ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຈະຈັດກອງປະຊຸດສຸດຍອດທາງໄກ ກ່ຽວກັບປະຊາທິປະໄຕ ໃນວັນພະຫັດມື້ນີ້ ທີ່ຈະນຳເອົາບັນດາຜູ້ນຳຈາກທົ່ວ ໂລກ ກຸ່ມສັງຄົມພົນລະເຮືອນ ແລະພາກສ່ວນເອກະຊົນເຂົ້າມາຮ່ວມກັນ ເພື່ອ “ກຳນົດວາລະເມືອໜ້າໃນການຢືນຢັນແກ່ການຟື້ນຄືນໃໝ່ປະຊາທິປະຊາທິປະໄຕແລະເພື່ອຮັບມືກັບໄພຂົ່ມຂູ່ອັນຍິ່ງໃຫຍ່ສຸດທີ່ລະບອບປະຊາທິປະໄຕຕ້ອງປະເຊີນໃນປັດຈຸບັນນີ້ ໂດຍຜ່ານການດຳເນີນການຮ່ວມກັນ.”
ກອງປະຊຸມສຸດຍອດນີ້ ຈະສືບຕໍ່ໄປຮອດວັນສຸກມື້ອື່ນ ຊຶ່ງເປັນສ່ວນນຶ່ງໃນ ການປຸກລະດົມຂອງທ່ານໄບເດັນທີ່ໃຫ້ຄຳໝັ້ນສັນຍາວ່າ ຈະເສີມສ້າງປະ ຊາທິປະໄຕໃນທົ່ວໂລກໃຫ້ເຂັ້ມແຂງໃນຊ່ວງໄລຍະທີ່ລັດຖະບານຜະເດັດການ ກຳລັງມີຫຼາຍຂຶ້ນນັບມື້. ກອງປະຊຸມສຸດຍອດແບບເຂົ້າຮ່ວມດ້ວຍຕົນເອງ ໄດ້ຖືກວາງແຜນໄວ້ປະມານນຶ່ງປີແລ້ວ ແຕ່ເຈົ້າໜ້າທີ່ອາວຸໂສໃນຄະນະລັດ ຖະບານກ່າວຕໍ່ວີໂອເອວ່າ ກອງປະຊຸມສຸດຍອດ ແມ່ນບໍ່ໄດ້ຄາດໝາຍທີ່ຈະສືບຕໍ່ ເກີນສະໄໝຂອງຄະນະລັດຖະບານຂອງທ່ານໄບເດັນ.
ເປົ້າໝາຍຂອງກອງປະຊຸມສຸດຍອດ ແມ່ນການເສີມສ້າງຄວາມເຂັ້ມແຂງແກ່ ປະຊາທິປະໄຕ, ປົກປ້ອງບໍ່ໃຫ້ມີລັດທິອຳນາດນິຍົມ, ແກ້ໄຂການສໍ້ລາດບັງຫຼວງ ແລະສົ່ງເສີມສິດທິມະນຸດ.
ອີງຕາມລັດຖະບານທ່ານໄບເດັນ ບັນດາຜູ້ນຳທັງຫຼາຍຈະໄດ້ຮັບການຊຸກຍູ້ໃຫ້ປະກາດ “ມາດຕະການທີ່ສະເພາະເຈາະຈົງ ແລະໃຫ້ຄຳໝັ້ນໝາຍຕໍ່ການປະຕິຮູບພາຍໃນຢ່າງມີຄວາມໝາຍ” ທີ່ສອດຄ່ອງກັບເປົ້າໝາຍເຫຼົ່ານີ້.
ມັນບໍ່ເປັນທີ່ຈະແຈ້ງວ່າຄຳໝັ້ນໝາຍຂອງບັນດາຜູ້ເຂົ້າຮ່ວມຈະທີ່ຈະຫັນມັນໃຫ້ ກາຍເປັນຮູບປະທຳໄດ້ຫຼາຍຊ່ຳໃດ. ຂະນະທີ່ການໃຫ້ຄຳໝັ້ນສັນຍາຂອງ ພວກເຂົາເຈົ້າຈະບໍ່ເປັນຂໍ້ຜູກມັດດ້ານກົດໝາຍລັດຖະບານ ຍັງຈະຕ້ອງ ໄດ້ໃຫ້ ການສະໜັບສະໜຸນ ແລະຫາວິທີທາງເພື່ອຫັນປ່ຽນຄຳໝັ້ນໝາຍນັ້ນ ໃຫ້ເປັນ ບາງສິ່ງທີ່ເໜືອກວ່າການຄຳເວົ້າ.
ທ່ານນາງສເຕຊີ ໂກດດາຣດ໌ (Stacie Goddard) ສາດສະດາຈານດ້ານລັດຖະສາດ ກຸ່ມ Mildred Lane Kemper ຈາກວິທະຍາໄລ Wellesley ກ່າວວ່າ “ຖ້າທ່ານເບິ່ງວາລະກອງປະຊຸມແລ້ວ ມັນເປັນທິດສະດີແທ້ໆ.” ທ່ານນາງໂກດດາຣດ໌ ກ່າວຕໍ່ວີໂອເອວ່າ ເພິ່ນຢາກ ຈະເຫັນແນວທາງທີ່ເຮັດໃຫ້ຢ່າງຈິງແທ້ຫຼາຍກວ່າ ເຊັ່ນວ່າ ກຸ່ມປະຕິບັດງານ ຕ່າງໆກ່ຽວກັບຄວາມປອດໄພໃນການເລືອກຕັ້ງ.
ທ່ານສະຕີບເວັນ ແຟລສຕີນ (Steven Feldstein) ເຈົ້າໜ້າທີ່ອາວຸໂສ ຢູ່ທີ່ອົງການ Carnegie Endowment for International Peace ໄດ້ກ່າວວ່າ ກອງປະຊຸມດັ່ງກ່າວ “ສະແດງໃຫ້ເຫັນການແຍກອອກທີ່ສຳຄັນ ຈາກລັດຖະບານທ່ານທຣຳ ສະນັ້ນ ມັນມີຄວາມສຳຄັນ. ແລະຂ້າພະເຈົ້າຄຶດວ່າ ‘ປີແຫ່ງການດຳເນີນການ’ ທີ່ຈະມາເຖິງນີ້ ທີ່ລັດຖະບານທ່ານໄບເດັນ ໄດ້ປະກາດໄປນັ້ນ ຈະເປັນການພິສູດແນວຄວາມຄິດນັ້ນຢ່າງແທ້ຈິງ.”
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ