ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຫ້າມບໍ່ໃຫ້ ບໍລິສັດ BP ປະມູນ ເອົາສັນຍາໃໝ່


ບໍລິສັດນໍ້າມັນຍັກໃຫຍ່ BP ອັງກິດ ຖືກຫ້າ​ມ​ຊົ່ວຄາວ ​ບໍ່​ໃຫ້ປະມູນ ເຮັດສັນຍາ​ໃໝ່ ກັບ​ລັດຖະບານ​ກາງສະຫະລັດ.
ບໍລິສັດນໍ້າມັນຍັກໃຫຍ່ BP ອັງກິດ ຖືກຫ້າ​ມ​ຊົ່ວຄາວ ​ບໍ່​ໃຫ້ປະມູນ ເຮັດສັນຍາ​ໃໝ່ ກັບ​ລັດຖະບານ​ກາງສະຫະລັດ.
ສະຫະລັດ​ໄດ້ຫ້າ​ມ​ເປັນ​ການ​ຊົ່ວຄາວ​ບໍ່​ໃຫ້ບໍລິສັດ​ນໍ້າມັນຍັກ​
ໃຫຍ່ອັງກິດ BP ຈາກ​ການ​ປະມູນ​ໃໝ່ ກັບ​ລັດຖະບານ​ກາງ
ສະຫະລັດເພື່ອ​ເປັນ​ການ​ຕ​ອບ​ໂຕ້​ຕໍ່​ການປະຕິບັດ​ງານ ​ໃນ​
ລະຍະ​ເກີດ​ນໍ້າມັນ​ຮົ່ວຢູ່​ບໍ່​ນໍ້າມັນຢ່າງ​ຮ້າ​ຍ​ແຮງ ​ໃນ​ປີ 2010
ທີ່​ອ່າວເມັກຊິ​ໂກ.


ຢູ່​ໃນ​ຖະ​ແຫລ​ງການ ​ທີ່​ນຳ​ອອກ​ເຜີຍ​ແຜ່ໃນ​ວັນ​ພຸດ​ວານ​ນີ້
ອົງການຮັກ ສາສິ່ງ​ແວດ​ລ້ອມຂອງສະຫະລັດ ກ່າວ​ວ່າ ຕົນ​
ໄດ້​ເອົາ​ບາດກ້າວ “​ເນຶ່ອງຈາກບໍລິສັດ BP ຂາດ​ສະມັດ​ຖະ
ພາບ ​ໃນການ​ທໍາ​ທຸລະ​ກິດ ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຈາກການ​
ປະຕິບັດ​ຂອງບໍລິສັດ ກ່ຽວ​ກັບການ​ຂຸດ​ນໍ້າມັນ​ຢູ່ຖານ​ເຈາະ
Deepwater Horizon ທີ່​ພາ​ໃຫ້​ເກີດ​ເຫດ​ລະ ​ເບີດ ມີນໍ້າ
ມັນ​ຮົ່ວ​ໄຫລ ​ແລະ​ການ​ປະຕິບັດ​ງານ​ຮັບ​ມື​ຂອງ​ທາງບໍ​ລິ​ສັດ.” ການຫ້າມທີ່​ວ່າ​ນີ້ ບໍ່ເປັນ​ຜົນ
ໃດໆ​ຕໍ່​ສັນ​ຍາ ທີ່​ບໍລິສັດ BP ​ມີ​ຢູ່ແລ້ວໃນ​ປັດ​ຈຸ​ບັນນີ້.

ອົງການຮັກສາ​ສິ່ງ​ແວດ​ລ້ອມ ກ່າວ​ວ່າ ການຫ້າມ​ອາດ​ຈະຖືກຍົກ ​ເມື່ອ​ໃດບໍລິ​ສັດສາມາດ “ນໍາ​ສະ​ເໜີ​ຫລັກ​ຖານ​ພຽງພໍ…ສະ​ແດງ​ໃຫ້​ເຫັນ​ວ່າ ຕົນໄດ້​ປະຕິບັດ​ຕາມ​ຫຼັກມາດ​ຕຸ​ຖານ​ໃນ​ການ​ເຮັດທຸລະ​ກິດ ຂອງລັດ ຖະບານ​ກາງ.” ບໍລິສັດ BP ກ່າວ​ຢູ່​ໃນ​ຖະ​ແຫລ​ງການວ່າ ຕົນ​ກໍາລັງ​ດຳ​ເນີນ​ງານຮ່ວມກັບອົງການ​ຮັກສາສິ່ງ​ແວດ​ລ້ອມ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ “ຄວາມ​ຮັບຜິດຊອບ ​ຢູ່​ໃນ​ປັດຈຸບັນ​.”

ພະນັກງານ 11​ ​ຄົນໄດ້ເສຍ​ຊີວິດ ​ເວລາ​ເກີດ​ເຫດ​ລະ​ເບີດ​ຢູ່​ທີ່ຖານ​ເຈາະ​ນໍ້າມັນກາງ​ທະ​ເລ ​ໃນ​ເດືອນ​ເມສາ ປີ 2010 ທີ່​ສ້າງຄວາມ​ເສຍ ຫາຍ​ຢ່າງ​ຮ້າຍ​ແຮງ​ແກ່ສິ່ງ​ແວດ​ລ້ອມ​ ​ໃນ​ປະວັດ​ສາດ ສະຫະລັດ. ຖານ​ເຈາະ​ນໍ້າມັນ ​ໄດ້ຫັກ​ພັງ​ຈົມ​ລົງທະ​ເລ ​ເຮັດໃຫ້​ມີນໍ້າມັນ​ຮົ່ວ​ໄຫຼອອກ ມາ​ເກືອບ​ຫ້າ​ລ້ານຖັງ ​ໃສ່ບໍລິ​ເວນອ່າວ​ເມັກ​ຊິ​ໂກ ໃນ​ເວລາ 87 ມື້​ຕໍ່​ມາ.
XS
SM
MD
LG