ທຳນຽບຂາວກ່າວໃນວັນອັງຄານວານນີ້ວ່າ ຢາວັກຊີນປ້ອງກັນພະຍາດໂຄວິດ-19 ຈະຖືກແຈກຢາຍໃຫ້ສູນດູແລສຸຂະພາບຂອງປະຊາຄົມໃນທົ່ວສະຫະລັດໃນອາທິດໜ້ານີ້.
ວໍຊິງຕັນໄດ້ກຳນົດສູນດູແລສຸຂະພາບຂອງປະຊາຄົມ 250 ແຫ່ງ ທີ່ສາມາດເຂົ້າເຖິງປະຊາກອນ ທີ່ບໍ່ມີໄດ້ຮັບການບໍລິການພຽງພໍເພື່ອແຈກຢາຍວັກຊີນໂດຍກົງຈາກລັດຖະບານກາງ.
ມາຮອດປະຈຸບັນ ໄດ້ມີການເອົາສັກຢາວັກຊີນໃຫ້ແກ່ບັນດາຫ້ອງການລັດຖະ ບານຕ່າງໆ ຂອງລັດກ່ອນ.
“ມີສູນດູແລສຸຂະພາບຂອງປະຊາຄົມ ຫຼາຍກວ່າ 1,300 ແຫ່ງ ທີ່ໃຫ້ບໍລິການເກືອບຮອດ 30 ລ້ານຄົນໃນທົ່ວປະເທດ. ສອງສ່ວນສາມຂອງປະຊາກອນທີ່ສູນເຫຼົ່ານີ້ໃຫ້ບໍລິການ ແມ່ນດຳລົງຊີວິດຢູ່ໃນ ຫລືຕໍ່າກວ່າລະດັບຄວາມທຸກຈົນຂອງລັດຖະບານກາງ ແລະ 60 ເປີເຊັນ ແມ່ນເປັນຊົນຊາດ ແລະຫຼືຊົນກຸ່ມນ້ອຍ,” ນັ້ນຄືຄໍາເວົ້າຢູ່ໃນຖະແຫຼງການສະບັບນຶ່ງຂອງທຳນຽບຂາວ.
ທຳນຽບຂາວຍັງກ່າວໃນວັນອັງຄານວານນີ້ອີກວ່າ ຕົນຈະເພີ່ມຈຳນວນໂດສຂອງຢາທີ່ສົ່ງໄປໃຫ້ລັດຕ່າງໆ ໃນແຕ່ລະອາທິດນັ້ນຂຶ້ນ.
ໄດ້ມີການສັກຢາວັກຊີນໃນຈໍານວນ 43 ລ້ານໂດສແລ້ວ, ໂດຍມີພຽງແຕ່ 3 ເປີ ເຊັນຂອງປະຊາກອນຂອງສະຫະລັດເທົ່ານັ້ນ ທີ່ໄດ້ຮັບການສັກຢາຄົບຕາມກໍານົດ, ອີງຕາມຂໍ້ມູນຈາກສູນຊັບພະຍາກອນຂອງມະຫາວິທະຍາໄລຈອນສ໌ ຮອບຄິນສ໌ (Johns Hopkins).
ຈໍານວນໂດສຂອງຢາວັກຊີນຄາດວ່າຈະເພີ່ມຂື້ນຍ້ອນວ່າ ຢາວັກຊີນອັນທີສາມທີ່ພັດທະນາໂດຍບໍລິສັດຈອນສັນ ແອນ ຈອນສັນ (Johnson & Johnson) ຄາດວ່າ ຈະໄດ້ຮັບການອະນຸມັດ ໃຫ້ນຳໃຊ້ແບບສຸກເສີນໃນມື້ໃດມື້ນຶ່ງພາຍໃນເດືອນນີ້.
ໃນປັດຈຸບັນ, ວັກຊີນໄຟເຊີ (Pfizer) ແລະ ໂມເດິນນາ (Moderna) ທີ່ທັງສອງຊະນິດລ້ວນແຕ່ຕ້ອງໄດ້ສັກສອງຄັ້ງນັ້ນ ກຳລັງຖືກແຈກຢາຍຢູ່ທົ່ວສະຫະ ລັດ.
ໃນທົ່ວໂລກມີຫຼາຍກວ່າ 106 ລ້ານ 7ແສນ ກໍລະນີ ທີ່ໄດ້ຮັບການຢືນຢັນວ່າເປັນພະຍາດໂຄວິດ-19 ແລະມີ 2 ລ້ານ 3 ແສນຄົນ ທີ່ເສຍຊີວິດ ໄປຍ້ອນພະຍາດທີ່ເກີດຈາກໄວຣັສໂຄໂຣນາ. ສະຫະລັດແມ່ນນຳໜ້າໂລກ ໃນການມີກໍລະນີຄົນຕິດເຊື້ອໄວຣັສໂຄໂຣນາທີ່ໄດ້ຮັບການຢັ້ງຢືນ ໂດຍທີ່ມີຫລາຍກວ່າ 27 ລ້ານ 1 ແສນຄົນເປັນພະຍາດນີ້, ແລະມີຜູ້ເສຍຊີວິດເກືອບຮອດ 465,000 ຄົນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ