ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສ​ຫລ ພ້ອມ​ແລ້ວ ຈະຮັບເອົາ ທ່ານນາງ Yellen ​ເປັນຫົວໜ້າ ທະນາຄານ​ກາງ (ວີ​ດີ​ໂອ)


ທ່ານນາງ Janet yellen ຜູ້ທີ່ຖືກສະເໜີໂດຍ ປະທານາທິບໍດີ Barack Obama ໃຫ້ກໍາໜ້າທີ່ ເປັນຫົວໜ້າ ທະນາຄານກາງ ຂອງ ສະຫະລັດ
ທ່ານນາງ Janet yellen ຜູ້ທີ່ຖືກສະເໜີໂດຍ ປະທານາທິບໍດີ Barack Obama ໃຫ້ກໍາໜ້າທີ່ ເປັນຫົວໜ້າ ທະນາຄານກາງ ຂອງ ສະຫະລັດ
ປາກົດ​ວ່າ ​ສະພາ​ສູງ ສະຫະລັດ ​ພ້ອມ​ແລ້ວ​ທີ່​ຈະ​ຮັບເອົາ ທ່ານ
ນາງ Janet Yellen ​ເປັນ​ປະທານ ທະນາຄານ​ກາງຂອງ​ປະ​
ເທດ ຊຶ່ງເຮັດໃຫ້ທ່ານ​ນາງເປັນ​ຜູ້ນຶ່ງ ທີ່​ມີ​ອໍານາດຫຼາຍ​ທີ່​ສຸດຢູ່
​ໃນແວດ​ວົງ​ເສດຖະກິດ​ໂລກ.

ສະພາ​ສູງມີ​ນັດ​ໝາຍ​ທີ່​ຈະ​ລົງ​ຄະ​ແນນ​ສຽງ​ໃນ​ຕອນ​ແລງ​ຂອງ​
ວັນ​ຈັນ​ມື້​ນີ້ ​ໃນ​ການສະ​ເໜີ​ໃຫ້​ທ່ານ​ນາງ ​ເປັນ​ປະທານ ທະນາ
ຄານ​ກາງ ສະຫະລັດ ​ແລະ​ບັນດາ​ນັກວິ​ເຄາະ ​ກ່າວ​ວ່າ ທ່ານ
​ນາງ​ມີ​ຄະ​ແນນ​ສຽງ​ພໍທີ່​ຈະ​ຖືກຮັບ​ຜ່ານ​. ທ່ານ​ນາງ​ຈະ​ເປັນ​ຜູ້
ຍິງຄົນທໍາ​ອິດ ທີ່​ຈະ​ນໍາພາສະ​ຖາ​ບັນ ທີ່​ມີ​ອາຍຸ​ໄດ້ 100 ປີ​ແລ້ວ
​ແລະ​ມາແທນ​ໜ້າ​ທີ່​ທ່ານ Ben Bernanke ​ເວລາ​ກໍານົດ​ແປດ
​ປີ ​ໃນການ​ຮັບ​ໃຊ້​ສີ້​ນສຸດ​ລົງ​ໃນ​ທ້າຍ​ເດືອນ​ມັງກອນນີ້.

ຫົວໜ້າ ທະນາຄານ​ກາງ ສະຫະລັດ ມັກ​ຈະ​ມີ​ອິດ​ທິພົນ​ຕໍ່​ການ​ຕັດສິນ​ໃຈ​ຂອງ ​ເສດຖະກິດ​
ໂລກ. ບັນດາ​ນັກ ​ເສດຖະສາດ ພາກັນ​ທຳນາຍວ່າ ທ່ານ​ນາງ Yellen ອາຍຸ 67 ປີ ຮອງ​ປະ
ທານ ທະນາຄານ​ກາງ ຄົນ​ປັດຈຸບັນ ຈະສືບ​ຕໍ່ ນະ​ໂຍບາຍ​ຫລາຍ​ຢ່າງຂອງ ທ່ານBernanke.
ທັງສອງ​ທ່ານ ​ໄດ້​ຮຽກຮ້ອງ​ໃຫ້​ຍຸຕິ​ການ​ຊຸກຍູ້ໂດຍ​ກົງຈາກທະນາຄານກາງ ​ແກ່ ​ເສດຖະກິດ
ສະຫະລັດ ​ແລະ​ສືບ​ຕໍ່ ອັດຕາດອກ​ເບ້ຍ​ຕໍ່າ.

ຫົວໜ້າ​ເສດຖະກິດ ທະນາຄານ​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ ທ່ານ James Glassman ຂອງ
ທະນາຄານ JPMorganm Chase ກ່າວ​ຕໍ່ ວີ​ໂອ​ເອ ວ່າ ນະ​ໂຍບາຍ ທະນາຄານ​ກາງ ຈະ
ປັບ​ປ່ຽນໂດຍ ການ​ປະຕິບັດ​ງານ​ຂອງ ​ເສດຖະກິດ​ທີ່​ໃຫຍ່​ສຸດ​ໃນໂລກ ​ໃນຂະນະ​ທີ່ຟື້ນ​ໂຕ
​ຈາກ​ເສດຖະກິດ​ຕົກ​ຕໍ່າ​ໃນ​ປີ 2008 ​ແລະ 2009.

Senate Set to OK Yellen as New Central Bank Chief
please wait

No media source currently available

0:00 0:02:26 0:00
ລິງໂດຍກົງ
XS
SM
MD
LG