ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ສຫລ ຊັ່ງຊາເບິ່ງຜົນກະທົບ ຕາມມາ ຂອງບົດບາດທ່ານທຣໍາ ໃນການໂຈມຕີ ຫໍລັດຖະສະພາ


ບັນດາສະມາຊິກສະມາຊິກສະພາຕໍ່າຈາກພັກເດໂມແຄຣັດ ພາກັນຍ່າງໄປເຂົ້າຫ້ອງໂຖງ Rotunda ເພື່ອຍື່ນຂໍ້ສະເໜີໃນການຟ້ອງຮ້ອງອະດີດປະທານາທິບໍດີດໍໂນລ ທຣໍາ ຕໍ່ສະພາສູງສະຫະລັດ ໃນວັນທີ 25 ມັງກອນຜ່ານມາ
ບັນດາສະມາຊິກສະມາຊິກສະພາຕໍ່າຈາກພັກເດໂມແຄຣັດ ພາກັນຍ່າງໄປເຂົ້າຫ້ອງໂຖງ Rotunda ເພື່ອຍື່ນຂໍ້ສະເໜີໃນການຟ້ອງຮ້ອງອະດີດປະທານາທິບໍດີດໍໂນລ ທຣໍາ ຕໍ່ສະພາສູງສະຫະລັດ ໃນວັນທີ 25 ມັງກອນຜ່ານມາ

ສະພາສູງສະຫະລັດຈະດຳເນີນການໄຕ່ສວນຄະດີຄັ້ງທີສອງ ຢ່າງເປັນປະຫວັດການຕໍ່ອະດີດປະທານາທິບໍດີສະຫະລັດ, ທ່ານດໍໂນລ ທຣໍາ ໃນເດືອນນີ້, ໂດຍຈະສິ້ນສຸດລົງດ້ວຍການລົງຄະແນນສຽງເພື່ອຕັດສິນວ່າ ທ່ານມີຄວາມຜິດໃນຖານຍຸຍົງໃຫ້ມີການຈາລະຈົນ ໃນວັນທີ 6 ມັງກອນ ຢູ່ທີ່ຫໍລັດຖະສະພາສະຫະລັດນັ້ນ ຫລືບໍ່. ດັ່ງທີ່ Katherine Gypson ນັກຂ່າວຂອງ VOA ປະຈໍາຢູ່ລັດຖະສະພາ ລາຍງານມາ ບັນດາສະມາຊິກລັດຖະສະພາສາມາດຕັດສິນໃຈທີ່ຈະຫ້າມທ່ານ ທຣໍາ ບໍ່ໃຫ້ລົງແຂ່ງຂັນເພື່ອເຂົ້າກໍາຕຳແໜ່ງໃນລັດຖະບານກາງໄດ້ອີກ ຊຶ່ງບົວສະຫວັນ ຈະນໍາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຢູ່ໃນຫ້ອງໂຖງບ່ອນດຽວກັນກັບບ່ອນທີ່ບັນດາສະມາຊິກສະມາຊິກສະພາຕໍ່າຈາກພັກເດໂມແຄຣັດ ໃນວັນທີ 25 ມັງກອນຜ່ານມາ ໄດ້ຖະແຫລງຂໍ້ສະເໜີໃນການ ຟ້ອງຮ້ອງອະດີດປະທານາທິບໍດີດໍໂນລ ທຣໍາ ຕໍ່ສະພາສູງສະຫະລັດໃນຂໍ້ຫາວ່າຍຸຍົງໃຫ້ມີການກໍ່ຄວາມວຸ້ນວາຍ ພາຍຫຼັງທີ່ອ້າງວ່າ ການເລືອກຕັ້ງປະທານາທິບໍດີປີກາຍນີ້ ຖືກສໍ້ໂກງ.

ທ່ານ ດໍໂນລ ທຣໍາ, ອະດີດປະທານາທິບໍດີກ່າວວ່າ:
“ພວກເຮົາຈະບໍ່ຍອມແພ້ເດັດຂາດ. ພວກເຮົາຈະບໍ່ຍອມຮັບເອົາ.”

ຫລາຍກວ່າ 160 ຄົນ ໃນທົ່ວປະເທດຖືກຈັບກຸມ ແລະຖືກກ່າວຫາໃນການປະ ກອບສ່ວນຂອງພວກເຂົາເຈົ້າ ໃນການປິດລ້ອມຫໍລັດຖະສະພາໃນວັນທີ 6 ມັງ ກອນຜ່ານມາ, ແລະອີກຫຼາຍຮ້ອຍຄົນ ແມ່ນຍັງຢູ່ພາຍໃຕ້ການສືບສວນຢູ່.

ແລະໄພຂົ່ມຂູ່ຈາກພວກຫົວຮຸນແຮງພາຍໃນປະເທດ ຍັງເປັນບັນຫາອັນຮີບດ່ວນຢູ່, ນັ້ນຄືຄໍາເວົ້າຂອງກະຊວງຮັກສາຄວາມໝັ້ນຄົງພາຍໃນປະເທດທີ່ແຈ້ງເຕືອນ ເມື່ອບໍ່ດົນມານີ້, ໃນຂະນະທີ່ ຜູ້ຊາຍຈາກລັດຄາລີຟໍເນຍຄົນນຶ່ງ ຖືກກ່າວຫາວ່າວາງແຜນທີ່ຈະລະເບີດຕຶກອາຄານຕ່າງໆໃນນະຄອນຫລວງວໍຊິງຕັນ.

ປະທານສະພາຕໍ່າ, ທ່ານນາງແນນຊີ ເພໂລຊີ (Nancy Pelosi) ກ່າວວ່າ:
"ທ່ານທຣໍາຕ້ອງໄດ້ຮັບການໄຕ່ສວນຄະດີ ແລະຖືກຕັດສິນໂທດ ເພື່ອບໍ່ໃຫ້ມີປະ ທານາທິບໍດີຄົນໃດ ໃນອະນາຄົດສາມາດຄິດໄດ້ວ່າ ການຍຸຍົງໃຫ້ມີການຈາລະ ຈົນ ກໍບໍ່ເປັນຫຍັງ."

ພໍດີໄດ້ນຶ່ງອາທິດຫລັງຈາກມີການກໍ່ຄວາມວຸ້ນວາຍ, ໃນຂະນະທີ່ທ່ານທຣໍາ ຍັງເປັນປະທານາທິບໍດີຢູ່ນັ້ນ, ສະມາຊິກສະພາຕໍ່າຂອງສະຫະລັດກໍໄດ້ລົງຄະແນນສຽງໂດຍໄດ້ຮັບການເຫັນດີ 232 ຕໍ່ 197 ສຽງວ່າ ໃຫ້ຟ້ອງຮ້ອງທ່ານ. ໃນຂະນະທີ່ສະມາຊິກຂັ້ນສູງຂອງພັກຣີພັບບລິກັນບາງຄົນກໍໄດ້ຍອມຮັບເຖິງບົດບາດຂອງທ່ານທຣໍາ ໃນການກໍ່ໃຫ້ເກີດຄວາມວຸ້ນວາຍນັ້ນ…

ທ່ານ ມິດຈ໌ ແມັກຄອລແນລ (Mitch McConnell), ຜູ້ນຳສຽງສ່ວນໜ້ອຍ ໃນສະພາສູງກ່າວວ່າ:

“ຝູງຄົນຖືກປ້ອນຂໍ້ມູນທີ່ຜິດໆ. ພວກເຂົາເຈົ້າໄດ້ຖືກກະຕຸ້ນໂດຍປະທານາທິບໍດີແລະຜູ້ມີອຳນາດຄົນອື່ນໆ.”

... ການຕັດສິນລົງໂທດແມ່ນຮຽກຮ້ອງໃຫ້ມີການລົງຄະແນນສຽງເຫັນດີໃນສອງສ່ວນສາມຂອງສະພາສູງ. ສົມມຸດວ່າທັງໝົດ 50 ຄົນທີ່ສັງກັດພັກເດໂມແຄຣັດລົງຄະແນນສຽງເຫັນດີ ໃຫ້ຕັດສິນລົງໂທດແລ້ວ ກໍໝາຍຄວາມວ່າ ຈະຕ້ອງມີສະມາຊິກສະພາສູງ ຈາກພັກຣີພັບບລີກັນ 17 ຄົນ ທີ່ພົບວ່າທ່ານທຣໍາມີຄວາມຜິດ. ມີສະມາຊິກພັກຣີພັບບລີກັນພຽງແຕ່ 5 ຄົນເທົ່ານັ້ນ ທີ່ໄດ້ລົງຄະແນນສຽງເຫັນດີ ໃຫ້ກ້າວໄປຂ້າງໜ້າ ໃນການໄຕ່ສວນດຳເນີນຄະດີດັ່ງກ່າວ - ຊຶ່ງຂັດ ກັບພວກທີ່ຄັດຄ້ານ ທີ່ເວົ້າວ່າ ການໄຕ່ສວນຄະດີອະດີດປະທານາທິບໍດີ ແມ່ນບໍ່ຖືກຕ້ອງຕາມຫລັກລັດຖະທຳມະນູນ.

ທ່ານ ອາຊຸລ ຮັກ (Azul Huq) ຈາກມະຫາວິທະຍາໄລຊິຄາໂກກ່າວຜ່ານທາງ Skype ວ່າ:
“ພວກສັງກັດພັກຣີພັບບລີກັນຢູ່ສະພາສູງ ກຳລັງຄິດກ່ຽວກັບບົດບາດທີ່ມີທ່າແຮງ ບົ່ມຊ້ອນ ຂອງອະດີດປະທານາທິບໍດີ ທຣໍາ ທີ່ສາມາດສະແດງອອກ ຢູ່ໃນດ້ານການເມືອງ ຂອງພັກຣີພັບບລີກັນ, ບໍ່ວ່າຈະໃນນາມເປັນຜູ້ເຂົ້າຮ່ວມ ຫລືຜູ້ທີ່ລົງ ແຂ່ງຂັນທີ່ທໍາລາຍໄຊຊະນະຂອງຄູ່ແຂ່ງ ໄດ້ຄົນນຶ່ງກໍຕາມ. ພວກເຂົາເຈົ້າຈະໄປປ່ອນບັດ ໂດຍອີງໃສ່ຄວາມຮູ້ສຶກຂອງພວກຕົນວ່າ ອະນາຄົດຂອງພັກຣີພັບບລີກັນຈະເປັນໄປຄືແນວໃດ.”

ບັນດາສະມາຊິກພັກເດໂມແຄຣັດ ມີຄວາມກັງວົນໃຈວ່າ ຈະບໍ່ມີຄະແນນສຽງພຽງພໍຈາກພັກຣີພັບບລີກັນ ໃນການຕັດສິນລົງໂທດດັ່ງກ່າວ, ແລະການໄຕ່ ສວນຄະດີ ຂອງສະພາສູງຈະເປັນການລົບກວນຊ່ວງເວລາອາທິດທຳອິດຂອງສະໄໝ ການດໍາລົງຕໍາແໜ່ງເປັນປະທານາທິບໍດີຂອງທ່ານໂຈ ໄບເດັນ. ບາງຄົນກໍໄດ້ສະເໜີການລົງປະຊາມະຕິທີ່ເປັນການຕໍາໜິ ທີ່ບໍ່ມີຜົນສະທ້ອນຫຍັງໝົດ, ຊຶ່ງເປັນທາງເລືອກອັນນຶ່ງ ທີ່ພັກເດໂມແຄຣັດປະຕິເສດບໍ່ຍອມຮັບເອົາ.

ທ່ານ ຈຊັກ ຊຸມເມີ (Chuck Schumer), ຜູ້ນຳສຽງສ່ວນຫລາຍຂອງສະພາສູງກ່າວວ່າ:
"ຢ່າຄິດຜິດເດີ - ຈະມີການໄຕ່ສວນຄະດີ, ແລະຫລັກຖານຕໍ່ອະດີດປະທານາ ທິບໍດີ ຈະຖືກນຳສະເໜີ ຢ່າງມີສີສັນຢູ່ທົ່ວໄປ ໃຫ້ປະເທດຊາດ ແລະພວກເຮົາທຸກໆຄົນໄດ້ເຫັນນໍາກັນ."

ທີມກົດໝາຍຂອງທຣໍາ ໄດ້ຜ່ານການປ່ຽນແປງຫຼາຍໆຄັ້ງ ຍ້ອນວ່າ ທ່ານຍັງສືບຕໍ່ອ້າງວ່າການເລືອກຕັ້ງຖືກສໍ້ໂກງ. ພຽງແຕ່ມີການລົງຄະແນນສຽງສ່ວນ ຫລາຍເທົ່ານັ້ນ ກໍຈະສາມາດກີດຂວາງທ່ານ ບໍ່ໃຫ້ລົງແຂ່ງຂັນເພື່ອດຳລົງຕຳແໜ່ງຫ້ອງການລັດຖະບານກາງໃດໆ ອີກຕໍ່ໄປໄດ້ແລ້ວ, ແຕ່ວ່າການຕັດສິນລົງ ໂທດ ອາດຈະບໍ່ເກີດຂຶ້ນໄດ້.

ທ່ານນາງອີເລນ ຄາມາກຄ໌ (Elaine Kamarck) ຈາກສະຖາບັນບຣຸກຄິງສ໌ (Brookings) ກ່າວຜ່ານທາງ Skype ວ່າ:
“ບໍ່ເຄີຍມີໃຜຖືກຕັດສິນລົງໂທດຈັກເທື່ອ, ເຖິງແມ່ນວ່າ ມີບາງຄົນຖືກຟ້ອງຮ້ອງ ກໍຕາມ. ສະນັ້ນ, ອັນນີ້ແມ່ນເປັນເລື້ອງທີ່ເປັນປະຫວັດການ ຢູ່ໃນຫຼາຍລະດັບ ແທ້ໆ, ແລະໂດຍສະເພາະແມ່ນຂໍ້ກ່າວຫາ. ຂ້າພະເຈົ້າໝາຍເຖິງ ແນວຄິດທີ່ວ່າ ປະທານາທິບໍດີສະຫະລັດຄົນນຶ່ງ ຈະພະຍາຍາມກໍ່ລັດຖະປະຫານ ຢ່າງຈິງແທ້ ເພື່ອໃຫ້ໄດ້ສືບຕໍ່ດຳລົງຕຳແໜ່ງໄປອີກ ໃນຂະນະທີ່ທ່ານໄດ້ໝົດທຸກວິທີທາງໃນການແກ້ໄຂບັນຫາຕາມກົດໝາຍແລ້ວ.”

ທ່ານທຣໍາ ແມ່ນເປັນປະທານາທິບໍດີຄົນດຽວເທົ່ານັ້ນ ໃນປະຫວັດສາດຂອງສະ ຫະລັດທີ່ ຖືກຟ້ອງຮ້ອງສອງຄັ້ງ ແລະຈະເປັນອະດີດປະທານາທິບໍດີຄົນທຳອິດທີ່ຈະໄດ້ຖືກໄຕ່ສວນຄະດີຢູ່ສະພາສູງ.

ອ່ານລາຍງານນນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້:

The U.S. Senate will hold a historic second impeachment trial of former U.S. President Donald Trump this month, ending with a vote to determine if he is guilty of inciting the January 6 insurrection at the U.S. Capitol. As VOA’s congressional correspondent Katherine Gypson reports, lawmakers could decide to bar Trump from ever again running for federal office.

In the same hallways where House Democrats on January 25 delivered the article of impeachment to the U.S. Senate, charging former President Donald Trump with inciting that riot after falsely claiming last year’s presidential election was stolen.

Donald Trump, Former President:
“We will never give up. We will never concede.”

More than 160 people across the nation have been arrested and charged for their part in the January 6 siege, and hundreds more are under investigation.

And the threat from domestic extremists remains urgent, the Department of Homeland Security recently warned, as a California man is charged for plotting to blow up buildings in Washington.

House Speaker Nancy Pelosi:
“Trump must be tried and convicted so no future president can think it’s OK to incite insurrection.”

Exactly one week after the riot, while Trump was still president, the U.S. House of Representatives voted 232-197 to impeach him. While some top Republicans have acknowledged Trump’s role in the riot …

Mitch McConnell, Senate Minority Leader:
“The mob was fed lies. They were provoked by the president and other powerful people.”

... conviction requires a two-thirds vote of the Senate. Assuming all 50 Democrats vote to convict, that means 17 Republican senators would also have to find Trump guilty. Only five Republicans voted to move ahead with the trial — against objections that trying a former president is not constitutional.

Azul Huq, University of Chicago via Skype:
“Republicans in the Senate are thinking about the potential role that former President Trump can play in Republican politics, whether it's a participant or a spoiler. They’re going to vote based upon their sense of what the future of the Republican Party looks like.”

Democrats are concerned there are not enough Republican votes to convict, and the Senate trial will distract from the first weeks of President Joe Biden’s term. Some have proposed a censure vote that does not have any consequences, an option top Democrats have rejected.

Chuck Schumer, Senate Majority Leader:
“Make no mistake — there will be a trial, and the evidence against the former president will be presented in living color for the nation and every one of us to see.”

Trump’s legal team has undergone several changes as he continues to claim election fraud. A simple majority vote could bar him from ever again running for federal office, but conviction is unlikely.

Elaine Kamarck, Brookings Institution via Skype:
“Nobody's been convicted, although some have been impeached. So, this is really historic on so many levels, and particularly the charges. I mean, the notion that a president of the United States would essentially try a coup to remain in office when he has exhausted all legal remedies.”

Trump is the only president in U.S. history to be impeached twice and will be the first former president to undergo a Senate trial.

ເບິ່ງວີດິໂອກ່ຽວກັບລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG