ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປາ​ກົດ​ວ່າ ສານ​ສູງ​ສຸດ​ ເຫັນ​ພ້ອມ​ກັບ​ຄຳ​ຖາມ ສຳລັບການສຳ​ຫຼວດ​ສຳ​ມະ​ໂນ​ຄ​ົວ​ສະ​ຫະ​ລັດ


ພວກ​ປະ​ທ້ວງ​ພາ​ກັນ​ຖື​ປ້າຍ​ຢູ່​ຕໍ່​ໜ້າ​ສານ​ສູງ​ສຸດ​ຂອງ ສະ​ຫະ​ລັດ​ໃນ​ຄອນ​ຫຼວງວໍ​ຊິງ​ຕັນ ວັນ​ທີ 23, 2019.
ພວກ​ປະ​ທ້ວງ​ພາ​ກັນ​ຖື​ປ້າຍ​ຢູ່​ຕໍ່​ໜ້າ​ສານ​ສູງ​ສຸດ​ຂອງ ສະ​ຫະ​ລັດ​ໃນ​ຄອນ​ຫຼວງວໍ​ຊິງ​ຕັນ ວັນ​ທີ 23, 2019.

ປາກົດວ່າ ພາກສ່ວນທີ່ເປັນສຽງສ່ວນຫຼາຍ ຢູ່ໃນສານສູງສຸດຂອງສະຫະລັດ ມີຄວາມເຫັນອົກເຫັນໃຈ ກັບເຫດຜົນຂອງລັດຖະບານທີ່ວ່າ ການສຳຫຼວດສຳມະໂນຄົວ ປີ 2020 ຄວນປະກອບດ້ວຍຄຳຖາມ ໃນການໂອນເປັນສັນ
ຊາດ ເພື່ອຕັດສີນໃຈເອົາຈຳນວນ ຂອງພວກທີ່ບໍ່ມີເອກະສານ ຢູ່ໃນປະເທດ. ພວກທີ່ຂັດຄ້ານ ພາກັນໂຕ້ແຍ້ງວ່າ ຄຳຖາມດັ່ງກ່າວ ຈະຫັກຫ້າມ ພວກຄົນເຂົ້າເມືອງ ບໍ່ໃຫ້ປະກອບສ່ວນ ໃນການນັບຈຳນວນພົນລະເມືອງ ໂດຍປ່ອຍປະພວກປະຊາຄົມທັງໝົດ ໃນບາງຫົວເມືອງ ແລະບາງລັດ. ສະລາຕິກາ ໂຮກ ມີລາຍງານວ່າ ກໍລະນີດັ່ງກ່າວ ໄດ້ຕົກມາເຖິງສານສູງສຸດ ລຸນຫຼັງສານລັດຖະບານກາງຫຼາຍແຫ່ງ ໃນນະຄອນນິວຢອກ ແລະກາລີຟໍເນຍ ໄດ້ຢັບຢັ້ງໄວ້ ບໍ່ໃຫ້ມີຄຳຖາມໃໝ່ຕື່ມ. ກະຊວງການຄ້າພວມຊອກຫາຊ່ອງທາງຕ່າວປີ້ນການຕັດສີນໃຈທີ່ວ່ານນີ້ ດັ່ງສາລີ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສຽງ​ສ່ວນ​ຫຼາຍ​ຂອງ​ພວກຈາຮີດນິຍົມ ຢູ່​ສານ​ສູງ​ສຸດ​ສະ​ຫະ​ລັດ ປາ​ກົດ​ວ່າ​ມີ​ຄວາມ​ເຫັນ
​ອົກ​ເຫັນ​ໃຈ ​ໃນ​ວັນ​ອັງ​ຄານ​ວານ​ນີ້​ ໄປຕາມ ລັດ​ຖະ​ບານ​ປະ​ທາ​ນາ​ທິບໍດີດໍ​ໂນ​ລ ທ​ຣຳ ​ຕໍ່
ການ​ໂຕ້​ຖຽງທີ່​ຮ້ອງ​ຂໍ​ໃຫ້​ມີ​ຄຳ​ຖາມ​ເພີ້ມ​ເຕີມ​ຢູ່​ໃນ​ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວ​ຂອງ​ປະ
​ເທດ​ປີ 2020 ເຖິງ​ແມ່ນ​ວ່າຈະ​ມີ​ການ​ຂັດຄ້ານ​ຈາກ ບັນ​ດາ​ລັດ​ໃຫຍ່ໆ ແລະ​ເມືອງ​ຕ່າງ​ໆ
ທີ່​ວ່າ​ຄຳ​ຖາມດັ່ງກ່າວ​ອາດ​ຈະ​ເຮັດ​ໃຫ້​ຄົນເຂົ້​າ​ເມືອງ​ບໍ່​ຢາກ​ເຂົ້າ​ຮ່ວມໃນການສຳຫລວດ
ພົນລະເມືອງຄັ້ງ​ນຶ່ງ​ຕໍ່ທົດ​ສະ​ວັດກໍຕາມ​.

ກຸ່ມສະ​ມາ​ຊິກຫົວຈາຮີດນິຍົມ​ຫ້າທ່ານ ໄດ້​ໃຊ້​ອຳ​ນາດ​ຢູ່​ໃນ​ສານ​ທີ່​ມີ​ສະ​ມາ​ຊິກ​ເກົ້າ​ຄົນ
ແລະ​ປາ​ກົດ​ວ່າ​ບໍ່​ພໍ​ໃຈ​ໃນລະ​ຫວ່າງການຟັງຄຳໃຫ້ການ 80 ນາ​ທີ ໃນ​ການ​ຂັດ​ແຍ້ງກັນ
ກ່ຽວກັບ​ຄຳ​ຖາມ​ດ້ານສັນ​ຊາດ ​ທີ່ອາ​ດພົວພັນກັບ​ຄົນ 6 ລ້ານ 5 ແສນ​ຄົນ ​ຊຶ່ງ ​ຫຼາຍ​ຄົນ​
ເປັນ​ຄົນ​ເຂົ້າ​ເມືອງ​ເຊື້ອ​ສາຍ​ສະ​ເປນ ທີ່ອາດຈະປະ​ຕິ​ເສດ​ບໍ່​ເຂົ້າ​ຮ່ວມໃນ​ການ​ສຳ​ຫຼວດ
​ໃນ​ເດືອນ​ເມ​ສາ​ປີ​ໜ້າ​ນີ້.

ແຕ່​ວ່າ​ສະ​ມາ​ຊິກ​ໃໝ່​ຂອງ​ສານ​ສູງ​ສຸດ ຜູ້​ພິ​ພາກ​ສາ​ທ່ານແບ​ຣ​ຕ໌ ຄາ​ວາ​ນໍ ຜູ້​ທີ່​ໄດ້​ຖືກ​
ແຕ່ງ​ຕັ້ງ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໄດ້​ສະ​ເໜີ​ຕໍ່​ສະ​ພາ​ທີ່​ອາດ​ປ່ຽນ​ກົດ​ໝາຍ​ເພື່ອ​ກີດ
​ກັ້ນຄຳ​ຖາມການ​ເປັນ​ສັນ​ຊາດ ຖ້າ​ຫາກວ່າ​ຄຳ​ຖາມດັ່ງກ່າວ​ຈະ​ເປັນ​ຜົນ​ກະ​ທົບ​ຕໍ່​ຄວາມ
​ຖືກ​ຕ້ອງ​ຂອງ​ການ​ສຳ​ຫຼວດສຳມະໂນຄົວ.

ຫົວ​ໜ້າ​ສານ​ທ່ານ​ຈອນ ໂຣ​ເບີ​ຣ​ຕ໌ ກ່າວ​ວ່າ​ ຂໍ້​ມູນ​ການ​ເປັນ​ສັນ​ຊາດ​ ເປັນ​ທີ່​ສຳ​ຄັນ​
ເພື່ອ​ບັງ​ຄັບ​ກົດ​ໝາຍ​ສິດ​ທິ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ປະ​ເທດ ການ​ຂັດ​ແຍ້ງ​ທີ່​ໄດ້​ສະ​
ເໜີ​ໂດຍ​ລັດ​ຖະ​ບານ​ປະ​ທາ​ນາ​ທິບໍດີ​ທ​ຣຳ ວ່າ​ເປັນ​ເຫດ​ຜົນ​ເພື່ອ​ເພີ້ມ​ຄຳ​ຖາມ​ໃສ່​ໃນ​
ໃບ​ສຳ​ຫຼວດ​ທີ່​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່​ປີ 1950 ເປັນຕົ້ນມາ.

ພວກ​ປະ​ທ້ວງ​ຖື​ປ້າຍ​ຢູ່​ຕໍ່​ໜ້າ ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ມັນ​ທີ 23 ເມ​ສາ 2019.
ພວກ​ປະ​ທ້ວງ​ຖື​ປ້າຍ​ຢູ່​ຕໍ່​ໜ້າ ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ມັນ​ທີ 23 ເມ​ສາ 2019.

ທ່ານ​ນາງ​ຊອນ​ເນຍ ໂຊ​ໂຕ​ມາ​ເຢີ​ ຜູ້ພິພາກສາທີ່ນິຍົມແນວທາງເສລີ ໄດ້​ກົດ​ດັນໄອຍະ
ການລັດ​ຖະ​ບານ ທ່ານ​ໂນ​ແອ​ລ ແຟ​ຣນ​ຊິ​ສ​ໂກ ກ່ຽວ​ກັບ​ວ່າ​ເປັນ​ຫຍັງ ຫຼັງ​ຈາກ “65 ປີ
ແລ້ວ” ຄຳ​ຖາມ​ການ​ເປັນ​ສັນ​ຊາດຈຶ່ງ​ໄດ້​ນຳ​ຂຶ້ນ​ມາ​ຖາມຜູ້​ໄດ້ຮັບສັນຊາດ ຫຼັງ​ຈາກ​ບໍ່ໄດ້
​ມີຢູ່ໃນໃບ​ສຳ​ຫຼວດສຳມະໂນຄົວມາ​ເປັນ​ເວ​ລາດົນ​ນານ. ທ່ານ​ນາງ​ໂຊ​ໂຕ​ມາ​ເຢີ​ ໄດ້​ກ່າວ​
ເພີ້​ມ​ອີກວ່າ ທ່ານ​ນາງ “​ບໍ່ມີ​ຂໍ້​ສົງ​ໄສໃດໆ” ວ່າຄອບ​ຄົວ​ຄົນ​ເຂົ້າ​ເມືອງບາງ​ຈຳ​ນວນ​ຈະ
​ຕອບ​ຄຳຖາມໜ້ອຍລົງ..

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG