ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຕໍ່ສູ້ ດ້ານການຄ້າ ລະຫວ່າງ ສະຫະລັດ ກັບ ຈີນ ຮຸນແຮງ ຂຶ້ນກວ່າເກົ່າ


US-China Trade Battle Escalates
please wait

No media source currently available

0:00 0:02:00 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ເວລານີ້ ວໍຊິງຕັນ ກຳລັງສັງເກດເບິ່ງ ຄວາມເຄັ່ງຕຶງ ທີ່ພວມເພີ່ມທະວີຂຶ້ນ ເມື່ອບໍ່ດົນມາ
ນີ້ ລະຫວ່າງ ສະຫະລັດ ກັບ ຄູ່ຮ່ວມການຄ້າຂອງເຂົາເຈົ້າ, ໂດຍ ຈີນ ຂົ່ມຂູ່ວ່າ ຈະເກັບ
ພາສີສິນຄ້າ ສະຫະລັດ ຫຼາຍກວ່າ 5,000 ຢ່າງ ລວມມີມູນຄ່າທັງໝົດ 60 ຕື້ໂດລາ.
ນັກຂ່າວວີໂອເອ ໄມເຄິລ ໂບແມນ (Michael Bowman) ລາຍງານວ່າ, ການປະກາດ
ຂອງ ປັກກິ່ງ ໄດ້ມີຂຶ້ນ ຫຼັງຈາກລັດຖະບານທ່ານ ທຣຳ ໄດ້ສະເໜີຂຶ້ນພາສີສິນຄ້າ ຈີນ
ມູນຄ່າ 200 ຕື້ໂດລາ, ເປັນການສືບຕໍ່ສູ້ຢັນກັນໄປມາ ທີ່ໄດ້ສ້າງຄວາມເປັນຫ່ວງ ໃນ
ປະຊາຄົມທຸລະກິດ ສະຫະລັດ ແລະ ເຮັດໃຫ້ພັກຣີພັບບລີກັນແຕກແຍກກັນ. ພຸດທະ
ສອນ ມີ ລາຍລະອຽດຂອງລາຍງານເລື້ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ພວກເຮົາກຳລັງຈະເຮັດໃຫ້ຄວາມຝັນໃໝ່ຂອງ
ອາເມຣິກາ ກາຍເປັນຈິງ.”

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວໂອ້ອວດ ກ່ຽວກັບ ຕົວເລກຂອງເສດຖະກິດທີ່
ເຂັ້ມແຂງ, ພ້ອມກັບການເຕີບໂຕທີ່ແຂງແກ່ນ ແລະ ອັດຕາການຫວ່າງງານຂອງ
ສະຫະລັດ ທີ່ຕໍ່າເກືອບວ່າເປັນປະຫວັດການ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ຕອນນີ້ ພວກເຮົາມີເສດຖະກິດທີ່ດີທີ່ສຸດໃນ
ປະຫວັດສາດຂອງປະເທດຂອງພວກເຮົາ, ນີ້ເປັນເວລາທີ່ຈະແກ້ໄຂຂໍ້ຕົກລົງການຄ້າ
ທີ່ຂີ້ຮ້າຍທີ່ສຸດ ເທົ່າທີ່ປະເທດໃດໆໃນໂລກເຄີຍເຮັດມາ.”

ທ່ານ ທຣຳ ໄດ້ຂຽນໃນທວິດເຕີວ່າ “ການເກັບພາສີແມ່ນກຳລັງໄດ້ຜົນຢ່າງໃຫຍ່” ທັງ
ໄດ້ອ້າງວ່າ ມັນຈະພັດທະນາການເງິນຂອງ ອາເມຣິກາ ແລະ ນຳເອົາວຽກງານຕ່າງໆ
ແລະ ຄວາມຮັ່ງມີຢ່າງຫຼວງຫຼາຍມາສູ່ປະເທດ.”

ແຕ່ບັນດາພັນທະມິດຂອງປະທານາທິບໍດີ ໃນລັດຖະສະພາ ພາກັນບໍ່ເຫັນດີກັບທ່ານ.

ປະທານສະພາຕໍ່າທ່ານ ພອລ ຣາຍອັນ ກ່າວວ່າ “ຂ້າພະເຈົ້າບໍ່ຄິດວ່າ ການເກັບພາສີ
ແມ່ນຄຳຕອບທີ່ຖືກຕ້ອງ. ຂ້າພະເຈົ້າບໍ່ສະໜັບສະໜູນການເກັບພາສີ. ຂ້າພະເຈົ້າຄິດ
ວ່າ ການກຳນົດພາສີ ແມ່ນການເສຍພາສີ.”

ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ທ່ານ ຣອບ ຜອດແມັນ (Rob Portman)
ກ່າວວ່າ “ພວກເຮົາຕ້ອງລະມັດລະວັງ ກ່ຽວກັບ ການປະຕິບັດການ ທີ່ເພີ່ມອຸປະສັກໃຫ້
ແກ່ການຄ້າ. ຖ້າພວກເຮົາເກັບພາສີສູງຂຶ້ນໂດຍບໍ່ມີເຫດຜົນ, ມັນກໍໝາຍຄວາມວ່າ
ພວກເຮົາໄດ້ເຊື້ອເຊີນໃຫ້ມີການຕອບໂຕ້ ແລະ ເກັບພາສີສິນຄ້າສົ່ງອອກຂອງພວກ
ເຮົາສູງກວ່າເກົ່າ.”

ແລະ ມັນກໍບໍ່ມີພຽງແຕ່ພັກຣີພັບບລີກັນເທົ່ານັ້ນ ທີ່ສະແດງຄວາມບໍ່ພໍໃຈ. ສະມາຊິກ
ສະພາສູງສັງກັດພັກເດໂມແຄຣັດ ທ່ານນາງ ຮາຍດີ ໄຮທ໌ແຄັມ (Heidi Heitcamp)
ຈາກລັດ ດາໂກຕາເໜືອ ໄດ້ຂຽນໃນ ທວິດເຕີວ່າ “ສົງຄາມການຄ້າກັບ ຈີນ ທີ່ໄດ້ຮຸນ
ແຮງຂຶ້ນ ແມ່ນສິ່ງສຸດທ້າຍທີ່ຊາວນາຂອງພວກເຮົາຕ້ອງການ ໃນຂະນະທີ່ການເກັບ
ກ່ຽວໄດ້ເລີ່ມຂຶ້ນ. ສົງຄາມການຄ້ານີ້ ສ້າງຄວາມເສຍຫາຍໃຫ້ລັດ ດາໂກຕາເໜືອ
ຫຼາຍກວ່າ ຈີນ ມັນບໍ່ແມ່ນແຜນຍຸດທະສາດເພື່ອຄວາມສຳເລັດ.”

ໃນຂະນະທີ່ເສດຖະກິດ ອາເມຣິກັນ ບາງພາກສ່ວນ ໄດ້ຮັບຜົນກະທົບຢ່າງບໍ່ສົມສ່ວນ
ໂດຍການເກັບພາສີດັ່ງກ່າວນັ້ນ, ລັດຖະບານທ່ານ ທຣຳ ຊໍ້າໄດ້ກ່າວວ່າ ສົງຄາມການ
ຄ້າ ຈະສ້າງຄວາມເຈັບປວດໃຫ້ແກ່ ຈີນ ຫຼາຍກວ່າ ແລະ ຈະນຳໄປສູ່ເງື່ອນໄຂການຄ້າ
ຂາຍ ທີ່ດີກວ່າເກົ່າສຳລັບ ສະຫະລັດ.

ປະທານາທິບໍດີ ທຣຳ ກ່າວວ່າ “ພວກເຮົາມີຂໍ້ຕົກລົງການຄ້າທີ່ດີ. ພວກເຮົາຈະເຮັດ
ໃຫ້ປະເທດຂອງພວກເຮົາຮັ່ງມີກວ່າທີ່ເຄີຍເປັນມາ.”

ບັນດາກຸ່ມທຸລະກິດທັງຫຼາຍ ໄດ້ມອງເຫັນອັນຕະລາຍໃນອະນາຄົດຂ້າງໜ້າ, ໂດຍສະ
ພາການຄ້າ ສະຫະລັດ ໄດ້ເຕືອນວ່າ ການເກັບພາສີອາດທຳລາຍຜົນງານທາງເສດ
ຖະກິດທີ່ເຂັ້ມແຂງ ທີ່ທ່ານ ທຣຳ ໄດ້ປ່າວປະກາດຢ່າງພາກພູມໃຈນັ້ນ.

Washington is observing the latest escalation in tensions between the United States and its trading partners, with China threatening to slap tariffs on more than 5,000 American-made products totaling $60 billion.VOA's Michael Bowman reports, Beijing's announcement came after the Trump administration proposed raising tariffs on $200 billion of Chinese goods, continuing a tit-for-tat trade battle that is alarming many in the U.S. business community and dividing the Republican Party.

"We are making new American dreams come true."

President Donald Trump touting strong economic numbers, with robust growth and near-record-low U.S. unemployment.

"Now that we have the best economy in the history of our country, this is the time to straighten out the worst trade deals ever made by any country on earth at any time."

Trump tweeting that "Tariffs are working big time" and claiming they will improve America's finances and bring "jobs and great wealth."

The president's allies in Congress beg to differ.

"I do not think tariffs are the right answer.I do not support tariffs.I think tariffs are taxes."

"We need to be careful about taking actions that increase barriers to trade.If we impose higher tariffs without justification, we invite retaliation and higher tariffs on our exports."

And it is not just Republicans complaining. Democratic Senator Heidi Heitkamp of North Dakota tweeted, "An escalation of the trade war w/ China is the last thing our farmers need as harvest begins ... This trade war will hurt ND more than Chinanot a winning strategy."

While certain American sectors are being disproportionately impacted by tariffs, the Trump administration says a trade war will inflict more pain on China and lead to better trading terms for the United States.

"We have to have good trade deals … We are going to make our country so much richer than it has ever been."

Business groups see dangers ahead, with the U.S. Chamber of Commerce warning tariffs could undermine the strong economic performance that Trump so proudly trumpets.

XS
SM
MD
LG