ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສຫລ ຍັງຕົກລົງກັນບໍ່ໄດ້ ໃນມາດຕະການ ຊ່ວຍເຫລືອດ້ານເສດຖະກິດ


ລັດຖະມົນຕີກະຊວງການເງິນ, ທ່ານ Steven Mnuchin (ທີ 3 ຈາກຊ້າຍ) ແລະທ່ານ Eric Ueland (ຊ້າຍສຸດ), ທີ່ປຶກສາຈາກທໍານຽບຂາວ ຍ່າງໄປປະຊຸມກັບ ທ່ານ Chuck Schumer ຜູ້ນໍາສຽງສ່ວນໜ້ອຍໃນສະພາສູງ ຢູ່ຕຶກລັດຖະສະພາໃນວັນທີ 23 ມີນາ, 2020
ລັດຖະມົນຕີກະຊວງການເງິນ, ທ່ານ Steven Mnuchin (ທີ 3 ຈາກຊ້າຍ) ແລະທ່ານ Eric Ueland (ຊ້າຍສຸດ), ທີ່ປຶກສາຈາກທໍານຽບຂາວ ຍ່າງໄປປະຊຸມກັບ ທ່ານ Chuck Schumer ຜູ້ນໍາສຽງສ່ວນໜ້ອຍໃນສະພາສູງ ຢູ່ຕຶກລັດຖະສະພາໃນວັນທີ 23 ມີນາ, 2020

ຜູ້ນໍາສຽງສ່ວນໜ້ອຍໃນສະພາສູງ, ທ່ານ ຈຊັກ ຊູມເມີ (Chuck Schumer) ແລະ ລັດຖະມົນຕີກະຊວງການເງິນຂອງສະຫະລັດ, ທ່ານສຕີຟເຟັນ ມນຸດຈິນ (Steven Mnuchin) ເວົ້າວ່າ ພວກເພິ່ນຫວັງວ່າ ຂໍ້ຕົກລົງກ່ຽວກັບຊຸດມາດຕະການດ້ານການຊ່ວຍ ເຫລືອທາງ ເສດຖະກິດໃນມູນຄ່າ 2 ຕື້ ໂດລາ ຈະສາມາດ ບັນລຸໄດ້ ໃນວັນອັງຄານມື້ນີ້.

ພວກເພິ່ນທໍາການເຈລະຈາກັນຈົນຮອດກາງຄືນຂອງວັນຈັນວານນີ້ ພາຍຫລັງທີ່ ສະພາສູງ ຂອງສະຫະລັດ ບໍ່ສາມາດຕົກລົງກັນໄດ້ເປັນຄັ້ງທີ 2 ເພື່ອຈະສົ່ງເງິນ ໄປໃຫ້ປະຊາຊົນອາ ເມຣິກັນ ເກືອບໝົດທຸກຄົນ ແລະທຸລະກິດ ທີ່ໄດ້ຮັບຜົນກະ ທົບຈາກເຊື້ອໄວຣັສໂຄໂຣນາ ທີ່ເປັນອັນຕະລາຍຮ້າຍແຮງນັ້ນ.

ບັນດາຜູ້ນໍາຈາກພັກຣີພັບບລິກັນ ແລະພັກເດໂມແຄຣັດ ໄດ້ເວົ້າໃຫ້ກັນໂດຍໃຊ້ ຄໍາເວົ້າທີ່ຮຸນ ແຮງໃນຂະນະທີ່ຂັ້ນຕອນການເຈລະຈາກດໍາເນີນໄປໃນສອງ ສາມມື້ ຜ່ານມານີ້ ໂດຍທີ່ຜູ້ນໍາ ສຽງສ່ວນຫລາຍໃນສະພາສູງ, ທ່ານ ມິດຈ໌ ແມັກຄອນແນລ (Mitch McConnell) ກ່າວຫາ ພວກສັງກັດພັກເດໂມແຄຣັດ ວ່າ ເຮັດໃຫ້ຂັ້ນຕອນ ການອະນຸມັດຊັກຊ້າລົງໂດຍການຂໍໃຫ້ ປ່ຽນແປງຂໍ້ຕ່າງໆ ຢູ່ໃນຮ່າງນິຕິກໍານັ້ນ ແລະ ທ່ານ ຊຸມເມີ ກັບເວົ້າວ່າ ທ່ານ ມັກຄອນແນລ ເຮັດໃຫ້ເສຍເວລາ ຍ້ອນການເອົາ ການລົງຄະແນນສຽງແບບເປັນສອງຂັ້ນຕອນ ຕໍ່ມາດຕະ ການທີ່ທ່ານຮູ້ດີຢູ່ແລ້ວວ່າ ມັນຈະບໍ່ສໍາເລັດຜົນ.

ພວກສັງກັດພັກເດໂມແຄຣັດ ທໍາອິດໄດ້ຂັດຂວາງການກ້າວໄປຮັບຮອງເອົາຊຸດ ມາດຕະການ ດ້ານການຊ່ວຍເຫລືອນັ້ນ ໃນວັນອາທິດຜ່ານມາ. ພາຍຫລັງທີ່ມີ ການເຈລະຈາກັນເພີ້ມອີກ ໃນກາງຄືນວັນອາທິດ ແລະຕອນເຊົ້າວັນຈັນວານນີ້ ແລ້ວ ພວກເພິ່ນກໍໄດ້ລົງຄະແນນ ສຽງຄັດ ຄ້ານຕໍ່ການເຮັດໃຫ້ນິຕິກໍາສະບັບນັ້ນ ກ້າວໄປສູ່ຮັບຮອງເອົາໄດ້ໃນຕອນບ່າຍຂອງວັນ ຈັນ ວານນີ້, ຊຶ່ງເຮັດໃຫ້ມີການ ລະຈາກັນຄືນໃໝ່ລະຫວ່າງທ່ານຊຸມເມີ ແລະທ່ານມນຸດຈິນ ໂດຍມີການໂອ້ລົມ ກັບປະທານາທິບໍດີ ດໍໂນລ ທຣໍາ ຜ່ານທາງໂທລະສັບ.

ຊຸດມາດຕະການດ້ານການຊ່ວຍເຫລືອດັ່ງກ່າວ ແມ່ນແນໃສ່ ກະຕຸ້ນເສດຖະກິດ ຂອງສະຫະ ລັດ ໂດຍການສົ່ງເງິນແບບໂດຍກົງໄປໃຫ້ແກ່ປະຊາຊົນອາເມຣິກັນ ຫລາຍກວ່າ 90 ​ເປີເຊັນ ແລະ ທຸລະກິດຂອງສະຫະລັດ ຫລາຍຢ່າງ ເພື່ອຊ່ວຍເຂົາ ເຈົ້າຜ່ອນເບົາຜົນກະທົບທາງ ເສດຖະກິດແບບກະທັນຫັນ ແລະແຜ່ກະຈາຍ ຢ່າງວ່ອງໄວ ຂອງໄວຣັສໂຄໂຣນາ.

ຊາວອາເມຣິກັນເກືອບທຸກຄອບຄົວທີ່ມີສະມາຊິກ 4 ຄົນ ຈະໄດ້ຮັບ ເງິນຊ່ວຍ ເຫລືອ 3,000 ໂດລາ ໂດຍທີ່ມີຊຸດມາດຕະການຊ່ວຍເຫລືອທີ່ຈະສ້າງໂຄງ ການໃຫ້ເງິນກູ້ທີ່ມີມູນຄ່າ 500 ຕື້ໂດລາ ໃຫ້ແກ່ບັນດາທຸລະກິດ, ເມືອງ ແລະ ລັດຕ່າງໆ ແລະ ອີກ 350 ຕື້ໂດລາ ເພື່ອຊ່ວຍ ທຸລະກິດຂະໜາດນ້ອຍ ໃຫ້ ຈ່າຍເງິນ ຄ່າແຮງງານໃຫ້ທັນເວລາ ໃນຂະນະທີ່ຄວາມຕ້ອງການ ສິນຄ້າ ແລະ ບໍລິການຂອງ ຜະລິດຕະພັນຂອງເຂົາເຈົ້າກໍາລັງຫລຸດລົງຢູ່ນັ້ນ.

ພວກສັງກັດພັກເດໂມແຄຣັດ ແມ່ນສຸມການຄັດຄ້ານຂອງເຂົາເຈົ້າໃສ່ໂຄງການ ໃຫ້ເງິນກູ້ທີ່ມີ ມູນຄ່າ 500 ຕື້ໂດລາໃຫ້ແກ່ທຸລະກິດຕ່າງໆ ຊຶ່ງພວກຕໍານິເອີ້ນ ມັນວ່າ “ທຶນທີ່ລະລາຍໄປ” ເພາະວ່າ ກະຊວງການເງິນຈະສາມາດເປັນຜູ້ຕັດ ສິນໃຈໄດ້ຢ່າງກວ້າງຂວາງວ່າ ໃຜຄວນໄດ້ ຮັບເງິນຊ່ວຍເຫລືອນັ້ນ ໂດຍທີ່ມີການ ຮັບຜິດຊອບວ່າເງິນນັ້ນ ຈະຖືກໃຊ້ຈ່າຍແບບໃດພຽງ ແຕ່ໜ້ອຍດຽວ.

ສ່ວນທ່ານ ທຣໍາ ໃນການໃຫ້ຄໍາເຫັນໃນວັນອາທິດຜ່ານມານັ້ນ ປາກົດວ່າຈະ ເຫັນດີກັບການ ຄັດ ຄ້ານຂອງພວກສັງກັດພັກເດໂມແຄຣັດ.

ທ່ານທຣໍາກ່າວວ່າ “ຂ້າພະເຈົ້າບໍ່ຢາກເອົາເງິນໄປຊ່ວຍປະກັນເອົາບໍລິສັດອັນນຶ່ງ ອອກມາ ແລ້ວ ມີໃຜຜູ້ນຶ່ງໄປ ແລະໃຊ້ເງິນນັ້ນເພື່ອຊື້ຮຸ້ນຢູ່ໃນບໍລິສັດນັ້ນຄືນອີກ ແລະກໍຍົກລາຄາ ຮຸ້ນຂຶ້ນ ແລະຫລັງຈາກນັ້ນກໍໄດ້ຮັບເງິນບໍາເນັດ ຫລື bonus.” ທ່ານກ່າວຕໍ່ໄປວ່າ “ສະນັ້ນ ຂ້າພະເຈົ້າອາດຈະເປັນຄົນໃນພັກຣີພັບບລິກັນ ແຕ່ວ່າ ຂ້າພະເຈົ້າບໍ່ມັກການເຮັດແນວນັ້ນ. ຂ້າພະເຈົ້າຢາກໃຊ້ເງິນເພື່ອພວກ ອອກແຮງງານ.”

ແຕ່ວ່າໃນຕອນບ່າຍວັນຈັນວານນີ້ ທ່ານກໍຢືນຢູ່ຕໍ່ໜ້າພວກນັກຂ່າວຢູ່ໃນທໍານຽບ ຂາວແລະ ເວົ້າວ່າ ລັດຖະສະພາຄວນຮັບຮອງເອົາ “ຮ່າງຊຸດມາດຕະການຊ່ວຍເຫລືອແບບທີ່ ຂຽນໄວ້ ນັ້ນເລີຍ.“

ບັນດາຜູ້ປົກຄອງລັດຢ່າງໜ້ອຍ 13 ລັດ ໄດ້ສັ່ງໃຫ້ຄົນຫລາຍລ້ານຄົນ ຢູ່ໃນ ເຮືອນ ບໍ່ອອກ ໄປໃສ, ໃນການກັກກັນຜົນກະທົບ, ເພື່ອປ້ອງກັນການແຜ່ລະບາດຂອງໄວຣັສ ໂຄໂຣນາ. ຍັງບໍ່ມີແຜນການປິດປະເທດໄວ້ເທື່ອ.

ຂຶ້ນເຖິງຫລາຍວກວ່າ 41,000 ກໍລະນີ ໂດຍມີຄົນເສຍຊີວິດຫລາຍກວ່າ 500 ຄົນ. ຕົວເລກ ທັງສອງຢ່າງນີ້ເພີ້ມຂຶ້ນຢ່າງຫລວງຫລາຍໃນຊຸມມື້ມໍ່ໆມານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Senate Minority Leader Chuck Schumer and U.S. Treasury Secretary Steven Mnuchin say they hope a deal on a $2 trillion economic aid package can be reached Tuesday.

They held talks until late into the night Monday after the Senate failed for a second time to advance a bill that would send money to most Americans and many businesses that have been severely impacted by the deadly coronavirus.

Republican and Democratic leaders have exchanged sharp words as the process unfolded in recent days, with Senate Majority Leader Mitch McConnell accusing Democrats of delaying the process by asking for changes to the bill and Schumer saying McConnell wasted time by bringing two procedural votes on the measure he knew would fail.

Democrats first blocked advancing the aid package on Sunday. After more negotiations Sunday night and Monday morning, they again voted against moving the legislation forward on Monday afternoon, triggering the fresh talks between Schumer and Mnuchin, with a phone call to President Donald Trump.

The aid package is aimed at boosting the U.S. economy by sending direct payments to more than 90% of Americans and a vast array of U.S. businesses to help them weather the immediate and burgeoning economic effects of the coronavirus.

Senate Majority Leader Mitch McConnell of Ky. speaks to reporters outside the Senate chamber after Democrats block a coronavirus aid package on Capitol Hill, Monday, March 23, 2020, in Washington.

Most U.S. families of four would get $3,000 in assistance, with the aid package also creating a $500 billion lending program for businesses, cities and states, and $350 billion more to help small businesses meet payroll costs at a time when there is a declining demand for their products and services.

Democrats focused their objections on the $500 billion lending program for businesses, which some critics are calling a “slush fund” because the Treasury Department would have wide discretion over who gets the money, with little accounting for how the money is spent.

Trump, in comments made Sunday, appeared to agree with the Democrats’ contention.

“I don’t want to give a bailout to a company and then have somebody go out and use that money to buy back stock in the company and raise the (stock) price and then get a bonus,” Trump said. “So, I may be Republican, but I don’t like that. I want them to use the money for the workers.”

But by Monday afternoon he stood before reporters at the White House and said Congress should approve “the Senate bill as written.”

Governors in at least 13 states have ordered millions of people to stay home, in effect quarantined, to prevent the spread of the coronavirus. No national shutdown is planned.

The toll from the coronavirus is mounting in the U.S. More than 41,000 cases have been confirmed, with more than 500 deaths. Both figures have markedly increased in recent days.

XS
SM
MD
LG