ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ​ຈະຍົກ​ລະດັບ​ ການຄ້າ​ມະນຸດ ຂອງມາເລເຊຍ


ນາຍົກລັດຖະມົນຕີ Najib Razak ໃຫ້ສຳພາດກັບ Reuters ໃນຂະນະ ທີ່ທຳການປະຊຸມ ຄັ້ງທີ 10 ຂອງກອງປະຊຸມ World Islamic Economic Forum ທີ່ Dubai 28 ຕຸລາ 2014.
ນາຍົກລັດຖະມົນຕີ Najib Razak ໃຫ້ສຳພາດກັບ Reuters ໃນຂະນະ ທີ່ທຳການປະຊຸມ ຄັ້ງທີ 10 ຂອງກອງປະຊຸມ World Islamic Economic Forum ທີ່ Dubai 28 ຕຸລາ 2014.

ມີລາຍ​ງານ​ວ່າ ສະຫະລັດ ຕຽມ​ການ​ທີ່ຈະ​ຍົກ​ລະດັບ​ການຄ້າ
​ມະນຸດຂອງມາເລເຊຍ ທີ່ໄດ້​ພາໃຫ້ມີການອອກຖະແຫຼງການ
ສະແດງຄວາມ​ເປັນ​ຫ່ວງ​ກັງວົນ ​ໂດຍສະມາຊິກ​ອະ​ວຸ​ໂສຂອງ
ສະພາສູງ ແລະ ກຸ່ມ​ປົກປ້ອງ​ສິດທິ​ມະນຸດ.

ເຈົ້າ​ໜ້າ​ທີ່ລັດຖະບານ ທີ່​ບໍ່​ປະສົງ​ອອກ​ນາມ ​ໄດ້​ບອກ​ກັບ​ພວກ
​ນັກ​ຂ່າວ​ໃນ​ວັນ​ພຸດ​ວານ​ນີ້ວ່າ ​ກະຊວງ​ການ​ຕ່າງປະ​ເທດຈະ​ຍົກ
​ລະດັບ​ຂອງ​ມາ​ເລ​ເຊຍ ໃນລາຍງານປະຈຳປີຂອງຕົນວ່າ ດ້ວຍ
ການຄ້າ​ມະນຸດ ທີ່​ຈະ​ນຳ​ອອກ​ເຜີຍ​ແຜ່ ​ໃນ​ສັບປະດາ​ໜ້າ​ນີ້.

ລາຍ​ງານ​ຂອງ​ປີ​ກາຍ​ນີ້ ຈັດ​ໃຫ້ມາ​ເລ​ເຊຍ ຢູ່​ໃນ​ກຸ່ມທີ ​3 ຊຶ່ງເປັນທີ່ຢູ່ໃນ​ລະດັບ​ຕ່ຳສຸດ​ ທີ່ປະ
ກອບດ້ວຍປະເທດຕ່າງໆ ​ເຊັ່ນ ອີຣ່ານ ​ເກົາຫຼີ​ເໜືອ ຣັດ​ເຊຍ ທີ່​ບໍ່​ໄດ້​ປະຕິບັດຕາມ​ມາດຕະ
ຖານ​ຂັ້ນ​ຕ່ຳ​ສຸດ​ທີ່​ໄດ້​ວາງ​ໄວ້ ເພື່ອປາບປາມການຄ້າຂ້າ​ທາດ​ໃນ​ສະ​ໄໝ​ປະ​ຈຸ​ບັນ.

ມາ​ເລ​ເຊຍ ​ເປັນ​ນຶ່ງ​ໃນ​ບັນດາ 11 ປະ​ເທດ​ທີ່​ພົວພັນ​ ໃນ​ການ​ເຈລະຈາ​ກັບ​ສະຫະລັດ ​ກ່ຽວ
ກັບແຜນການອັນຍິ່ງໃຫຍ່​ແລະ​ມີການ​ຊັກຊ້າມາເປັນເວລາດົນນານແລ້ວເພືອສ້າງຕັ້ງ
​ຂໍ້ຕົກລົງການຄ້າເສລີ ​ພາຄີ​ຂ້າມມະຫາສະມຸດປາຊີຟິກ ຫຼື TPP ນັ້ນ.

​ໃນ​ເດືອນ​ແລ້ວ​ນີ້ ລັດຖະບານ​ຂອງ​ທ່ານ​ໂອ​ບາ​ມາ ​ໄດ້​ຮັບ​ຜ່ານ​ຜ່າອຸບປະສັກທີ່ສຳຄັນຂັ້ນ​ສຸດ​ທ້າຍ​ໃນການບັນລຸ​ຂໍ້​ຕົກລົງດັ່ງກ່າວ ເວລາລັດຖະສະພາໄດ້ຕົກລົງ ທີ່​ຈະໄຫ້ສິດ​ແກ່​ທຳນຽບຂາວ ​ໃນ​ການເຈລະຈາຢ່າງວ່ອງໄວ ​ທີ່​ເອີ້ນ​ວ່າ “fast-track.”

​ແຕ່​ວ່າ​ຮ່າງ​ກົດໝາຍທີ່​ໄດ້​ຮັບ​ຜ່ານ​ໂດຍ​ລັດຖະສະພາ ​ໄດ້ສະ​ເພາະ​ເຈາະ​ຈົງ ​ຫ້າມບໍ່ໃຫ້
ສະຫະລັດ ເຮັດຂໍ້ຕົກລົງການຄ້າແບບ “fast-track” ກັບ​ບັນດາປະ​ເທດ​ທີ່​ຖືກ​ຈັດ​ໃຫ້​ຢູ່​ໃນ​ກຸ່ມທີ 3 ຂອງລາຍ​ງານກະຊວງ​ການ​ຕ່າງປະ​ເທດສະຫະລັດ.

ທ່ານ Phil Robertson ຈາກ​ກຸ່ມປົກປ້ອງສິດທິມະນຸດ Human Right Watch ກ່າວ​ວ່າ ບາດ​ກ້າວ​ໃດໆ​ກໍ​ຕາມ​ທີ່ຈະ​ຍົກລຳດັບ​ຂອງ​ມາ​ເລ​ເຊຍ ​ໄດ້​ມີ​ການ​ຂັບ​ດັນ​ໂດຍ​ການ​ເຫັນ​ດີ​ທາງ​ການ​ເມືອງ ​ແລະ​ບໍ່​ແມ່ນ​ຂຶ້ນ​ກັບ​ການ​ປັບ​ປຸງ​ຢ່າງ​ແທ້​ຈິງໂດຍ​ມາ​ເລ​ເຊຍ.

ທ່ານ Robertson ກ່າວ​ວ່າ ມາເລເຊຍ ​ແມ່ນ​ໄດ້​ເຮັດ​ແຕ່​ພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ ​ໃນ​ຮອບປີ​ທີ່​ຜ່ານ​ມາ ​ເພື່ອ​ປັບປຸງ​ສະພາບ​ການຂອງ​ພວກ​ທີ່​ໄດ້​ຮັບ​ເຄາະ​ຈາກ​ການ​ຄ້າ​ມະນຸດ​ແລະ​ພວກ​ຄົນ​ງານພັດ​ຖິ່ນ​ທີ່​ຫຼໍ່​ແຫຼມ​ນັ້ນ.

​ໃນ​ຖະແຫຼງການ​ສະບັບນຶ່ງ ສະມາຊິກ​ສະພາ​ສູງ​ສະຫະລັດ Robert Menendez ​ໄດ້​ກ່າວ​ວ່າ ບັນຫາ​ເລື້ອງການ​ຄ້າ​ມະນຸດ ​ເປັນ​ເລື້ອງ​ເສົ້າ​ສະ​ຫລົດ​ໃຈ ​ໃນ​ມາ​ເລ​ເຊຍ ​ແມ່ນ​ບັນຫາ​ຂອງ​ໂລກ ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ດຳ​ເນີນ​ການ​ແລະ​ໃຫ້​ຄວາມ​ຍຸຕິ​ທຳ​ - ບໍ່​ແມ່ນ​ການ​ປັດ ກວາດ​ບັນຫາເຫຼົ່ານີ້ເຂົ້າກ້ອງ​ພົມ ​ເພື່ອ​ເຫັນແກ່ຄວາມສະດວກທາງ​ການ​ເມືອງ.

XS
SM
MD
LG