ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະ​ພາ​ສູງ ສ​ຫລ ອະ​ນຸ​ມັດ​​ຮ່າງ​ກົດ​ໝາຍ ກ່ຽວ​ກັບ​ການກໍ່​ຄວາມ​ຮຸນ​ແຮງ​ດ້ວຍ​ປືນ ທີ່ໄດ້​ຮັບ​ການ​ເຫັນ​ພ້ອມ ຈາກທັງ​ສອງ​ພັກ


ທ່ານ Tom Tomimbang, ຜູ້​ຈັດ​ການ​ທີ່​ມີ​ຮຸ້ນ​ສ່ວນ​ຂອງ​ສະ​ໂມ​ສອນຍິງ​ປືນ 808 Gun Club, ໄດ້​ເອົາ​ປືນ​ສັ້ນ​ຫລາຍໆ​ກະ​ບອກ​ມາ​ສະ​ແດງ​ໃຫ້​ຄົນ​ເບິ່ງຢູ່​ຮ້ານ​ຂອງ​ລາວ ທີ່​ເມືອງ​ໂຮ​ໂນ​ລູ​ລູ, ລັດ​ຮາ​ວາຍ​ໃນ​ວັນ​ທີ 23 ມິ​ຖຸ​ນາ, 2022.
ທ່ານ Tom Tomimbang, ຜູ້​ຈັດ​ການ​ທີ່​ມີ​ຮຸ້ນ​ສ່ວນ​ຂອງ​ສະ​ໂມ​ສອນຍິງ​ປືນ 808 Gun Club, ໄດ້​ເອົາ​ປືນ​ສັ້ນ​ຫລາຍໆ​ກະ​ບອກ​ມາ​ສະ​ແດງ​ໃຫ້​ຄົນ​ເບິ່ງຢູ່​ຮ້ານ​ຂອງ​ລາວ ທີ່​ເມືອງ​ໂຮ​ໂນ​ລູ​ລູ, ລັດ​ຮາ​ວາຍ​ໃນ​ວັນ​ທີ 23 ມິ​ຖຸ​ນາ, 2022.

ສະພາສູງສະ​ຫະລັດ ໄດ້ໃຫ້​ການອະນຸມັດຮ່າງກົດໝາຍວ່າດ້ວຍການກໍ່ຄວາມຮຸນແຮງດ້ວຍປືນ ທີ່​ເຫັນ​ພ້ອມ​ນຳ​ກັນໂດຍສອງພັກ ໄດ້​ຢ່າງ​ງ່າຍ​ດາຍໃນວັນພະຫັດວານນີ້ ທີ່ເບິ່ງຄືວ່າບໍ່ອາດຄິດໄດ້ເມື່ອນຶ່ງເດືອນກ່ອນ, ຊຶ່ງເປັນການກຽມ​ພ້ອມ​ໃຫ້​ມີການອະນຸມັດຂັ້ນ​ສຸດທ້າຍ ກ່ຽວກັບອັນທີ່ຈະເປັນການຕອບໂຕ້ ທີ່​ເຮັດ​ໄດ້​ຫຼາຍທີ່ສຸດຂອງລັດຖະສະພາ ໃນຮອບຫຼາຍທົດສະວັດ ຕໍ່ການຍິງສັງຫານໝູ່ ທີ່ໂຫດ ຮ້າຍໃນທົ່ວປະເທດ. (AP)

ຫຼັງຈາກການ​ດຳ​ເນີນຄວາມພະຍາຍາມຂອງພັກເດໂມແຄຣັດທີ່ບໍ່ໄດ້ຜົນ ມາ​ເປັນ​ເວ​ລາ​ຫຼາຍປີ ເພື່ອສະກັດກັ້ນອາວຸດປືນ, ສະມາຊິກຈາກພັກຣີພັບບລີກັນ 15 ທ່ານໄດ້ເຫັນ​ດີ​ນຳເຂົາເຈົ້າ ໃນຂະນະທີ່ທັງສອງຝ່າຍ ໄດ້ຕັດສິນໃຈວ່າ ບໍ່ສາ ມາດທົນ​ຕໍ່ການນິ້ງ​ເສີຍອີກຕໍ່​ໄປໄດ້ແລ້ວຫຼັງຈາກເກີດການຍິງ​ສັງ​ຫານໃນເດືອນ ແລ້ວນີ້ ຢູ່ໃນເມືອງບັບ​ຟາ​ໂລ, ລັດ​ນິວຢອກ ແລະເມືອງ​ຢູວາລ​ເດ, ລັດ​ເທັກ​ຊັ​ສ. ມັນໃຊ້ເວລາຫຼາຍອາທິດໃນການເຈລະຈາແບບປິດລັບ ແຕ່ບັນ​ດາສະມາຊິກສະ ພາ​ສູງໄດ້ອອກມາ ດ້ວຍການຜ່ອນ​ສັ້ນ​ຜ່ອນ​ຍາວ ທີ່ປະກອບດ້ວຍການເຄື່ອນ ໄຫວທີ່ເພີ່ມຂຶ້ນ ແຕ່ມີຜົນກະທົບຫລາຍ ເພື່ອສະກັດກັ້ນການນອງເລືອດທີ່ເກີດຂຶ້ນແບບເຮັດ​ໃຫ້​ຄົນ​ຕົກ​ໃຈ​ຢູ່ເລື້ອຍໆ _ ແຕ່ບໍ່ເປັນເລື້ອງແປກໃຈ ຂອງ​ຄົນ​ໃນຊາດອີກ​ຕໍ່​ໄປ​ແລ້ວ.

ມາດຕະການໃນ​ຮ່າງ​ກົດ​ໝາຍທີ່​ມີ​ມູນ​ຄ່າ 13 ຕື້ໂດລາ ຈະເຮັດ​ໃຫ້ກວດກາປະ ຫວັດຄວາມເປັນມາ ຂອງຜູ້ຊື້ປືນໜຸ່ມທີ່ສຸດ ເຂັ້ມງວດຂຶ້ນ, ຮັກສາອາວຸດປືນ ຫຼາຍຂຶ້ນບໍ່​ໃຫ້ຜູ້ກະທໍາທາ​ລຸນໃນຄອບຄົວມີ​ມັນ​ໄດ້ ແລະຊ່ວຍລັດຕ່າງໆ​ອອກກົດ ໝາຍທີ່​ເປັນ​ສັນ​ຍານ​ເຕືອນ ຫລືທຸງສີແດງ ທີ່ເຮັດໃຫ້ມັນງ່າຍຂຶ້ນສໍາລັບເຈົ້າໜ້າທີ່ ທີ່ຈະເອົາອາວຸດຈາກປະຊາຊົນທີ່ຖືກຕັດສິນວ່າເປັນອັນຕະລາຍ. ມັນຍັງຈະໃຫ້ທຶນແກ່ໂຄງການທ້ອງຖິ່ນ ສໍາລັບຄວາມປອດໄພຂອງໂຮງຮຽນ, ສຸຂະພາບຈິດ ແລະການປ້ອງກັນການກໍ່ຄວາມຮຸນແຮງ.

“ຄອບຄົວໃນ​ເມືອງຢູວາລ​ເດ ແລະບັບ​ຟາ​ໂລ, ແລະການຍິງທີ່ເປັນໂສກນາດ​ຕະ​ກຳຫຼາຍຄັ້ງໃນ​ເມື່ອ​ກ່ອນ ໄດ້ຮຽກຮ້ອງໃຫ້ມີການປະຕິບັດການ. ແລະຄືນນີ້, ພວກເຮົາໄດ້ລົງ​ມື​ປະ​ຕິ​ບັດ​ມັນ,” ນັ້ນ​ຄື​ຄຳ​ເວົ້າ​ ຂອງປະທານາທິບໍດີໂຈ ໄບ​ເດັນ ກ່າວຫຼັງຈາກການ​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ແລ້ວ. ທ່ານກ່າວອີກວ່າ ສະ​ພາ​ຕ່ຳຄວນສົ່ງມັນໄປໃຫ້ທ່ານໂດຍໄວ, ໂດຍກ່າວຕື່ມວ່າ, "ເດັກນ້ອຍໃນ ໂຮງຮຽນແລະຊຸມຊົນ ຈະປອດໄພຫລາຍ​ຂຶ້ນ ​ຍ້ອນ​ກົດ​ໝາຍນີ້."

​ທ່ານ John Deloca, ເຈົ້າ​ຂອງ​ສະ​ໜາມ​ຝຶກ​ຍິງ​ປືນ Seneca Sporting Range, ໄດ້​ເອົາ​ປືນສັ້ນ​ແບບເຄິ່ງອັດ​ຕະ​ໂນ​ມັດ​ 9 ມມ ໃສ່​ໃນ​ຖົງ​ສົ້ງ ຂະ​ນະ​ທີ່​ທ່ານກຽມ​ຈະ​ໄປ​ສາ​ທິດ​ການ​ຍິງ​ປືນຢູ່​ສະ​ໜາມ​ຍິງ​ປືນ​ຂອງ​ທ່ານ, ວັນ​ທີ 23 ມິ​ຖຸ​ນາ, 2022, ໃນ​ລັດ​ນິງຢອກ.
​ທ່ານ John Deloca, ເຈົ້າ​ຂອງ​ສະ​ໜາມ​ຝຶກ​ຍິງ​ປືນ Seneca Sporting Range, ໄດ້​ເອົາ​ປືນສັ້ນ​ແບບເຄິ່ງອັດ​ຕະ​ໂນ​ມັດ​ 9 ມມ ໃສ່​ໃນ​ຖົງ​ສົ້ງ ຂະ​ນະ​ທີ່​ທ່ານກຽມ​ຈະ​ໄປ​ສາ​ທິດ​ການ​ຍິງ​ປືນຢູ່​ສະ​ໜາມ​ຍິງ​ປືນ​ຂອງ​ທ່ານ, ວັນ​ທີ 23 ມິ​ຖຸ​ນາ, 2022, ໃນ​ລັດ​ນິງຢອກ.

ຊຸດຮ່າງ​ກົດ​ໝາຍທີ່​ເຮັດ​ຂຶ້ນ​ໃນປີທີ່​ມີການເລືອກຕັ້ງ ໄດ້ບັນ​ລຸໜ້ອຍກວ່າ ສຳ​ລັບຂໍ້ຈຳກັດດ້ານປືນທີ່ເຂັ້ມງວດກວ່າ ທີ່ພັກເດໂມແຄຣັດໄດ້ສະແຫວງຢາກ​ໃຫ້​ມີ​ນັ້ນ ແລະພັກຣີພັບບລີກັນໄດ້ຂັດຂວາງມາເປັນເວລາຫຼາຍປີ, ລວມທັງການຫ້າມອາວຸດປະເພດໃຊ້ໂຈມຕີ ແລະຟັກລູກປືນທີ່ມີຄວາມສາ​ມາດ​ບັນຈຸລູກ​ປືນສູງ ທີ່ໃຊ້ໃນການສັງຫານໝູ່ຢູ່ໃນເມືອງບັບ​ຟາ​ໂລ ແລະ ຢູ​ວາ​ລເດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂໍ້​ຕົກລົງ​ດັ່ງກ່າວ​ ໄດ້​ເຮັດ​ໃຫ້​ຜູ້ນຳ​ຂອງ​ທັງ​ສອງ​ຝ່າຍ​ປະກາດ​ໄຊຊະນະ ​ແລະ ສະ​ແດງ​ໃຫ້ຜູ້​ມີ​ສິດ​ເລືອກ​ຕັ້ງເຫັນ​ວ່າ ເຖິງ​ວິທີ​ປະນີປະນອມກັນ ​ແລະ ເຮັດ​ໃຫ້​ລັດຖະບານ ປະ​ຕິ​ບັດ​ວຽກ​ງານ​ໄດ້, ຂະ​ນະ​ທີ່​ຍັງ​ມີ​ຊ່ອງ​ຫວ່າງ​ໃຫ້​ແຕ່ລະ​ຝ່າຍ ເປັນ​ທີ່​ພໍ​ໃຈ​ຂອງບັນດາ​ຜູ້​ສະໜັບສະໜູນ​ຫຼັກຂອງ​ຕົນ.

"ນີ້ບໍ່ແມ່ນການແກ້​ໄຂ​ທີ່​ດີທັງໝົດສຳລັບທຸກວິ ທີທາງທີ່ການກໍ່ຄວາມຮຸນແຮງດ້ວຍປືນໄດ້ສົ່ງຜົນກະທົບຕໍ່ປະເທດຊາດຂອງພວກເຮົາ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານຈ​ຊັກ ຊຸມ​ເມີ, ຜູ້ນຳສຽງສ່ວນຫຼາຍຂອງສະພາສູງຊຶ່ງ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດຈາ​ກ​ລັດ​ນິວຢອກ ຜູ້​ທີ່ ຢູ່​ໃນ​ພັກ​ທີ່ໄດ້ວາງເປົ້າໝາຍການຈຳກັດປືນໄວ້ເປັນເວລາຫຼາຍທົດສະວັດແລ້ວ. ທ່ານ​ກ່າວ​ອີກວ່າ ``ແຕ່​ວ່າ​ມັນ​ເປັນ​ບາດ​ກ້າວ​ທີ່​ ​ໄປ​ຕາມ​ທິດ​ທາງ​ທີ່​ຖືກ​ຕ້ອງທີ່​ຄວນ​ເຮັດ​ມາ​ແຕ່​ດົນ​ແລ້ວ.``

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG