ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ສະ​ມາ​ຊິກພັກ​ຣີ​ພັບ​ບ​ລິ​ກັນ ​ໃນສະ​ພາ​ສູງ​ຂັດ​ຂວາງການ​ອະ​ພິ​​ປາຍ ມາດ​ຕະ​ການກໍ່​ການ​ຮ້າຍ​ພາຍ​ໃນ​ປະ​ເທດ  


ພວກ​ນັກ​ເຄື່ອນ​ໄຫວ ຮ່ວມ​ກັບ​ສະ​ພາ​ສູງ​ພັກ​ເດ​ໂຄແຄ​ຣັດ ພາ​ກັນ​ປະ​ທ້ວງ​ຢູ່ນອກລັດ​ຖະ​ສ​ະ​ພາ ວັນ​ທີ 26 ພຶດ​ສະ​ພາ 2022 ຮຽກ​ຮ້ອງ​ໃຫ້​ຮັບ​ຜ່ານຮ່າງ​ກົດ​ໝາຍ​ຄວບ​ຄຸ​ມ​ປືນ ຫລັງ​ຈາກ​ມື​ປືນ​ໄດ້​ສັງ​ຫານເດັກ​ນ້ອຍ​ນັກ​ຮຽນ 19 ຄົນ ແລະ​ນາຍ​ຄູ​ສອງ​ຄົນ ຢູ່​ໂຮງ​ຮຽນ​ໃນ​ລັດ​ເທັກ​ຊັ​ສ
ພວກ​ນັກ​ເຄື່ອນ​ໄຫວ ຮ່ວມ​ກັບ​ສະ​ພາ​ສູງ​ພັກ​ເດ​ໂຄແຄ​ຣັດ ພາ​ກັນ​ປະ​ທ້ວງ​ຢູ່ນອກລັດ​ຖະ​ສ​ະ​ພາ ວັນ​ທີ 26 ພຶດ​ສະ​ພາ 2022 ຮຽກ​ຮ້ອງ​ໃຫ້​ຮັບ​ຜ່ານຮ່າງ​ກົດ​ໝາຍ​ຄວບ​ຄຸ​ມ​ປືນ ຫລັງ​ຈາກ​ມື​ປືນ​ໄດ້​ສັງ​ຫານເດັກ​ນ້ອຍ​ນັກ​ຮຽນ 19 ຄົນ ແລະ​ນາຍ​ຄູ​ສອງ​ຄົນ ຢູ່​ໂຮງ​ຮຽນ​ໃນ​ລັດ​ເທັກ​ຊັ​ສ

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ ​ພັກ​ຣີ​ພັ​ບບ​ລິ​ກັນ ໃນ​ວັນ​ພະ​ຫັດ​ວານ​ນີ້ ​ໄດ້​ຂັດ​ຂວາງ​ຄວາມ​ພະ​ຍາ​ຍາມ​ ໂດຍ​ບັນ​ດາ​ ສະ​ມ​າ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ເພື່ອ​ເລີ້ມ​ການອະ​ພິປາຍ ​ກ່ຽວ​ກັບ​ມາດ​ຕະ​ການ​ເພື່ອ​ປາບ​ປາມ​ການ​ກໍ່ ​ການ​ຮ້າຍພາຍ​ໃນ​ປະ​ເທດ ໃນ​ຂະ​ນະ​ທີ່​ທັງ​ສອງ​ພັກ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ວ່າ ຈະຫາວິ​ທີ​ໃດ​ດີ​ທີ່​ສຸດ ​ເພື່ອ​ຄວບ​ຄຸມ​ ຄວ​າມ​ຮຸນ​ແຮງ​ຂອງ​ປືນ.

ພັກ​ເດ​ໂມ​ແຄ​ຣັດ​ ທີີ່​ຄວບ​ຄຸມ​ສະ​ພາ​ຕ່ຳ ໄດ້​ໃຫ້​ການອະ​ນຸ​ມັດຕໍ່​ມາດຕະ​ການດັ່ງ​ກ່າວ​ໃນອາ​ທິດ​ແລ້ວ​ນີ້ ຫລັງ​ຈາກການ​ຍິງໝູ່​ທີ່​ພົວ​ພັນ​ກັບ​ເຊື້ອ​ຊາດ​ຜິວພັນໃນ​ຕົ້ນ​ເດືອນ​ນີ້ ຢູ່​ຕະ​ຫລາດໃນ​ເມືອງ​ບັບ​ຟາໂລ ລັດ​ນິວຢອກ ໃນ​ອັນ​ທີ່​ຊາຍ​ໜຸ່ມ​ມື​ປືນເປັນ​ຄົນ​ຜິວ​ຂາວ ໄດ້​ຖືກ​ກ່າວ​ຫາ​ແນ​ເປົ້າ​ໝາຍ​ໃສ່ ແລະ​ສັງ​ຫານ​ຄົນ​ຜິວ​ດຳ 10 ຄົນ.

​ພັກ​ເດ​ໂມ​ແຄ​ຣັດ​ພະ​ຍາ​ຍາມເລີ້ມ​ການ​ອະ​ພິ​ປາຍ​ ມາດ​ຕະ​ການ​ກໍ່​ການ​ຮ້າຍ​ຢູ​ໃນ​ປະ​ເທດ ທີ່​ເກີດ​ຂຶ້ນ​ສອງ​ມື້​ຫລັງ​ຈາກມື​ປືນຊາຍ​ໜຸ່ມ​ຄົນ​ນຶ່ງໄດ້​ສັງ​ຫານ​ເດັກ​ນ້ອຍ 19 ຄົນ ​ແລະ​ນາ​ຍ​ຄູ​ສອງ​ຄົນ ຢູ່​ໂຮງ​ຮ​ຽນ​ປະ​ຖົມ​ໃນ​ລັດ​ເທັກ​ຊັ​ສ ​ ຊຶ່ງ​ການ​ລົງ​ຄະ​ແນນ​ສຽງ​ແມ່ນ 47 ຕໍ່ 47 ຍັງ​ໄກ​ຢູ່​ຈາກ 60 ​ຄະ​ແນນສຽງທີ່​ຕ້ອງ​ການ ເພື່ອ​ເອົາ​ຊະ​ນະການ​ຂັດ ​ຂວາງ​ຟິ​ລ​ລີ​ບັ​ສ​ເຕີ້​ຂອງ​ພັກ​ຣີ​ພັບ​ບ​ລິ​ກັນ​.

ພັກ​ເດ​ໂມ​ແຄ​ຣັດ​ໄດ້​ປະ​ສົບ​ຄວາມ​ລົ້ມ​ແຫລວ​ມາ​ເປັນ​ເວ​ລາ​ຫລາຍ​ປີ ທີ່​ຈະ​ເອົາ​ຊະ​ນະ​ພັກ​ຝ່າຍ​ຄ້ານຣີ​ພັບ​ບ​ລິ​ກັນ​ເພື່ອ​ຄວບ​ຄຸມ​ການ​ຂາຍ​ປືນຢ່າງເຂັ່ງ​ຄັດ ແລະ​ກວດ​ປະ​ຫວັດ​ຂອງ​ບັນ​ດາ​ຜູ້​ຊື້​ປືນ ທີ່​ກຳ​ລັງ​ເຮັດ​ຄວາມ​ພະ​ຍາ​ຍາມ​ ອີກ​ຢ່າງ​ນຶ່ງ​ເພື່ອ​ໃຫ້​ບັນ​ລຸ​ການ​ປະ​ນີ​ປະ​ນອ​ມ​ກັບ​ພັກ​ຣີ​ພັບ​ບ​ລິກັນ​ໃນ​ຮ່າງ​ກົດ​ໝາຍ​ຄວບ​ຄຸມ​ປືນ ຫລັງ​ຈາກ​ການ ​ ສັງ​ຫານ​ຢ່າງ​ບໍ່​ເລືອກ​ໜ້າ ​ໂດຍ​ນັກ​ຮຽນມັດ​ທະ​ຍົມ ອາ​ຍຸ 18 ປີ ທີ່ຮຽນ​ບໍ່​ຈົບ​.

ບໍ່​ມີ​ຮ່ອງ​ຮອຍ​ໃດໆ ​ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ພັກ​ຣີ​ພັບ​ບ​ລິ​ກັນຍິນ​ດີ​ທີ່​ຈະ​ຢຸດ​ເຊົາການ​ຄັດ​ຄ້​ານ​ຂອງ​ເຂົາ​ເຈົ້າ ພ້ອ​ມ​ດ້ວຍ​ຫລາຍ​ຄົນ​ທີ່ເຂົາ​ເຈົ້າ​ກ່າວ​ວ່າ ສິດ​ທິ​ການ​ຊື້​ປືນ ແມ່ນ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ ປະ​ຊາ​ຊົນ​ຈະເປັນ​ເກີດ ຜົນ​ກະ​ທົບ ຖ້​າ​ຫາກ​ການກວດປະ​ຫວັດ​ໄດ້​ເລີ້ມ​ຂຶ້ນ.

​ພັກ​ຣີ​ພັບ​ບ​ລິ​ກັນ​ກ່າວ​ວ່າຮ່າງກົດ​ໝາຍ​ກໍ່​ການ​ຮ້າຍ​ພາຍ​ໃນ​ປະ​ເທດບໍ່​ໄດ້​ເນັ້ນ​ໜັກ​ຢ່າງພຽງ​ພໍ ໃນ​ການປາບ​ປາມ​ຄວາມ​ຜິດ​ຕ່າງໆ​ໂດຍບັນ​ດາ​ກຸ່ມ​ຊ້າຍ​ຈັດ.

​ຮ່າງ​ກົດ​ໝາຍນີ້​ຈະຕັ້ງ​ຫ້ອງ​ການ​ຕ່າງໆ​ຢູ່​ທີ່ອົງ​ການສັນ​ຕິ​ບານກາງ (FBI) ແລະ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ ພາຍ​ໃນ​ສະ​ຫະ​ລັດແລະ​ກະ​ຊວງ​ຍຸ​ຕິ​ທຳ​ທີ່​ເພັ່ງ​ເລັງ​ໃສ່​ການ​ກໍ່​ການ​ຮ້າຍ​ພາຍ​ໃນ​ປະ​ເທດ​ເປັນ​ການ​ສະ​ເພາະ​.

U.S. Senate Republicans on Thursday blocked attempts by Democratic lawmakers to start debate on a measure to combat domestic terrorism as the two parties spar over how best to control gun violence.

The Democratic-controlled House of Representatives approved the measure last week following a mass shooting earlier this month at a grocery store in Buffalo, New York, in which a white teenage gunman is accused of specifically targeting and killing 10 Black people.

Democrats' attempt to start debate on the domestic terrorism measure, coming two days after a teenage gunman killed 19 children and two teachers at an elementary school in Texas, failed on a 47-47 vote, far short of the 60 needed to overcome a Republican filibuster.

Democrats, who have failed for years to overcome Republican opposition to tighter controls on gun sales and background checks on gun buyers, are making another effort to compromise with Republicans on gun control legislation in the aftermath of the Texas rampage carried out by an 18-year-old high school dropout.

There was no indication that Republican senators were willing to abandon their opposition, with many of them saying that the gun-buying rights of law-abiding citizens would be impinged upon if background checks were initiated.

XS
SM
MD
LG