເຂົາ​ເຈົ້າ​ໄດ້.”

ທ່ານ​ອີ​ຊາ ບັນ​ດາ​ຣີ ພະ​ນັກ​ງານ​ທະ​ນາຍ​ຄວາ​ມ​ຂອງ​ສະ​ຫະ​ພັນ​ອິດ​ສະ​ຫຼະ​ພາບພົ​ນ​ລະ
​ເມືອງ​ອາ​ເມ​ຣິ​ກັນ​ຫຼື American Civil Liberties Union ຊຶ່ງ​ໄດ້​ຍື່ນ​ການ​ຟ້ອງທີ່​ຄ້າຍ​ຄື​
ກັນ​ຕໍ່​ບັນ​ດາ​ເຈົ້າ​ໜ້າ​ທີ່ສາ​ທາ​ລະ​ນະກ່າວ​ວ່ າ​ການ​ຕັດ​ສິນ​ນີ້ຄວນ​ເຕືອນ​ໃຫ້​ພວກ​ນັກ
​ການ​ເມືອງ​ຮູ້​ວ່າ “​ຂັດ​ຂວາງ​ການ​ຕິ​ຕຽນ​ຈາກບັນ​ຊີສື່​ສັງ​ຄົມ​ຂອງເຈົ້າ​ໜ້າ​ທີ່​ຄົນ​ນຶ່ງນັ້ນ ບໍ່​
ຖືກຕ້ອງ​ຕາມ​ກົດ​ໝາຍ​ລັດ​ຖະ​ທຳ​ມະ​ນູນ.”

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG