ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ຈະ​ສົ່ງ​ ພວກ​ຂໍ​​ລີ້​ໄພ ກັບຄືນ​ໄ​ປ​ຖ້າ ຢູ່​ເມືອງ​ນຶ່ງ ​ທີ່​ເປັນ​ອັນ​ຕະ​ລາຍ ​ໃນ​ເມັກ​ຊິ​ໂກ


ຮູບ​ພາບ​ວັນ​ທີ 2 ພະ​ຈິກ 2018 ທີ​ເຫັນນາງ​ເຢັນ​ລີ ໂມ​ຣາ​ເລ​ສ ຊ້າຍ ແລະ ນາງ​ເຢັນ​ລີ ເຮີ​ເຣີ​ຣາ ຂວາ ຄົນ​ເຂົ້າ​ເມືອງ​ຈາກຄິວ​ບາ ຢາກຂໍ​ລີ້​ໄພ​ ຢູ່​ໃນ​ສະ​ຫະ​ລັດ.
ຮູບ​ພາບ​ວັນ​ທີ 2 ພະ​ຈິກ 2018 ທີ​ເຫັນນາງ​ເຢັນ​ລີ ໂມ​ຣາ​ເລ​ສ ຊ້າຍ ແລະ ນາງ​ເຢັນ​ລີ ເຮີ​ເຣີ​ຣາ ຂວາ ຄົນ​ເຂົ້າ​ເມືອງ​ຈາກຄິວ​ບາ ຢາກຂໍ​ລີ້​ໄພ​ ຢູ່​ໃນ​ສະ​ຫະ​ລັດ.

ລັດ​ຖະ​ບານ​ສະ​ຫະ​ລັດ​ ໃນ​ວັນ​ສຸກວານ​ນີ້ ​ໄດ້​ຂະ​ຫຍາຍ​ນະ​ໂຍ​ບາຍ​ຂອງ​ຕົນ ທີ່​ຕ້ອງ​
ການ​ໃຫ້​ພວກ​ຂໍລີ້​ໄພ​ລໍ ​ຖ້າ​ຢູ່ນອກ​ປະ​ເທດ ທີ່​ເປັນ​ຫົວ​ເມືອງ​ນຶ່ງ​ອັນ​ຕະ​ລາຍ​ທີ່​ສຸດ​ຂອງ
​ເມັກ​ຊິ​ໂກ ບ່ອນ​ທີ່​ຫຼາຍໆ​ພັນ​ຄົນໄດ້​ພາ​ກັນ​ປຸກ​ຕູບ​ປຸກ​ຜາມ​ຢູ່​ທີ່ນັ້ນ ຊຶ່ງຈຳ​ນວນ​ນຶ່ງ​
ແມ່ນ​ລໍ​ຖ້າ​ມາ​ໄດ້​ຫຼາຍ​ເດືອນ​ແລ້ວ.

ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ສະ​ຫະ​ລັດ ຫລື DHS ກ່າວ​ໃນ​ວັນ​ສຸກ ວານ​ນີ້​
ວ່າ ຕົນຈະຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ຕົກ​ປົກ​ປ້ອງຄົນ​ເຂົ້າ​ເມືອງທີ່​ເມືອງບ​ຣາວ​ວິ​ລ ລັດ​ເທັກຊັ​ສ
ທີ່​ຕັ້ງ​ຢູ່​ກົງ​ກັນ​ຂ້າມ​ກັບເມືອງ​ມາ​ຕາ​ໂມ​ໂຣ​ສ ​ຂອງເມັກ​ຊິ​ໂກ.​ ກະຊວງ DHS ກ່າວ​ວ່າ
ຄາດ​ວ່າ​ ພວກ​ຂໍ​ລີ້​ໄພຈຸທຳ​ອິດ​ຈະ​ຖືກ​ສົ່ງ​ກັບ​ຄືນ​ໄປ​ເມັກ​ຊິ​ໂກ ເລີ້ມ​ໃນ​ວັນ​ສຸກວານ​ນີ້.

ພາຍ​ໃຕ້​ນະ​ໂຍ​ບາຍ​ໃນອັນ​ທີ່​ຮ້ອງວ່າ “Remain in Mexico” ພວກຂໍ​ລີ້​ໄພ​ຈະຖືກດຳ​
ເນີນການ​ເປັນ​ເວ​ລາ​ສັ້ນໆ ແລະ​ບອກ​ມື້​ເພື່ອ​ກັບ​ຄືນ​ໄປ​ໃຫ້​ການ​ຕໍ່ສານ​ຄົນ​ເຂົ້າ​ເມືອງ
ກ່ອນ​ການ​ຖືກ​ສົ່ງ​ຂ້າມຊາຍ​ແດນ ​ທາງ​ພາກ​ໃຕ້ ກັບ​ຄືນ​ໄປ. ນັບ​ແຕ່​ເດືອນ​ມັງ​ກອນເປັນ
​ຕົ້ນ​ມາ ນະ​ໂຍ​ບາຍ​ນີ້​ໄດ້​ມີ​ຈັດ​ຕັ້ງປະ​ຕິ​ບັດ​ຢູ່​ຫຼາຍ​ເມືອງ​ຊາຍ​ແດນ ຮວມ​ທັງ​ເມືອງ​ແຊນ
​ດີ​ເອ​ໂກ ແລະ​ແອ​ລ ປາ​ໂຊ ລັດ​ເທັກ​ຊັ​ສ. ຢ່າງ​ໜ້ອຍ ຄົນ​ເຂົ້າ​ເມືອງ 18,000 ຄົນ ໄດ້​
ຖືກ​ສົ່​ງ​ກັບ​ຄືນ​ໄປ​ເມັກ​ຊິ​ໂກ​ ພາຍ​ໃຕ້​ນະ​ໂຍ​ບາຍ​ດັ່ງ​ກ່າວ ອີງ​ຕາມ​ສະ​ຖາ​ບັນ​ຄົນ​ເຂົ້າ​
ເມືອງ​ແຫ່ງ​ຊາດ​ເມັກ​ຊິ​ໂກ.

ສະ​ຫະ​ລັດ​ພະ​ຍາ​ຍາມ​ທີ່​ຈະ​ຫລຸດຈຳ​ນວນ​ການຫຼັ່ງ​ໄຫຼ​ເຂົ້າ​ມາ​ຂອງພວກຄົນ​ເຂົ້າ​ເມືອງ
​ຈາກ​ອາ​ເມ​ຣິ​ກາ​ກາງ ຜ່ານ​ທາງ​ເມັກ​ຊິ​ໂກເພື່ອ​ຂໍ​ລີ້​ໄພ​ພາຍ​ໃຕ້​ກົດ​ໝາຍ​ອາ​ເມ​ຣິ​ກັນ.
ທາງ​ຜ່ານ​ທີ່​ໜາ​ແໜ້ນ​ທີ່​ສຸດ ​ທີ່​ໃຊ້​ເປັນບ່ອນ​ລັກ​ຂ້າມ ​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ຍາດກໍ​ແມ່ນ Rio
Grande Valley ​ໃນພາກ​ໃຕ້​ລັດ​ເທັກ​ຊັ​ສ ບ່ອນ​ທີ່​ເມືອງບ​ຣາ​ວສ໌​ວິ​ລ ຕັ້ງ​ຢູ່​ນັ້ນ. ສ່ວນ​
ເມືອງ​ອື່ນໆ​ໃນ​ເຂດ Rio Grande Valley ບໍ່​ໄດ້​ຮວມ​ຢູ່​ໃນການ​ຂະ​ຫຍາຍດັ່ງ​ກ່າວ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG