ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເກັບພາສີ ເຫຼັກກ້າ ແລະ ອາລູມີນຽມ ຈາກ ອີຢູ ການາດາ ແລະ ເມັກຊິໂກ


ກຳມະກອນ ສະຫະລັດ ຕົບມືໃຫ້ປະທານາທິບໍດີ ດໍໂນລ ທຣຳ ຫຼັງຈາກທ່ານໄດ້ເຊັນຄຳປະກາດ ທີ່ຈະເກັບພາສີ ຕໍ່ການນຳເຂົ້າ ເຫຼັກກ້າ ແລະ ອາລູມີນຽມ ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. ວັນທີ 8 ມີນາ, 2018.
ກຳມະກອນ ສະຫະລັດ ຕົບມືໃຫ້ປະທານາທິບໍດີ ດໍໂນລ ທຣຳ ຫຼັງຈາກທ່ານໄດ້ເຊັນຄຳປະກາດ ທີ່ຈະເກັບພາສີ ຕໍ່ການນຳເຂົ້າ ເຫຼັກກ້າ ແລະ ອາລູມີນຽມ ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ. ວັນທີ 8 ມີນາ, 2018.

ສະຫະລັດ ພວມເຮັດໃຫ້ຄວາມເຄັ່ງຕຶງ ໃນການຄ້າຂ້າມມະຫາສະໝຸດ ແອັດແລນຕິກ
ແລະ ອາເມຣິກາເໜືອ ເພີ້ມທະວີຄວາມຮ້າຍແຮງຂຶ້ນ, ດ້ວຍການວາງການເກັບພາສີ
25 ເປີເຊັນໃນການນຳເຂົ້າເຫຼັກກ້າ ແລະ 10 ເປີເຊັນ ກ່ຽວກັບ ການນຳເຂົ້າອາລູມີ
ນຽມຈາກສະຫະພາບຢູໂຣບ ຫຼື ອີຢູ, ປະເທດ ການາດາ ແລະ ເມັກຊິໂກ ເລີ່ມຕົ້ນໃນ
ວັນສຸກມື້ນີ້.

ສະຫະລັດ ຍັງໄດ້ເຈລະຈາສຳລັບໂຄຕ້າ ຫຼື ຈຳນວນຈຳກັດ ຕໍ່ປະເທດ ອື່ນໆ, ເຊັ່ນ
ເກົາຫຼີໃຕ້, ອາເຈັນຕິນາ, ອອສເຕຣເລຍ ແລະ ບຣາຊິລ, ແທນທີ່ຈະແມ່ນການເກັບ
ພາສີ, ເຊິ່ງລັດຖະມົນຕີກະຊວງການຄ້າທ່ານ ວິລເບີ ຣັອສ ກໍໄດ້ກ່າວຕໍ່ບັນດານັກ
ຂ່າວທາງໂທລະສັບເຊັ່ນກັນ.

ກະຊວງການຕ່າງປະເທດຂອງ ຈີນ ໄດ້ກ່າວໃນວັນສຸກມື້ນີ້ວ່າ ທຸກໆປະເທດຄວນປົກ
ປ້ອງ ລະບຽບການຄ້າປົກກະຕິໄວ້, ເມື່ອມີການຖາມ ກ່ຽວກັບ ການຕັດສິນໃຈຂອງ
ສະຫະລັດ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວໃນວັນພະຫັດວານນີ້ວ່າ ວັນເວລາທີ່ ສະຫະລັດ
ໄດ້ຖືກເອົາລັດເອົາປຽບໃນຂໍ້ຕົກລົງການຄ້າ “ແມ່ນຈົບລົງແລ້ວ” ໃນຖະແຫຼງການທີ່
ໃຊ້ຄຳເວົ້າຮຸນແຮງຕອບໂຕ້ຕໍ່ ຄຳວິ ພາກວິຈານຂອງນາຍົກລັດຖະມົນຕີ ການາດາ
ທ່ານ ຈັສຕິນ ທຣູໂດ ກ່ຽວກັບ ການເກັບພາສີເຫຼັກກ້າ ແລະ ອາລູມີນຽມ ຄັ້ງໃໝ່.

ທ່ານ ທຣຳ ໄດ້ກ່າວຊໍ້າແລ້ວຊໍ້າອີກວ່າ ມາດຕະການດັ່ງກ່າວແມ່ນມີຄວາມຈຳເປັນ
ເພື່ອປົກປ້ອງວຽກງານຂອງຊາວ ອາເມຣິກັນ ແລະ ອຸດສາຫະກຳຕ່າງໆໃນພາກສ່ວນ
ການຜະລິດທີ່ສຳຄັນ.

ໂຄສົກທຳນຽບຂາວທ່ານຣາຈ ຊາ (Raj Shah) ໄດ້ກ່າວຕໍ່ໂທລະພາບຂ່າວ ຟັອກສ
ວ່າ “ການກະທຳຂອງທ່ານປະທານາທິບໍດີແມ່ນ ກ່ຽວກັບ ການປົກປ້ອງເຫຼັກກ້າຂອງ
ອາເມຣິກາ, ອາລີມູນຽມຂອງ ອາເມຣິກາ. ມັນມີຄວາມສຳຄັນ ສຳລັບຄວາມໝັ້ນຄົງ
ແຫ່ງຊາດ.”

ແຕ່ປະຕິກິລິຍາທາງລົບ ຈາກພັນທະມິດຍຸດທະສາດທີ່ສຳຄັນທີ່ສຸດຂອງ ອາເມຣິກາ
ບາງປະເທດ ແມ່ນໄດ້ມີຂຶ້ນຢ່າງວ່ອງໄວ ແລະ ຮຸນແຮງ.

ທ່ານ ທຣູໂດ ໄດ້ເອີ້ນພາສີດັ່ງກ່າວນັ້ນວ່າ “ຮັບບໍ່ໄດ້ຢ່າງສິ້ນເຊີງ” ແລະ ໄດ້ປະຕິຍານ
ວ່າ ຈະຕອບໂຕ້ຄືນ.

ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ໄດ້ກ່າວວ່າ “ການຕັດສິນໃຈບໍ່
ພຽງແຕ່ ບໍ່ຖືກກົດໝາຍເທົ່ານັ້ນ, ແຕ່ມັນຍັງແມ່ນຄວາມຜິດພາດໃນຫຼາຍແງ່. ທ່ານໄດ້
ເຕຶືອນວ່າ “ເສດຖະກິດຊາດນິຍົມຈະນຳໄປສູ່ສົງຄາມ.”

ລັດຖະມົນຕີກະຊວງການເງິນຂອງ ຝຣັ່ງ ທ່ານ ບຣູໂນ ເລີ ແມ, ຜູ້ທີ່ໄດ້ພົບປະກັບທ່ານ
ຣັອສ ກ່ອນໜ້ານີ້ ໃນວັນພະຫັດໄດ້ກ່າວວ່າ ສະຫະ ລັດ ບໍ່ຄວນພິຈາລະນາການຄ້າ
ທົ່ວໂລກ ຄືກັບ ການຂະຫຍາຍດິນແດນໄປທາງພາກຕາເວັນຕົກຂອງ ອາເມຣິກາ ຫຼື
“ການຍິງສູ້ກັນຢູ່ເດີ່ນດວນປືນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG