ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແຄເມີຣູນ ຍິນດີ ຕ້ອນຮັບ ທະຫານ ສະຫະລັດ ເພື່ອຊ່ວຍ ຕໍ່ສູ້ ກັບພວກ ໂບໂກ ຮາລາມ


Cameroon Welcomes US Decision To Send Troops
please wait

No media source currently available

0:00 0:02:03 0:00

ປະເທດ ແຄເມີຣູນ ແລະ ບັນດາປະເທດເພື່ອນບ້ານ ຂອງພວກ ເຂົາເຈົ້າ ໄດ້ສະແດງຄວາມ ຍິນດີກັບ ການຕັດສິນໃຈ ຂອງ ສະຫະລັດ ທີ່ຈະສົ່ງກຳລັງທະຫານໄປຊ່ວຍຕິດຕາມພວກ ຫົວຮຸນ ແຮງ ໂບໂກ ຮາຣາມ ຢູ່ໃນພາກພື້ນ. ການປະກາດຂອງທຳນຽບ ຂາວ ໃນສັບປະດາ ນີ້ໄດ້ມີຂຶ້ນຖ້າມກາງ ການເພີ່ມຂຶ້ນຂອງການ ໂຈມຕີດ້ວຍລະເບີດສະຫຼະຊີບໃສ່ປະຊາຊົນ ທີ່ອາໄສຢູ່ໃນເຂດ ຊາຍແດນຂອງ ໄນຈີເຣຍ, Chad, ແລະ ໄນເຈີ. ນັກຂ່າວວີໂອເອ Zlatica Hoke ມີລາຍງານເພີ່ມເຕີມ ເຊິ່ງ ພຸດທະສອນ ຈະນຳ ລາຍລະອຽດມາສະເໜີ ທ່ານ.

ພວກ ໂບໂກ ຮາຣາມ ໄດ້ຂ້າປະຊາຊົນປະມານ 400 ຄົນໃນທາງພາກເໜືອຂອງ ແຄເມີຣູນ ນັບຕັ້ງແຕ່ປີທີ່ຜ່ານມາ. ການໂຈມຕີຢ່າງໜ້າບໍ່ອາຍ ໃນສອງສາມເດືອນທີ່ຜ່ານ ມາ, ເຮັດໃຫ້ ລັດຖະບານຕ້ອງເສີມກຳລັງທະຫານຂອງຕົນ ເຂົ້າໄປຢູ່ໃນພາກພື້ນໂດຍມີ ປະເທດ Chad ເປັນຜູ້ໜູນຫຼັງ. ແລະ ຕຶກໂຮງການຂອງລັດຖະບານໃນທົ່ວນະຄອນຫຼວງ Yaounde ໄດ້ມີ ການຕິດຕັ້ງເຄື່ອງກວດຈັບໂລຫະ.

ທ່ານ Eric Kuisseu ນັກວິສະວະກອນກໍ່ສ້າງໄດ້ກ່າວວ່າ “ມັນເປັນການເລີ່ມຕົ້ນທີ່ດີ. ມັນເຮັດໃຫ້ປະຊາຊົນ ແຄເມີຣູນ ຮູ້ເຖິງ ສິ່ງທີ່ປະເທດຂອງພວກເຮົາກຳລັງຜ່ານ
ຜ່າ.”

ແຕ່ຫຼາຍຄົນໄດ້ຮູ້ສຶກວ່າພໍແລ້ວກັບຄວາມຮຸນແຮງ ແລະ ພະຍາຍາມທີ່ຈະໜີອອກຈາກ ປະເທດ ໃນຄວາມຫວັງທີ່ຈະມີຊີວິດທີ່ດີຂຶ້ນໃນທະວີບຢູໂຣບຕາເວັນຕົກ. ມີບາງຄົນບໍ່ ສາມາດເຮັດໄດ້, ຄືກັບແມ່ຍິງຄົນນີ້ຈາກ ນະຄອນຫຼວງ Yaounde ຜູ້ທີ່ໄດ້ຖືກຄວບຄຸມ ຕົວໂດຍຕຳຫຼວດຍາມຝັ່ງໃນ ລີເບຍ.

ນາງ Vox Pop ຊາວອົບພະຍົບຈາກປະເທດ ແຄເມີຣູນ ໄດ້ກ່າວວ່າ “ເປັນຫຍັງຂ້ອຍຈຶ່ງ ໜີອອກຈາກປະເທດຂອງຂ້ອຍ? ມັນກໍຍ້ອນພວກ ໂບໂກ ຮາຣາມ. ພວກ ໂບໂກ ຮາຣາມ ມັນຍັງກໍ່ກວນພວກເຮົາຢູ່. ພວກມັນຂ້າພໍ່ແມ່ຂອງພວກເຮົາ. ພວກມັນ ຂ້າອ້າຍເອື້ອຍນ້ອງຂອງພວກເຮົາ. ຍ້ອນແນວນັ້ນຂ້ອຍຈຶ່ງໜີອອກຈາກປະເທດ ຂອງຂ້ອຍ ເພື່ອຊອກຫາ ແລະ ໃຫ້ການສຶກສາທີ່ດີແກ່ ລູກ ແລະ ຜົວຂອງຂ້ອຍ.”

ລັດຖະບານທ່ານ ໂອບາມາ ໄດ້ປະກາດໃນວັນທີ 14 ຕຸລາຜ່ານມານີ້ ວ່າຈະສົ່ງທະຫານ
300 ຄົນໄປປະເທດ ແຄເມີຣູນ ເພື່ອສິ້ງຊອມ, ກວດສອບ ແລະ ສອດແນມເບິ່ງພວກກະບົດ ໂບໂກ ຮາຣາມ. ປະຊາຊົນ ແຄເມີຣູນ ມີຄວາມ ຍິນດີຕ້ອນຮັບຕໍ່ການສະໜັບ ສະໜູນ.

ທ່ານ Edmond Kanguia ອາຈານສອນ ທີ່ມະຫາວິທະຍາໄລກາໂຕລິກ ແຫ່ງ Douala ໄດ້ ກ່າວວ່າ “ການຕັດສິນທີ່ຈະສົ່ງທະ ຫານ ອາເມຣິກາ ແມ່ນເກີດຂຶ້ນໃນເວລາທີ່ເໝາະ ສົມ, ເພາະວ່າ ມັນເປັນການສະໜັບສະໜູນ ທີ່ຈະເປັນການຊ່ວຍເຫຼືອ ປະເທດ ແຄເມີຣູນ ແທ້ໆ. ແລະ ນອກເໜືອຈາກການສະໜັບສະໜູນນີ້, ພວກເຮົາຕ້ອງເບິ່ງ ໄປຍັງເຂດແນວໜ້າທັງໝົດ, ມັນບໍ່ແມ່ນພຽງແຕ່ ກາມາຣູນ ເທົ່ານັ້ນ ທີ່ໄດ້ຮັບການ ສະໜັບສະໜູນ.”

ແຕ່ປະຊາຊົນ​ບາງຄົນ​ກໍໄດ້​ຕັ້ງ​ຄຳ​ຖາມ​ກ່ຽວກັບຈຸດປະສົງໃນ​ການ​ຊ່ວຍ​ເຫຼືອຄັ້ງ​ນີ້.

ທ່ານ Eric Tchiage ອຳນວຍ​ການ​ບໍ​ລິ​ສັດ​ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ສາ​ມາດ​ເຂົ້າ​ໃຈ​ວ່າ ສະຖານະ​ການ​ຂອງ​ວິ​ກິດ​ການ​ດັ່ງ​ກ່າວ​ນັ້ນ ຕ້ອງການ​ພະລັງງານ ​ແລະ ການ​ຕອບ​ຮັບ​ທີ່​ສາມາດ​ປັບ​ຕົວ​ໄດ້​ກັບ​ສະ​ຖານະ​ການ, ​ແຕ່​ພວກ​ເຮົາ​ບໍ່​ຄວນ​ລືມ​ວ່າ ບັນດາ​ປະ​ເທດ​ທີ່​ເຂົ້າ​ມາ​ຊ່ວຍ​ພວກ​ເຮົາຕ່າງກໍມີຜົນປະໂຫຍດໃນນັ້ນ.”

​ໄນ​ຈີ​ເຣຍ ທີ່​ເປັນ​ປະ​ເທດ​ເພື່ອນ​ບ້ານ ​ໄດ້​ມີ​ຄວາມ​ຍິນ​ດີ​ກັບ​ການ​ຕັດສິນ​ໃຈ​ຂອງ​ ສະຫະລັດ ທີ່​ຈະ​ສົ່ງ​ທະຫານ​ເຂົ້າ​ໄປ​ໃນ ແຄເມີຣູນ ​ແລະ ​ໄດ້​ຂໍໃຫ້​ປະ​ເທດ​ອື່ນ​ທຳ​ຕາມ​ຄຳຂໍ​ຮ້ອງ​ເພື່ອ​ລົ​ບ ລ້າງ​ລັດທິ​ກໍ່​ການ​ຮ້າຍ​ຢູ່​ໃນພາກ​ພື້ນ.

XS
SM
MD
LG