ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຖອນ ທະຫານ ສ​ຫລ ອອກຈາກ ຊີເຣຍ ເປັນການສ່ຽງ ຕໍ່ຜົນປະໂຫຍດ ທາງດ້ານ ຍຸດທະສາດ


US Syria Withdrawal Risks Vital Strategic Interests
please wait

No media source currently available

0:00 0:02:03 0:00

ເຊີນເບິ່ງວີ​ດີ​ໂອ ກ່ຽວກັບ ການຖອນທະຫານຂອງສະຫະລັດ ອອກ ຈາກຊີເຣຍ.

ການຖອນໂຕ ຂອງສະຫະລັດ ອອກຈາກຊີເຣຍ ອາດເຮັດ​ໃຫ້ພັນ​ທະທາງ​ດ້ານ​ທະ
​ຫານ ແບບບໍ່ມີວັນສິ້ນສຸດ ແລະຍຸດທະສາດ ທີ່​ບໍ່ແຈ້ງຂາວ​ນັ້ນປິດ​ສາກ​ລົງ ​ແຕ່ກໍເບິ່ງຄື
ວ່າຈະເຮັດໃຫ້​ຜົນ​ປະ​ໂຫຍດ​ທາງ​ດ້ານຄວາມປອດໄພ ແຫ່ງຊາດ ທີ່​ມີ​ຄວາມ​ຫຼໍ່​ແຫຼມ​ສຳ​
ຄັນ​ນັ້ນ ຕົກຢູ່ໃນຄວາມສ່ຽງນຳ. ນັກຂ່າວຂອງ ວີໂອເອ Brian Padden ມີລາຍງານ
ວ່າ ການເຄື່ອນໄຫວດັ່ງກ່າວນີ້ອາດຈະ ​ເຮັດ​ໃຫ້​ໄພ​ຂົ່ມ​ຂູ່ ພາຍ​ໃນ​ປະ​ເທດ ຈາກລັດທິກໍ່
ການຮ້າຍເພີ້ມ​ທະ​ວີ​ຂຶ້ນ ຊຶ່ງຈະເຮັດ​ໃຫ້ ອີຣ່ານກັບຣັດເຊຍ ມີ​ຄວາມ​ກ້າ​ຫານຫຼາຍ​ຂຶ້ນ
ແລະນຳພາໄປສູ່ຄວາມ ຂັດແຍ້ງກັບອິສຣາແອລ ແລະ ຈົນເຖິງເກີດສົງຄາມຂົງເຂດກໍ
ເປັນໄດ້. ສາລີມີ ລາຍລະ​ອຽດ​ກ່ຽວ​ກັບເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ

ການໂຈມຕີເຖິງຂັ້ນເປັນຕາຍ ຂອງພວກໄອຊິສໃນຊີເຣຍ ໃນວັນພຸດແລ້ວ ທີ່ໄດ້
ເອົາຊີວິດທະຫານສະຫະລັດໄປ ສະແດງໃຫ້ເຫັນວ່າ ກຸ່ມຫົວຮຸນແຮງນີ້ຍັງ ເຄື່ອນໄຫວ
ໜັກຢູ່.

ມັນເປັນການດູໝິ່ນຄຳກ່າວອ້າງຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ວ່າ ພວກ ໄອຊິສ
ໄດ້ຜ່າຍແພ້ໄປແລ້ວ ຊຶ່ງເພິ່ນໄດ້ໃຊ້ເປັນເຫດຜົນ ໃນການຕັດສິນໃຈຂອງ ເພິ່ນ ເພື່ອ
ຖອນທະຫານສະຫະລັດປະມານ 2,000 ຄົນອອກຈາກຊິເຣຍ. ທ່ານ ລິນຊີ ແກຣມ ສະ
ມາຊິກສະພາສູງ ສັງກັດພັກຣິພັບບລິກັນ ພັນທະມິດທີ່ໃກ້ຊິດ ກັບປະທານາທິບໍດີເວົ້າ
ວ່າ ຂໍ້ສະເໜີຖອນທະຫານອອກຈາກຊີເຣຍເປັນການສ້າງ ກຳລັງໃຈ ໃຫ້ແກ່ພວກສັດຕູ
ຂອງອາເມຣິກາ. ທ່ານແກຣມເວົ້າວ່າ “ຄວາມເປັນຫ່ວງຂອງຂ້າພະເຈົ້າ ກ່ຽວກັບຄຳຖະ
ແຫຼງຂອງປະທານາທິບໍດີ ທຣຳ ກໍຄື ເຈົ້າສ້າງຄວາມກະຕືລືລົ້ນ ໃຫ້ແກ່ພວກສັດຕູທີ່
ພວກເຮົາກຳລັງຕໍ່ສູ້ຢູ່.”

ໄພຂົ່ມຂູ່ທີ່ວ່າ ພວກໄອຊິສ ຈະລວມຕົວກັນຄືນໃໝ່ເພື່ອວາງແຜນໂຈມຕີສະຫະ ລັດ
ແລະຢູໂຣບ ແມ່ນຍັງຄົງເປັນຄວາມກັງວົນ ດ້ານຄວາມປອດໄພທີ່ສຸດ.

ຫາກແຕ່ວ່າ ພັນທະ ທີ່ມີຂອບເຂດ ຂອງສະຫະລັດ ໃນຊີເຣຍ ແມ່ນເປັນສິ່ງທີ່ ມອງເຫັນ
ວ່າ ບໍ່ພຽງພໍ ທີ່ຈະຖອນກົກຖອນຮາກພວກກໍ່ການຮ້າຍທີ່ຍັງຫຼົງເຫຼືອຢູ່ ທີ່ລີ້ຊ່ອນຢູ່ກັບ
ພົນລະເຮືອນ. ທ່ານ ແອເຣິນ ເດວິດ ມິນເລີ ນັກວິເຄາະພາກຕາ ເວັນອອກກາງ ຈາກສູນ
ກາງ​ Woodrow Wilson ກ່າວວ່າ:​ “ປະເທດ ຊີເຣຍໃໝ່ ແມ່ນເປັນສິ່ງຈຳເປັນ ຖ້າທ່ານ
ຢາກປັດເຂ່ຍ ພວກໄອຊິສ ອອກແທ້ໆ ແລະນັ້ນ ມັນເປັນສິ່ງທີ່ເຫຼືອວິໄສຂອງພວກເຮົາ.”

ພວກສະໜັບສະໜູນທ່ານທຣຳ ໂຕ້ແຍ້ງວ່າ ພວກຄູ່ແຂ່ງຂອງ ສະຫະລັດ ຄື ຊີເຣຍ ຣັດ
ເຊຍ ອີຣ່ານ ລວມທັງພັນທະມິດຂອງອາເມຣິກັນ ຄືເທີກີ ແມ່ນຍັງ ຈະສືບຕໍ່ຄວາມພະ
ຍາຍາມ ທາງດ້ານທະຫານ ແນໃສ່ພວກຫົວຮຸນແຮງໄອຊິສ ເປັນເປົ້າໝາຍ.

ແຕ່ກໍມີທ່າທາງວ່າ ການຖອນໂຕຂອງສະຫະລັດອອກ ກໍແມ່ນຈະປະດິນແດນ ໃຫ້ກຳ
ລັງຂອງພັນທະມິດອີຣ່ານ ເຂົ້າໂຈມຕີຕ້ານອິສຣາແອລ ສ້າງຄວາມຂັດ ແຍ້ງບົ່ມຊ້ອນ ທາງທະຫານຂຶ້ນມາ ດັ່ງທ່ານ ມາກ ແຄັສ ນັກປາດອາຈານ ກ່ຽວກັບຕາເວັນອອກກາງ ທີ່ມະຫາວິທະຍາໄລ George Mason ເວົ້າວ່າ “ບາງທີ ອັນນີ້ອາດເປັນຍຸດທະວິທີ ເວົ້າ
ອີກໄນນຶ່ງກໍຄືວ່າ ປ່ອຍໃຫ້ຜູ້ອື່ນຕໍ່ສູ້ ສົງຄາມ. ແລ້ວ ຄືທ່ານຮູ້ຫັ້ນລະ ບາງທີພວກເຂົາ
ອາດຈະຕ້ອງການພວກ ເຮົາກັບຄືນໄປ ເພື່ອໃຫ້ລະງັບມັນ ຫຼືບາງທີພວກເຂົາກໍອາດຈະ
ບໍ່ຕ້ອງການ ເຂົາເຈົ້າພຽງແຕ່ຈະຕໍ່ສູ້ກັນເອງ.”

ພວກຟ່າຍຄ້ານເວົ້າວ່າ ຄວາມເຊື່ອຖືຂອງສະຫະລັດໃນທົ່ວໂລກຈະໄດ້ຮັບຄວາມ ລຳ
ບາກທີ່ປະຖິ້ມພວກພັນທະມິດຊີເຣຍຫົວປານກາງ ທີ່ຄັດຄ້ານອຳນາດປົກຄອງ ຜະ​ເດັດ​ການຊີເຣຍຂອງປະທານາທິບໍດີ Bashar al-Assad ປ່ອຍໃຫ້ກຳລັງ ຂອງຊາວເຄີດ ທີ່ອາດມີຄວາມຂັດແຍ້ງກັບເທີກີ ທີ່ຄັດຄ້ານ ຄວາມເປັນເອກະລາດໃນແຜ່ນດິນຂອງ
ຕົນ ສຳລັບພວກຊົນຊາດ ທີ່ເປັນພັນທະມິດຂອງອາເມຣິກັນ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG