ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ພຶດສະພາ ໒໐໒໓

ສຫລ ຈະຫ້າມການນໍາເຂົ້າສິນຄ້າຈາກຈີນ ຍ້ອນຄວາມເປັນຫ່ວງ ດ້ານການໃຊ້ແຮງງານ ແບບບີບບັງຄັບ


ຄົນພາກັນລຽນແຖວຢູ່ຕໍ່ໜ້າສູນຝຶກວິຊາຊີບຢູ່ເມືອງ Artux, ໃນເຂດຊິນຈຽງທາງພາກຕາເວັນຕົກຂອງຈີນ, ໃນວັນທີ 3, ສິງຫາ 2018. ພວກຕໍາໜິວິຈານເວົ້າວ່າ ຈີນໃຊ້ສະຖາທີ່ເຫລົ່ານີ້ ຈໍານວນນຶ່ງ ໃຫ້ເປັນຄ້າຍຄຸມຂັງເພື່ອໃຊ້ແຮງງານແບບບີບບັງຄັບ
ລັດຖະບານທ່ານທຣໍາໃນວັນຈັນວານນີ້ກ່າວວ່າ ຕົນຈະສະກັດກັ້ນການນຳເຂົ້າຝ້າຍ, ເຄື່ອງນຸ່ງຫົ່ມ ແລະຜະລິດຕະພັນອື່ນໆຂອງສະຫະລັດຈາກ 5 ບໍລິສັດສະເພາະຢູ່ໃນເຂດຊິນຈຽງທາງພາກຕາເວັນຕົກຂອງຈີນ, ແຕ່ກໍໄດ້ສະຫງວນຂໍ້ຫ້າມນໍາເຂົ້າຜະລິດຕະພັນຝ້າຍ ແລະໝາກເລັ່ນຂອງທົ່ວທັງໝົດເຂດຊິນຈຽງໄວ້.

ຮອງລັດຖະມົນຕີກະຊວງຮັກສາຄວາມໝັ້ນຄົງແຫ່ງຊາດທ່ານ ເຄນເນດຊັກຊິນແນລລີ (Kenneth Cuccinelli) ກ່າວວ່າ "ຄຳສັ່ງກັກການປ່ອຍໃຫ້" ຫລື WRO ດັ່ງກ່າວ ແມ່ນແນໃສ່ການຕ້ານການໃຊ້ແຮງງານບັງຄັບຂອງຈີນຕໍ່ຊາວ ມຸສລິມວິເກີ ທີ່ຖືກກັກຂັງຢູ່ເຂດຊິນຈຽງ.

ທ່ານກ່າວວ່າ ຄະນະລັດຖະບານກຳລັງດຳເນີນການວິເຄາະທາງກົດໝາຍເພີ່ມເຕີມກ່ຽວກັບຂໍ້ຫ້າມການນຳເຂົ້າສິນຄ້າມາຈາກທົ່ວຂົງເຂດນັ້ນ.

ພວກເຈົ້າໜ້າທີ່ພາສີ ແລະປ້ອງກັນຊາຍແດນ ກ່າວຕໍ່ອົງການຂ່າວຣອຍເຕີສ໌ ເມື່ອອາທິດທີ່ຜ່ານມາວ່າ ພວກເຂົາເຂົ້າໄດ້ກະກຽມຂໍ້ຫ້າມຢ່າງກວ້າງຂວາງກ່ຽວກັບຝ້າຍ, ແຜ່ນແພຝ້າຍແລະໝາກເລັ່ນ ເຊິ່ງນອນຢູ່ໃນບັນດາສິນຄ້າສົ່ງອອກທີ່ໃຫຍ່ທີ່ສຸດຂອງຈີນ, ພ້ອມດ້ວຍຄຳສັ່ງທີ່ໄດ້ປະກາດໄປໃນວັນຈັນວານນີ້.

ສອງຄົນທີ່ຄຸ້ນເຄີຍກັບການພິຈາລະນາພາຍໃນຂອງລັດຖະບານທ່ານ ທຣໍາກ່າວວ່າ ຄວາມກັງວົນກ່ຽວກັບຄຳສັ່ງທີ່ກວ້າງຂວາງ ແລະຜົນກະທົບຂອງມັນຕໍ່ຕ່ອງໂສ້ການສະໜອງສິນຄ້າໄດ້ຖືກຍົກຂຶ້ນມາໂດຍເຈົ້າໜ້າທີ່ສຳຄັນ, ລວມທັງລັດຖະມົນຕີກະຊວງການເງິນ, ທ່ານ ສຕີບເວັນ ມນຸສຈິນ (Steven Mnuchin), ຜູ້ຕາງໜ້າດ້ານການຄ້າຂອງສະຫະລັດ, ທ່ານ ໂຣເບີດ ໄລໄທເຊີ (Robert Lighthizer) ແລະລັດຖະມົນຕີກະຊວງກະສິກຳ, ທ່ານ ຊັນນີ ເພີດູ (Sonny Perdue).

ຈີນຍັງໄດ້ຕົກລົງທີ່ຈະຊື້ຝ້າຍຂອງສະຫະລັດໃນປະລິມານທີ່ເພີ່ມຂຶ້ນຢູ່ພາຍໃຕ້ຂໍ້ຕົກລົງການຄ້າໄລຍະ 1 ຂອງສອງປະເທດ, ເຊິ່ງອາດຈະມີຄວາມສ່ຽງຍ້ອນຄໍາສັ່ງຫ້າມນໍາເຂົ້າຂອງສະຫະລັດຕໍ່ສິນຄ້າມາຈາກຂົງເຂດຜະລິດຝ້າຍທີ່ສຳຄັນຂອງຈີນ.

ເຈົ້າໜ້າທີ່ກະຊວງຄວາມໝັ້ນຄົງແຫ່ງຊາດກ່າວວ່າການສືບສວນພິຈາລະນາກ່ຽວກັບການເກືອດຫ້າມການນຳເຂົ້າທີ່ກວ້າງຂວາງຍັງດຳເນີນໄປຢູ່.

ທ່ານຊັກຊິນແນລລີ (Cuccinelli) ກ່າວວ່າ "ເນື່ອງຈາກລັກສະນະທີ່ເປັນເອກະ ລັກສະເພາະຂອງມັນ, ການເປັນຢູ່, ການນຳໃຊ້ຕໍ່ກັບຂົງເຂດແທນທີ່ຈະຕໍ່ກັບບໍລິສັດ ຫລືສະຖານທີ່, ພວກເຮົາກຳລັງໃຫ້ການວິເຄາະທາງກົດໝາຍກ່ຽວກັບເລື້ອງນີ້ເພີ່ມເຕີມຢູ່." ທ່ານກ່າວຕໍ່ໄປວ່າ "ພວກເຮົາບໍ່ໄດ້ໃຊ້ WRO ຄືແນວນັ້ນໃນຈີນມາກ່ອນເລີຍ, ແລະດັ່ງນັ້ນ ພວກເຮົາຕ້ອງໃຫ້ແນ່ໃຈວ່າ ເມື່ອພວກເຮົາດຳເນີນການຕໍ່ໄປ ມັນຈະຖືກຮັກສາໄວ້ດັ່ງທີ່ເວົ້ານັ້ນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG