ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ພາ​ສູງ ຈະລົງ​ຄະ​ແນນສຽງ ເພື່ອ​ຍຸ​ຕິ ການ​ປິດ​ລັດ​ຖະ​ບານ


Senate to Vote on Rival Bills to End Shutdown
please wait

No media source currently available

0:00 0:02:03 0:00

ບັນ​ດາຜູ້ນຳ​ສະ​ພາ​ສູງພັກເດໂມແຄຣັດ ​ແລະພັກຣີພັບບລີກັນໄດ້​ຕົກ​ລົງ​ກັນ ໃນ​ວັນ
​ອັງ​ຄານວານ​ນີ້ ວ່າຈະກຳນົດເວລາ​ການ​ລົງ​ຄະ​ແນນສຽງ​ຮ່າງງົບ​ປະ​ມານ​ສ້າງ​ກຳ​ແພງ
​ຂອງປະທານາທິບໍດີສະ​ຫະ​ລັດ ທ່ານດໍໂນລ ທຣຳ ພ້ອມ​ທັງ​ຮ່າງ​ກົດ​ໝາຍ​ທີ່​ໄດ້​ຮັບ​ຜ່ານ
​ໄປ​ແລ້ວ​ນັ້ນ ໂດຍ​ສະ​ພາຕ່ຳ ທີ່​ຈະ​ໃຫ້​ທຶນ​ລັດ​ຖະ​ບານ​ໄປ​ຈົນ​ເຖິງວັນ​ທີ 8 ກຸມ​ພາ. ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່ານ ມິຈ ແມັກຄອນ​ແນລ ​ກ່າວ​ວ່າ ການ​ລົງ​ຄະ​ແນນ​
ສຽງ​ສຳ​ລັບ​ຂໍ້​ສະ​ເໜີທັງ​ສອງເລື້ອງນີ້ ຈະມີຂຶ້ນໃນວັນພະຫັດມື້ອື່ນ ຊຶ່ງເປັນມື້ນຶ່ງ ທີ່ເບິ່ງ
ຄືວ່າ ຈະເປັນມື້ ກ່ອນ​ພວກພະນັກງານຂອງລັດຖະບານກາງ ຈະບໍ່ໄດ້ຮັບແຊັກ ໃບ​ທີ 2 ຂອງພວກເຂົາເຈົ້າ ນັບ​ຕັ້ງ​ແຕ່ ໄດ້​ເລີ້ມປິດລັດ​ຖະ​ບານ​ລົງ​ໃນ ວັນ​ທີ 22 ທັນ​ວາ ປີ​ກາຍ​ນີ້
ເປັນ​ຕົ້ນ​ມາ. ດັ່ງທີ່ ຊ​ລາ​ຕິ​ກາ ໂຮກ ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ​ມາ​ນັ້ນ ກໍ​ແມ່ນ​ວ່າ​
ຖ້າ​ຫາກວ່າ ​ຮ່າງ​ກົດ​ໝາຍໃດ​ນຶ່ງ​ ຮັບ​ຜ່ານ​ ກໍໝາຍຄວາມວ່າ​ລັດ​ຖະ​ບານ​ຈະ​ເປີດ​ຂຶ້ນຄືນ
​ໃນ​ທັນ​ທີ​ ຊຶ່ງວັນ​ນະ​ສອນ ຈະມີ​ລາຍ​ລະ​ອຽດ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ປະທານສະພາຕໍ່າ ໄດ້​ໄປ​ຢ້ຽມ​ຢາມ ສູນເຮືອນ​ຄົວ​ຂອງໂລກ
ຫຼື World Central Kitchen ໃນ​ວໍ​ຊີງ​ຕັນ ໃນ​ວັນ​ອັງ​ຄານ​ວານ​ນີ້ ແລະ​ໄດ້​ຖາມສະ​ບາຍ
ພວກ​ພະ​ນັກ​ງານ​ລັດ​ຖະ​ບານ​ທັງ​ຫຼາຍ​ທີ່ຖືກ​ກະ​ທົບ​ໂດຍ​ການ​ປິດ​ລັດ​ຖະ​ບານ​ຄັ້ງ​ນີ້.
ຫົວ​ໜ້າພໍ່​ຄົວ​ ໂຮ​ເຊ​ ອັນ​ເດ​ຣ ໄດ້​ໃຫ້​ບໍ​ລິ​ການ​ອາ​ຫານ​ຟຣີ​ ​ແກ່​ພວກ​ພະ​ນັກ​ງານ ຜູ້ທີ່​ບໍ່​
ໄດ້ຮັບ​ check ເງິນ​ເດືອນ​ຂອງເຂົາເຈົ້າ.

ກ່ອນ​ໜ້າ​ການ​ໄປ​ຢ້ຽມ​ຢາມ​ຂອງ​ທ່ານ ທ່ານ​ນາງເພ​ໂລຊີ ໄດ້​ບອກ​ພວກ​ນັກ​ຂ່າວວ່າ ​
ພັກເດໂມແຄຣັດ ຈະ​ບໍ່​ລົງ​ຄະ​ແນນ​ສຽງ​ຮັບເອົາ​ແຜນ​ການ​ຂອງ​ທ່ານ​ທ​ຣຳ ຈົນ​ກວ່າ​ວ່າ
ລັດ​ຖະ​ບານ​ຈະ​ເປີດຄືນເສຍກ່ອນ.

ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ປະ​ທານ​ສະ​ພາ​ຕ່ຳ ກ່າວ​ວ່າ: "ພວກ​ເຮົາຈະ​ບໍ່​ສາ​ມາດ​ມີ
ປະ​ທາ​ນາ​ທິ​ບໍ​ດີ ​ທີ່ທຸກໆຄັ້ງ​ວ່າ ເພິ່ນ​ປະ​ຕິ​ເສດ ເວົ້າວ່າ ‘ຂ້າ​ພະ​ເຈົ້າ​ຈະ​ປິດ​ລັດ​ຖະ
​ບານ​ລົງ ຈົນ​ກວ່າ​ວ່າພວກ​ທ່ານ​ຈະ​ເດີນຕາມທາງ​ ແນວ​ຄິດ​ຂອງ​ຂ້າ​ພະ​ເຈົ້າ.’ ຈົ່ງຂໍ
ໃຫ້ເຂົ້າ​ໃຈ​ ນັ້ນ​ແມ່ນ​ສ່ວນ​ນຶ່ງຂອງ​ຄວາມ​ຄິດ​ໃນຈຸດ​ນີ້. ຖ້າ​ພວກ​ເຮົາ​ຈະຍຶດ​ເອົາ​
ພວກ​ພະ​ນັກ​ງານ​ເປັນ​ຕົວ​ປະ​ກັນ​ດຽວ​ນີ້, ພວກ​ເຂົາເຈົ້າ​ກໍ​ຈະ​ເປັນຕົວ​ປະ​ກັນ
ຕະ​ຫຼອ​ດໄປ.”

ພັກເດໂມແຄຣັດ ໃນ​ລັດ​ຖະ​ສະ​ພາ ຍັງ​ປະ​ຕິ​ເສດ​ທີ່ຈະຮັບເອົາການ​ສະ​ເໜີ​ຂອງ
​ທ່ານ​ທ​ຣຳ ທີ່​ຈະ​ຍືດ​ເວ​ລາ​ດ້ານ​ກົດ​ໝາຍ ອອກ​ໄປ​ ສຳ​ລັບພວກເດັກນ້ອຍອົບພະຍົບ ຜູ້ທີ່ໄດ້ເຂົ້າມາໃນປະເທດຢ່າງຜິດກົດໝາຍ ໃນເວລາທີ່ພວກເຂົາເຈົ້າຍັງເຍົາໄວ,
ໂດຍ​ໄດ້​ບົ່ງ​ຊີ້ວ່າ ເພິ່ນ​ນັ້ນ​ລະ ເປັນ​ຜູ້​ທີ່​ໄດ້ຍົກເລີກການໃຊ້ມາດຕະການປ້ອງກັນ
ດັ່ງກ່າວ ທີ່​ຮູ້​ກັນ​ໃນ​ຊື່​ຫຍໍ້​ວ່າ DACA ນັ້ນ.

ທ່ານຊັກ ຊູມ​ເມີຣ໌ ຜູ້​ນຳ​ສຽງ​ສ່ວນ​ໜ້ອຍ​ໃນ​ສະ​ພາ​ສູງ ກ່າວ​ວ່າ: “ມັນ​ເບິ່ງ​ຄື​ວ່າເປັນ
ການ​ຕໍ່ລອງ ສຳ​ລັບສິ່ງ​ຂອງ​ທີ່​ລັກ​ຂະໂມຍມາ.”

ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່ານ ມິຈ ແມັກຄອນ​ແນລ ​ກ່າວ​ວ່າສະ​ພາ​ສູງ​ຈະ​ລົງ​
ຄະ​ແນນ​ສຽງ​ ​ຂໍ້​ສະ​ເໜີຂອງ​ທ່ານ​ທ​ຣຳ ໃນ​ວັນ​ພະ​ຫັດ​ມື້​ອື່ນ​ນີ້.​

ທ່ານແມັກຄອນ​ແນລ ກ່າວ​ວ່າ “ການ​ປະ​ຕິ​ເສດ ​ຂໍ້​ສະ​ເໜີ​ນີ້, ພວກເດໂມແຄຣັດ
ຈະ​ຕ້ອງ​ໄດ້ຈັດ​ສັນບູ​ລິມ​ມະ​ສິດ ໃນການຕໍ່​ສູ້​ສົງຄາມ​ການ​ເມືອງ ກັບ​ປະ​ທາ​ນາ​ທິ​ບໍ​ດີ
ວ່າຈະເອົາອັນໃດໄປກ່ອນລະຫວ່າງ ​ພວກ​ພະ​ນັກ​ງານຂອງ​ລັດ​ຖະ​ບານກາງພວກ​ທີ່
​ຮັບ​ຜົນປະ​ໂຫຍດ​ຈາກໂຄງ​ການ DACA,​ການ​ຮັກ​ສາ​ຄວາມ​ປອດ​ໄພ​ໃນ​ຊາຍແດນ​
ກັບການໃຫ້ທຶນແກ່ລັດ​ຖະ​ບານເພື່ອຄວາມ​ທຸ່ນ​ທ່ຽງ​ແລະ​ການ​ຄາດ​ເດົາ​ໄດ້​”


ມືໄມ້​ຂອງ​ທ່ານ​ທ​ຣຳ​ໄດ້​ອ່ອນ​ແຮງລົງ ໃນ​ວັນ​ອັງ​ຄານ​ວານນີ້ ໃນຕອນ​ທີ່​ສານ​ສູງ​ສຸດຂອງ
​ລັດ​ຖະ​ບານ​ກາງ ​ໄດ້​ກ່າວ​ວ່າ ຕົນຈະ​ບໍ່​ເອົາ​ບາດ​ກ້າວໃດໆຕໍ່ໂຄງ​ການ DACA, ນັ້ນໝາຍ
​ເຖິງວ່າ ​ກົດ​ໝາຍຍັງຄົງຈະ​ບໍ່ເໜັງຕີງ ໃນ​ຊົ່ວໄລຍະນຶ່ງ.

ໃນແລງວັນ​ອັງ​ຄານ​ວານ​ນີ້, ທ່ານແມັກຄອນ​ແນລ ​ກ່າວ​ວ່າ ສະ​ພາ​ສູງຈະ​ລົງ​ຄະ​ແນນ​ສຽງ
ຂໍ້​ສະ​ເໜີທັງ​ສອງ​ ​ຂອງພັກຣີພັບບລີກັນ ​ແລະພັກເດໂມແຄຣັດ ເພື່ອໃຫ້​ຍຸ​ຕິ​ການ​ປິດ​ລັດ​
ຖະບານ. ການ​ຕັດ​ສິນ​ນີ້ ເປັນ​ຂີດ​ໝາຍ​ຂອງ​ການ​ປ່ຽນທິດ​ທາງຂອງທ່ານແມັກຄອນ​ແນລ
ຜູ້​ທີ່​ໄດ້​ກ່າວ​ວ່າ ທ່ານ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ມີການ​ລົງ​ຄະ​ແນນ​ສຽງ​ຕໍ່ມາດ​ຕະ​ການໃດໆ
ທີ່​ປະ​ທາ​ນາ​ທິ​ບໍ​ດີ​ຈະບໍ່​ລົງ​ນາມ.

ຮ່າງ​ກົດ​ໝາຍ​ໃດກໍ​ຕາມ ຈະຕ້ອງໄດ້ຮັບ​ 60 ສຽງ ຈຶ່ງ​ຈະ​ຜ່ານໄດ້. ຖ້າ​ຫາກວ່າຮ່າງ​ກົດ
​ໝາຍ​ອັນໃດ ບໍ່ໄດ້ຮັບການ​ສະ​ໜັບ​ສະ​ໜຸນທີ່ຈຳເປັນ​ຈາກ​ທັງ​ສອງ​ພັກ, ພວກ​ພະ​ນັກ​ງານ
ຂອງ​ລັດ​ຖະ​ບານ​ ກໍອາດ​ຈະ​ຕ້ອງ​ໄດ້ອາ​ໄສ​ອາ​ຫານ​ຟຣີຕໍ່ໄປອີກຫຼາຍຂຶ້ນ.

Senate Democratic and Republican leaders agreed on Tuesday to schedule a vote on President Donald Trump's wall funding bill as well
as a bill already passed by the House of Representatives to fund the government through February 8. Senate Majority Leader Mitch McConnell said the vote on both proposals will take place on Thursday (January 24), a day before federal workers are likely to miss their second paycheck since the shutdown began December 22. VOA's Zlatica Hoke reports if either of the bills is passed, the shuttered government agencies could reopen immediately.


House Speaker Nancy Pelosi visited the World Central Kitchen in Washington on Tuesday and greeted some of the federal workers affected by the shutdown. Chef José Andrés is offering free meals to government employees who are not getting their paycheck.

Ahead of her visit, Pelosi told reporters that the Democrats would not vote on Trump's plan until the government is reopened.

NANCY PELOSI, HOUSE SPEAKER
"We cannot have the president, every time he has an objection, to say, 'I'll shut down government until you come to my way of thinking.' Understand that is a part of the point of this. If we hold the employees hostage now, they're hostage forever."

Democrats in Congress also rejected Trump's offer to extend legal protections for immigrants who were brought to the United States illegally as children, pointing out that he was the one who had withdrawn those protections, known as DACA.

CHUCK SCHUMER, SENATE MINORITY LEADER
"It's like bargaining for stolen goods."

Senate Republican leader Mitch McConnell said the Senate would vote on Trump's proposal on Thursday.

MITCH MCCONNELL, SENATE MAJORITY LEADER
"To reject this proposal, Democrats would have to prioritize political combat with the president ahead of federal workers, ahead of DACA recipients, ahead of border security and ahead of stable and predictable government funding."

Trump's hand was weakened Tuesday when the Supreme Court said it would not act on DACA, meaning the law would remain in place for some time.

Later Tuesday, McConnell said the Senate would vote on both the Republican and Democratic proposals to end the shutdown. The decision marks a shift for McConnell who has said that he would not allow votes on measures that the president would not sign.

Either bill needs 60 votes to pass. If neither gets the needed bipartisan support, many more government employees may depend on free meals.

XS
SM
MD
LG