ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ ໄມຄ໌ ພອມພຽວ ໄດ້ແຈ້ງໃຫ້ອົງການສະຫະປະຊາຊາດ ຊາບຢ່າງເປັນທາງການ ໃນວັນພະຫັດວານນີ້ ວ່າ ສະຫະລັດ ຈະເລີ້ມຕົ້ນ “ການກັບຄືນສູ່ສະພາບ ຫຼື snapback” ຂອງການວາງມາດຕະການລົງໂທດທັງໝົດ ຂອງນານາຊາດຕໍ່ອີຣ່ານ ຢ້ອນຫລັງກັບຄືນໄປໃນປີ 2006.
“ຖ້ອຍຄໍາຂອງພວກເຮົາແມ່ນຈະແຈ້ງແທ້ໆເລີຍ” ທ່ານພອມພຽວ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ທີ່ອົງການສະຫະປະຊາຊາດ. ທ່ານກ່າວຕໍ່ໄປວ່າ “ສະຫະລັດ ຈະບໍ່ອະນຸຍາດໃຫ້ປະເທດທີ່ສະໜັບສະໜຸນການກໍ່ການຮ້າຍທີ່ໃຫຍ່ທີ່ສຸດຂອງໂລກ ຊື້ຂາຍພວກເຮືອບິນ ລົດຖັງ ແລະລູກສອນໄຟ ແລະອາວຸດປະເພດແບບທຳມະດາອື່ນໆນັ້ນ ຢ່າງເສລີ. ມາດຕະການລົງໂທດຂອງອົງການສະຫະປະຊາຊາດ ທັງຫຼາຍເຫຼົ່ານີ້ ທີ່ຫ້າມການນຳເຂົ້າອາວຸດ ຈະສືບຕໍ່ໄປ.”
ທ່ານໄດ້ກ່າວວ່າ ປະທານາທິບໍດີ ດໍໂນລ ທຣຳ ແລະລັດຖະບານຂອງທ່ານ ໄດ້ “ຖິ້ມເລື້ອງທີ່ເສກສັນປັ້ນແຕ່ງ” ທີ່ວ່າ ອີຣ່ານນັ້ນ ພຽງສະແຫວງຫາໂຄງການນິວເຄລຍເພື່ອໃຊ້ໃນທາງສັນຕິ.
ທ່ານກ່າວຕື່ມວ່າ “ພວກເຮົາຈະບໍ່ອະນຸຍາດ ໃຫ້ສາທາລະນະລັດອິສລາມ ແຫ່ງອີຣ່ານ ມີອາວຸດນິວເຄລຍຢ່າງເດັດຂາດ.”
ທ່ານພອມພຽວ ໄດ້ໂອ້ລົມກັບບັນດານັກຂ່າວພາຍຫຼັງທີ່ໄດ້ນຳສະເໜີເອກະສານ ສອງໜ້າ ໃຫ້ແກ່ປະທານສະພາຄວາມໝັ້ນຄົງ ທີ່ໄດ້ກ່າວວ່າ ຫຼັງຈາກທີ່ “ພະຍາຍາມຢ່າງຫຼວງຫຼາຍ” ໂດຍບັນດາສະມາຊິກຂອງສະພາດັ່ງກ່າວຈໍານວນນຶ່ງ ເພື່ອແກ້ໄຂ “ການປະຕິບັດທີ່ບໍ່ມີຄວາມກ້າວໜ້າ” ຕໍ່ພັນທະໃນຂໍ້ຕົກລົງຂອງອີຣ່ານ ສະຫະລັດ ຈຶ່ງໄດ້ຫາທາງທີ່ຈະວາງມາດຕະການລົງໂທດທັງຫຼາຍຄືນ.
ທ່ານໄດ້ອ້າງເຖິງແບບຢ່າງຫຼາຍປະການທີ່ກ່ຽວຂ້ອງກັບລະດັບການກັ່ນທາດຢູເຣນຽມ ແລະການເກັບສະສົມມັນໄວ້ຂອງອີຣ່ານ ທີ່ກາຍເກີນຂໍ້ກຳນົດຂອງຂໍ້ຕົກລົງນິວເຄລຍນັ້ນ. ເຖິງຢ່າງໃດກໍຕາມ ທັງໝົດນັ້ນໄດ້ເກີດຂຶ້ນຫຼັງຈາກເດືອນພຶດສະພາ ປີ 2018 ໃນເວລາທີ່ສະຫະລັດໄດ້ຖອນໂຕອອກຈາກ ແຜນການປະຕິບັດງານຮ່ວມຮອບດ້ານ ຫຼື JCPOA ໃນຂະນະທີ່ຂໍ້ຕົກລົງແມ່ນໄດ້ຮັບຮູ້ນຳກັນຢ່າງເປັນທາງການ. ນຶ່ງປີຫຼັງຈາກທີ່ສະຫະລັດ ໄດ້ຖອນໂຕອອກໄປແລ້ວ ອີຣ່ານກໍໄດ້ຕອບໂຕ້ດ້ວຍການລະເມີດລະດັບທີ່ຕົນໄດ້ຕົກລົງ ມາເປັນໄລຍະໆ. ຈົນກະທັງ ອົງການສິ້ງຊອມນິວເຄລຍຂອງສະຫະປະຊາຊາດ ໄດ້ກ່າວວ່າ ອີຣ່ານ ກໍໄດ້ປະຕິບັດຕາມພັນທະຕ່າງໆຂອງຕົນ.
ການເຄື່ອນໄຫວກັບຄືນສູ່ການວາງມາດຕະການລົງໂທດ ມີມານຶ່ງອາທິດຫຼັງຈາກທີ່ສະຫະລັດ ບໍ່ສາມາດຊັກຊວນບັນດາສະມາຊິກຂອງສະພາຄວາມໝັ້ນຄົງ ໃຫ້ຕໍ່ເວລາມາດຕະການຫ້າມນຳເຂົ້າອາວຸດທຳມະດາໄລຍະ 13 ປີຜ່ານມານັ້ນ ອອກໄປໄດ້ ຊຶ່ງມັນຈະໝົດອາຍຸໃນກາງເດືອນຕຸລາ ພາຍໃຕ້ເງື່ອນໄຂຕ່າງໆຂອງ JCPOA.