ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານໂຄເລັນດາ ກ່າວວ່າ ການເຈລະຈາ ຂອງ ສຫລ ກັບ ກຸ່ມຕາລີບານ ເປັນການເລີ້ມຕົ້ນ


ພັນເອກເບ້ຍບຳນານ ຄຣິສໂຕເຟີ ໂຄເລັນດາ ລົມກັບ ວີໂອເອ ຜ່ານທາງສໄກປ໌. (ວັນທີ 22 ສິງຫາ 2018)
ພັນເອກເບ້ຍບຳນານ ຄຣິສໂຕເຟີ ໂຄເລັນດາ ລົມກັບ ວີໂອເອ ຜ່ານທາງສໄກປ໌. (ວັນທີ 22 ສິງຫາ 2018)

ມີລາຍງານວ່າ ສະຫະລັດແລະກຸ່ມຕາລີບານ ໄດ້ເປີດການເຈລະຈາກັນໃນຂັ້ນເລີ້ມຕົ້ນ
ເປັນເທື່ອທຳອິດ ນັບແຕ່ປີ 2012 ເປັນຕົ້ນມາ. ພັນເອກເບ້ຍບຳນານທະຫານບົກ ຄຣິສ
ໂຕເຟີ ໂຄເລັນດາ ຊຶ່ງເຄີີຍໄປສູ້ລົບໃນອັຟການິສຖານແລະຕໍ່ມາ ເຂົ້າຮັບໜ້າທີ່ ເປັນທີ່
ປຶກສາຂອງທຳນຽບຫ້າແຈ ແມ່ນເປັນບຸກຄົນສຳຄັນໃນການຊ່ອຍຈັດຕັ້ງການເຈລະຈາ
ດັ່ງກ່າວ ສ່ວນນຶ່ງກໍແມ່ນໂດຍຜ່ານ ການໂອ້ລົມຂອງທ່ານ ກັບເຈົ້າໜ້າທີ່ຕາລີບານ ໃນ
ປະເທດກາຕ້າແລະທ່ານໄດ້ກ່າວຕໍ່ວິລລຽມ ກາລໂລ ຜູ້ສື່ຂ່າວຂອງວີໂອເອກ່ຽວກັບສິ່ງ
ທີ່ທ່ານມອງເຫັນວ່າ ຂັ້ນຕອນສັນຕິພາບກຳລັງເລີ້ມຂຶ້ນໂດຍສະເພາະທ່າມກາງຄວາມ
ຮຸນແຮງທີ່ເພີ້ມທະວີຂຶ້ນເມື່ອໄວໆມານີ້.

ຕໍ່ຄຳຖາມຂອງທ່ານກາລໂລ ທີ່ວ່າ ທ່ານໂຄເລັນດາ ຈະຈັດການເຈລະຈາທີ່ກຳລັງດຳ
ເນີນຢູ່ລະຫວ່າງສະຫະລັດ ກັບກຸ່ມຕາລີບານ ໃນລັກສະນະໃດ?

ທ່ານໂຄເລັນດາຕອບວ່າ ພວກເຮົາແມ່ນຢູ່ໃນສະຖານະການ ຊຶ່ງທັງ 3 ພັກຝ່າຍທີ່ສຳ
ຄັນ ຄື ລັດຖະບານອັຟການິສຖານ ກຸ່ມຕາລີບານ ແລະ ສະຫະລັດ ຊຶ່ງຕ່າງກໍຢາກໃຫ້
ມີ ການເຈລະຈາກັນ ແຕ່ກໍມີເງື່ອນໄຂ ກ່ອນທີ່ຈະເປີດການເຈລະຈາ ຊຶ່ງອີກຝ່າຍນຶ່ງບໍ່
ສາມາດທີ່ຈະເຮັດໄດ້. ດັ່ງນັ້ນ ຄວາມພະຍາຍາມທີ່ຈະເປີດການໂອ້ລົມ ລະຫວ່າງລັດ
ຖະບານສະຫະລັດ ແລະກຸ່ມຕາລີບານຊຶ່ງໄດ້ມີຂຶ້ນ ໂດຍການປະສານງານຢ່າງເຕັມທີ່
ກັບລັດຖະບານ ອັຟການິສຖານນັ້ນ ແມ່ນໝາຍຄວາມວ່າ ເປັນການເລີ້ມຕົ້ນ ເພື່ອນຳ
ພາຂັ້ນຕອນການເຈລະຈາ ທີ່ກຸ່ມຕາລີບານແລະລັດຖະບານອັຟການິສຖານ ເລີ້ມຫາ
ລືກັນ ກ່ຽວກັບອະນາຄົດ ທາງດ້ານການເມືອງ ຂອງ ອັຟການິສຖານ. ຍ້ອນວ່າ ມີແຕ່
ຊາວອັຟການິສຖານເທົ່ານັ້ນ ສາມາດແກ້ໄຂບັນຫານີ້ໄດ້.

ທ່ານກາລໂລ ຖາມຕື່ມອີກວ່າ ມີຮ່ອງຮອຍທີ່ສະແດງໃຫ້ເຫັນບໍວ່າ ການເຈລະຈາດັ່ງ
ກ່າວນີ້ ໄດ້ກ້າວໄປສູ່ລະດັບທີ່ຄືບໜ້າຂຶ້ນສູງກວ່າເກົ່າ?

ທ່ານໂຄເລັນດາ ກ່າວວ່າ ຂ້າພະເຈົ້າຍັງບໍ່ຮູ້ເທື່ອ. ເບິ່ງຊົງວ່າ ມີການຫາລືກັນແລະຕໍ່
ມາ ກໍໄດ້ມີການໂຈະໄວ້ກ່ອນ. ມີຂ່າວລືກັນວ່າ ຈະມີການເຈລະຈາຮອບໃໝ່ ຢູ່ທີ່ນະ
ຄອນໂດຮາ ໃນຕົ້ນເດືອນກັນຍານີ້.

ທ່ານກາລໂລຖາມຕື່ມວ່າ ຈາກການໂອ້ລົມຂອງທ່ານ ຊຶ່ງຮວມທັງອະດີດເອກອັກຄະ
ລັດຖະທູດສະຫະລັດທ່ານຣໍບິນ ຣາແຟລ ທ່ານຮູ້ສຶກວ່າກຸ່ມຕາລີບານຕ້ອງການຫຍັງ
ແທ້?

ທ່ານໂຄເລັນດາ ຕອບວ່າ ໃນຂັ້ນສຸດທ້າຍນັ້ນພວກເຂົາຕ້ອງການຢາກເຫັນການຢຶດ
ຄອງສິ້ນສຸດລົງບໍ. ການຢຶດຄອງນັ້ນຄືສິ່ງທີ່ພວກເຂົາເອີ້ນ. ພວກເຂົາບໍ່ຕ້ອງການໃຫ້
ກຳລັງສູ້ລົບຂອງນາໆຊາດໂຈມຕີພວກເຂົາຕື່ມອີກແລະເວລາໃດທີ່ການຢຶດຄອງສິ້ນ
ສຸດລົງແລ້ວ ຫຼັງຈາກນັ້ນພວກເຂົາເວົ້າວ່າ ພວກເຂົາສາມາດເລີ້ມການເຈລະຈາ ກັບ
ລັດຖະບານອັຟການິສຖານກ່ຽວກັບການຕົກລົງທາງດ້ານການ ເມືອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG