ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຮຸ້ນສະຫະລັດ ມີລາຄາ ຂຶ້ນໆລົງໆ ແຕ່ກໍກັບຄືນມາ ໄດ້ກຳໄລ ໃນຕອນປິດຕະຫຼາດ


ປ້າຍຢູ່ເທິງ ຫ້ອງຊື້່ຂາຍ ຂອງຕະຫຼາດຮຸ້ນ ໃນນະຄອນນິວຢອກ ສະແດງໃຫ້ເຫັນ ລາຄາຮຸ້ນອຸດສາຫະກຳ Dow Jones ໃນເວລາປິດ ຕະຫລາດ, ວັນທີ 6 ກຸມພາ 2018.
ປ້າຍຢູ່ເທິງ ຫ້ອງຊື້່ຂາຍ ຂອງຕະຫຼາດຮຸ້ນ ໃນນະຄອນນິວຢອກ ສະແດງໃຫ້ເຫັນ ລາຄາຮຸ້ນອຸດສາຫະກຳ Dow Jones ໃນເວລາປິດ ຕະຫລາດ, ວັນທີ 6 ກຸມພາ 2018.

ຕະຫຼາດຮຸ້ນ ສະຫະລັດ ໄດ້ປິດລົງ ໂດຍມີລາຄາສູງຂຶ້ນ ຫຼັງຈາກທີ່ເກີດການປັ່ນປ່ວນ
ຕະຫລອດມື້ ທີ່ເຮັດໃຫ້ລາຄາຮຸ້ນຂຶ້ນໆລົງໆ ຢ່າງໃຫຍ່.

ຮຸ້ນອຸດສາຫະກຳ Dow Jones ສະເລ່ຍແລ້ວ ໄດ້ເພີ້ມຂຶ້ນ 567 ຈຸດ ຫຼືເທົ່າກັບ 2.3
ເປີເຊັນ ໃນວັນອັງຄານວານນີ້ ໂດຍມີລາຄາກັບຄືນມາເກືອບເຄິ່ງນຶ່ງຂອງຈຳນວນ
1,175 ຈຸດທີ່ໄດ້ຫລຸດລົງ ໃນວັນຈັນມື້ກ່ອນ. ສ່ວນ ຮຸ້ນ S&P 500 ກໍມີລາຄາສູງຂຶ້ນ
39 ຈຸດ ຫຼື ເທົ່າກັບ 1.5 ເປີເຊັນ.

ລາຄາຮຸ້ນຂຶ້ນໆລົງໆ ຢ່າງໃຫຍ່ ຫຼັງຈາກທີ່ ຈຶ້ງໂຕໄດ້ຢູ່ໃນລະດັບນຶ່ງ ພາຍຫລັງຈາກ
ຕະຫຼາດເປີດ ເຮັດໃຫ້ຮຸ້ນຕົກລາຄາລົງຢ່າງຫລວງຫຼາຍ ໃນຂະນະທີ່ມີການເທຂາຍ
ອອກ ໃນຕອນເຊົ້າຂອງມື້ດຽວກັນ ຢູ່ໃນເອເຊຍ ແລະ ຢູໂຣບ.

ສະພາບການທີ່ຄາດການບໍ່ໄດ້ ຍັງມີຢູ່ຕໍ່ໄປອີກນຶ່ງວັນ ຫຼັງຈາກທີ່ຮຸ້ນ Dow Jones
ໄດ້ຕົກລາຄາຢ່າງໃຫຍ່ ພາຍໃນນຶ່ງວັນ ໃນປະຫວັດສາດຂອງຕົນ ຫຼາຍກວ່າ 120 ປີ
ຜ່ານມາ.

ຮຸ້ນ Dow Jones ໄດ້ຕົກລົງ 530 ຈຸດ ໃນເວລາຕະຫຼາດເປີດ ແລະດັດຊະ ນີ S&P 500
ທີ່ມີຫຼາຍປະເພດ ກໍໄດ້ຕົກລົງ 1.3 ເປີເຊັນ.

ເມື່ອຕອນເຊົ້າວັນອັງຄານວານນີ້ ດັດຊະນີ ຮຸ້ນທີ່ສຳຄັນໆ ຂອງເອເຊຍ ກໍໄດ້ຕົກລາຄາ
ລົງ ໃນຂະນະມີການເທຂາຍອອກຢ່າງໃຫຍ່ ຢູ່ຕະຫຼາດຮຸ້ນ Wall Street ໃນວັນຈັນ
ທີ່ຜ່ານນີ້ ຈຶ່ງໄດ້ສົ່ງຜົນກະທົບອອກໄປທົ່ວໂລກ.

ສ່ວນດັດຊະນີຮຸ້ນ Nikkei 225 ຂອງຍີ່ປຸ່ນ ຕົກລາຄາຫຼາຍເຖິງ 7 ເປີເຊັນ ໂດຍຢຸດຢູ່
ນຶ່ງເປີເຊັນ ໃນລະຫວ່າງ ຊ່ວງການຊື້ຂາຍ. ດັດຊະນີ Hang Seng ຂອງຮົງກົງ ກໍໄດ້ຕົກ ລາຄາເຊັ່ນກັນ ຄືຕົກລົງ ກາຍ 5 ເປີເຊັນ ໃນວັນການຊື້ຂາຍ ທີ່ຂີ້ຮ້າຍທີ່ສຸດ ນັບຕັ້ງແຕ່
ເດືອນສິງຫາປີ 2015.

ຢູ່ໃນຢູໂຣບ ຮຸ້ນ FTSE ຂອງລອນດອນ ໄດ້ຕົກລົງ 2.64 ເປີເຊັນ ໃນຂະນະດຽວກັນ
ຮຸ້ນ DAX ຂອງເຢຍຣະມັນ ກໍໄດ້ຕົກລົງ 2.3 ເປີເຊັນ ແລະ ຮຸ້ນ CAC 40 ຂອງຝຣັ່ງ
ກໍຕົກເຖິງ 2.35 ເປີເຊັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG