ຢູ່ໃນການຕັດສິນຂອງສານ ທີ່ພວກຕຳໜິທັງຫລາຍເວົ້າວ່າ ອາດຈະກີດກັນບໍ່ໃຫ້ຄົນທົ່ວໄປເຂົ້າເບິ່ງຂໍ້ມູນໄດ້ນັ້ນ, ສານສູງສຸດຂອງສະຫະລັດ ໄດ້ເຮັດໃຫ້ລັດຖະບານ ແລະທຸລະກິດສາມາດຮັກສາຂໍ້ມູນທາງການຄ້າທີ່ໄດ້ເອົາໃຫ້ອົງການຕ່າງໆຂອງລັດຖະບານນັ້ນ ໄວ້ເປັນຄວາມລັບງ່າຍຂຶ້ນ.
ຄຳຕັດສິນທີ່ໄດ້ຮັບການເຫັນດີ 6 ຕໍ່ 3 ສຽງ ທີ່ເຜີຍແຜ່ອອກໃນວັນຈັນທີ່ຜ່ານມານັ້ນ ມີຂຶ້ນກັບຄະດີທີ່ໜັງສືພິມ Argus Leader ຂອງລັດດາໂກຕາໃຕ້ ສູ້ກັບອຸດສາຫະກຳດ້ານການຕະຫລາດ. ໜັງສືພິມດັ່ງກ່າວ ໄດ້ຊອກເບິ່ງບັນທຶກ ຂໍ້ມູນການທຳທຸລະກຳຂອງຮ້ານຂາຍສິນຄ້າທົ່ວໄປ ຢູ່ໃນໂຄງການບັດສະແຕມອາຫານສຳລັບຄອບຄົວທີ່ມີລາຍໄດ້ຕ່ຳ ຫລືບໍ່ມີລາຍໄດ້ເລີຍຂອງກະຊວງກະສິກຳສະຫະລັດ.
ການຮ້ອງຂໍເອົາບັນທຶກດັ່ງກ່າວ ມີຂຶ້ນຢູ່ພາຍໃຕ້ກົດໝາຍວ່າດ້ວຍເສລີພາບໃນການໄດ້ຮັບຂໍ້ມູນ, ຊຶ່ງເປັນກົດໝາຍທີ່ອະນຸຍາດໃຫ້ຄົນທົ່ວໄປ ເຂົ້າເຖິງເອກະສານຂອງລັດຖະບານ ແລະບັນທຶກອື່ນໆ ເຖິງແມ່ນວ່າມີຂໍ້ຍົກເວັ້ນອັນແນ່ນອນໃດນຶ່ງຢູ່ກໍຕາມ.
ຂໍ້ຍົກເວັ້ນແບບນັ້ນອັນນຶ່ງ ທີ່ມີຈຸດປະສົງເພື່ອປົກປ້ອງຄວາມລັບທາງການຄ້າ ນັ້ນແມ່ນຈຸດຕົ້ນຕໍຂອງຄະດີນັ້ນ.
ໃນການຕ່າວປີ້ນ ຄຳພິພາກສາຄະດີໃນເມື່ອກ່ອນທີ່ໄດ້ກະທຳມາ 45 ປີ ແລ້ວ ນັ້ນ, ສຽງສ່ວນຫລາຍໄດ້ຕັດສິນວ່າ ຕາມປົກກະຕິແລ້ວຂໍ້ມູນສ່ວນຕົວ ຫລື ຂໍ້ມູນດ້ານການເງິນ ທີ່ເອົາໃຫ້ລັດຖະບານຮູ້ນຳນັ້ນ ແມ່ນມີການຮັບປະກັນວ່າຄວາມເປັນສ່ວນຕົວ ແມ່ນ “ຖືກຮັກສາໄວ້ເປັນຄວາມລັບ” ແລະຈະຕ້ອງໄດ້ຮັບການປົກປ້ອງ. ເມື່ອກ່ອນນັ້ນ, ຂໍ້ມູນແບບນັ້ນແມ່ນຕ້ອງໄດ້ຖືກເປີດເຜີຍ ເວັ້ນເສຍແຕ່ວ່າ ການເປີດເຜີຍມັນໃຫ້ຄົນຮູ້ຈະເຮັດໃຫ້ "ເກີດຄວາມເສຍຫາຍໃນດ້ານຄວາມສາມາດແຂ່ງຂັນຢ່າງຫລວງຫລາຍ" ແກ່ບໍລິສັດທີ່ເອົາຂໍ້ມູນໃຫ້ນັ້ນ.
ກົດໝາຍວ່າດ້ວຍເສລີພາບໃນການໄດ້ຮັບຂໍ້ມູນ ຫລື FOIA ໄດ້ຖືກຮັບຜ່ານໃນ ປີ 1966 ແລະໄດ້ເພີ້ມທະວີຄວາມເຂັ້ມງວດຂຶ້ນ ຫລັງຈາກມີເລື້ອງນອງນັນຂອງຄະດີ Watergate ທີ່ເຮັດໃຫ້ປະທານາທິບໍດີຣີເຈີດ ນິກສັນ (Richard Nixon) ລາອອກຈາກຕຳແໜ່ງ. ກົດໝາຍດັ່ງກ່າວໄດ້ກາຍເປັນເຄື່ອງມືອັນສຳຄັນ ສຳລັບພວກນັກຂ່າວ ແລະຄົນອື່ນໆ ທີ່ເຮັດວຽກເພື່ອເຍືອງແສງໄຟ ໃສ່ ການປະຕິບັດງານຢູ່ວົງໃນຂອງລັດຖະບານ.
ປະຕິກິລິຍາຕອບໂຕ້ ຕໍ່ຄຳຕັດສິນດັ່ງກ່າວແມ່ນມີທັງການເຫັນດີ ແລະບໍ່ເຫັນດີນຳ ປະປົນກັນ.