ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກ​ເດ​ໂມ​ແຄ​ຣັດໃນ​ສະ​ພາ​ສູງ ​ເບິ່ງ​ຄື​ວ່າ ບັງ​ຄັບ​ໃຫ້​ລົງ​ຄະ​ແນນ​ສຽງ ທີ່​ບໍ່​ມີ​ປະ​ໂຫຍດ ​​ສະ​ໜັບ​ສະ​ໜຸນ​ສິດ​ທິ​​ໃນ​ການ​ເຮັດແທ້ງ​ລູກ​


ພວກນ​ັກ​ເຄື່ອນ​ໄຫວເພື່ອ​ສິດ​ທິ​​ໃນການ​ແທ້ງ​ລູກ ພ​າ​ກັນ​ປະ​ທ້ວງ ​ຢູ່ນອກ​ສານ​ສູງ​ສຸດ​ສະ​ຫະ​ລັດ ວັນ​ທີ 11 ພຶດ​ສະ​ພາ 2022 ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ.
ພວກນ​ັກ​ເຄື່ອນ​ໄຫວເພື່ອ​ສິດ​ທິ​​ໃນການ​ແທ້ງ​ລູກ ພ​າ​ກັນ​ປະ​ທ້ວງ ​ຢູ່ນອກ​ສານ​ສູງ​ສຸດ​ສະ​ຫະ​ລັດ ວັນ​ທີ 11 ພຶດ​ສະ​ພາ 2022 ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ.

ພັກ​ເດ​ໂມ​ແຄ​ຣັດ ຢູ່​ໃນ​ສະ​ພາ​ສູງ​ສະ​ຫະ​ລັດ​ ໄດ້​ບັງ​ຄັບ​ໃຫ້​ມີ​ການ​ລົງ​ຄະ​ແນນທີ່ມີ​ທ່າ​ທາງວ່າ ບໍ່​ເປັນ ​ປະ​ໂຫຍດໃນ​ວັນ​ພຸດ​ວານ​ນີ້ ​ກ່ຽວ​ກັບ​ສິດ​ທິ​ຂອງແມ່​ຍິງ ໃນ​ການເຮັດ​ແທ້ງ​ລູກ​ຢູ່​ທົ່ວ​ປະ​ເທດ ກ່ອນ​ໜ້າ​ການ​ຕັດ​ສິນ​ຂອງສານ​ສູງ​ ສຸດ ທີ່​ອາດ​ຈະ​ສິ້ນ​ສຸດຫລື​ວາງຂອບ​ເຂດ​ຈຳ​ກັດ​ຢ່າງ​ໃຫຍ່ຕໍ່​ສິດ​ທິໃນ​ການ​ແທ້ງ​ລູກ​ແຫ່ງ​ຊາດໃນລັດ​ຖະ​ທຳ​ມະ​ນູນ.

​ຢູ່​ໃນ​ສະ​ພາ​ສູງ ທີ່​ມີການ​ແບ່ງ​ແຍກ​ທາງ​ດ້ານການ​ເມືອງ ຊຶ່ງມີສະ​ມາ​ຊິກ​ພັກ​ເດ​ໂມແຄ​ຣັດ 50 ຄົນ ​ແລະ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລິ​ກັນ 50 ຄົນ ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ ເກືອບ​ທັງ​ໝົດໃຫ້​ການ​ສະ​ໜັບສະ​ໜູນ​ສິດ​ທິ​ການ​ເຮັດ​ແທ້ງ​ ລູກ​ແຫ່ງ​ຊາດ ແລະ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລິ​ກັນ​ເກືອບ​ທັງ​ໝົດບໍ່​ເຫັນ​ພ້ອມ​ກ່ຽວ​ກັບ​ເລື້ອງນີ້.

​ແຕ່​ວ່າ​ບັນ​ດາ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ປາ​ກົດ​ວ່າ ຂາດ​ແມ່ນ​ແຕ່ພຽງສຽງ​ສ່ວນ​ຫລາຍ​ແບບ​ທຳ​ມະ​ດາເພື່ອ​ໃຫ້​ ສິດ​ໃນ​ການ​ເຮັດ​ແທ້ງ​ລູກ ບໍ່​ຕ້ອງ​ເວົ້າ​ເຖິງ​ 60 ​ສຽງ ​ທີ່​ຈຳ​ເປັນເພື່​ອ​ໃຫ້​ຜ່ານ​ສະ​ພາ​ສູງ ແລະ​ຄາດ​ວ່າ​ພັກ​ຣີ​ພັບ​ບ​ລິ ​ກັນ​ຈະ​ກີດ​ກັ້ນ ຫຼື​ຟິ​ລ​ລີ​ບັ​ສ​ເຕີ. ​ການ​ລົງ​ຄະ​ແນນ​ສຽງ​ຕໍ່ຮ່າງ​ກົດ​ໝາຍ​ທີ່​ຄ້າຍ​ຄື​ກັນໃນ​ເດືອນ​ມີ​ນາ ໄດ້​ປະ​ສົບ​ກັບ
​ຄວາມ​ລົ້ມ​ແຫລວ ດ້ວຍ​ຄະ​ແນນ 46 ຕໍ່ 48.

ແນວ​ໃດ​ກໍ​ຕາມ ຜູ້​ນຳສະ​ພາ​ສູງສຽງ​ສ່ວນ​ຫລາຍ ທ່ານ​ຈັກ ຊູ​ເມີ​ຣ ກຳ​ລັງ​ຊຸກ​ຍູ້​ໄປ​ໜ້າ​ດ້ວຍ​ການ​ລົງ​ຄະ​ແນນ​ສຽງ
​ໃໝ່ ຫລັງ​ຈາກ​ຮ່າງຄວາມ​ເຫັນ​ຂອງ​ສານ​ສູງ​ສຸດ ​ໄດ້​ຮົ່ວ​ໄຫລ​ອອກ​ມາ​ໃນອາ​ທິດ​ແລ້ວ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ
​ສະ​ມາ​ຊິກນິ​ຍົມ​ແນວ​ທາງ​ເດີມ 5 ທ່ານ ຢູ່ໃນ​ບັນ​ດາສະ​ມາ​ຊິກ​ເກົ້າ​ຄົນ​ປາ​ກົດ​ວ່າ ພ້ອມ​ແລ້ວ​ທີ່​ຈະ​ຕ່າວ​ປີ້ນ ພວກ
​ແມ່​ຍິງ​ມີ​ສິດ​ທິລັດ​ຖະ​ທຳ​ມະ​ນູນ​ສາ​ມາດ​ເຮັດແທ້ງ​ລູກ​ໄດ້ ທີ່​ມີ​ມາຢູ່​ໃນ​ສະ​ຫະ​ລັດເກືອບ​ຫ້າ​ທົດ​ສະ​ວັດແລ້ວນັ້ນ.

ທ່ານ​ຊູ​ເມີ​ ໄດ້​ກ່າວ​ຕໍ່​ສະ​ພາ​ສູງ ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ​ວ່າ “ການ​ລົງ​ຄະ​ແນນ​ສຽງ​ເພື່ອ​ປ້ອງ​ກັນ​ສິດ​ທິການ​ເຮັດ
ແທ້ງ​ລູກ ຈະ​ເປັນ​ແສງ​ສະ​ຫວ່າງ​ຄືກັບ​ໄຟສາຍ ​ທີ່​ສ່ອງ​ເຂົ້າ​ມາໃສ່ສະ​ມາ​ຊິກ​ທຸກ​ຄົນ​ຢູ່​ໃນ​ຫ້ອງ​ນີ້.”

​ພ້ອມ​ດ້ວຍການ​ຄວບ​ຄຸມ​ສະ​ພາ​ສູງ ທີ່​ເປັນ​ເດີມ​ພັນໃນ​ເດືອນ​ພະ​ຈິກ ການ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ ພັກ​ເດ​ໂມ​ແຄ​
ຣັດ​ມີ​ຄວ​າມ​ຫວັງ​ວ່າ ພວກ​ແມ່​ຍິງ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ການເຮັດແທ້ງ​ລູກ ສຽງ​ສ່ວນຫລ​າຍ​ຢູ່​ໃນ​ສະ​ຫະ​ລັດອີງ​ຕາມ​ການ​ຢັ່ງ​ສຽງ ພວກ​ສະ​ໜັບ​ສະ​ໜູນ​ຈະ​ເລືອກ​ເອົາ​ສິດ​ທິ​ການ​ເຮັດ​ແທ້ງ​ລູກ​ຫລາຍ​ຂຶ້​ນ​ບໍ່ ຢູ່​ໃນ​ສະ​ພາ​ສູງ​ ທີ່​ຈະ
​ເຂົ້າ​ປະ​ຈຳ​ໜ້າ​ທີ່ ​ໃນ​ເດືອນ​ມັງ​ກອນ.

ຮ່າງ​ຄວາມ​ເຫັນ​ທີ່​ມີການ​ຮົ່ວ​ໄຫລ ທີ່​ຂຽນ​ໂດຍ​ໄອ​ຍະ​ການ ຊາ​ມູ​ແອ​ລ ອາ​ລິ​ໂຕ ໃນ​ເດືອນ​ກຸມ​ພາ ໄດ້​ຢືນ​ຢັນ​ໂດຍ
ຫົວ​ໜ້າ​ໄອ​ຍະ​ການ ທ່ານ​ຈອນ ໂຣ​ເບີດ ວ່າ​ແມ່ນ​ແທ້ ແຕ່​ບໍ່​ຈຳ​ເປັນ​ວ່າ ​ເປັນ​ຄວາມ​ເຫັນ​ຂັ້ນ​ສຸດ​ທ້າຍຂອງ​ການ​ຕັດ​
ສິນ​ສ່ວນ​ບຸກ​ຄົນ.

Democrats in the U.S. Senate are forcing a likely futile vote Wednesday to codify women’s rights to abortion across the country ahead of a prospective Supreme Court ruling that could end or sharply limit the constitutionality of national abortion rights.

In the politically divided Senate with 50 Democrats and 50 Republicans, almost all Democrats support national abortion rights and nearly all Republicans oppose them.

But the Democrats appear to lack even a simple majority to codify abortion, let alone the 60-vote supermajority needed to bypass an expected Republican filibuster. A vote on similar legislation in March failed 46-48.

Nonetheless, Senate Majority Leader Chuck Schumer is pushing ahead with a new vote after a draft Supreme Court decision was leaked last week showing that a five-member conservative majority on the nine-member appears ready to overturn a nearly five-decade precedent in the U.S. that women have a constitutional right to abortions.

Schumer told the Senate Tuesday, "The vote to protect abortion rights will shine like a floodlight on every member of this chamber.”

With control of the Senate at stake in November congressional elections, Democrats are hoping that women supporting abortion rights — a majority in the U.S., according to polling — will elect more abortion-rights supporters in the Senate that takes office in January.

The leaked draft opinion, written by Justice Samuel Alito in February, was confirmed by Chief Justice John Roberts as authentic but not necessarily the final opinions of individual justices.

XS
SM
MD
LG