ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ​ເລື່ອນ​ການ​​ເກັບພາສີ ຕໍ່​ການ​ນຳ​ເຂົ້າ​ ເຫຼັກກ້າ ແລະອາ​ລູມີ​ນຽ​ມ


ປະທານປະເທດຈີນ ທ່ານ ສີ ຈີ້ນຜິງ ແລະປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣຳ
ປະທານປະເທດຈີນ ທ່ານ ສີ ຈີ້ນຜິງ ແລະປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣຳ

ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣຳ ​ເລື່ອນ​ການ​ຕັດສິນ​ໃຈ​ຂອງ​ທ່ານ ທີ່​ວ່າ​ຈະ​ເກັບພາສີຕໍ່​ການ​ນຳ​ເຂົ້າ​ເຫຼັກ​ກ້າ​ແລະ​ອາ​ລູມີ​ນຽ​ມຈາກ​ສະຫະພາບຢູ​ໂຣບ, ກາ​ນາ​ດາ ​
ແລະ​ເມັກ​ຊິ​ໂກ ຫລືບໍ່ ໄປຮອດວັນ​ທີ 1 ມິຖຸນາ. ການ​ປະກາດ​ໃນ​ວັນຈັນຜ່ານມານີ້ ​
ແມ່ນເຮັດໃຫ້ມີ​ເວລາເພີ້ມຂຶ້ນ ເພື່ອເຈລະຈາຂໍ້​ຕົກລົງໃນການ​ຍົກ​ເວັ້ນພາສີ​ນຳ​ເຂົ້າ
ເຫຼັກ​ກ້າ​ແລະ​ອາ​ລູມີ​ນຽມ ແກ່​ບັນດາ​ປະ​ເທດ​ເຫລົ່ານັ້ນ ມາ​ຍັງ​ສະຫະລັດ. ລັດຖະບານ​
ຂອງ​ທ່ານ​ທຣຳ ​ໄດ້​ປະກາດ​ພາສີ​ລວມ​ໃນ​ຕົ້ນ​ເດືອນ​ມີນາຜ່ານມາ ທີ່​ມີ​ຜົນ​ບັງຄັບ​ໃຊ້ໃນ
ຕົ້ນເດືອນມີນາສຳລັບ​ຈີນ, ຣັດ​ເຊຍ, ຍີ່ ປຸ່ນ ​ແລະ​ພວກປະເທດ​ສົ່ງ​ອອກອື່ນອີກ ​ແຕ່​ວ່າ​ປະເທດພັນທະ​ມິດທີ່ໃກ້ຊິດສອງສາມປະເທດ ແມ່ນໄດ້​ຮັບ​ການ​ຍົກ​ເວັ້ນຊົ່ວ​ຄາວ
ຈົນ​ເຖິງວັນ​ທີ 1 ພຶດສະພາ. ຊລາ​ຕິ​ກາ ​ໂຮ​ກ ລາຍ​ງານວ່າ ​ລັດຖະບານ​ສະຫະລັດ
ໃກ້ຈະ​ສຳ​ເລັດ ​ຂໍ້​ຕົກລົງກັບ​ອາເຈັນ​ຕີ​ນາ, ບຣາຊິ​ລ ​ແລະ​ອອສ​ເຕຣ​ເລຍແລ້ວ
ຊຶ່ງວັນນະ​ສອນ ຈະນຳ​ລາຍລະ​ອຽດມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣຳ ໄດ້ປະກາດການ​ເກັບພາສີ 25 ​ເປີ​ເຊັນ
​ຕໍ່​ການ​ນຳ​ເຂົ້າ​ເຫຼັກ​ກ້າ ​ແລະ 10 ​ເປີ​ເຊັນສຳລັບອາລູມີນຽມ ​ໃນ​ເດືອນ​ມີນາ, ແຕ່​ວ່າ​
ໃຫ້ການຍົກ​ເວັ້ນຊົ່ວ​ຄາວ ຕໍ່​ກາ​ນາ​ດາ ເມັກ​ຊິ​ໂກ ບຣາຊິ​ລ ​ແລະສະຫະພາບຢູ​ໂຣບ.
ກາ​ນາ​ດາແມ່ນ​ເປັນ​ຜູ້​ສະໜອງເຫຼັກ​ກ້າ ​ແລະ​ອາ​ລູມີ​ນຽ​ມ ລາຍໃຫຍ່ສຸດ ​ໃຫ້ແກ່​
ສະຫະລັດ.

ນາຍົກລັດຖະມົນຕີການາດາ ທ່ານ​ຈັສຕິນ ທຣູ​ໂດ ​ໄດ້​ກ່າວ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້​ວ່າ
ການເກັບ​ພາສີ​ນີ້ ຈະ​ລົບກວນການ​ຄ້າ​ທີ່​ສະ​ລັບ​ສັບ​ຊ້ອນ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ທຣູ​ໂດ ກ່າວ​ວ່າ​ “ພວກ​ເຮົາ​ມີ​ສິນ​ຄ້າມູນ​ຄ່າ​ຫຼາຍພັນລ້ານໂດລາທີ່​ນຳເຂົ້າ ​
ແລະ​ສົ່ງອອກ​ຂ້າມ​ຊາຍ​ແດນ​ໃນ​ແຕ່​ລະ​ມື້. ​ແລະ​ທາງ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດນັ້ນ
​ອາ​ລູມີ​ນຽ​ມຂອງການາດາ ແມ່ນນຳໃຊ້ໃນ​ເຮືອ​ບິ​ນລົບ​ຂອງສະຫະລັດ ​ເຫຼັກ​ກ້າການາ
ດາ ​ກໍນຳໃຊ້​ໃນ​ການ​ປະ ກອບ​ລົດ ສະ​ນັ້ນ ​ບໍ່​ມີ​ 2 ປະ​ເທດໃດ ທີ່ມີການ​ປະສານງານກັນ
​ຢ່າງ​ກວ້າງຂວາງກ່ຽວກັບອຸດ ສາຫະກຳເຫຼັກ​ກ້າ ​ແລະ​ອາ​ລູມີ​ນຽ​ມ ຫຼາຍໄປກວ່າ​ກາ​ນາ​
ດາ​ແລະ ສະຫະລັດ.”

ການ​ເກັບ​ພາສີ ມີຜົນກະທົບ​ຕໍ່ການຄ້າຫຼາຍ​ກວ່າ 10 ພັນ​ລ້ານ​ໂດ​ລາ​ກັບ​ສະຫະພາບ​
ຢູ​ໂຣບ. ​ນາຍົກລັດຖະມົນຕີເຢຍຣະມັນ ​ທ່ານ​ນາງແອນ​ເຈີ​ລາ ​ເມີ​ເກີລໄດ້​ກ່າວ​ວ່າ ສະຫະ
ພາບ​ຢູ​ໂຣບ ສາມາດ​ທີ່​ຈະ​ເຮັດ​ສົງຄາມ​ການຄ້າ ກັບ​ສະຫະລັດ ຖ້າ​ຫາກ​ການ​ຍົກ​ເວັ້ນ
ດັ່ງກ່າວ ບໍ່​ມີການເລື່ອນ​ເວລາອອກ​ໄປ. ​ແຕ່​ວ່າ​ນັກ​ຊ່ຽວຊານ​ທາງ​ການ​ເງິນ​ຂອງ​ເຢຍ
ຣະມັນ ​ໄດ້​ກ່າວ​ວ່າມັນ​ເຖິງ​ເວລາ​ແລ້ວ ​ທີ່​ບັນດາ​ປະ​ເທດ​ໃນທະວີບຢູ​ໂຣບ ຈະ​ຍຸຕິ​ໃນ
​ການ​ກາງ​ຕໍ່​ສະຫະລັດ.

ທ່ານ ​ໂຣ​ເບີຣ໌ດ ຮາ​ລ​ເວີ ນັກວິ​ເຄາະຕະຫຼາດການລົງທຶນ​ຂອງ​ທະນາຄານ​ແບ​ດ​ເດີ ​ໃນ​
ເຢຍຣະມັນ ກ່າວ​ວ່າ “ນັບ​ຕັ້ງ​ແຕ່ສົງຄາມສິ້ນ​ສຸດ​ລົງ​ແລ້ວ, ສະຫະລັດ​ອາ​ເມຣິກາໄດ້
ປະກອບສ່ວນຕະຫຼອດ​ມາ​ ​ເຂົ້າ​ໃນ​ການ​ເສດ​ຖະກິດ​ຂອງ​ໂລກ ​ແລະສະຫະພາບ​
ຢູ​ໂຣບ​ ແມ່ນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ເລື່ອງນີ້ ​ເວລາ​ແບບ​ນັ້ນ​ແມ່ນ​ບໍ່​ມີ​ອີກ​ແລ້ວ.
ປັດຈຸ​ບັນ​ນີ້ ສະຫະລັດ​ແມ່ນຕ້ອງການ​ທີ່​ຈະ​ເພັ່ງ​ເລັງ​ໃສ່​ຕົວ​ເອງ ນັ້ນ​ໝາຍ​ຄວາມ​ວ່າ ສະຫະພາບ​ຢູ​ໂຣບ ຈຳ​ເປັນ​ທີ່​ຈະ​ຕ້ອງ​ດູ​ແລ​ກຳ ກັບ​ຕົວ​ເອງ​ໃຫ້​ເປັນ​ທີ່​ເປັນ​ທາງແລະ​
ມັນ​ກໍ​ຈະ​ເປັນການ​ຍາກ​ຫຼາຍ. ພວກ​ເຮົາ​ຈຳ​ເປັນ​ຕ້ອງເຮັດສອງ​ຢ່າງ ພາຍ​ນອກ​ນັ້ນ
ພວກ​ເຮົາຈຳ​ເປັນ​ຕ້ອງຫຼຸດພາສີ​ລົງ ​ຕໍ່​ສິນຄ້າ​ຂອງ​ສະຫະລັດ ​ແລະ​ພາຍ​ໃນ​ປະ​ເທດນັ້ນ,
ພວກ​ເຮົາ​ຈຳ​ເປັນທີ່​ຈະ​ຕ້ອງ​ປະຕິ​ຮູບ. ຜູ້​ໃດ​ກໍ​ຕາມ ທີ່​ບໍ່​ເຂົ້າ​ໃຈກ່ຽວກັບເລື່ອງນີ້ ຕ້ອງ​
ໄປ​ກວດ​ຫູ​ກວດ​ຕາ​ແລ້ວ​ລະ.”

​ໃນ​ຄຳປາໄສໃນ​ວັນ​ເສົ້າທີ່​ຜ່ານ​ມາ ​ທີ່ນະຄອນມິ​ຊິ​ແກນ ທ່ານ​ທຣຳ ​ໄດ້​ກ່າວ​ຢ້ຳ ເຖິງ​ກາ​ນ
ປະຕິຍານ ໃນລະຫວ່າງ​ການໂຄສະນາຫາສຽງ ທີ່​ຈະ​ຖອນສະຫະລັດອອກ​ຈາກ​ຂໍ້​ຕົກລົງ​
ການ​ຄ້າ​ ​ນາໆ​ຊາດ ທີ່ທ່ານກ່າວວ່າ ບໍ່​ເປັນທຳ​ຕໍ່​ສະຫະລັດ​.

ທ່ານ​ທຣຳ ກ່າວ​ວ່າ “ພວກ​ເຮົາ​ເຮັດຂໍ້ຕົກລົງການ​ຄ້າ ​ແລະມີຫລາຍໆຄົນຢູ່​ວໍ​ຊີງ​ຕັນ ​
ໄດ້​ບອກວ່າ ‘ກະລຸນາ​ເທາະ, ຢ່າ​ເຮັດ​ແບບ​ນັ້ນ​ເລີຍ’ ​ແລະ​ຂ້າພະ​ເຈົ້າ​ກໍ​ເວົ້າ​ວ່າ ດຽວ​
ກ່ອນ ພວກ​ເຮົາ​ມີ​ຂໍ້​ຕົກລົງ​ທີ່​ຂີ້ຮ້າຍ​ຫຼາຍ​ ໃນ​ຂໍ້ຕົກລົງການ​ຄ້າ​ນີ້ ​ແລະ​ການ​ຄ້າ​ນັ້ນ,
ຂ້າພະ​ເຈົ້າ​ບໍ່​ຢາກ​ເວົ້າ​ເຖິງເລີ​ຍ.”

ທ່ານ​ທຣຳ ​ແມ່ນ​ບຸກຄົນທີ່ກ້າປາກກ້າເວົ້າຫຼາຍທີ່ສຸດ ກ່ຽວກັບການຄ້າທີ່ບໍ່ສົມສ່ວນ
​ກັບ​ຈີນ. ເວລາ​ທ່ານ​ໄດ້​ປະກາດ ​ກ່ຽວກັບການເກັບ​ພາສີນັ້ນ ຈີນ​ ແມ່ນ​ໄດ້​ປະຕິຍານ​ວ່າ
​ຈະ​ໂຕ້​ຕອບໂດຍ​ການ​ເກັບ​ພາສີ​ເພີ່ມ​ ຕໍ່​ການ​ນຳ​ເຂົ້າ​ສິ້ນ​ຄ້າຈາກ​ສະຫະລັດ. ​ແຕ່​ວ່າ​
ທ່ານ​ທຣຳ​ໄດ້​ສະແດງຄວາມ​ໝັ້ນ​ໃຈ ທີ່​ທ່ານ​ສາມາດມີ​ຂໍ້​ຕົກລົງ​ການຄ້າ ​ທີ່​ຍຸຕິທຳ
ກັບ​ຈີນ. ຄະນະຜູ້ແທນ​ການ​ຄ້າ​ຂັ້ນ​ສູງ​ຂອງ​ສະຫະລັດ ​ ​ກຳລັງ​ມຸ່ງ​ໜ້າ​ໄປ​ປະເທດ​ຈີນ
​ເພື່ອ​ໂອ້​ລົມ​ສົນທະນາ​ຫາລືກ່ຽວກັບຄວາມສຳພັນການ​ຄ້າ​ສອງ​ຝ່າຍ ດ້ວຍ​ການເຈລະຈາ​
ທີ່​ຈະ​ເລີ່​ມຂຶ້ນ ​ໃນ​ວັນ​ພະຫັດ​ ​ທີ 3 ພຶດ ສະພາ ມື້​ອື່ນ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG