ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະ​ຫະ​ລັດ ມີ​ກຳ​ນົດ​ທີ່​ຈະ​ຮວມ​ເອົາ​ເລື້ອງ​ຢູ​ເຄ​ຣນ ເຂົ້າ​ໃນ​ຫົວ​ຂໍ້ ກອງ​ປະ​ຊຸມ​ສຸດຍອດ ກຸ່ມຈີ -20


ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ຖະ​ແຫຼງ​ຕໍ່​ສື່ມວນ​ຊົນ ຫຼັງ​ຈາກກອງ​ປະ​ຊຸມ​ສຸດຍອດ​ກຸ່ມ G-20 ທີ່​ນະ​ຄອນ​ບູ​ແອ​ນົ​ສ​ແອ​ເຣັ​ສ ປະ​ເທດ​ອາ​ເຈັນ​ຕິ​ນາ ເມື່ອ​ວັນ​ທີ 1 ທັນ​ວາ 2018.
ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ຖະ​ແຫຼງ​ຕໍ່​ສື່ມວນ​ຊົນ ຫຼັງ​ຈາກກອງ​ປະ​ຊຸມ​ສຸດຍອດ​ກຸ່ມ G-20 ທີ່​ນະ​ຄອນ​ບູ​ແອ​ນົ​ສ​ແອ​ເຣັ​ສ ປະ​ເທດ​ອາ​ເຈັນ​ຕິ​ນາ ເມື່ອ​ວັນ​ທີ 1 ທັນ​ວາ 2018.

ລັດ​ຖະ​ບານ​ທ່ານ​ໄບ​ເດັນ​ປາ​ກົດ ມີ​ກຳ​ນົດ​ທີ່​ຈະ​ຮວມ​ເອົາ​ການ​ຫາ​ລື​ກ່ຽວ​ກັບ​ຜົນ​ກະ​ທົບ​ທາງ​ດ້ານ​ເສດ​ຖະ​ກິດຂອງ​ສາ​ກົນ ຈາກ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ແລະ​ອາດ​ຮວມ​ທັງ​ການ​ບູ​ລະ​ນະ​ສ້າງ​ສາ​ຢູ​ເຄ​ຣ​ນ​ຄືນໃໝ່ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ຫົວ​ຂໍ້ກອງ​ປະ​ຊຸມ​ສຸດຍອດກຸ່ມ G-20.

ທ່ານ​ນາງ​ເຈັນ ຊາ​ກີ ໂຄ​ສົກ​ຂອງ​ທຳ​ນຽບ​ຂາວ ກ່າວ​ຕໍ່​ວີ​ໂອ​ເອໃນ​ລະ​ຫວ່າງ​ກອງປະ​ຊຸມ​ຖະ​ແຫຼງ​ຂ່າວ ​ໃນ​ວັນ​ພຸດ​ວານນີ້​ວ່າ “ມັນ​ບໍ່​ແມ່ນ​ເລື້ອງ​ຜິດ​ປົກ​ກ​ະ​ຕິ​ສຳ​ລັບ​ເຫດ​ການທີ່​ມີ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຄົມ​ໂລກ ດັ່ງ​ໃນ​ກໍ​ລະ​ນີ​ຂອງ​ຢູ​ເຄ​ຣນ ແລະ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນຊຶ່ງ​ຈະ​ເປັນ​ຈຸດ​ໃຈ​ກາງ​ສຳ​ລັບ​ກອງ​ປະ​ຊຸມ​ລະ​ຫວ່າງ​ປະ​ເທດ ແລະ​ການ​ຟື້ນ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດພ້ອມ​ທັງ​ການ​ບູ​ລະ​ນະ​ສ້າງ​ສາ​ຄືນຈະ​ແມ່ນ​ເລື້ອງ​ທີ່​ປະ​ຊາ​ຄົມ​ໂລກ​ຈະ​ຕ້ອງ​ມີ​ສ່ວນ​ກ່ຽວ​ຂ້ອງ​ແລະ​ແກ້​ໄຂ.

ໃນ​ເດືອນ​ມີ​ນານີ້ ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ກ່າວ​ວ່າ ທ່ານ​ຕ້ອງ​ການ​ຢາກ​ໃຫ້​ລືບ​ຊື່​ຣັດ​ເຊຍ​ອອກ​ຈາກ​ກຸ່ມ 20 ປະ​ເທດ ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ສຸດ​ຂອງ​ໂລກຫຼື​ບໍ່​ກໍ​ເຊີນ​ຢູ​ເຄ​ຣນ ໃຫ້​ເຂົ້າ​ມາ​ເປັນ​ຜູ້​ສັງ​ເກດ​ການ ໃນກອງ​ປະ​ຊຸມ​ສຸດຍອດ ​ກຸ່ມ G-20 ທີ່​ເກາະ​ບາ​ຫລີ ປະ​ເທດ​ອິນ​ໂດ​ເນ​ເຊຍ.

“ການ​ໃຫ້​ຢູ​ເຄ​ຣນ​ເຂົ້າ​ຮ່ວມ ບໍ່​ໄດ້​ໝາຍ​ຄວາມ​ວ່າມັນ​ເປັນ​ພຽງ​ການ​ສູ້​ລົບ​ທາງ​ພາກ​ພື້ນ​ດິນ​ເທົ່າ​ນັ້ນ. ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ໄດ້​ບູ​ລະ​ນະ​ສ້າງ​ສາ​ຢູ​ເຄ​ຣນ​ຄືນ​ໃໝ່” ຊຶ່ງ​ທ່ານ​ນາງ​ເຈັນ ຊາ​ກີ ໃຫ້​ຂໍ້​ສັງ​ເກດ​ວ່າ ຢູ​ເຄ​ຣນ​ໄດ້​ຍື່ນ​ຄຳ​ຮ້ອງ ​ສະ​ໝັກ​ເຂົ້າ​ເປັນ​ສະ​ມາ​ຊິກຂອງ​ສະ​ຫະ​ພາບ​ຢູ​ໂຣບ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ກຸ່ມ G-20.

ໃນ​ການ​ຕອບ​ຄຳ​ຖາມ​ຕໍ່​ການ​ຕ້ອງ​ຕິ​ທີ່​ປະ​ເທດ​ຕາ​ເວັນ​ຕົກ​ຕ້ອ​ງ​ການ​ບໍ່​ໃຫ້​ຮວມເອົາ​ມົ​ສກູ ຊຶ່ງ​ຈະ​ລົບ​ກວນ​ຫົວ​ຂໍ້​ປະ​ຊຸມ​ສຸດຍອດແລະ​ສ້າງ​ຄວາມ​ແຕກ​ແຍກ​ໃນ​ກຸ່ມ​ດັ່ງ​ກ່າວ​ນັ້ນ ທ່ານນາງ​ເຈັນ ຊາ​ກີກ່າວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນໄດ້​ສະ​ແດງ​ໃຫ້​ເຫັນ​ວ່າລາວ​ເອງ​ເປັນ “ບຸກ​ຄົນ​ທີ່​ບໍ່​ມີ​ຜູ້​ຄົບ​ຫາ​ໃນ​ໂລກ” ແລະບໍ່​ມີ “ບ່ອນ​ສຳ​ລັບ​ລາວ​ໃນ​ກອງ​ປະ​ຊຸມ​ສາ​ກົນ.”

​ຫຼັງ​ຈາກ​ໄດ້​ປະ​ກາດ​ຮວມ​ເອົາ​ແຫຼມ​ໄຄ​ຣ​ເມຍ​ເຂົ້າ​ເປັນ​ສ່ວນ​ນຶ່ງ​ຂອງ​ຣັດ​ເຊຍ ໃນ​ປີ 2014 ແລ້ວ ມົ​ສ​ກູ​ກໍ​ໄດ້​ຖືກ​ໄລ່​ອອກ​ຈາກ​ກຸ່ມ G-8 ຊຶ່ງ​ໃນ​ເວ​ລານີ້ຮູ້​ກັນ​ໃນ​ຊື່​ກຸ່ມ​G-7. ແຕ່​ແນວ​ໃດ​ກໍ​ຕາມ ກຸ່ມ​ G-20 ແມ່ນ​ກຸ່ມ​ທີ່​ມີ​ຂະ​ໜາດ​ໃຫຍ່ກວ່າ ໂດ​ຍ​ມີການ​ແຂ່ງ​ຂັນ​ກັນ​ທາງ​ດ້ານ​ຜົນ​ປະ​ໂຫຍດຫຼາຍ​ຂຶ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG