ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ອີ​ລອນ ມັ​ສ​ຄ໌ ​ເປີດ​ຕົວ ຍານ​ອະ​ວະ​ກາດ SpaceX ລຳ​ນຶ່ງ ໃນ​ວັນ​ເສົາ​ວານນີ້ ໃນ​ລັດ​ເທັກ​ຊັ​ສ


ຈະຫຼວດ Falcon 9 ຂອງ​ຍານ​ອະ​ວະ​ກາດ SpaceX ໂດຍບັນ​ທຸກ​​ສະ​ບຽງ ​ທີ່​ເປັນ 60 ດາວ​ທຽມ ເພື່ອ​ການ​ເປັນ​ເຂືອ​ຄ່າຍ ເຊື່ອມ​ໂຍງ​ຄື້ນ​ສຽງຫຼາຍ​ຂະ​​ໜາດ ສຳ​ລັບ ຍານ SpaceX ​ກຳ​ລັງທະ​ຍານ​ຂ​ຶ້ນ​ຈາກ​ຖານ​ສົ່ງ ໃນ​ຖານ​ທັບ​ອາ​ກາດ ​ໃນ​ເມືອງ Cape Canaveral, ​ລັດ​ຟ​ລໍ​ຣີ​, ວັນ 23 ພຶດ​ສະ​ພາ 2019.
ຈະຫຼວດ Falcon 9 ຂອງ​ຍານ​ອະ​ວະ​ກາດ SpaceX ໂດຍບັນ​ທຸກ​​ສະ​ບຽງ ​ທີ່​ເປັນ 60 ດາວ​ທຽມ ເພື່ອ​ການ​ເປັນ​ເຂືອ​ຄ່າຍ ເຊື່ອມ​ໂຍງ​ຄື້ນ​ສຽງຫຼາຍ​ຂະ​​ໜາດ ສຳ​ລັບ ຍານ SpaceX ​ກຳ​ລັງທະ​ຍານ​ຂ​ຶ້ນ​ຈາກ​ຖານ​ສົ່ງ ໃນ​ຖານ​ທັບ​ອາ​ກາດ ​ໃນ​ເມືອງ Cape Canaveral, ​ລັດ​ຟ​ລໍ​ຣີ​, ວັນ 23 ພຶດ​ສະ​ພາ 2019.

ທ່ານ​ອີ​ລອນ ມັ​ສ​ຄ໌ ຜູ້​ປະ​ກອບ​ກິດ​ຈະ​ການ​ພັນ​ລ້ານ ໄດ້​ເປີດ​ຕົວ ຍານ​ອະ​ວະ​ກາດ
SpaceX ລຳ​ນຶ່ງ ໃນ​ວັນ​ເສົາ​ວານນີ້ ຊຶ່ງ​ຖືກ​ອອກ​ແບບ​ມາ​ເພື່ອ​ບັນ​ທຸກ​ລູກ​ເຮືອ ແລະ
​ສະ​ບຽງ​ ນຳ​ພາ​ຂຶ້ນໄປ​ຍັງດວງ​ຈັນ ແລະ​ດາວ​ອັງ​ຄານ ແລະ​ບິນ​ກັບ​ຄືນ​ມາ​ຍັງ​ໂລກ
ແລ້ວ​ລົງ​ຈອດໃນ​ລວງ​ຕັ້ງ.

ທ່ານ​ມັ​ສ​ຄ໌ ໄດ້​ກ່າວ​ຖະ​ແຫລງ ຢູ່​ທີ່​ສະ​ຖານ​ທີ່​ພັດ​ທະ​ນາຈະຫຼວດ​ຂອງ​ຍານ SpaceX
ໃນເຂດໝູ່​ບ້ານ​ ​ໂບ​ກາ ຊີ​ກາ ​ທີ່​ຕັ້ງຢູ່​ເຂດ​ຊົນ​ນະ​ບົດຂອງ​ລັດ​ເທັກ​ຊັ​ສ.

ທ່ານ​ມັ​ສ​ຄ໌ ໄດ້ກ່າວ​ວ່າ “​ພວກ​ເຮົາ​ກຳ​ລັງ​ປະ​ເຊີນ​ກັບ​ທາງ​ເລືອກ​ອັນ​ນຶ່ງ ຊຶ່ງວ່າ ອະ​ນາ​ຄົດ
​ອັນ​ໃດ​ທີ່​ທ່ານ​ຕ້ອງ​ການ? ທ່ານ​ຢາກ​ໄດ້​ອະ​ນາ​ຄົດ ບ່ອນ​ທີ່​ພວກ​ເຮົາ ໄດ້​ຮັບ​ຄວາມສີ​ວິ​ໄລ
​ໃນດ້ານ​ອະ​ວະ​ກາດ ແລະ​ຢູ່​ໃນຫຼາຍໆ​ໂລກ ແລະ​ຢູ່​ທີ່​ຈັກ​ກະ​ວານ ພາຍ​ໃນ​ບັນ​ດາ​ດາວ
​ຕ່າງໆ ຫຼື້ ເປັນ​ບ່ອນ​ນຶ່ງ ທີ່​ພ​ວ​ກ​ເຮົາຖືກ​ຈຳ​ກັດ​ຢູ່ພາຍ​ໃນ​ໂລກ​ໜ່ວຍນີ້? ແລະ​ຂ້າ​ພະ​ເຈົ້າ
ກ່າວ​ວ່າ ມັນ​ເປັນ​ເທື່ອ​ທຳ​ອິດ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ທ່ານ​ເຫັນ​ດີ​ກັ​ບ​ຂ້າ​ພະ​ເຈົ້າ. ຈຸດ​ກ້າວ
​ໜ້າ​ລ້ຳ​ເລີດ​ທີ່​ສຳ​ຄັນ ທີ່​ພວກ​ເຮົາ​ຕ້ອງ​ການ​ເພື່ອ​ໃຫ້​ກາຍ​ເປັນ​ຄວາມ​ສີ​ວິ​ໄລ​ທາງ​ດ້ານ
​ອະ​ວະ​ກາດ ກໍ​ແມ່ນ​ວ່າ ເຮັດ​ໃຫ້​ການ​ເດີນ​ທາງ​ໄປ​ອະ​ວະ​ກາດ ເປັນ​ຄື​ກັບ​ການ​ເດີນ​ທາງ
ທາງອາ​ກາດ.”

ທ່ານ​ມັ​ສ ໄດ້​ກ່າວເຖິງ ຍານ​ອະ​ວະ​ກາດ ທີ່​ຄາດ​ກັນ​ວ່າ ຈະ​ບິນ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ ພາຍ
ໃນ​ປະ​ມານ​ນຶ່ງຫຼືສອງ​ເດືອນ ແລະ​ບິນ​ຂຶ້ນ​ປະ​ມານ 20 ກິ​ໂລ​ແມັດ ກ່ອນ​ທີ່​ມັນ​ຈະ​ບິນກັບ
​ຄືນລົງ​ມາຈອດ​ຢູ່​ໂລກ.

ຍານ​ທ່ອງດວງ​ດາວ ເປັນ​ເຄິ່ງ​ນຶ່ງ​ຢູ່​ເບື້ອງ​ເທິງ​ຂອງ​ລະ​ບົບ​ຈະຫຼວດ​ລະ​ຫວ່າງດາວ​ນົບ
​ພະ​ເຄາະ ​ຂອງ​ທ່ານ​ມັ​ສ​ຄ໌ ທີ່​ມີ​ຄວາມ​ສູງ​ປະ​ມານ 120 ແມັດ ເປັນ​ພາກ​ສ່ວນ​ນຶ່ງ ​ທີ່​ເພີ້ມ
​ຕື່ມ​ໃສ່ ຍານ​ອະ​ວະ​ກາດ SpaceX ທີ່​ສາ​ມາດ​ນຳ​ມາ​ໃຊ້​ຄືນ ​ໄດ້​ອີກ​ນັ້ນ.

ພາ​ລະ​ກິດ​ກາ​ນ​ບິນ​ໄປ​ຍັງ​ດວງ​ຈັນ​ຂອງ​ທ່ານ​ມັ​ສ​ຄ໌ ສອດ​ຄ່ອງ​ກັບ​ເປົ້າ​ໝາຍ ຂອງ​ອົງ​ການ
​ນາ​ຊາ ທີ່​ຈະ​ສົ່ງ​ມະ​ນຸດ​ໄປ​ນະ​ທີ່ນັ້ນ ພາຍ​ໃນ​ປີ 2024 ພາຍ​ໃຕ້​ໂຄງ​ການ ຊື່​ວ່າ Artimis
ຂອງ​ຕົນ ອັນ​ເປັນ​ໂຄງ​ການ​ລິ​ເລີ້ມເພື່ອ​ເຈາະ​ເລິກ​ເຂົ້າ​ໄປ​ ໃນ​ຈັກ​ກະ​ວານ ທີ່​ໄດ້​ຮັບ​ການ
​ກະ​ຕຸ້ນ​ໂດຍ​ລັດ​ຖະ​ບານ​ທ່ານ​ທ​ຣຳ ໃນ​ເດືອນ​ມີ​ນາ.

ການ​ເລັ່ງ​ລັດ​ໂຄງ​ການ​ອະ​ວະ​ກາດ ແນ​ເປົ້າ​ໝາຍ​ໃສ່​ ການ​ຮ່ວມມື​ກັນ ລະ​ຫວ່າງ​ບໍ​ລິ​ສັດ
​ອະ​ວະ​ກາດ​ຂອງ​ສ​ະ​ຫະ​ລັດ​ທັງຫຼາຍ ໃນ​ການ​ສ້າງ​ຖານ​ເພື່ອ​ຮອງ​ຮັບ​ມີ​ມະ​ນຸດ​ໄລຍະ​ຍາວ
ຢູ່​ເທິງພື້ນດວງ​ຈັນ ​ໃຫ້​ໄດ້​ເສຍກ່ອນ ຊຶ່ງ​ໃນຂັ້ນ​ຕໍ່​ໄປ ເປັນ​ການເດີນ​ອະ​ວະ​ກາດໄປ​ຍັງ​
ດາວ​ອັງ​ຄານ ​ເພື່ອ​ເປັນ​ອາ​ນາ​ນິ​ຄົມ.

ອ່ານ​ຂ່າວນີ້​ຕື​່ມ ເປັນ​ພາ​ສາ​ອັງ​ກິດ

Elon Musk, a billionaire entrepreneur, unveiled a SpaceX spacecraft Saturday, designed to carry a crew and cargo to the moon and Mars and land back on Earth perpendicularly.

Musk was speaking at SpaceX's rocket development site in the remote village of Boca Chica, Texas.

"We're faced with a choice, which future do you want? Do you want the future where we've become a space faring civilization, and are in many worlds and are out there among the stars, or one where we are forever confined to Earth? And I say it is the first. I hope you agree with me. The critical breakthrough that's needed for us to become a space faring civilization is to make space travel like air travel."

Musk said the spacecraft was expected to take off for the first time in about one or two months and fly to about 20 kilometers before landing back on Earth.

Starship is the top half of Musk's colossal interplanetary rocket system that stands about 120 meters as the latest addition to SpaceX's reusable launch vehicles.

Musk's mission to the moon aligns with NASA's goal of sending humans there by 2024 under its Artemis program, a deep-space initiative spurred by the Trump administration in March.

The accelerated space program aims to work with a handful of U.S. space companies in building a long-term presence on the lunar surface before eventually colonizing Mars.

XS
SM
MD
LG