ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ​ໄບ​ເດັນ ​ລໍຖ້າ​ດົນ​ໂພດ ​ກ່ຽວ​ກັບການ​ເສີມ​ກຳ​ລັງ​​ ຂອງຣັດ​ເຊຍ​ ຢູ່​ຊາຍ​ແດນ​ຢູ​ເຄ​ຣນ ນັ້ນຄື​ຄຳ​ເວົ້າ ​ຂອງ​ສະ​ມາ​ຊິກ​ສະ​ພາ​ສູງ


ສະ​ມາ​ຊິກ​ສະ​ພາ​ສູງ ຣັອບ ພອດ​ແມນ (ກາງ) ຢືນ​ຢູ່​ກັບ​ສະ​ມາ​ຊິກ​ສະ​ພາ​ສູງ​ຄົນ​ອື່ນໆ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 19 ມັງ​ກອນ 2022.
ສະ​ມາ​ຊິກ​ສະ​ພາ​ສູງ ຣັອບ ພອດ​ແມນ (ກາງ) ຢືນ​ຢູ່​ກັບ​ສະ​ມາ​ຊິກ​ສະ​ພາ​ສູງ​ຄົນ​ອື່ນໆ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 19 ມັງ​ກອນ 2022.

ສະ​ມາ​ຊິກ​ສະ​ພາ​ສູງ ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ກຸ່ມ​ນຶ່ງ ໃນ​ວັນ​ພຸດ​ວານນີ້ ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຂອງ​ທ່ານ​ໄບ​ເດັນ ໃຊ້​ມາດ​ຕະ​ການ​ຕອບ​ໂຕ້​ທີ່​ໜັກ​ຂຶ້ນ ຕໍ່​ການ​ຂົ່ມ​ຂູ່ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ທີ່​ຈະ​ບຸກ​ປະ​ເທດ​ຢູ​ເຄ​ຣນ.

ສະ​ມາ​ຊິກ​ສະ​ພາ​ສູງ ຈອນ ຄໍ​ນິນ ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດໃນ​ວັນ​ພຸດ​ວານນີ້​ວ່າ “ຕາມ​ປະ​ຫວັດ​ສາດ​ແລ້ວ ສົງ​ຄາມ​ແມ່ນ​ເລີ້ມ​ຕົ້ນຂຶ້ນ​ງ່າຍໆ ແຕ່​ຍາກ​ທີ່​ຈະ​ຍຸ​ຕິ​ລົງ. ນັ້ນ​ຄື​ວ່າ​ເປັນ​ຫຍັງ​ການ​ຂົ່ມ​ຂູ່​ທີ່​ຈະ​ລົງ​ໂທດ​ດັ່ງ​ກ່າວນີ້ ໃນ​ຄວາມ​ເປັນ​ຈິງ​ແລ້ວ​ຈຶ່ງ​ບໍ່​ພຽງ​ພໍທີ່​ຈະ​ສະ​ກັດ​ກັ້ນ​ (ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ) ທ່ານວ​ລາ​ດີ​ເມຍ ປູ​ຕິນ ແລະ​ປ້ອງ​ກັນ​ບໍ່​ໃຫ້​ລາວ​ ທຳ​ການ​ບຸກ​ລຸກເພີ້ມ​ຕື່ມ​ຕໍ່​ປະ​ເທດ​ຢູ​ເຄ​ຣນ.”

ທ່ານ​ຄໍ​ນິນ ກ່າວ​ຕື່ມ​ວ່າ “​ທັງການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ຊ່ວ​ຍ​ເຫຼືອ​ຢູ​ເຄ​ຣນ​ທາງ​ດ້ານ​ການ​ເງິນ​ແມ່ນ​ບໍ່​ພຽງ​ພໍ ທີ່​ຈະ​ສະ​ກັດ​ກັ້ນ​ປູຕິດ​ໄດ້ ແລະ​ບໍ່​ຄວນ​ທີ່​ຈະ​ເຂົ້າ​ໃຈຜິດກ່ຽວ​ກັບ​ເລື້ອງນີ້ ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ບົນ​ພື້ນ​ຖານ​ຂອງ​ທັງ​ສອງ​ພັກ​ການເມືອງ​ແລ້ວຄວນ​ແມ່ນ​ການ​ສະ​ກັດ​ກັ້ນ​ປູ​ຕິນ ແລະ​ຄວນ​ເຮັດ​ໃຫ້​ລາວ​ຄິດ​ສອງ​ເທື່ອ​ກ່ຽວກັບ​ການ​ບຸກ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ.”

ກຸ່ມ​ດັ່ງ​ກ່າວນີ້ ແມ່ນ​ຮວມ​ທັງ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ຈາກ​ຄະ​ນະ​ກຳ​ມະ​ການກອງ​ທັບ ແລະ​ກຳ​ມະ​ການ​ຄວາມ​ສຳ​ພັນ​ກັບ​ຕ່າງ​ປະ​ເທດ.

ສະ​ມາ​ຊິກ 3 ຄົນ​ ຊຶ່ງ​ປະ​ກອບ​ດ້ວຍ​ທ່ານ​ເຄວິນ ແຄ​ຣມ​ເມີ ທ່ານ​ຣໍ​ເຈີ ວິກ​ເກີ ແລະ​ທ່ານ​ຣັອບ ພອດ​ແມນ ແມ່ນ​ສ່ວນ​ນຶ່ງ​ຂອງ​ຄະ​ນະ​ຜູ້​ແທນ​ລັດ​ຖະ​ສະ​ພາ​ສະຫະ​ລັດທີ່​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ກີ​ຢິບແລະ​ພົບ​ປະ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ

ໃນ​ອາ​ທິດນີ້ ເພື່ອ​ໃຫ້​ການ​ຢືນ​ຢັນ​ເພີ້ມ​ຕື່ມ​ໃນ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ຂອງສະ​ຫະ​ລັດ​ຕໍ່​ຢູ​ເຄ​ຣນ ແລະ​ຄວາມ​ຕ້ອງ​ການ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ.

ກຸ່ມ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກສອງ​ພັກ​ການ​ເມືອງ ຍັງ​ໄດ້​ພົບ​ປະ​ທາງ​ອອນ​ລາຍນ໌ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໃນ​ຕ​ອນ​ເຊົ້າ​ຂອງ​ວັນ​ພຸດ​ວານນີ້ ເພື່ອ​ປຶກ​ສາ​ຫາລື​ກ່ຽວ​ກັບ​ນະ​ໂຍ​ບາຍ​ຂອງ​ສະ​ຫະ​ລັດ​ຕໍ່​ຢູ​ເຄ​ຣນ. ຢູ່​ໃນ​ຖະ​ແຫຼງ​ການ ​ທີ່​ອ່ານ​ເອົາກ່ຽວ​ກັບ​ການ​ພົບ​ປະ​ຊຶ່ງ​ນຳ​ອອກ​ເຜີຍ​ແຜ່​ຫຼັງ​ຈາກນັ້ນ ທຳ​ນຽບ​ຂາວ​ກ່າວ​ວ່າ “ປະທາ​ນາ​ທິ​ບໍ​ດີ​ໄບ​ເດັນ ໄດ້​ກ່າວ​ຊົມ​ເຊີຍ​ປະ​ຫວັດ​ໃນ​ການ​ໃຫ້​ຄວາມ​ສະ​ໜັບ​ສະ​ໜຸນ​ທີ່​ເຂັ້ມ​ແຂງ​ຕໍ່​ຢູ​ເຄ​ຣນຈາກ​ທັງ​ສອງ​ພັກ​ການ​ເມືອງ ແລະ​ໄດ້​ຕົກ​ລົງ​ທີ່​ຈະ​ສືບ​ຕໍ່​ເຮັດວຽກ​ຢ່າງ​ໃກ້​ຊິດ​ ກັບ​ສະ​ພາ ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ພວມ​ກະ​ກຽມ​ການ​ລົ​ງ​ໂທດ​ທີ່​ສຳ​ຄັນ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ຮຸກ​ຮານ​ເພີ້ມ​ຕື່ມ​ຂອງ​ຣັດ​ເຊຍ ຕໍ່​ປະ​ເທດ​ຢູ​ເຄ​ຣນ.”

ຣັດ​ເຊຍ​ໄດ້​ເສີມ​ກຳ​ລັງ​ທະ​ຫານ​ລະ​ຫວ່າງ 70,000 ຫາ 100,000 ຄົນ​ໃນ​ເຂດຊາຍ​ແດນ​ທີ່​ຕິດ​ກັບ​ຢູ​ເຄ​ຣນ ອີງ​ຕາມ​ການ​ກະ​ປະ​ມານ​ຂອງ​ສະ​ຫະ​ລັດ. ໃນ​ຕົ້ນ​ອາ​ທິດນີ້ ຣັດ​ເຊຍ​ໄດ້​ຖອນ​ພະ​ນັກ​ງານອອກ​ຈາກສະ​ຖານ​ທູດ​ຂອງ​ຕົນ​ທີ່​ນະ​ຄອນກີ​ຢິບ ຊຶ່ງ​ອ​າດເປັນ​ຮ່ອງ​ຮອຍ​ໃນ​ການ​ບຸກ​ໂຈມ​ຕີ​ມີ​ຄວາມ​ເປັນ​ໄປ​ໄດ້​. ການ​ເຈ​ລະຈາ​ຫຼາຍໆ​ຮອບ​ທີ່​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ລະ​ຫວ່າງ​ຣັດ​ເຊຍ ສະ​ຫະ​ລັດແລະ​ບັນ​ດາປະ​ເທດ​ພັນ​ທະ​ມິດ​ໃນ​ຢູ​ໂຣບໄດ້​ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ ເມື່ອ​ສັບ​ປະ​ດາ​ແລ້ວ ນີ້ ຍ້ອນ​ສະ​ຫະ​ລັດ ແລະ​ປະ​ເທດ​ພັນ​ທະ​ມິດ​ໄດ້​ປະ​ຕິ​ເສດ ​ບໍ່​ຍອມ​ໃຫ້​ການ​ຄ້ຳ​ປະກັນ​ວ່າຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ຢູ​ເຄ​ຣນ​ເຂົ້າ​ຮ່ວມ​ອົງ​ການ​ພັນ​ທະ​ມິດ​ຂ້າມ​ມະ​ຫາ​ສະ​ໝຸດ​ແອັດ​ແລນ​ຕິກ​ ຕະ​ຫຼອດ​ໄປ​ນັ້ນ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG