ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສຫລ ຈະລົງຄະແນນສຽງ ກ່ຽວກັບຮ່າງກົດໝາຍ ຈັດຕັ້ງຄະນະກຳມະການ ສືບສວນການຈະລາຈົນ ທີ່ຫໍລັດຖະສະພາ


ພວກທີ່ສະໜັບສະໜຸນປະທານາທິບໍດີ ດໍໂນລ ທຣຳ ໄດ້ພາກັນເຕົ້າໂຮມກັນ ຢູ່ດ້ານນອກຫໍລັດຖະສະພາສະຫະລັດ ຫຼື U.S. Capitol ໃນນະຄອນຫຼວງວໍຊິງຕັນ, ວັນທີ 6 ມັງກອນ 2021.
ພວກທີ່ສະໜັບສະໜຸນປະທານາທິບໍດີ ດໍໂນລ ທຣຳ ໄດ້ພາກັນເຕົ້າໂຮມກັນ ຢູ່ດ້ານນອກຫໍລັດຖະສະພາສະຫະລັດ ຫຼື U.S. Capitol ໃນນະຄອນຫຼວງວໍຊິງຕັນ, ວັນທີ 6 ມັງກອນ 2021.

ບັນດາສະມາຊິກພັກຣີພັບບລີກັນ ໃນສະພາສູງສະຫະລັດ ຄາດໝາຍວ່າ ໃນວັນພະຫັດວານນີ້ ຈະພາກັນກີດກັນຮ່າງກົດໝາຍສະບັບນຶ່ງທີ່ຮຽກຮ້ອງໃຫ້ສ້າງ ຕັ້ງຄະນະກຳມະການຂຶ້ນມາເພື່ອສືບສວນເຫດການຈະລາຈົນທີ່ຮ້າຍແຮງໃນວັນທີ 6 ມັງກອນ ຢູ່ທີ່ຫໍລັດຖະສະພາສະຫະລັດ ໂດຍມີຈຸດປະສົງສະກັດກັ້ນການຮັບຮອງການເລືອກຕັ້ງເປັນປະທານາທິບໍດີ ຂອງທ່ານໂຈ ໄບເດັນ ຈາກພັກເດໂມແຄຣັດ ທີ່ໄດ້ເອົາຊະນະທ່ານດໍໂນລ ທຣຳ ນັ້ນ.

ທ່ານທຣຳ ໄດ້ວິງວອນຕໍ່ພວກສະໜັບສະໜຸນຫຼາຍພັນຄົນຜູ້ທີ່ໄດ້ມານະຄອນ ຫຼວງວໍຊິງຕັນເພື່ອການໂຮມຊຸມນຸມປະທ້ວງ ວ່າ “ໃຫ້ຕໍ່ສູ້ຄືກັບນະລົກ” ເພື່ອຕ່າວປີ້ນຄວາມຜ່າຍແພ້ຂອງທ່ານ ບໍ່ດົນກ່ອນໜ້າເກີດການກໍ່ຈະລາຈົນ ທີ່ໄດ້ເຮັດໃຫ້ 5 ຄົນເສຍຊີວິດ ໂດຍລວມມີເຈົ້າໜ້າທີ່ຕຳຫຼວດລັດຖະບານກາງ.

ບັນດາສະມາຊິກສະພາຈາກພັກຣີພັບບລີກັນ ຄາດໝາຍວ່າ ຈະໃຊ້ຍຸດທະວິທີທາງດ້ານກົດລະບຽບທີ່ຮູ້ຈັກກັນຄື ການກ່າວຄຳປາໄສໂດຍບໍ່ຢຸດເພື່ອກີດກັນການຮັບຮອງເອົາຮ່າງກົດໝາຍ ຫຼືທີ່ເອີ້ນກັນວ່າ ຟີລີບັສເຕີ (filibuster) ຊຶ່ງເປັນຮ່າງກົດໝາຍທີ່ຈະໄດ້ລິເລີ້ມການສືບສວນສອບສວນໃນເຫດການກໍ່ຈະລາ ຈົນໂດຍທັງສອງພັກການເມືອງ. ຖ້າຫາກພັກຣີພັບບລີກັນ ໄດ້ຕາມຄວາມຕັ້ງໃຈຂອງພວກເຂົາ ມັນກໍຈະເປັນຜົນສຳເລັດຄັ້ງທຳອິດໃນການນຳໃຊ້ວິທີ ຟີລີບັສເຕີ ເພື່ອຢຸດຢັ້ງການຮັບຮອງຮ່າງກົດໝາຍຢູ່ສະພາສູງ ພາຍໃຕ້ການດຳລົງຕຳແໜ່ງເປັນປະທານາທິບໍດີຂອງທ່ານໄບເດັນ.

ເພື່ອທີ່ຈະກີດກັນມາດຕະການຟີລີບັສເຕີໄດ້ ກໍຕ້ອງໄດ້ຮັບສຽງສະໜັບສະໜຸນຫຼາຍທີ່ສຸດຈາກບັນດາສະມາຊິກສະພາສູງ ໝາຍຄວາມວ່າ ຕ້ອງໄດ້ຮັບສຽງສະໜັບສະໜຸນ 60 ສຽງຈາກບັນດາສະມາຊິກສະພາສູງທັງໝົດ 100 ທ່ານ.

ຍ້ອນວ່າ ມີສະມາຊິກໃນສະພາສູງທັງໝົດ 100 ທ່ານ ກໍແມ່ນວ່າ ແບ່ງອອກເປັນເຄິ່ງນຶ່ງເທົ່າກັນ ດັ່ງນັ້ນພັກເດໂມແຄຣັດຈຶ່ງຕ້ອງການຄະແນນສຽງ ຈາກພັກຣີພັບບລີກັນອີກ 10 ສຽງ ໃນການເຫັນພ້ອມກັບຮ່າງກົດໝາຍດັ່ງກ່າວ.

ອັນນັ້ນ ມັນກໍເປັນໄປໄດ້ຍາກ ເພາະວ່າ ບັນດາສະມາຊິກສະພາສູງຈາກພັກຣີພັບບລີກັນຫຼາຍໆຄົນ ຍັງຈົງຮັກພັກດີຕໍ່ທ່ານທຣຳ ແລະຄາດກັນວ່າຈະປະຕິບັດຕາມຜູ້ນຳສະມາຊິກສະພາສູງຈາກພັກຣີພັບບລີກັນ ທ່ານມິດຈ໌ ເມັກຄອນແນລ.

ທ່ານເມັກຄອນແນລ ຜູ້ທີ່ໃນຄັ້ງນຶ່ງໄດ້ກ່າວວ່າ ທ່ານທຣຳ ເປັນຜູ້ຮັບຜິດຊອບ ສຳລັບ “ການຍຸແຍ່” ເຫດການຈະລາຈົນນັ້ນ ແລະເມື່ອບໍ່ດົນມານີ້ ບໍ່ເອົາຫົວຊານຳຮ່າງກົດໝາຍດັ່ງກ່າວຫຼາຍຂຶ້ນ ໂດຍກ່າວວ່າ ບໍ່ມີຫຍັງເລີຍ ນອກເໜືອໄປຈາກ “ການໃຊ້ສິດດ້ານການເມືອງ” ໃນເມື່ອບັນດາຄະນະກຳມະການຂອງສະພາສູງ ແມ່ນໄດ້ທຳການສືບສວນໃນບັນຫາການຂາດຕົກບົກຜ່ອງດ້ານຄວາມປອດໄພ ໄປແລ້ວນັ້ນ.

ສ່ວນບັນດາສະມາຊິກຂອງສະພາຕ່ຳທີ່ຄວບຄຸມໂດຍພັກເດໂມແຄຣັດ ຊຶ່ງມີສະມາຊິກຜູ້ລົງຄະແນນ 435 ທ່ານ ກ່ອນໜ້ານີ້ ໄດ້ລົງຄະແນນສຽງຮັບຜ່ານຮ່າງກົດໝາຍດັ່ງກ່າວ ພ້ອມກັບການສະໜັບສະໜຸນຈາກສະມາຊິກສັງກັດພັກຣີພັບບລີກັນນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG