ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລົງຄະແນນສຽງຂອງສະພາສູງ ສຫລ ເພື່ອຮັບຮອງເອົາຮ່າງກົດໝາຍ ພື້ນຖານໂຄງລ່າງ ເປັນຄວາມລົ້ມແຫລວຫລ້າສຸດ ໃນຫລາຍອັນ


ກໍາມະກອນກໍາລັງສ້ອມແປງຫົນຢູ່ໃກ້ຫໍລັດຖະສະພາໃນນະຄອນຫລວງວໍຊິງຕັນ ໃນວັນທີ 21 ກໍລະກົດ, 2021 ຂະນະທີ່ພວກສະມາຊິກສະພາສູງພາກັນດີ້ນຮົນເພື່ອເຮັດໃຫ້ມີການສົມຍອມກັນ ໃນເລື້ອງການໃຊ້ຈ່າຍງົບປະມານເກືອບຮອດ 1 ພັນຕື້ໂດລາໃນພື້ນຖານໂຄງຫລ່າງ ຊຶ່ງເປັນນະໂຍບາຍຫລັກຂອງປະທານາທິບໍດີໂຈ ໄບເດັນ
ກໍາມະກອນກໍາລັງສ້ອມແປງຫົນຢູ່ໃກ້ຫໍລັດຖະສະພາໃນນະຄອນຫລວງວໍຊິງຕັນ ໃນວັນທີ 21 ກໍລະກົດ, 2021 ຂະນະທີ່ພວກສະມາຊິກສະພາສູງພາກັນດີ້ນຮົນເພື່ອເຮັດໃຫ້ມີການສົມຍອມກັນ ໃນເລື້ອງການໃຊ້ຈ່າຍງົບປະມານເກືອບຮອດ 1 ພັນຕື້ໂດລາໃນພື້ນຖານໂຄງຫລ່າງ ຊຶ່ງເປັນນະໂຍບາຍຫລັກຂອງປະທານາທິບໍດີໂຈ ໄບເດັນ

ມາດຕະການທີ່ຈະເຮັດໃຫ້ສະພາສູງສະຫະລັດເລີ່ມຕົ້ນໂຕ້ວາທີໄດ້ກ່ຽວກັບການໃຊ້ຈ່າຍເງິນ 1 ພັນຕື້ໂດລາສຳລັບຫົນທາງ, ການຂົນສົ່ງສາທາລະນະ, ຄວາມແຮງຂອງເຄື່ອງສົ່ງສັນຍານອິນເຕີແນັດ, ແລະອື່ນໆ ໄດ້ຖືກຜ່າຍແພ້ຢູ່ໃນການລົງຄະແນນສຽງທີ່ອີງຕາມພັກ ໃນຕອນບ່າຍວັນພຸດວານນີ້, ເຊິ່ງໄດ້ເພີ່ມການເຊື່ອມໂຍງເຂົ້າໄປໃນຕ່ອງໂສ້ແຫ່ງຄວາມພະຍາຍາມທີ່ປະສົບຄວາມລົ້ມແຫຼວອັນຍາວນານໃນການກໍ່ສ້າງພື້ນຖານໂຄງລ່າງທີ່ສຳຄັນທີ່ສຸດຂອງປະເທດ.

ແຕ່ຄວາມຜ່າຍແພ້ຂອງມາດຕະການດັ່ງກ່າວສະແດງໃຫ້ເຫັນເຖິງຄວາມເປັນໄປໄດ້ທີ່ແທ້ຈິງວ່າ ພັກເດໂມແຄຣັດ ແລະພັກຣີພັບບລີກັນອາດຈະສາມາດມາໂຮມກັນ ແລະຮັບຜ່ານນິຕິກໍານັ້ນໄດ້ຢູ່. ສະມາຊິກຂອງພັກຣີພັບບລີກັນຈຳນວນນຶ່ງທີ່ລົງຄະແນນສຽງຄັດຄ້ານໃນຕອນຕົ້ນຂອງການໂຕ້ວາທີນັ້ນ ໄດ້ສັນຍາວ່າ ພວກເຂົາເຈົ້າຈະສະໜັບສະໜູນມາດຕະການດັ່ງກ່າວໃນຕົ້ນອາທິດໜ້າ, ໂດຍກ່າວວ່າພວກເຂົາເຈົ້າລັ່ງເລໃຈທີ່ຈະເລີ່ມຕົ້ນການໂຕ້ວາທີກ່ຽວກັບມາດຕະການດັ່ງກ່າວ ຍ້ອນວ່າພາສາທີ່ໃຊ້ໃນທາງນິຕິບັນຍັດຍັງບໍ່ທັນສຳເລັດເທື່ອ, ແລະການວິເຄາະຜົນກະທົບຂອງງົບປະມານລັດຖະບານກາງ ຍັງບໍ່ມີເທື່ອ.

ຜູ້ນຳພັກສຽງສ່ວນຫລາຍຂອງສະພາສູງ, ທ່ານຈຊັກ ຊຸມເມີ (Chuck Schumer) ໄດ້ຮຽກໃຫ້ມີການລົງຄະແນນສຽງ-ເຊິ່ງຄາດກັນໄວ້ ຢ່າງກວ້າງ ຂວາງວ່າ ຈະລົ້ມແຫຼວນັ້ນ- ກໍຍ້ອນເຫດຜົນຫຼາຍຢ່າງ. ນຶ່ງໃນນັ້ນກໍແມ່ນເພື່ອເຮັດໃຫ້ພວກສະມາຊິກ ທີ່ເປັນແກນອຽງຊ້າຍຂອງພັກເດໂມແຄຣັດທີ່ເຊື່ອວ່າ ການດໍາເນີນຄວາມພະຍາຍາມມາເປັນເວລາຫຼາຍເດືອນໃນການຊອກຫາຮ່າງ ກົດໝາຍທີ່ທັງສອງພັກການເມືອງສາມາດຕົກລົງກັນໄດ້ນັ້ນ ແມ່ນຜົນຂອງກົນລະຍຸດເຮັດໃຫ້ມັນຊັກຊ້າຂອງພວກສັງກັດພັກຣີພັບບລີກັນທີ່ບໍ່ມີແຜນຈະສະໜັບສະໜູນມັນໂດຍບໍ່ກ່ຽວກັບວ່າຊຸດນິຕິກໍາສຸດທ້າຍຈະເປັນແນວໃດນັ້ນ ສະຫງົບງຽບລົງ.

ຖ້າຊາວອາເມຣິກັນມີຄວາມສົງໄສກ່ຽວກັບວ່າ ລັດຖະສະພາໃນຕົວຈິງແລ້ວບັນລຸຂໍ້ຕົກລົງໄດ້ຫລືບໍ່ນັ້ນ, ພວກເຂົາເຈົ້າກໍມີເຫດຜົນດີຢູ່. ເບິ່ງຄືວ່າຄວາມບໍ່ສາມາດ ຂອງລັດຖະບານສະຫະລັດ ໃນການປະຕິບັດຕາມຄວາມຕ້ອງການທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງວ່າ ຕ້ອງໄດ້ມີການປັບປຸງພື້ນຖານໂຄງລ່າງທີ່ສຳຄັນທີ່ສຸດຂອງປະເທດນັ້ນ ໄດ້ກາຍເປັນເລື່ອງຕະຫລົກໄປຢູ່ໃນວໍຊິງຕັນ.

ສັນຍານບົ່ງບອກເຖິງການເສື່ອມໂຊມຂອງພື້ນຖານໂຄງລ່າງໄດ້ເຫັນໄດ້ຢ່າງຈະ ແຈ້ງຢ່າງໜ້າເສົ້າໃຈມາເປັນເວລາຫລາຍປີແລ້ວ, ນັບແຕ່ການປົນເປື້ອນທີ່ໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງ ຂອງເມືອງຟລິນ (Flint), ນໍ້າດື່ມຂອງລັດມິຊິແກນທີ່ປົນເປື້ອນດ້ວຍສານກົ່ວ ຈົນເຖິງຂົວຫລາຍສິບພັນແຫ່ງທີ່ຖືກປະເມີນວ່າ “ຂາດ ໂຄງສ້າງທີ່ໄດ້ມາດຕະຖານ,” ຮອດທໍ່ນໍ້າຂອງລະບົບທໍ່ນໍ້າໃນພື້ນດິນທີ່ເຮັດໃຫ້ ນໍ້າທີ່ໄດ້ຮັບການບຳບັດຮົ່ວໄຫລຖິ້ມປະມານ 6 ລ້ານກາລອນໃນແຕ່ລະມື້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG