ລັດຖະບານຂອງທ່ານ ໄບເດັນ ໃນວັນຈັນທີ່ຜ່ານມາ ໄດ້ກໍາຈັດອຸປະສັກຕໍ່ການສະແຫວງຫາພະລັງງານນິວເຄລຍຂອງອິນເດຍ, ໂດຍທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານ ເຈກ ຊຸລລີວານ (Jake Sullivan) ເດີນທາງໄປຢ້ຽມຢາມນະຄອນຫຼວງນິວເດລີ ແລະບັນຍາຍເຖິງການຮ່ວມມືລະຫວ່າງ ອິນເດຍ ແລະ ສະຫະລັດວ່າ ມີ “ຄວາມສຳຄັນຢ່າງຍິ່ງ” ຕໍ່ສັນຕິພາບ ແລະ ສະຖຽນລະພາບໃນອິນໂດ-ປາຊີຟິກ. ນັກຂ່າວວີໂອເອປະຈຳທຳນຽບຂາວ ອານິຕາ ພາວ (Anita Powell) ມີຄຳຖາມວ່າ ຈະມີຫຫຍັງເກີດຂຶ້ນໃນຕໍ່ໜ້າກັບທັງສອງປະເທດ ເມື່ອທ່ານ ດໍໂນລ ທຣໍາ ກັບຄືນສູ່ຕຳແໜ່ງປະທານາທິບໍດີສະຫະລັດ.
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານ ເຈກ ຊຸລລີວານ (Jake Sullivan) ກ່າວໃນນະຄອນນິວເດລີ ວ່າ ຄວາມປາດຖະໜາທາງດ້ານພະລັງງານນິວເຄລຍຂອງອິນເດຍ ມີອຸປະສັກໜ້ອຍລົງ ໃນເວລານີ້.
ທ່ານເຈກ ຊູລລີວານ ກ່າວວ່າ “ສະຫະລັດ ໃນປັດຈຸບັນນີ້ ກຳລັງຈະບັນລຸບັນດາບາດກ້າວທີ່ຈຳເປັນ ເພື່ອຍົກເລີກລະບຽບການຕ່າງໆທີ່ມີມາແຕ່ດົນນານ ເຊິ່ງຂັດຂວາງການຮ່ວມມືດ້ານນິວເຄລຍເພື່ອພະລັງງານ ລະຫວ່າງອົງກອນຕ່າງໆດ້ານນິວເຄລຍຊັ້ນນໍາຂອງອິນເດຍ ແລະບັນດາບໍລິສັດຂອງສະຫະລັດ. ເອກະສານຢ່າງເປັນທາງການ ຈະສຳເລັດໃນໄວໆນີ້ ແຕ່ຈະເປັນໂອກາດທີ່ຈະປ່ຽນໜ້າຂອງຄວາມຊັດແຍ້ງບາງຢ່າງໃນອະດີດ."
ກົດລະບຽບດ້ານຄວາມຮັບຜິດຊອບຂອງອິນເດຍ ໄດ້ເປັນອຸປະສັກຕໍ່ບັນດາບໍລິສັດສະຫະລັດ ທີ່ຫວັງວ່າ ຈະສ້າງໂຮງງານໄຟຟ້າໃນອິນເດຍ ເນື່ອງຈາກພວກເຂົາໄດ້ກຳນົດຄວາມຮັບຜິດຊອບທີ່ສູງໃຫ້ກັບຜູ້ກໍ່ສ້າງ ແລະຜູ້ສະຫນອງຂອງໂຮງງານໄຟຟ້ານິວເຄລຍ ໃນກໍລະນີທີ່ເກີດອຸບັດເຫດ.
ປະທານາທິບໍດີ ໂຈ ໄບເດັນ ໄດ້ຍົກລະດັບສາຍພົວພັນລະຫວ່າງວໍຊິງຕັນກັບນິວເດລີ ຂຶິ້ນ,
ແລະໃນເດືອນກັນຍາທີ່ຜ່ານມາ ກໍໄດ້ເປັນເຈົ້າພາບຕ້ອນຮັບ ນາຍົກລັດຖະມົນຕີ ນາເຣນດຣາ ໂມດີ ຢູ່ທີ່ເຮືອນພັກຂອງທ່ານ ສຳລັບກອງປະຊຸມຄັ້ງທຳອິດຂອງຜູ້ນຳກຸ່ມ "ຄວດ (Quad)" ເຊິ່ງແມ່ນ 4 ປະເທດທີ່ກຽມຈະຕ້ານກັບປັກກິ່ງ.
ບັນດາຜູ້ສັງເກດການກ່ຽວກັບອິນເດຍ ໃນວໍຊິງຕັນກ່າວວ່າ ການຢ້ຽມຢາມຂອງທ່ານ ຊຸລລີວານ (Sullivan) ເປັນຈຸດເລີ້ມຕົ້ນຂອງການປະກາດທີ່ສໍາຄັນໃນດ້ານຕ່າງໆເຊັ່ນ: ການຮ່ວມມືດ້ານອາວະກາດ, ການປ້ອງກັນປະເທດ ແລະອື່ນໆ ເຊິ່ງທັງຫມົດແມ່ນເປັນການສ້າງແຮງຊຸກຍູ້ໃຫ້ກັບລັດຖະບານສະຫະລັດ ຊຸດຕໍ່ໄປ ແລະເພື່ອໃຫ້ການນຳທີ່ກຳລັງຈະພົ້ນຈາກຕຳແໜ່ງ ໄດ້ສະແດງຈຸດຢືນຂອງຕົນ.
ທ່ານ ຣິກ ໂຣສໂຊ (Rick Rossow), ຈາກສູນການສຶກສາລະຫວ່າງປະເທດ ແລະຍຸດທະສາດ ກ່າວວ່າ:
"ຂ້າພະເຈົ້າຄິດວ່າ ການຢ້ຽມຢາມຄັ້ງນີີ້ ຊ່ວຍເນັ້ນຢໍ້າໃຫ້ເຫັນວ່າ ອິນເດຍໄດ້ຮັບການໃຫ້ຄວາມສຳຄັນເປັນອັນດັບທຳອິດຢູ່ທີ່ນັ້ນ ແລະຢູ່ເຫນືອກວ່າການເປັນຄູ່ຮ່ວມມືອື່ນໆຂອງພວກເຮົາຢ່າງຫຼວງຫຼາຍ."
ແລະມັນເປັນການຮ່ວມມືທີ່ໄດ້ຂະຫຍາຍຕົວຂຶ້ນ ເຖິງຈະຢູ່ທ່າມກາງຄວາມແຕກຕ່າງຂອງພວກເຂົາເຈົ້າ, ເຊັ່ນການພົວພັນທີ່ຕໍ່ເນື່ອງລະຫວ່າງອິນເດຍກັບ ມົສກູ (Moscow) ຫຼັງຈາກຣັດເຊຍ ໄດ້ຮຸກຮານຢູເຄຣນ ກໍຕາມ.
ທ່ານ ໂຣສໂຊ (Rossow) ໄດ້ລະບຸເຫດຜົນທີ່ທ່ານເຊື່ອວ່າ ການຮ່ວມມືດ້ານຄວາມໝັ້ນຄົງ ຈະຍັງມີຢູ່ຕໍ່ໄປ ແລະໄດ້ອ້າງເຖິງຄວາມສໍາພັນສ່ວນຕົວທີ່ດີ ລະຫວ່າງ ທ່ານ ທຣໍາ ແລະ ທ່ານ ໂມດີ. ໂດຍທ່ານໄດ້ກ່າວວ່າ ຄວາມເຄັ່ງຕຶງໃນຄັ້ງນີ້ ຈະເປັນທາງດ້ານເສດຖະກິດ.
ທ່ານ ຣິກ ໂຣສໂຊ (Rick Rossow), ຈາກສູນການສຶກສາລະຫວ່າງປະເທດ ແລະຍຸດທະສາດ ກ່າວຜ່ານທາງ ຊູມ ວ່າ "ເຈົ້າຈະມີການຊຸກຍູ້ສົ່ງເສີມນ້ອຍລົງ ໃນການລົງທຶນຢູ່ຕ່າງປະເທດ ແລະ ອິນເດຍຈະຕ້ອງປະເຊີນໜ້າກັບຄວາມກົດດັນຫຼາຍຂຶ້ນ ໃນການຊື້ສິນຄ້າຈາກອາເມຣິກາ ບໍ່ວ່າຈະເປັນ ໄຮໂດຣຄາບອນສ໌ (hydrocarbons) ຫຼືສິນຄ້າດ້ານປ້ອງກັນປະເທດ ເຊິ່ງເປັນສິນຄ້າທີ່ລັດຖະບານອິນເດຍ ສາມາດຄວບຄຸມໃນການຊື້ໄດ້. ດັ່ງນັ້ນ, ສ່ວນເສດຖະກິດຈຶ່ງເປັນດ້ານທີ່ຂ້າພະເຈົ້າມີຄວາມເປັນຫ່ວງຫຼາຍກວ່າ. ຂ້າພະເຈົ້າຄິດວ່າອິນເດຍຈະປະສົບຜົນສຳເລັດຫຼາຍກວ່າຄູ່ຮ່ວມມືທີ່ສຳຄັນຫລາຍໆປະເທດຂອງພວກເຮົາ ໃນສີ່ປີຂ້າງໜ້າ.”
ທັງສອງປະເທດ ຈະຟື້ນຟູສາຍສຳພັນນີ້ຄືນໃໝ່ ໃນເດືອນມັງກອນ.
ອ່ານຂ່າວນີ້ໃນພາສາອັງກິດ
Biden administration on Monday removed obstacles to India’s quest for nuclear power, with U.S. national security adviser Jake Sullivan visiting New Delhi and describing the India-U.S. collaboration as “crucial” for peace and stability in the Indo-Pacific. VOA White House correspondent Anita Powell asks what lies ahead for the countries as Donald Trump returns to the U.S. presidency.
India’s nuclear-power ambitions face one fewer obstacle now, said U.S. national security adviser Jake Sullivan, in New Delhi.
(Jake Sullivan, US National Security Adviser)
"The United States is now finalizing the necessary steps to remove long-standing regulations that have prevented civil nuclear cooperation between India's leading nuclear entities and U.S. companies. The formal paperwork will be done soon, but this will be an opportunity to turn the page on some of the frictions of the past."
Indian liability rules had posed an obstacle to U.S. companies that hoped to build power plants in India in that they assigned high liability to builders and suppliers of nuclear power plants in case of accidents.
President Joe Biden has elevated Washington’s relationship with New Delhi,
And in September hosted Prime Minister Narendra Modi at his home for the first leaders’ gathering of the “Quad”: four nations poised as a counterweight to Beijing.
India-watchers in Washington say Sullivan's visit launched key announcements in areas like space cooperation, defense and more — all meant to build momentum for the next U.S. administration — and to let the outgoing leadership make a point:
(Rick Rossow, Center for Strategic and International Studies) (Zoom)
“I think it really does put a really, a really strong pound-point on the fact that India is prioritized there and above a lot of our other partnerships.”
And it’s a partnership that has grown even amid their differences, like India’s continuing ties with Moscow after Russia invaded Ukraine.
Rossow listed reasons that he believes security cooperation will stay afloat, and cited Trump and Modi’s good personal rapport. The tension this time around, he said, will be economic.
(Rick Rossow, Center for Strategic and International Studies) (Zoom)
“You're going to have less cheering for outbound investments, a lot more pressure on India to buy more American goods, whether it's hydrocarbons or defense goods – the things the government of India actually has control of buying. So the economic side is where I'm a little bit more concerned. I think India will fare better than a lot of our major partnerships in the next four years.”
The two renew this relationship in January.
ຟໍຣັມສະແດງຄວາມຄິດເຫັນ