ລາຍງານຂອງພະແນກການນຶ່ງຂອງສະຫະລັດ ໄດ້ຖິ້ມໂທດການພັງທະລາຍລົງຢ່າງກະທັນຫັນ ຂອງກຳລັງຮັກສາຄວາມສະຫງົບອັຟການິສຖານ ໃນເດືອນສິງຫາ ປີ 2021 ສ່ວນໃຫຍ່ແລ້ວ ແມ່ນເນື່ອງມາຈາກການຕັດສິນໃຈຂອງວໍຊິງຕັນທີ່ຢາກໃຫ້ມີການຖອນທະຫານອາເມຣິກັນຢ່າງວ່ອງໄວ ຊຶ່ງເຮັດໃຫ້ກຸ່ມຕາລິບານໄດ້ເຂົ້າຄວບຄຸມອັຟການິສຖານ.
ຫ້ອງການຜູ້ກວດກາທົ່ວໄປກ່ຽວກັບການບູລະນະສ້າງສາອັຟການິສຖານ ທີ່ເອີ້ນຫຍໍ້ວ່າ SIGAR ຊຶ່ງມີໜ້າທີ່ຕິດຕາມເບິ່ງເຫດການຕ່າງໆທີ່ເກີດຂຶ້ນຢູ່ໃນອັຟການິສຖານ ໃນວັນພຸດມື້ນີ້ ໄດ້ນຳອອກເຜີຍແຜ່ ໃນອັນທີ່ອົງການດັ່ງກ່າວເອີ້ນວ່າລາຍງານສະບັບທຳອິດຂອງລັດຖະບານສະຫະລັດ ກ່ຽວກັບເປັນຫຍັງແລະດ້ວຍເຫດໃດ ກອງທັບແຫ່ງຊາດ ແລະກຳລັງຮັກສາຄວາມສະຫງົບ ຂອງອັຟການິສຖານ ຈຶ່ງພັງທະລາຍລົງຢ່າງວ່ອງໄວ.
ກອງທັບແຫ່ງຊາດແລະກຳລັງຮັກສາຄວາມສະຫງົບອັຟການິສຖານ ມີທະຫານທັງໝົດ 300,000 ຄົນ ຊຶ່ງໄດ້ຮັບການຝຶກແອບແລະອາວຸດຫຼາຍພັນລ້ານໂດລາຈາກສະຫະລັດໃນໄລຍະສອງທົດສະວັດກວ່າໆໄດ້ພັງທະລາຍລົງໂດຍບໍ່ໄດ້ມີການຕ້ານຢັນທີ່ສຳຄັນໃດໆໃນຂະນະທີ່ມີການປະເຊີນໜ້າກັບການບຸກໂຈມຕີຢ່າງໄວຂອງພວກກະບົດເປັນເວລາ 11 ມື້ ຊຶ່ງເຮັດໃຫ້ເກືອບໝົດທັງປະເທດ ຮວມທັງນະຄອນຫຼວງກາບູລ ຕົກຢູ່ພາຍໃຕ້ການຄວບຄຸມຂອງພວກຕາລີບານ ພາຍໃນວັນທີ 15 ສິງຫາ.
ລາຍງານກ່າວວ່າ “ອົງການ SIGAR ພົບວ່າ ສາເຫດສຳຄັນສຸດທີ່ພາໃຫ້ກອງທັບແຫ່ງຊາດແລະກຳລັງຮັກສາຄວາມສະຫງົບອັຟການິສຖານພັງລົງໃນເດືອນສິງຫາປີ 2021 ແມ່ນການຕັດສິນໃຈຂອງປະທານາທິບໍດີສະຫະລັດສອງທ່ານທີ່ຈະຖອນທະຫານແລະພວກສັນຍາຈ້າງອາເມຣິກັນອອກຈາກອັຟການິສຖານ ໃນຂະນະທີ່ກຳລັງອັຟການິສຖານຍັງບໍ່ສາມາດປ້ອງກັນໂຕເອງໄດ້ແບບຍືນຍົງ.”
ປະທານາທິບໍດີໄບເດັນ ແລະປະທານາທິບໍດີຄົນກ່ອນ ອະດີດປະທານາທິບໍດີດໍໂນລ ທຣຳ ທີ່ໄດ້ບັນລຸການຕົກລົງກັບກຸ່ມຕາລີບານ ໃນເດືອນກຸມພາປີ 2020 ທີ່ຈະຈອນທະຫານສະລັດ ແລະພັນທະມິດ ອອກຈາກສົງຄາມ ທີ່ຍືດເຍື້ອຍາວນານທີ່ສຸດຂຂອງສະຫະລັດ ຊຶ່ງບໍ່ພຽງແຕ່ໄດ້ປະກາດເສັ້ນຕາຍໃນການຖອນທະຫານເທົ່ານັ້ນ ແຕ່ຍັງຮວມທັງການຫຼຸດກຳລັງທະຫານສະຫະລັດລົງຢ່າງສຳຄັນຢູ່ໃນສະໜາມລົບ ເພື່ອສະໜັບສະໜຸນທະຫານອັຟການິສຖານ ເຮັດໃຫ້ພວກເຂົາເຈົ້າບໍ່ໄດ້ຮັບການສະໜັບສະໜຸນທີ່ສຳຄັນ ຈາກການໂຈມຕີທາງອາກາດຂອງສະຫະລັດ.
ການຊັ່ງຊາຂອງອົງການ SIGAR ສ່ວນນຶ່ງແມ່ນອີງຕາມການສຳພາດກັບອະດີດເຈົ້າໜ້າທີ່ ແລະພວກທະຫານ ລັດຖະບານອັຟການິສຖານ.
ອະດີດນາຍທະຫານອາເມຣິກັນທ່ານນຶ່ງ ກ່າວຕໍ່ອົງການ SIGAR ວ່າ “ພວກເຮົາໄດ້ສ້າງກອງທັບດັ່ງກ່າວນັ້ນ ໂດຍໄດ້ຮັບຄວາມສະໜັບສະໜຸນຂອງພວກສັນຍາຈ້າງ ຖ້າບໍ່ມີພວກເຂົາແລ້ວ ມັນບໍ່ສາມາດຄົງຕົວຢູ່ໄດ້. ທຸກຢ່າງຈົບລົງ ເວລາພວກສັນຍາຈ້າງຖືກຖອນອອກ ມັນກໍຄືກັນກັບເຮົາຖອດທ່ອນໄມ້ທາງລຸ່ມອອກ ແລະຄາດວ່າກອງໄມ້ທາງເທິງຈະຢູ່ໄດ້ຈັ່ງໃດ.”
ອະດີດນາຍພົນອັຟການິສຖານທ່ານນຶ່ງ ກ່າວຕໍ່ອົງການ SIGAR ວ່າ ເຮືອບິນເຮລີຄອບເຕີ້ UH-60 Black Hawk ທີ່ເຮັດໂດຍສະຫະລັດສ່ວນໃຫຍ່ ບິນບໍ່ໄດ້ຫຼັງຈາກພວກສັນຍາຈ້າງອາເມຣິກັນຖືກຖອນອອກໄປໃນລະດູບານໃໝ່ຂອງປີ 2021 ຮວມທັງພວກທີ່ສ້ອມແປງແລະບົດລະບັດເຮືອບິນເຮລີຄອບເຕີ້ເຫຼົ່ານັ້ນນຳດ້ວຍ.