ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສະຫະລັດ ເລີ້ມຕົ້ນການອະພິປາຍ ກ່ຽວກັບ ຮ່າງກົດໝາຍງົບປະມານການໃຊ້ຈ່າຍປະຈຳປີ ຂະໜາດໃຫຍ່ ດ້ານການປ້ອງກັນປະເທດ


US Senate Begins Debate on Annual Massive Defense Spending Bill
please wait

No media source currently available

0:00 0:02:20 0:00

ສະພາສູງສະຫະລັດ ເລີ້ມຕົ້ນການອະພິປາຍ ກ່ຽວກັບ ຮ່າງກົດໝາຍ ງົບປະມານການໃຊ້ຈ່າຍປະຈຳປີ ຂະໜາດໃຫຍ່ ດ້ານການປ້ອງກັນປະເທດ

ສະມາຊິກສະພາສູງສະຫະລັດ ຈະເລີ້ມການອະພິປາຍ ໃນວັນອັງຄານມື້ນີ້ ກ່ຽວກັບ ຮ່າງກົດໝາຍວ່າດ້ວຍ ງົບປະມານການໃຊ້ຈ່າຍຂະໜາດໃຫຍ່ ໂດຍການກຳນົດບູລິມະສິດການໃຊ້ຈ່າຍຕ່າງໆຂອງ ກອງທັບສະຫະລັດ ສຳລັບປີໜ້າ.

ເມື່ອວັນສຸກແລ້ວນີ້ ພັກຣີພັບບລີກັນ ທີ່ໄດ້ຄວບຄຸມສະພາຕ່ຳສະຫະລັດ ໄດ້ຮັບຜ່ານຮ່າງກົດໝາຍແບບສະບັບຂອງຕົນ ທີ່ເອີ້ນວ່າ ການອະນຸມັດງົບປະມານດ້ານການປ້ອງກັນຊາດ ຫຼື NDAA ໃນມູນຄ່າ 874 ພັນ 2 ຮ້ອຍລ້ານໂດລາ ດ້ວຍການລົງຄະແນນ 219 ຕໍ່ 210 ສຽງ.

ບູລິມະສິດຕ່າງໆຂອງຝ່າຍອານຸລັກນິຍົມ ໃນຮ່າງກົດໝາຍດັ່ງກ່າວ ທີ່ສະໜັບສະໜຸນໂດຍ ກຸ່ມເສລີພາບຂອງສະພາຕ່ຳ ຊຶ່ງໝາຍຄວາມວ່າ ມັນຈະບໍ່ມີໂອກາດເລີຍ ທີ່ຈະຜ່ານສະພາສູງສະຫະລັດ ທີ່ຄວບຄຸມໂດຍພັກເດໂມແຄຣັດ ໄດ້. ສະບັບຮ່າງກົດໝາຍ NDAA ຂອງສະພາສູງນັ້ນ ໄດ້ຖືກຮັບຜ່ານຈາກຄະນະກຳມະການດ້ານກອງທັບຂອງສະພາສູງ ດ້ວຍການລົງຄະແນນ 25 ຕໍ່ 1 ສຽງ ເມື່ອຕົ້ນເດືອນນີ້. ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານຊັກ ຊູມເມີ ໄດ້ກ່າວວ່າ ທ່ານຍິນດີທີ່ຈະອະພິປາຍໂດຍທັງສອງພັກ.

ທ່ານຊູມເມີ ໄດ້ກ່າວໃນຕົ້ນເດືອນນີ້ ວ່າ “ສະນັ້ນ ພວກເຮົາສາມາດຮັກສາຄວາມປອດໄພໃຫ້ປະເທດພວກເຮົາ, ສະໜັບສະໜຸນເພື່ອນມິດຂອງພວກເຮົາໃນຢູເຄຣນ, ແຂ່ງຂັນໃຫ້ກາຍຈີນ ແລະ ຂຶ້ນເງິນເດືອນໃຫ້ແກ່ພວກທະຫານຂອງພວກເຮົາ ທີ່ພວກເຮົາສົມຄວນໄດ້ຮັບ.”

ສ່ວນບັນດາສະມາຊິກສັງກັດພັກຣີພັບບລີກັນ ຄາດໝາຍກັນວ່າ ຈະຮຽກຮ້ອງໃຫ້ເພີ້ມລະດັບຂອງທຶນຂຶ້ນ ຈາກງົບປະມານຂອງຄະນະລັດຖະບານທ່ານໄບເດັນ ທີ່ໄດ້ຮ້ອງຂໍນັ້ນ.

The U.S. Senate will begin debate Tuesday on a massive spending bill setting the spending priorities for the U.S. military for the coming year.

Last Friday, the Republican-controlled U.S. House of Representatives passed its version of the $874.2 billion National Defense Authorization Act (NDAA) by a vote of 219-210.

The conservative priorities in the bill backed by the House Freedom Caucus mean it has no chance of passage in the Democratic-controlled U.S. Senate. The Senate version of the NDAA passed out of the Senate Armed Services Committee by a 25-1 vote earlier this month. Senate Majority Leader Chuck Schumer said he looked forward to a bipartisan debate.

"So we can keep our country safe, support our friends in Ukraine, outcompete China, and give our troops the pay raise they rightfully deserve," Schumer said earlier this month.

Senate Republicans are expected to call for an increase in funding levels from the Biden's administration's budget request.

XS
SM
MD
LG