ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສະຫະລັດ ຢັ້ງຢືນ ຜູ້ຖືກສະເໜີຊື່ຂອງທ່ານ ໄບເດັນ ເປັນລັດຖະມົນຕີການຕ່າງປະເທດ


US Congress Secretary of State USAGM
please wait

No media source currently available

0:00 0:03:16 0:00

ສະພາສູງ ສະຫະລັດ ໄດ້ໃຫ້ການຢັ້ງຢືນຜູ້ຖືກເໜີຊື່ຂອງປະທານາທິບໍດີ ໂຈ ໄບເດັນ, ທ່ານ ແອນໂທນີ ບລິງເກັນ ໃຫ້ເປັນຜູ້ນຳພາກະຊວງການຕ່າງປະເທດ ສະຫະລັດ ໃນວັນອັງຄານທີ່ຜ່ານມາ. ນັກຂ່າວວີໂອເອ ປະຈຳລັດຖະສະພາ ແຄເທີຣິນ ກິບສັນ ໄດ້ລາຍງານວ່າ, ທ່ານ ບລິງເກັນ ຈະປະ ເຊີນກັບສິ່ງທ້າທາຍຫຼາຍຢ່າງໃນທົ່ວໂລກ ໃນຖານະເປັນນັກການທູດລະດັບສູງຂອງປະເທດ. ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ທ່ານ ແອນໂທນີ ບລິງເກັນ ຕອນນີ້ແມ່ນມີກຳນົດທີ່ຈະກາຍເປັນລັດຖະມົນຕີການຕ່າງປະເທດຄົນທີ່ 71 ຂອງປະເທດ.

ຫຼັງຈາກສະພາສູງ ສະຫະລັດ ໄດ້ຢັ້ງຢືນຜູ້ຖືກສະເໜີຊື່ຂອງປະທານາທິບໍດີ ໂຈ ໄບເດັນ ໃນວັນອັງ ຄານທີ່ຜ່ານມາ ດ້ວຍການລົງຄະແນນສຽງຈາກສອງພັກການເມືອງ 78 ຕໍ່ 22.

ທ່ານ ບລິງເກັນ ໄດ້ຖືກຕ້ອນຮັບໂດຍສະມາຊິກພັກເດໂມແຄຣັດຫຼາຍຄົນ ໃນຖານະທີ່ເປັນການປ່ຽນແປງທິດທາງຈາກນະໂຍບາຍຕ່າງປະເທດ “ອາເມຣິກາ ມາກ່ອນໝູ່” ຂອງລັດຖະບານທ່ານ ທຣຳ.

ທ່ານ ຈັກ ຊູເມີ, ຜູ້ນຳສຽງສ່ວນຫຼາຍສະພາສູງກ່າວວ່າ “ທ່ານ ບລິງເກັນ ແມ່ນຄົນທີ່ເໝາະສົມທີ່ຈະສ້າງສາຄືນ ແລະ ຢັ້ງຢືນບູລິມະສິດດ້ານຄວາມປອດໄພແຫ່ງຊາດຂອງ ອາເມຣິກາ ອີກຄັ້ງຢູ່ໃນເວທີສາກົນ ແລະ ສ້າງຕັ້ງຄືນເຄື່ອງມື ອັນທຳອິດໃນອຳນາດຂອງ ອາເມຣິກາຄື ການທູດ.”

ທ່ານ ບລິງເກັນ ມີປະສົບການ ກ່ຽວກັບ ນະໂຍບາຍການຕ່າງປະເທດຢູ່ຫໍລັດຖະສະພາເປັນເວລາຫຼາຍທົດສະວັດ ແລະ ໄດ້ເປັນຮອງລັດຖະມົນຕີການຕ່າງປະເທດໃນລັດຖະບານທ່ານ ໂອບາມາ. ເປັນປະສົບການທີ່ສະມາຊິກພັກຣີພັບບລີກັນບາງຄົນໄດ້ໂຕ້ຖຽງວ່າ ມີແຕ່ຈະຮັກສາສະຖານະພາບເດີມໃນນະໂຍບາຍການຕ່າງປະເທດ ສະຫະລັດ ໄວ້ຄືເກົ່າ.

ທ່ານ ແຣນ ພອລ, ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນໄດ້ກ່າວວ່າ “ທ່ານ ບລິງເກັນ ໄດ້ເປັນຜູ້ສະໜັບສະໜູນການແຊກແຊງທາງທະຫານໃນພາກ ຕາເວັນອອກກາງຢ່າງເຕັມທີ່ມາເປັນເວລາ 20 ປີແລ້ວ. ພວກເຮົາຈະຫຼອກລວງຕົນເອງຖ້າພວກເຮົາຄິດວ່າ ພວກເຮົາຈະໄດ້ນະໂຍບາຍໃໝ່. ພວກເຮົາຈະໄດ້ອັນເກົ່າຫຼາຍຂຶ້ນ.”

ສະມາຊິກສະພາສູງສັງກັດພັກຣີພັບບລີກັນຄົນອື່ນໆ ໄດ້ສະໜັບສະໜູນການສະເໜີຊື່ຂອງທ່ານ ໃນຂະນະດຽວກັນ ກໍໄດ້ຄັດຄ້ານວິທີການຂອງລັດຖະບານໃໝ່ ກ່ຽວກັບ ຂໍ້ຕົກລົງນິວເຄລຍ ອີຣ່ານ.

ທ່ານ ຈິມ ຣິຊ (Jim Risch) ສະມາຊິກສະພາສູງສັງກັດພັກຣີິພັບບລີກັນ ໄດ້ ກ່າວວ່າ “ຂໍ້ຕົກລົງ JCPOA ແມ່ນຄວາມລົ້ມແຫຼວຄັ້ງໃຫຍ່, ແລະ ເປັນຄວາມຜິດພາດທີ່ແທ້ຈິງ ສຳລັບນະໂຍບາຍຕ່າງປະເທດຂອງ ອາເມຣິກາ. ໃນການລົມກັບທ່ານ ບລິງເກັນ, ລາວບໍ່ໄດ້ແລກປ່ຽນວິໄສທັດນັ້ນ. ແລະ ເຫັນໄດ້ຊັດວ່າ ລາວຈະເຮັດວຽກກັບທ່ານປະທານາທິບໍດີ, ຮັບໃຊ້ຜົນປະໂຫຍດຂອງປະທານາ ທິບໍດີ, ແລະ ຈະເອົາພວກເຮົາກັບເຂົ້າໄປໃນຂໍ້ຕົກລົງ JCPOA ຄືນ.”

ທ່ານ ບລິງເກັນ ໄດ້ກ່າວຕໍ່ບັນດາສະມາຊິກສະພາສູງໃນການໃຫ້ການຢັ້ງຢືນຕຳແໜ່ງເມື່ອອາທິດທີ່ຜ່ານມາວ່າ ສາຍພົວພັນຂອງ ສະຫະລັດ ກັບ ຈີນ ແມ່ນບັນຫາສູງສຸດ.

ທ່ານ ແອນໂທນີ ບລິງເກັນ, ລັດຖະມົນຕິກະຊວງການຕ່າງປະເທດກ່າວວ່າ “ພວກເຮົາຕ້ອງເລີ່ມດ້ວຍການເຂົ້າຫາ ຈີນ ຈາກສະຖານະທີ່ແຂງແກ່ນ. ບໍ່ແມ່ນອ່ອນແອ. ແລະ ຂ່າວດີກໍແມ່ນວ່າ, ຄວາມສາມາດຂອງພວກເຮົາທີ່ຈະເຮັດສິ່ງນັ້ນແມ່ນສ່ວນໃຫຍ່ຢູ່ໃນການຄວບຄຸມຂອງພວກເຮົາ, ສະຖານະທີ່ແຂງແກ່ນ ເວລາທີ່ພວກເຮົາເຮັດວຽກດ້ວຍການບໍ່ດູຖູກພັນທະມິດຂອງພວກເຮົາ, ນັ້ນແມ່ນແຫຼ່ງທີ່ມາຂອງຄວາມແຂງແກ່ນສຳລັບພວກເຮົາໃນການຮັບມືກັບ ຈີນ.”

ບັນດານັກວິເຄາະເວົ້າວ່າ ທ່ານ ບລິງເກັນ ຍັງຈະປະເຊີນກັບວຽກງານການສ້າງສາກະຊວງການຕ່າງປະເທດ ສະຫະລັດ ຄືນລຸນຫຼັງໄລຍະເວລາແຫ່ງຄວາມວຸ້ນວາຍ.

ທ່ານ ບຣາຍອັນ ຄາທູລິສ, ຈາກສູນກາງເພື່ອຄວາມກ້າວໜ້າ ອາເມຣິກັນ ໄດ້ກ່າວວ່າ “ຫຼັງຈາກ 4 ພາຍໃຕ້ທ່ານ ພອມພຽວ, ທ່ານ ທິລເລີສັນ ແລະ ທ່ານ ທຣຳ, ຂວັນກຳລັງໃຈແມ່ນຂ້ອນຂ້າງຈະຕໍ່າ ແຕ່ມັນບໍ່ເປັນບັນຫາອີກຕໍ່ໄປແລ້ວ ເຊິ່ງຂ້າພະເຈົ້າຄິດວ່າຫຼາຍຄົນໃນຄະນະທູດຮູ້ສຶກວ່າ ເຂົາເຈົ້າໄດ້ຖືກຄອບງຳຕໍ່ສິ່ງທີ່ທຳນຽບຫ້າແຈ ແລະ ກອງທັບ ສະຫະລັດ ໄດ້ເຮັດໃນແງ່ຂອງການຄອບຄອງນະໂຍບາຍການຕ່າງປະເທດ ສະຫະລັດ ແລະ ວິທີການຂອງພວກເຮົາຕໍ່ໂລກ.”

ທ່ານ ບລິງເກັນ ຈະແບກຮັບເອົາສິ່ງທ້າທາຍນັ້ນ ຫຼັງຈາກຂະບວນການຢັ້ງຢືນຕຳແໜ່ງທີ່ຂ້ອນຂ້າງຈະບໍ່ມີການຂັດແຍ້ງກັນ.

ທ່ານ ບອບ ເມເນັນເດສ, ສະມາຊິກສະພາສູງສັງກັດພັກເດໂມແຄຣັດໄດ້ກ່າວ ວ່າ “ລາວເປັນຄົນຮອບຄອບ, ມີຄວາມຕັ້ງໃຈ ແລະ ສາມາດທີ່ຈະຕໍ່ສູ້ກັບບັນຫາທ້າທາຍທີ່ຊັບຊ້ອນທີ່ສຸດທີ່ປະເທດເຮົາກຳລັງປະເຊີນຢູ່ ແລະ ມີຄວາມມຸ່ງໝັ້ນທີ່ຈະພົວພັນກັບລັດຖະສະພາ ແລະ ທ່ານກໍໄດ້ເຮັດແນວນັ້ນ ກັບທັງສອງຝ່າຍຂອງສະພາ.”

ທ່ານ ບລິງເກັນ ແມ່ນຜູ້ຖືກສະເໜີຊື່ໃນຄະນະລັດຖະບານທ່ານ ໄບເດັນ ຄົນທີ 4 ທີ່ໄດ້ຮັບການຢັ້ງຢືນ ໃນອາທິດທີ່ຜ່ານມາ.

The U.S. Senate confirmed President Joe Biden’s nominee Antony Blinken to lead the U.S. State Department Tuesday. As VOA's Congressional Correspondent Katherine Gypson reports, Blinken faces numerous challenges worldwide as the nation’s top diplomat.

Antony Blinken now set to become the nation’s seventy-first secretary of state…

After the U.S. Senate confirmed President Joe Biden’s nominee Tuesday in a bipartisan vote of 78-22.

Blinken welcomed by many Democrats as a change in direction from the Trump administration’s “America First” foreign policy.

“Mr. Blinken is just the right person to rebuild and reassert America's national security prerogatives on the global stage and re-establish the first instrument of American power - diplomacy.”

Blinken has decades of experience in foreign policy both on Capitol Hill and as deputy secretary of State in the Obama administration. Experience some Republicans argued would only maintain the status quo in U.S. foreign policy.

“Mr. Blinken has been a full-throated advocate of military intervention in the Middle East for 20 years. We're fooling ourselves if we think we're going to get a new policy - we're going to get more of the same.”

Other Republican senators supported his nomination while dissenting on the new administration’s approach to the Iran nuclear deal.

“The JCPOA was a colossal failure, and a real blunder for American policy overseas. In talking with Mr. Blinken he does not share that view. And obviously he's going to work with the president - carrying the president's water - to get us back into the JCPOA.”

Blinken told senators in a confirmation hearing last week the U.S. relationship with China is a top concern.

“We have to start by approaching China from a position of strength. Not weakness. And the good news is, our ability to do that is largely within our control, position of strength when we are working with - not denigrating our allies - that's a source of strength for us in dealing with China.”

Analysts say Blinken will also face the task of rebuilding the U.S. State Department following a turbulent period.

“After four years of Pompeo, Tillerson and Trump, morale is quite low but it’s a longer-standing problem where I think many in the diplomatic corps feel they have taken a backseat to what the Pentagon and the U.S. military have done in terms of dominating U.S. foreign policy and our approach to the world.”

Blinken takes on that challenge after a relatively non-confrontational confirmation process.

"He is thoughtful, willing and able to grapple with the most complex challenging issues facing our country and committed to engaging Congress and he did so on both sides of the aisle.”

Blinken is the fourth Biden cabinet nominee to be confirmed in the past week.

XS
SM
MD
LG