ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສະຫະລັດ ຮັບຮອງເອົາ ມາດຕະການລົງໂທດ ຊຸດໃໝ່ ຕໍ່ເກົາຫຼີເໜືອ


ຜູ້ນຳສຽງສ່ວນຫຼາຍ ທ່ານມິຕຈ໌ ເມັກຄອນໂນລ ສະມາຊິກ ສະພາສູງ ສັງກັດພັກຣີພັບບລີກັນ ຈາກລັດເຄັນທັກກີ ແລະສະມາຊິກສະພາຄົນອື່ນໆ ເດີນທາງໄປຮອດ ກອງປະ
ຊຸມຖະແຫລງຂ່າວ ຢູ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 12 ມິຖຸນາ 2018.
ຜູ້ນຳສຽງສ່ວນຫຼາຍ ທ່ານມິຕຈ໌ ເມັກຄອນໂນລ ສະມາຊິກ ສະພາສູງ ສັງກັດພັກຣີພັບບລີກັນ ຈາກລັດເຄັນທັກກີ ແລະສະມາຊິກສະພາຄົນອື່ນໆ ເດີນທາງໄປຮອດ ກອງປະ ຊຸມຖະແຫລງຂ່າວ ຢູ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 12 ມິຖຸນາ 2018.

ໃນວັນພະຫັດວານນີ້ ສະພາສູງສະຫະລັດ ໄດ້ຮັບຮອງເອົາການອະນຸມັດງົບປະມານ
ຂະໜາດໃຫຍ່ປະຈຳປີ ສຳລັບເຫຼົ່າທັບຂອງອາເມຣິກາ ລວມທັງການວາງມະການ
ລົງໂທດຮອບໃໝ່ ຕໍ່ເກົາຫຼີເໜືອ ແລະເຫດການນີ້ມີຂຶ້ນທ່າມກາງການອະພິປາຍຢ່າງ
ຫຼາກຫຼາຍ ໃນເລື້ອງຂອງຄວາມເປັນໄປໄດ້ທີ່ວ່າ ປະທານາທິບໍດີ ດໍໂນລ ທຣຳ ຈະເອົາ
ມາດຕະການທາງດ້ານທະຫານຕໍ່ອີຣ່ານ ຊຶ່ງທັງໝົດນີ້ໄດ້ມີການລົງຄະແນນສຽງ ທີ່
ອອກມາຄື 86 ຕໍ່ 8 ສຽງ.

ຮ່າງກົດໝາຍວ່າດ້ວຍການອະນຸມັດງົບປະມານດ້ານການປ້ອງກັນປະເທດ ຫຼືເອີ້ນ
ຫຍໍ້ວ່າ NDAA ທີ່ມີມູນຄ່າ 750 ພັນລ້ານໂດລາ ສຳລັບທຳນຽບຫ້າແຈ ປະຈຳສົກປີ
2020 ຊຶ່ງຈະເລີ້ມຕົ້ນຂຶ້ນ ໃນເດືອນຕຸລາປີນີ້ ໂດຍມີມູນຄ່າເພີ້ມຂຶ້ນ ຈາກ 716 ພັນລ້ານ
ໂດລາ ສຳລັບປີນີ້.

ຮ່າງກົດໝາຍນີ້ ຈະອຳນວຍໃຫ້ທຸກເຫຼົ່າທັບທັງຫຼາຍຂອງອາເມຣິກາ ດຳເນີນກິດຈະການ
ຕ່າງໆໄດ້ຫຼວງຫຼາຍຢ່າງຄົບຖ້ວນ. ນອກນັ້ນ ສະພາສູງອະນຸມັດການສ້າງຕັ້ງ ກອງກຳລັງ
ອະວະກາດຂອງສະຫະລັດ ໂດຍການຊີ້ນຳຂອງລັດຖະບານທ່ານທຣຳ ມອບໝາຍໃຫ້
ລິເລີ້ມໂຄງການດ້ານຄວາມປອດໄພທາງໄຊເບີ້ ແລະກຳນົດການຂຶ້ນເງິນເດືອນໃຫ້ແກ່
ບັນດາສະມາຊິກທະຫານ 3.1 ເປີເຊັນ.

“ມັນຍາກທີ່ເວົ້າເກີນຄວາມເປັນຈິງສຳລັບຄວາມສຳຄັນຂອງຮ່າງກົດໝາຍສະບັບນີ້ ຕໍ່
ພາລະກິດຕ່າງໆທີ່ພວກທະຫານທັງຊາຍແລະຍິງກຳລັງປະຕິບັດພາລະກິດ ຂອງປະເທດ
ຊາດພວກເຮົາ ຢ່າງຕໍ່ເນື່ອງ” ນັ້ນແມ່ນຄຳເວົ້າຂອງທ່ານມິຕຈ໌ ເມັກຄອນໂນລ ສັງກັດພັກ
ຣີພັບບລີກັນ ຈາກລັດເຄັນທັກກີ ທີ່ໄດ້ເອີ້ນຮ່າງກົດໝາຍ NDAA ນີ້ ວ່າ “ເປັນການປະ
ກາດໃຫ້ທັງບັນດາພັນທະມິດ ແລະພວກສັດຕູຂອງພວກເຮົາ ຮັບຊາບເຖິງຍຸດທະສາດ
ທີ່ເດັດດ່ຽວຂອງອາເມຣິກາ.”

ຮ່ວມໃສ່ໃນຮ່າງກົດໝາຍສະບັບນີ້ ຍັງມີຂໍ້ກຳນົດຫຼາຍຢ່າງ ທີ່ກ່ຽວພັນກັບເລື້ອງການປ້ອງ
ກັນປະເທດ ແຕ່ແຍກອອກຕ່າງຫາກຈາກທຳນຽບຫ້າແຈ ເຊັ່ນວ່າ ການກົດດັນທາງດ້ານ
ເສດຖະກິດໃໝ່ ຕໍ່ເກົາຫຼີເໜືອ ໂດຍຫວັງວ່າ ຈະບັງຄັບໃຫ້ພຽງຢາງ ຍົກເລີກຄວາມໄຝ່ຝັ່ນ ຢາກມີອາວຸດນູເຄລຍຂອງຕົນ.

ພາຍໃຕ້ມາດຕະການທີ່ເຫັນພ້ອມໂດຍທັງສອງພັກການເມືອງ ອົງການຈັດຕັ້ງໃດ ທີ່ເຮັດ
ທຸລະກິດກັບເກົາຫຼີເໜືອ ຈະຖືກກີດກັນບໍ່ໃຫ້ເຂົ້າເຖິງ ລະບົບທະນາຄານຂອງສະຫະລັດ.
ໃນປີ 2010 ລັດຖະສະພາສະຫະລັດ ໄດ້ຮັບຮອງເອົາມາດຕະການລົງໂທດທີ່ຄ້າຍຄືກັນ
ນີ້ ຕໍ່ອີຣ່ານ ຊຶ່ງເຊື່ອກັນຢ່າງກວ້າງຂວາງວ່າ ຈະບີບບັງຄັບໃຫ້ເຕຫະຣ່ານ ເຂົ້າມາຮ່ວມ
ເຈລະຈາ ໃນເລື້ອງໂຄງການນິວເຄລຍຂອງຕົນ.

ສະມາຊິກສະພາສູງ ຈາກພັກເດໂມແຄຣັດ ທ່ານຄຣິສ ແວນ ຮໍເລັນ ຈາກລັດແມຣີແລນ
ໄດ້ກ່າວວ່າ “ພວກເຮົາສົ່ງສັນຍານຢ່າງຈະແຈ້ງວ່າ: ເຈົ້າສາມາດເຮັດທຸລະກິດກັບເກົາຫຼີ
ເໜືອ ຫຼືວ່າ ເຈົ້າສາມາດເຮັດທຸລະກິດກັບສະຫະລັດ ແຕ່ຖ້າຫາກເຈົ້າເລືອກເອົາເກົາຫຼີ
ເໜືອ ເຈົ້າກໍບໍ່ສາມາດເຮັດທຸລະກິດຢູ່ທີ່ນີ້ ແລະເຈົ້າຈະຕ້ອງຮັບຜິດຊອບຕໍ່ການກະທຳ
ຂອງເຈົ້າ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG