ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ປ. ທຣຳ ຈະບໍ່ຍົກເລີກ ການຂຶ້ນພາສີ ເຫຼັກກ້າ ແລະອາລູມີນຽມ ທີ່ນຳເຂົ້າ


Trump Not Backing Down on Steel, Aluminum Tariffs
please wait

No media source currently available

0:00 0:02:32 0:00

ປະທານາທິບໍດີສະຫະລັດ ທ່ານ​ດໍໂນ​ລ ທຣຳ ກ່າວ​ຢືນຢັນຄໍາໝັ້ນສັນຍາ​ຂອງ​ທ່ານ
ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ວ່າ​ ຈະ​ເພີ້ມຄ່າ​ພາສີເຫລັກ​ກ້າ ​ແລະອາ​ລູມີ​ນຽມທີ່​ນໍາ​ເຂົ້າ​.​ ​ແຜນ
ການ​ດັ່ງ​ກ່າວ ໄດ້ເຮັດ​ໃຫ້ປະຊາ​ຄົມນາໆ​ຊາດ, ລວມທັງ​ສະມາຊິກ​ຂອງ​ພັກ​ທ່ານ​ທຣຳ
​ເອງ ​ໂຮ​ຮ້ອງ ແລະຕຳ​ໜິຕິຕຽນທ່ານ. ​ວັນນະ​ສອນ​ ຈະນຳ​ລາຍ​ອຽດຈາກ​ນັກ​ຂ່າວ​ຂອງ
ວີ​ໂອ​ເອ ເຈ​ສຸ​ເ​ຊເມ ​ໂອ​ນີ (Jesusement) (Jay-Sue-Seh-Meh) Oni ​ມາສະ​ເໜີ
​ທ່ານ​ໃນ​ອັນ​ດັບຕໍ່​ໄປ. ​ ​

ໃນເວລາ​ຢືນ​ຖ່າຍຮູບ​ຮ່ວມ​ກັນຂອງຄະນະຜູ້ຕາງໜ້າການຄ້າຂອງສະຫະລັດ,​
ເມັກ​ຊິ​ໂກ ​ແລະ​ກາ​ນາ​ດາຢູ່ນັ້ນ ທຸກຄົນພາກັນ​ຍິ້ມຫົວ ​ແຕ່​ວ່າ ການເຈລະຈາ
ໃນຮອບຫລ້າສຸດເພື່ອດັດແກ້ຂໍ້​ຕົກລົງການ​ຄ້າ​ເສລີໃນທະວີບ​ອາ​ເມຣິກາ​ເໜືອ
ຫຼື NAFTA ໄດ້ສິ້ນ​ສຸດລົງໂດຍທີ່ມີ​ການຕົກລົງກັນໄດ້ພຽງແຕ່ໜ້ອຍດຽວ.

ການ​ເຈລະຈາເຕັມໄປດ້ວຍຄວາມຝືດເຄືອງຍ້ອນຄໍາໝັ້ນສັນຍາຂອງປະທານາ
ທິບໍດີສະຫະລັດ ທ່ານ​ດໍໂນ​ລ ທຣຳ ທີ່ເວົ້າ​ວ່າ​ຈະ​ເກັບຄ່າ​ພາສີ 25 ​ເປີ​ເຊັນ​ ສຳລັບ
ການ​ນຳເຂົ້າເຫລັກ​ກ້າ ​ແລະ 10 ​ເປີ​ເຊັນ​ ສຳລັບການ​ນຳເຂົ້າອາ​ລູມີ​ນຽມ.

​ຢູ່ໃນ​ການພົບປະກັນທີ່ກອງປະຊຸມຂອງ​ທຳນຽບຂາວ​ກັບ ນາຍົກລັດຖະມົນຕີ​ອິສຣາ
​ແອ​ລ ທ່ານ​ເບັນຈາ​ມິນ ເນຕັນຢາ​ຮູ ທ່ານ​ທຣໍາ ກ່າວອອກມາວ່າ​ ມີ​ພຽງ​ສະຖານດຽວ
​ທີ່ຈະເຮັດໃຫ້​ກາ​ນາ​ດາ ແລະເມັກ​ຊິ​ໂກ ໝົດຄວາມເປັນຫ່ວງໄດ້.

ທ່ານ​ທຣໍາ ກ່າວ​ດັ່ງນີ້​ “ຖ້າ​ຫາກ​ວ່າ​ພວກ​ເຮົາຕົກລົງກັນບໍ່​ໄດ້, ຂ້າພະ​ເຈົ້າກໍ​ຈະ​
ຍົກ​ເລີກNAFTA, ​ແຕ່​ຖ້າ​ຫາກ​ວ່າ ຂ້າພະ​ເຈົ້າ​ໄດ້ມີ​ຕົກລົງກັນ​ແລ້ວ ຊຶ່ງ​ມັນ​ເປັນ
ການຍຸຕິທຳຕໍ່​ພວກ​ຄົນ​ງານ​ ແລະຕໍ່​ຊາວ​ອາ​ເມ​ຣິ​ກັນນັ້ນ ມັນ​ຄວນຈະ​ເປັນສິ່ງທີ່
ຂ້າພະ​ເຈົ້າ​ຄິດເຫັນ​ວ່ານຶ່ງໃນ​ຫລາຍຈຸດທີ່ຈະຕ້ອງ​ນຳ​ມາ​ເຈລະຈາ​ກັນ, ຊຶ່ງມັນ​ຈະ
​ແມ່ນ​ພາສີເຫລັກ​ກ້າ ສຳ​ລັບກາ​ນາ​ດາ ແລະເມັກ​ຊິ​ໂກ​.”

ພາຍຫຼັງ​ທີ່​ການ​ເຈລະ​ຈາ NAFTA ຫຼົ້ມ​ແຫຼວ​ລົງ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ
​ກາ​ນາ​ດາ ທ່ານ​ນາງ ຄຣິສ​ເຕຍ ຟຣີ​ແລນ​ດ໌ (Chrystia Freeland) ກ່າວ​ວ່າ ປະ​ເທດ
​ຂອງ​ທ່ານ​ນາງ ​ພ້ອມ​ແລ້ວ​ທີ່​ຈະ​ປະ​ເຊີນ​ໜ້າ​ກັບ​ສະຫະລັດ ຊຶ່ງ​ທ່ານ​ນາງ​ກ່າວດັ່ງນີ້: “ຖ້າຫາກມີການວາງຂໍ້​ຈຳກັດ​ຕໍ່ຜະລິດ​ຕະພັນເຫລັກ​ກ້າ ​ແລະອາ​ລູມີ​ນຽມຂອງ​ກາ​
ນາ​ດາ​ແລ້​ວ ກາ​ນາດາ ກໍ​ຈະ​ເອົາມາດຕະການ​ຕອບໂຕ້ທີ່​ເໝາະ​ສົມ​ເພື່ອ​ປົກ​ປ້ອງ​
ຜົນ​ປະ​ໂຫຍ​ດທາງ​ການ​ຄ້າ​ ແລະຄົນ​ງານ​ຂອງ​ພວກ​ເຮົາ.”

ທ່ານ ບິ​ລ ອາ​ດຳ​ສ໌ (Bill Adams) ນັກ​ເສດຖະສາດ​ອາວຸ​ໂສ​ຈາກ​ນາໆ​ຊາດ ຂອງ PNC ໃຫ້ຄໍາເຫັນວ່າ ແຜນການ​ຂອງ​ທ່ານ​ທຣຳໄດ້ເຮັດໃຫ້ມີ​ຄວາມ​ສ່ຽງໃຫ້ເກີດ​ການແກ້ແຄ້ນ
ທາງດ້ານ​ພາສີຄືນ ຈາກພວກ​ພາຄີ​ທາງການ​ຄ້າ​ຕ່າງໆ ຂອງສະຫະລັດ.

ທ່ານ ອາ​ດຳ​ສ໌ ກ່າວວ່າ “ຕາມປົກກະຕິແລ້ວ ສິ່ງ​ທີ່​ຈະເກີດ​ຂຶ້ນ​ນັ້ນກໍຄື ສະຫະລັດ​ຈັດຕັ້ງປະຕິບັດການເກັບພາສີ​ສຳລັບສິນ​ຄ້າປະເພດນຶ່ງທີ່​ນໍາເຂົ້າມາຈາກຕ່າງ
ປະ​ເທດ, ​ພາຄີທາງ​ການ​ຄ້າຂອງພວກເຮົາກໍຈະເກັບພາສີຕໍ່ສິນຄ້າ​ສົ່ງ​ອອກ​ຂອງສະຫະລັດເທົ່າໆກັນເພື່ອແກ້ແຄ້ນຄືນ ແລະຕາມປົກກະຕິແລ້ວ ​ມັນ​ກໍ​ບໍ່​ຄ່ອຍ
ຈະຮ້າຍແຮງໄປກວ່າ​ນັ້ນ​ດອກ.”

ບັນດາ​ສະ​ມາ​ຊິກຣີພັບ​ບລິກັນ​ທີ່​ເປັນ​ພັນທະ​ມິດ​ຂອງ​ທ່ານ​ທຣຳ ​ໄດ້​ຕຳ​ໜິຕິຕຽນ​ການເກັບພາສີເຫລົ່ານີ້ວ່າ ມັນ​ເປັນ​ການນາບຂູ່​ທີ່ຈະເຮັດໃຫ້ເກີດ​ສົງຄາທາງ​ການ​ຄ້າ
ນາໆ​ຊາດຂຶ້ນ.

​ເຖິງ​ຢ່າງໃດກໍ​ຕາມ ທ່ານ​ອາ​ດຳ​ສ ຍັງ​ກ່າວ​ອີກ​ວ່າ ຜົນ​ກະທົບຂອງ​ການ​ເກັບ​ພາສີ​ຕໍ່
ເສດຖະກິດ​ຂອງ​ສະຫະລັດ​ນັ້ນ ຈະ​ມີ​ຂອບ​ເຂດ​ຈຳກັດ ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ: “ຜົນ​
ກະທົບໂດຍ​ກົງຂອງ​ການ​ເກັບ​ພາສີ​ຕໍ່​ໂລຫະ​ຕ່າງ ຕໍ່​ເສດຖະກິດ​ສະຫະລັດນັ້ນ
ຈະ​ແມ່ນວ່າມີ​ໜ້ອຍ​ດຽວ. ຜູ້ຊົມ​ໃຊ້ຊາວອາ​ເມຣິກັນ​ທົ່ວ​ໄປ ​ແມ່ນ​ບໍ່​ໄດ້​ໃຊ້​ອາ​ລູມີ​ນຽ​ມ
ຫຼື​ເຫັກ​ໃນ​ສັບປະດາ​ນຶ່ງໆ ​ເພາະສະ​ນັ້ນ ມັນ​ກໍ​ຈະ​ບໍ່​ເຫັນວ່າມັນມີຜົນ​ກະທົບ​ຕໍ່ລາຄາ​
ສິນຄ້າ​ເລີຍ.”

ທ່ານ ມາກ​ຄ ສມິ​ທ (Mark Smith) ປະທານ​ບໍລິ​ສັດ Termax ກ່າວ​ວ່າ ບັນດາບໍລິສັດ​
ຜະລິດລົດ​ເຊັ່ນ​ດຽວ​ກັນ​ກັບ​ຂອງ​ທ່ານ​ນີ້ ​ຈະຕ້ອງ​ໄດ້​ຄິດ​ແລ້ວ​ຄິດ​ອີກ​ວ່າ ພວກ​ເຂົາ​ເຈົ້າ​
ເຮັດ​ທຸລະ​ກິດ​ກັບໃຜ ຊຶ່ງ​ທ່ານ​ກ່າວ​ວ່າ “​ມັນ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ສັ່ງຊາ​ເບິ່ງ​ສິ່ງ​ອື່ນໆນຳ
ຖ້າ​ຫາກ​ວ່າ​ຄ່າ ວັດ​ສະດຸ ​ຕ່າງ​ໆຂຶ້ນລາຄາ 25 ​ເປີ​ເຊັນຕາມ​ທີ່​ວ່າ​ນັ້ນ ​ແນ່ນອນ, ຂ້າພະ​
ເຈົ້າທີ່ເປັນ​ນັກທຸລະກິດ, ຂ້າພະ​ເຈົ້າ​ກໍ​ຈະ​ຄິດເບິ່ງ​ວ່າ ມັນ​ຈະ​ບໍ່ຖືກ​ກວ່າ​ບໍ ຖ້າ​ຫາກ​ໄປ
​ເຮັດ​ທຸລະ​ກິດຢູ່​ປະ​ເທດ​ອື່ນ.”

ຕະ​ຫຼາດ​ຮຸ້ນ​ສະຫະລັດ ​ໄດ້ຖີບຕົວສູງຂຶ້ນ​ໃນ​ວັນ​ຈັນ​ວານ​ນີ້ ຍ້ອນ​ພວກ​ນັກ​ລົງທຶນ​ຄິດ​ວ່າ
ທ່ານ​ປະທານາທິບໍດີ ຈະ​ຖອນ​ຂໍ້​ສະ​ເໜີ​ນັ້ນຄືນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG