ສະຫະລັດພວມຈັດຕັ້ງປະຕິບັດມາດຕະການທີ່ເຂັ້ມງວດສະບັບໃໝ່ເພື່ອລົງໂທດຄິວບາ ແລະໃຫ້ປະເທດດັ່ງກ່າວຢຸດເຊົາການສະໜັບສະໜຸນຂອງຕົນຕໍ່ປະທານາທິບໍດີນິໂກລັສ ມາດູໂຣ ແຫ່ງເວເນຊູເອລາ. ໃນການຕ່າວປີ້ນນະໂຍບາຍທີ່ສຳຄັນນັ້ນ ລັດຖະບານປະທານາທິບໍດີດໍໂນລ ທຣຳ ອະນຸຍາດໃຫ້ປະຊາຊົນຊາວອາເມຣິກັນ ສາມາດຟ້ອງຮ້ອງບໍລິສັດຕ່າງປະເທດ ແລະສ່ວນບຸກຄົນ ຊຶ່ງໃຊ້ຊັບສິນທີ່ຖືກຢຶດເອົາໂດຍລັດຖະບານຄອມມູນິສຄິວບາຂອງປະທານາທິບໍດີຟີແດລ ຄາສໂຕຣ ເມື່ອຫຼາຍທົດສະວັດ ຜ່ານມາແລ້ວນັ້ນ. Cindy Saine ນັກຂ່າວການທູດຂອງວີໂອເອ ມີລາຍງານກ່ຽວກັບເລື້ອງນີ້ ຈາກກະຊວງ ຕ່າງປະເທດ ຊຶ່ງໄພສານ ຈະນຳເອົາ ລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ໂດຍທີ່ສະພາບການພວມຊຸດໂຊມລົງ ຢູ່ໃນປະເທດເວເນຊູເອລາ ຂະນະທີ່ວິກິດການຍັງດຳເນີນຢູ່ຕໍ່ມານັ້ນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດ ທ່ານຈອນ ໂບລຕັນ ໃນວັນພຸດຜ່ານມານີ້ ໄດ້ເປີດເຜີຍການລົງໂທດສະບັບໃໝ່ ຕໍ່ປະເທດດັ່ງກ່າວ ແລະພັນທະມິດ ທີ່ປະກອບມີຄິວບາ ແລະນິກາຣາກົວ.
ໃນຄຳປາໄສ ຢູ່ນະຄອນໄມອາມີນັ້ນ ທ່ານໂບລຕັນ ໄດ້ກ່າວໂຈມຕີນະໂຍບາຍເປີດກວ້າງ ຕໍ່ຄິວບາ ຂອງອະດີດປະທານາທິບໍດີບາຣັກ ໂອບາມາ ໂດຍກ່າວວ່າ ຮາວານາ ພວມໃຫ້ການຊ່ວຍເຫຼືອແກ່ລັດຖະບານມາດູໂຣ ເພື່ອກຳອຳນາດຕໍ່ໄປ. ທ່ານໂບລຕັນ ກ່າວກ່ຽວກັບເລື້ອງນີ້ວ່າ:
“ເພື່ອໃຫ້ເຫດຜົນຕໍ່ນະໂຍບາຍການສ້າງຄວາມສຳພັນແບບປົກກະຕິກັບຄິວບານັ້ນ ປະທານາທິບໍດີໂອບາມາກ່າວວ່າ ຄິວບາ ອີງຕາມຄຳເວົ້າຂອງທ່ານແລ້ວບໍ່ໄດ້ເປັນໄພຂົ່ມຂູ່ທີ່ແທ້ຈິງແຕ່ຢ່າງໃດ. ບອກເລື້ອງນັ້ນໃຫ້ແກ່ພວກນັການທູດອາເມຣິກັນ ທີ່ຖືກໂຈມຕີຢູ່ຮາວານາ. ບອກເລື້ອງນັ້ນ ໃຫ້ແກ່ປະຊາຊົນເວເນຊູເອລາທີ່ພວມຖືກຂົ່ມຂູ່.”
ກ່ອນໜ້ານີ້ ລັດຖະມົນຕີກະຊວງການຕ່າງປະເທດ ໄມຄ໌ ພອມພຽວ ກໍໄດ້ປະກາດວ່າ ລັດຖະບານປະທານາທິບໍດີດໍໂນລ ທຣຳ ຈະເລີ້ມບັງຄັບໃຊ້ຂໍ້ກຳນົດຂອງກົດໝາຍປີ 1996 ທີ່ອະນຸຍາດໃຫ້ປະຊາຊົນອາເມຣິກັນ ຊຶ່ງຊັບສິນຂອງເຂົາເຈົ້າໄດ້ຖືກຍຶດເອົາໄປຢູ່ຄິວບາ ໃນສະໄໝສົງຄາມເຢັນ ຍື່ນຟ້ອງໄດ້. ມາຈົນຮອດປັດຈຸບັນ ຂໍ້ກຳນົດດັ່ງກ່າວ ທີ່ເອີ້ນວ່າ ຂໍ້ກຳນົດທີ 3 ແມ່ນໄດ້ມີການຍົກເວັ້ນໂດຍປະທານາທິບໍດີຄົນກ່ອນໆ. ທ່ານໄມຄ໌ ພອມພຽວກ່າວວ່າ:
“ການຜ່ອນຄາຍຄວາມເຄັ່ງຕຶງກັບອຳນາດການປົກຄອງ ໄດ້ປະສົບກັບຄວາມລົ້ມແຫຼວ. ການສ້າງຄວາມເປັນມິດກັບພວກຈອມຜະເດັດການຄິວບາຈະເປັນຂີດດຳຕະຫຼອດໄປ ຕໍ່ປະຫວັດ ອັນຍາວນານຂອງປະເທດນີ້ ໃນການປົກປ້ອງສິດທິມະນຸດ. ຍ້ອນເຫດຜົນເຫຼົ່ານີ້ ຂ້າພະເຈົ້າຈຶ່ງປະກາດວ່າ ລັດຖະບານປະທານາທິບໍດີທຣຳ ຈະບໍ່ໂຈະການໃຊ້ຂໍ້ກຳນົດທີ 3 ອີກຕໍ່ໄປແລ້ວ. ເລີ້ມແຕ່ວັນທີ 2 ພຶດສະພາເປັນຕົ້ນໄປ ສິດທິໃນການຟ້ອງຮ້ອງ ພາຍໃຕ້ຂໍ້ກຳນົດ ທີ 3 ຂອງກົດໝາຍ Libertad ຈະມີການຈັດຕັ້ງປະຕິບັດ ໂດຍເຕັມ. ຂ້າພະເຈົ້າໄດ້ແຈ້ງໃຫ້ສະພາຊາບ ເຖິງການຕັດສິນໃຈຂອງຂ້າພະເຈົ້າແລ້ວ.”
ບັນດາປະເທດໃນຢູໂຣບ ໄດ້ຄັດຄ້ານຢ່າງແຂງຂັນ ໃນການອະນຸຍາດໃຫ້ມີການຟ້ອງຮ້ອງບໍລິສັດຕ່າງປະເທດ ທີ່ເຮັດທຸລະກິດກັບຄິວບາ ແລະຂູ່ວ່າຈະທ້າທາຍຕໍ່ການເຄື່ອນໄຫວດັ່ງກ່າວ ຢູ່ອົງການການຄ້າໂລກ. ທ່ານ Alberto Navarro ເອກອັກຄະລັດຖະທູດຂອງສະຫະພາບຢູໂຣບ ປະຈຳຄິວບາ ກ່າວກ່ຽວກັບເລື້ອງນີ້ວ່າ:
“ຢູ່ທີ່ຄິວບານີ້ ພວກເຮົາຮູ້ດີວ່າການໂອນເງິນ ແມ່ນມີຄວາມຫຍຸ້ງຍາກຂຶ້ນນັບມື້ ຊຶ່ງເປັນຈຸດຂອງມາຕະການເຫຼົ່ານີ້. ມາດຕະການດັ່ງກ່າວແມ່ນແນໃສ່ເພື່ອເຮັດໃຫ້ທຸລະກິດຕ່າງໆ ມີຄວາມລັງເລໃຈ ທີ່ຈະໄປລົງທຶນ ຢູ່ໃນຄິວບາ ແລະສົ່ງເງິນຂອງຕົນໄປຍັງ Punta Cana, Panama ຫຼືບໍ່ກໍ Cancun.”
ນອກນັ້ນ ກະຊວງການເງິນຂອງສະຫະລັດຍັງໄດ້ປະກາດ ກ່ຽວກັບການປ່ຽນແປງທີ່ຈະຈຳກັດຮັດແຄບ ການເດີນທາງຈາກສະຫະລັດ ທີ່ບໍ່ແມ່ນໄປຢ້ຽມຢາມຄອບຄົວ ຢູ່ປະເທດຄິວບາ ໂດຍເອີ້ນວ່າ ການທ່ອງທ່ຽວທີ່ບໍ່ມີການເປີດເຜີຍ.
ທ່ານໂບລຕັນກ່າວວ່າ ເປົ້າໝາຍກໍແມ່ນ ບໍ່ໃຫ້ສົ່ງເງິນໂດລາອາເມຣິກັນ ໄປໃຫ້ ອຳນາດການປົກຄອງ ກອງທັບ ແລະພະແນກບໍລິການດ້ານຄວາມປອດໄພຂອງຄິວບາ. ພ້ອມນີ້ ສະຫະລັດຍັງໄດ້ທຳການລົງໂທດ ຕໍ່ທະນາຄານກາງຂອງເວເນຊູເອລາ ແລະຜູ້ອຳນວຍການທະນາຄານດັ່ງກ່າວ ພ້ອມທັງ ລັດຖະບານອໍເຕກາໃນນີກາຣາກົວນຳດ້ວຍ.
The United States is implementing tough new measures to crack down on Cuba and to discourage its support for President Nicholas Maduro in Venezuela.In a major policy reversal, the Trump administration is allowing U.S. citizens to sue foreign companies and individuals who use property in Cuba confiscated from them decades ago by the communist government of then-Cuban leader Fidel Castro.VOA's Diplomatic Correspondent Cindy Saine has more from the State Department.
With conditions deteriorating in Venezuela as the crisis there continues, National Security Advisor John Bolton Wednesday unveiled tough new sanctions on that country and on its allies, Cuba and Nicaragua.
In a speech in Miami, Bolton blasted former President Barack Obama's opening to Cuba, saying Havana is helping the Maduro government cling to power.
John Bolton, US National Security Advisor:
"To justify its policy of normalizing relations with Cuba, President Obama said Cuba, quote, poses no genuine threat.' Tell that to the American diplomats who were attacked in Havana. Tell that to the terrorized people of Venezuela."
Earlier, Secretary of State Mike Pompeo announced the Trump administration would begin enforcing a provision of a 1996 law that allows U.S. citizens who had property confiscated in Cuba during the Cold War to file lawsuits.Until now, that provision, called Title III,had been waived by previous presidents.
Mike Pompeo, Secretary of State:
"Detente with the regime has failed. Cozying up to Cuban dictators will always be a black mark on this great nation's long record of defending human rights. For these reasons, I'm announcing that the Trump administration will no longer suspend Title III. Effective May 2nd, the right to bring an action under Title III of the Libertad Act will be implemented in full. I have already informed Congress of my decision."
European countries strongly oppose allowing lawsuits against foreign companies doing business with Cuba and are threatening to challenge the move at the World Trade Organization.
Alberto Navarro, the EU Ambassador to Cuba:
"Here in Cuba, we are aware that financial transactions are getting more and more difficult, which is the point of these measures.They are intended to make businesses reluctant to invest in Cuba, and put money in Punta Cana, Panama or Cancun. "
The U.S Treasury Department also announced changes to restrict non-family travel from the U.S. to Cuba, calling it veiled tourism.
Bolton said the goal is to steer American dollars away from the Cuban regime, its military and security services. The U.S. has also sanctioned the Central Bank of Venezuela and its director, and the Ortega government in Nicaragua.