ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານສູງສຸດ ສະຫະລັດ ຈະເລີ່ມຟັງຄຳໃຫ້ການ ຄະດີຂໍ້ບັງຄັບ ສັກຢາວັກຊີນ ຂອງທ່ານ ໄບເດັນ


ພະນັກງານສາທາລະນະສຸກສັກຢາວັກຊີນກັນ COVID-19 ຢູ່ສູນກາງ Keystone First Wellness ໃນເມືອງ ເຊັສເຕີ, ລັດ ເພັນຊິລເວເນຍ. 15 ທັນວາ, 2021.
ພະນັກງານສາທາລະນະສຸກສັກຢາວັກຊີນກັນ COVID-19 ຢູ່ສູນກາງ Keystone First Wellness ໃນເມືອງ ເຊັສເຕີ, ລັດ ເພັນຊິລເວເນຍ. 15 ທັນວາ, 2021.

ສານສູງສຸດ ສະຫະລັດ ໄດ້ກ່າວໃນວັນພຸດວານນີ້ວ່າ ເຂົາເຈົ້າຈະຟັງການໂຕ້ແຍ້ງ ໃນການຄັດຄ້ານຕໍ່ຂໍ້ບັງຄັບສັກຢາວັກຊີນກັນ COVID-19 ຂອງລັດຖະ ບານທ່່ານ ໄບເດັນ ສຳລັບທຸລະກິດຕ່າງໆທີ່ມີພະນັກງານຢ່າງໜ້ອຍ 100 ຄົນ ແລະ ຂໍ້ບັງຄັບສັກຢາວັກຊີນອື່ນໆ ສຳລັບພະນັກງານປິ່ນປົວສຸຂະພາບ.

ສານດັ່ງກ່າວມີກຳນົດທີ່ຈະຟັງຄຳໃຫ້ການທັງສອງ ໃນວັນທີ 7 ມັງກອນນີ້.

27 ກຸ່ມທີ່ສ່ວນໃຫຍ່ເປັນລັດທີ່ນຳພາໂດຍພັກຣີພັບບລີກັນ, ພ້ອມກັບທຸລະກິດ ແລະ ກຸ່ມທຸລະກິດຕ່າງໆໄດ້ຄັດຄ້ານຄຳສັ່ງສຳລັບບໍລິສັດທີ່ໃຫຍ່, ໂດຍໂຕ້ຖຽງວ່າ ອົງການຄວາມປອດໄພດ້ານການງານ ແລະ ສຸຂະພາບບໍ່ມີອຳນາດທີ່ຈະກຳນົດໃຊ້ການຫ້າມເຊັ່ນນັ້ນ.

ຂໍ້ບັງຄັບດັ່ງກ່າວເວົ້າວ່າພວກພະນັກງານຕ້ອງໄດ້ສັກຢາວັກຊີນ ຫຼື ໃສ່ໜ້າກາກຢູ່ຫ້ອງການ ແລະ ຖືກກວດໂຣກທຸກອາທິດ. ສານອຸທອນລັດຖະບານກາງໃນນະຄອນ ຊິນຊິນເນຕິ ລັດ ໂອໄຮໂອ ໄດ້ຕັດສິນໃນອາທິດທີ່ຜ່ານມາວ່າ ຂໍ້ບັງ ຄັບດັ່ງກ່າວ ສາມາດມີຜົນບັງຄັບໃຊ້.

ສານອຸທອນສອງແຫ່ງໄດ້ກີດກັ້ນຂໍ້ບັງຄັບຕ່າງກັນ ສຳລັບພະນັກງານປິ່ນປົວສຸຂະພາບໃນປະມານເຄິ່ງນຶ່ງຂອງ 50 ລັດ. ການຕັດສິນທີ່ວ່ານັ້ນໄດ້ຮຽກຮ້ອງໃຫ້ພະນັກງານປິ່ນປົວສຸຂະພາບໄດ້​ຮັບ​ການສັກຢາວັກຊີນຢ່າງຄົບຖ້ວນພາຍໃນວັນທີ 4 ມັງກອນ ແລະ ອາດມີຜົນກະທົບຕໍ່ພະນັກງານຫຼາຍກວ່າ 17 ລ້ານຄົນ.

ມັນຈະຖືກໃຊ້ກັບຜູ້ສະໜອງການປິ່ນປົວສຸຂະພາບທີ່ໄດ້ຮັບເງິນທຶນພາຍໃຕ້ໂຄງການປະກັນສຸຂະ ພາບເມດີແຄ (Medicare) ແລະ ເມດີເຄດ (Medicaid) ຂອງລັດຖະບານກາງ ສຳລັບປະຊາຊົນຜູ້ທີ່ມີອາຍຸສູງ, ພິການ ຫຼື ດຳລົງຊີວິດ ດ້ວຍລາຍໄດ້ທີ່ຕໍ່າ.

ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ໄດ້ກ່າວໃນຖະແຫຼງການສະບັບນຶ່ງຫຼັງຈາກການປະກາດຂອງສານວ່າ ລັດຖະບານທ່ານ ໄບເດັນ ແມ່ນ “ມີຄວາມໝັ້ນໃຈໃນອຳນາດທາງກົດໝາຍສຳລັບສອງນະໂຍບາຍນັ້ນ” ແລະ ວ່າກະຊວງຍຸຕິທຳຈະ “ປ້ອງກັນທັງສອງນະໂຍບາຍດັ່ງກ່າວ ຢ່າງຈິງຈັງຢູ່ສານສູງສຸດ.”

The U.S. Supreme Court said Wednesday it will hear oral arguments in challenges to the Biden administration’s COVID-19 vaccine mandate for businesses with at least 100 workers and another vaccine mandate for health care workers.

The court set both hearings for Jan. 7.

A group of 27 mostly Republican-led states, along with businesses and business groups have challenged the mandate for larger companies, arguing the Occupational Safety and Health Administration does not have the authority to impose such restrictions.

The mandate says workers must be vaccinated or wear face masks at work and be tested weekly. A federal appeals court in Cincinnati ruled last week that the mandate could take effect.

Two appeals courts have blocked the separate mandate for health care workers in about half of the 50 U.S. states. That rule calls for health care workers to be fully vaccinated by Jan. 4 and could affect more than 17 million workers.

It applies to health care providers that receive funding under the federal Medicare and Medicaid programs for people who are elderly, disabled or live on lower incomes.

White House press secretary Jen Psaki said in a statement after the court’s announcement that the Biden administration is “confident in the legal authority for both policies” and that the Justice Department will “vigorously defend both at the Supreme Court.”

XS
SM
MD
LG