ໂຮງຮຽນແຫ່ງນຶ່ງໃນລັດ ໂອໄຮໂອ ໄດ້ເຊື້ອເຊີນຜູ້ທີ່ມີແນວຄິດການເມືອງຫົວຮຸນແຮງ
ມາຮ່ວມຫ້ອງຮຽນ ເພື່ອຮຽນຮູ້ ກ່ຽວກັບ ມາລະຍາດໃນການເວົ້າ ແລະ ຄວາມອົດກັ້ນ
ກັບພວກນັກຮຽນ. ພຸດທະສອນ ມີລາຍລະອຽດ ກ່ຽວກັບ ເລື່ອງນີ້ໃນອັນດັບຕໍ່ໄປ.
ຄວາມຂັດແຍ້ງຂອງສາທາລະນະຊົນເມື່ອບໍ່ດົນມານີ້ ຢູ່ອະນຸສາວະລີ ລິງຄອນ ໄດ້
ເຮັດໃຫ້ຫຼາຍຄົນສົງໄສວ່າ ຄຳເວົ້າທາງການເມືອງໃນ ສະຫະລັດ ແມ່ນຈຳກັດ ຢູ່ທີ່
ໝວກສີແດງທີ່ອ່ານວ່າ “ເຮັດໃຫ້ອາເມຣິກາຍິ່ງໃຫຍ່ອີກຄັ້ງ ກັບ ໝວກສີບົວຂອງການ
ເດີນຂະບວນຂອງພວກແມ່ຍິງບໍ.”
ວິດີໂອຕອນນຶ່ງຈາກວັນທີ 18 ມັງກອນ ທີ່ໄດ້ແຜ່ກະຈາຍອອກໄປທົ່ວນັ້ນ ໄດ້ສະແດງ
ໃຫ້ເຫັນພວກເດັກຊາຍຈາກໂຮງຮຽນມັດທະຍົມ ກາໂຕລິກ ໂຄວິງຕັນ ຂອງລັດ ເຄັນ
ທັກກີ, ນັກເຄື່ອນໄຫວຊົນເຜົ່າອາເມຣິກັນພື້ນເມືອງ ແລະ ກຸ່ມຂອງຊາວອິສຣາແອລ
ຜິວດຳກຸ່ມນຶ່ງ ປະເຊີນໜ້າກັນ ຢູ່ອະນຸສາວະລີ ລິງຄອນ ໃນວັນຂອງການເດີນຂະ
ບວນຂອງພວກແມ່ຍິງ.
ການປະເຊີນໜ້າກັນ ໄດ້ກໍ່ໃຫ້ເກີດການໂຕ້ຖຽງກັນທົ່ວປະເທດ ກ່ຽວກັບ ມາລະຍາດ
ທາງການເມືອງ, ອັນທີ່ເບິ່ງຄືວ່າ ຈະຂາດຄວາມອົດທົນ ສຳລັບພວກທີ່ມີຄວາມເຊື່ອ
ທາງການເມືອງທີ່ແຕກຕ່າງກັນ, ແລະວ່າ ທັງສອງພັກນັ້ນ ມີອິດທິພົນຕໍ່ຊາວໜຸ່ມ
ຂອງປະເທດແນວໃດ.
ການໂຕ້ຖຽງດັ່ງກ່າວ ຟັງແລ້ວເຫັນວ່າເປັນຕາຄຸ້ນເຄີຍຫຼາຍໂພດ ສຳລັບອາຈານສອນ
ການສຶກສາສັງຄົມ ໃນລັດໂອໄຮໂອ ທ່ານນາງ ຈູດີ ກາລາສໂຊ, ຜູ້ທີ່ໄດ້ສອນໃນຫ້ອງ
ຮຽນ ກ່ຽວກັບ ການຍຶດຫຼັກການທີ່ຮຸນແຮງໃນການເມືອງ ເປັນເວລາສາມທົດສະວັດ.
ທ່ານນາງ ກາລາສໂຊ ກ່າວວ່າ “ຖ້າມີຄົນຮ້ອງຄຳເວົ້າຕ່າງໆໃສ່ເຈົ້າ, ຖ້າເຈົ້າປາກົດ
ຕົວກັບກຸ່ມທີ່ເຈົ້າບໍ່ເຫັນດີນຳ, ຄວາມຫວັງຂອງຂ້າພະເຈົ້າ ກໍແມ່ນວ່າ ພວກເຮົາສອນ
ລູກຂອງພວກເຮົາດີພໍ ທີ່ເຂົາເຈົ້າຈະບໍ່ມີປະຕິກິລິຍາຫຍັງ.”
ທ່ານນາງ ກາລາສໂຊ ແລະ ນາຍຄູສອນຮ່ວມ ທ່ານ ໂຈນາທັນ ດັຟຟີ ໄດ້ເຊີນບັນດາ
ສະມາຊິກຂອງກຸ່ມການເມືອງຫົວຮຸນແຮງທີ່ສຸດຂອງ ອາເມຣິກາ ລວມທັງຂະບວນ
ການສັງຄົມນິຍົມແຫ່ງຊາດ, ກຸ່ມອາກາດໃຕ້ດິນ, ແລະ ປະຕິວັດຄອມມູນິສ ມາຮ່ວມ
ຫ້ອງຮຽນຂອງເຂົາເຈົ້າໃນແຕ່ລະສົກຮຽນ. ເຂົາເຈົ້າສອນພວກນັກຮຽນໃຫ້ພົວພັນ
ກັບຜູ້ທີ່ມີຄວາມເຊື່ອທີ່ແຕກຕ່າງພວກນັ້ນ ດ້ວຍຄວາມເຄົາລົບ, ແລະ ໃຫ້ຖາມຄຳ
ຖາມ.
ເຫດການໂຮງຮຽນມັດທະຍົມ ກາໂຕລິກ ໂຄວິງຕັນ ເບິ່ງຄືວ່າໄດ້ເຮັດໃຫ້ປະເທດ
ແຕກແຍກກັນຕື່ມອີກ. ບັນດາພໍ່ແມ່ຜູ້ປົກຄອງ, ອະດີດນັກສຶກສາ ແລະ ຄົນອື່ນໆ
ໄດ້ຊຸມນຸມກັນ ເພື່ອປົກປ້ອງຊາວໜຸ່ມຜິວຂາວຄົນນັ້ນ. ໃນຂໍ້ຄວາມຢູ່ທວິດເຕີ, ປະ
ທານາທິບໍດີ ດໍໂນລ ທຣຳ ໄດ້ເອີ້ນພວກນັກຮຽນດັ່ງກ່າວວ່າ “ສັນຍາລັກຂອງຂ່າວ
ປອມ ແລະ ວ່າ ມັນໂຫດຮ້າຍຫຼາຍຊ່ຳໃດ.” ຄົນອື່ນໆໄດ້ສະໜັບສະໜູນນັກເຄື່ອນ
ໄຫວຊົນເຜົ່າອາເມຣິກັນຢ່າງຫຼວງຫຼາຍ, ໂດຍອະທິບາຍວ່າ ເປັນຜູ້ເຄາະຮ້າຍຂອງ
ການແບ່ງແຍກເຊື້ອຊາດສີຜິວ ແລະ ສິດທິໂດຍຊອບທຳຂອງຄົນຜິວຂາວ.
ໃນຫ້ອງຮຽນຂອງທ່ານນາງ ກາລາສໂຊ ແລະ ທ່ານ ດັຟຟີ ນັ້ນ, ບໍ່ມີໃຜຫຼີກລ່ຽງຈາກ
ຄວາມອຶດອັດທາງການເມືອງດັ່ງກ່າວໄດ້.
ທ່ານ ພີດ ສກັລລີ, ຜູ້ອຳນວຍການຂອງໂຮງຮຽນມັດທະຍົມ ທັອມມັສ ເວີທິງຕັນ,
ບ່ອນທີ່ທ່ານນາງ ກາລາສໂຊ ສອນຢູ່ ກ່າວວ່າ “ໃນປີ 2019, ພວກນາຍຄູຂອງພວກ
ເຮົາ ຮູ້ສຶກທົ່ວໄປຄືວ່າ, “ເຈົ້າຮູ້ຈັກຫຍັງບໍ່? ເຮົາປ່ຽນໄປເວົ້າເລື່ອງໃໝ່ກັນເທາະ,
ເພາະວ່າອັນນັ້ນຟັງແລ້ວ ຄືວ່າມັນເຕັມໄປດ້ວຍລະເບີດຝັງດິນ. ແນວຄິດ ກ່ຽວກັບ
ການເມືອງຫົວຮຸນແຮງແມ່ນ, ເຈົ້າຮູ້ບໍ່? ເຮົາໄປສຳຫຼວດລະເບີດຝັງດິນທັງໝົດນັ້ນ
ເທາະ ແລະ ເວົ້າກ່ຽວກັບມັນ.”
ຄວາມຄິດທາງການເມືອງ ສະຫະລັດ ແລະ ຄວາມຮຸນແຮງ, ທີ່ຄຳຫຍໍ້ແມ່ນ “Poli-
rad” ນັ້ນ, ໄດ້ຖືກສະເໜີເປັນຄະແນນການສຶກສາສັງຄົມໂດຍເມືອງໂຄລຳບັສ ທີ່ຕັ້ງ
ຢູ່ເຂດນອກເມືອງນັບຕັ້ງແຕ່ປີ 1970 ເປັນຕົ້ນມາ. ຫຼາຍທົດສະວັດຜ່ານມາ, ຜູ້ເວົ້າ
ທີ່ແປກຂອງເຂົາເຈົ້າຫຼາຍຄົນໄດ້ສ້າງຄວາມຕື່ນເຕັ້ນ, ກໍ່ໃຫ້ເກີດການປະທ້ວງ ແລະ
ເຮັດໃຫ້ຫ້ອງຮຽນຕ່າງໆມີກຳລັງໃຈ, ສັ່ນ ຫຼື ໄດ້ຮັບແຮງບັນດານໃຈ.
ທ່ານນາງ ກາລາສໂຊ ກ່າວວ່າ “ໃນປີ 2019, ບໍ່ມີຄະນະກຳມະການໂຮງຮຽນຄົນ
ໃດໃນ ອາເມຣິກາ ຈະຮັບຮອງຫ້ອງຮຽນຄືແນວນີ້. ແຕ່ໃນໂຮງຮຽນ ເວີທິງຕັນ, ມັນ
ບໍ່ມີທາງທີ່ເຈົ້າຈະສາມາດກຳຈັດມັນອອກໄປໄດ້.”
ບັນດາຜູ້ເວົ້າໃນຫຼາຍປີທີ່ຜ່ານມາ ລວມມີນັກປະຕິວັດ ທ່ານ ບິລ ເອເຢີສ ຂອງກຸ່ມ
ອາກາດໃຕ້ດິນ, ທ່ານ ແຮຣີ ຮິວສ໌ ຈາກຂະບວນການສັງຄົມນິຍົມແຫ່ງຊາດ, ທ່ານ
ນາງ ຣາໂມນາ ອາຟຣິກາ ຈາກກຸ່ມປົດປ່ອຍຄົນຜິວດຳ MOVE, ກຸ່ມແບ່ງແຍກເຊື້ອ
ຊາດຜິວພັນ White Supremacist ທ່ານ ຣິເຈີດ ສເປັນເຊີ, ແລະ ຜູ້ຂຽນບັນທຶກ
ເທີເນີ ທ່ານ ວິລລຽມ ເພຍສ໌.
ຜູ້ອາວຸໂສຂອງເມືອງປະມານເຄິ່ງນຶ່ງ ໄດ້ເຂົ້າຮຽນໃນແຕ່ລະປີ, ເຊິ່ງໄດ້ສ້າງອະດີດ
ນັກສຶກສາຂຶ້ນຈຳນວນຫຼວງຫຼາຍ ທີ່ພ້ອມທີ່ຈະປົກປ້ອງມັນ ເມື່ອພໍ່ແມ່ຜູ້ປົກຄອງທີ່
ຮັ່ງມີກຸ່ມໃໝ່, ທີ່ສ່ວນຫຼາຍ ໃນເມືອງທີ່ມີຄົນຜິວຂາວອາໄສສ່ວນໃຫຍ່ນັ້ນ ຍົກບັນ
ຫາຕ່າງໆ ກ່ຽວກັບ ອັນຕະລາຍທີ່ອາດເປັນໄປໄດ້ ກ່ຽວກັບ ຫ້ອງຮຽນດັ່ງກ່າວຂຶ້ນ
ມາ.