ປະຊາຊົນ ອາເມຣິກັນ ທົ່ວປະເທດ ພາກັນຢຸດເຮັດວຽກເຮັດການ
ໃນວັນຈັນມື້ນີ້ ເນື່ອໃນວັນພັກປະຈໍາປີຂອງລັດຖະບານກາງ ເພື່ອ
ສະຫລອງວັນເກີດຂອງຜູ້ນໍາສິດທິພົນລະເມືອງ ທີ່ໄດ້ຖືກສັງຫານ
ທ່ານ Martin Luther King Jr.
ວັນພັກລັດຖະການມື້ນີ້ ໄດ້ສ້າງຂຶ້ນໃນປີ 1983 ເວລາປະທານາທິ
ບໍດີ Ronald Reagan ໄດ້ລົງນາມໃນຮ່າງກົດໝາຍ ກໍານົດໃຫ້ວັນ
ຈັນ ອາທິດທີ່ສາມ ຂອງເດືອນມັງກອນ ເປັນວັນໃຫ້ກຽດ ແກ່ ທ່ານ
King ທີ່ເກີດໃນວັນທີ 15 ມັງກອນ ປີ 1929 ທີ່ນະຄອນ Atlanta
ລັດ Georgia ທາງພາກໃຕ້ຂອງສະຫະລັດ.
ລັດຖະສະພາສະຫະລັດ ໄດ້ແຕ່ງຕັ້ງວັນພັກຂອງທ່ານ King ໃຫ້ເປັນວັນຮັບໃຊ້ຊາດ ໃນປີ
1994 ຊຶ່ງເປັນການເຄື່ອນໄຫວທີ່ແນໃສ່ ເພື່ອຊຸກຍູ້ໃຫ້ຊາວອາເມຣິກັນ ເຂົ້າປະກອບສ່ວນ
ໃນໂຄງການຮັບໃຊ້ບໍລິການປະຊາຄົມຕ່າງໆ.
ທ່ານ King ໄດ້ໂຜ່ໂຕຂື້ນມາມີຊື່ສຽງ ໃນປີ 1955 ເວລາທ່ານໄດ້ເປັນຜູ້ນໍາພາການຂວໍ້າບາດ
ຢ່າງສໍາເລັດຜົນ ໃນການບໍ່ໃຊ້ລົດເມທີ່ແບ່ງແຍກບ່ອນນັ່ງ ລະຫວ່າງຄົນຜິວຂາວກັບຜິວດໍາ
ຢູ່ເມືອງ Mongomary ລັດ Alabama ຊຶ່ງໄດ້ບັງຄັບໃຫ້ເມືອງດັ່ງກ່າວ ຍຸດຕິການແບ່ງແຍກ
ບ່ອນນັ່ງຂອງຄົນໂດຍສານຜີວດໍານັ້ນ. ທ່ານຄິງໄດ້ກາຍມາເປັນບຸກຄົນສໍາຄັນທີ່ສຸດຂອງສາ
ທະລະນະຊົນອີກ ຍ້ອນບົດບາດຂອງທ່ານ ໃນຂະບວນການດ້ານສິດທິມະນຸດ ຂອງຊຸມປີ
1950 ແລະ 60 ທີ່ໄດ້ດົນບັນດານໃຈຂອງຜູ້ຄົນຫລາຍໆລ້ານຄົນ ຍ້ອນຄໍາປາໄສ “I Have
a Dream” ຫລື “ຂ້າພະເຈົ້າມີຄວາມຝັນ” ຂອງທ່ານ ທີ່ທ່ານໄດ້ກ່າວເມື່ອປີ 1963 ໃນລະ
ຫວ່າງອັນທີ່ເອີ້ນວ່າ ການເດີນຂະບວນລົງສູ່ ນະຄອນ ຫລວງ ວໍຊິງຕັນ ນັ້ນ.
ເບິ່ງ ວິດີໂອ ກ່ຽວກັບທ່ານຄິງ:
ທ່ານ ໄດ້ຮັບລາງວັນ Nobel ສັນຕິພາບ ໃນປີ 1964 ຊຶ່ງເປັນປີດຽວກັນກັບ ຮ່າງກົດໝາຍ
ສະບັບປະຫວັດສາດ ທີ່ໄດ້ຍຸດຕິການແບ່ງແຍກຜິວພັນຢູ່ໃນທີ່ສາ ທາລະນະຕ່າງໆ ແລະຫ້າມການຈໍາແນກກີດກັນໃນການວ່າຈ້າງ ຍ້ອນເຊື້ອຊາດ ຜີວພັນ ສາສະໜາ ເພດ ຫລື
ເຊື້ອສາຍທາງປະເທດຕ່າງໆ ນັ້ນ ໄດ້ຖືກລົງນາມໃຫ້ເປັນກົດໝາຍ ໂດຍປະທານາທິບໍດີ Lyndon Johnson.
ທ່ານ King ໄດ້ຖືກລອບສັງຫານໃນວັນທີ 4 ເດືອນເມສາ ທີ່ເມືອງ Memphis ລັດ Tennessee ບ່ອນທີ່ທ່ານໄດ້ເດີນທາງໄປຊ່ວຍ ພວກພະນັກງານເກັບຂີ້ ເຫຍື່ອຄົນຜິວດໍາ ທີ່ພາກັນນັດຢຸດງານ ເພື່ອຮຽກຮ້ອງເອົາຄ່າຈ້າງເທົ່າທ່ຽມກັນ.