ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ເຂົ້າຍຶດເອົາ ກຳປັ່ນສິນຄ້າ ເກົາຫຼີເໜືອ ໃນຖານລະເມີດ ມາດຕະການລົງໂທດ ຂອງ ນາໆຊາດ


ພາບຫຼ້າສຸດ ທີ່ໄດ້ຖືກເປີດເຜີຍ ໂດຍ ກະຊວງຍຸຕິທຳ ສະຫະລັດ ໃນວັນທີ 9 ພຶດສະພາ 2019 ທີ່ສະແດງໃຫ້ເຫັນ ກຳປັ່ນ ທີ່ມີຊື່ວ່າ "Wise Honest," ຊຶ່ງເປັນກຳປັ່ນສິນຄ້າຂອງເກົາຫຼີເໜືອ.
ພາບຫຼ້າສຸດ ທີ່ໄດ້ຖືກເປີດເຜີຍ ໂດຍ ກະຊວງຍຸຕິທຳ ສະຫະລັດ ໃນວັນທີ 9 ພຶດສະພາ 2019 ທີ່ສະແດງໃຫ້ເຫັນ ກຳປັ່ນ ທີ່ມີຊື່ວ່າ "Wise Honest," ຊຶ່ງເປັນກຳປັ່ນສິນຄ້າຂອງເກົາຫຼີເໜືອ.

ສະຫະລັດ ໄດ້ເຂົ້າຍຶດເອົາກຳປັ່ນສິນຄ້າ ຂອງເກົາຫຼີເໜືອ ໃນຖານລະເມີດ ຕໍ່ມາດ
ຕະການລົງໂທດຂອງນາໆຊາດ ຊຶ່ງເປັນຄັ້ງທຳອິດ ທີ່ມີການຍຶດເອົາ ກຳປັ່ນແບບນີ້
ໂດຍມີຂຶ້ນທ່າມກາງຄວາມເຄັ່ງຕຶງ ທີ່ທະວີຂຶ້ນນັບມື້ ລະຫວ່າງ ສອງປະເທດ ຍ້ອນ
ໂຄງການອາວຸດນິວເຄລຍຂອງເກົາຫຼີເໜືອ.

ກຳປັ່ນນີ້ ມີຊື່ວ່າ Wise Honest ຊຶ່ງເປັນກຳປັ່ນທີ່ໃຫຍ່ສຸດອັນດັບສອງຂອງເກົາຫຼີເໜືອ
ໄດ້ຖືກຍຶດເອົາໃນ​ຂັ້ນທຳອິດ ໂດຍທາງການອິນໂດເນເຊຍ ໃນເດືອນເມສາ ປີ 2018
ໃນຂະນະທີ່ກຳ​ປັ່ນ​ດັ່ງ​ກ່າວ ກຳລັງຂົນສົ່ງຖ່ານຫີນຄຸນນະພາບສູງ ຈຳນວນ 25,000
ໂຕນ ມູນຄ່າ 3 ລ້ານໂດລາ ໄປຍັງອິນໂດເນເຊຍ.

ລຸນຫຼັງຈາກນັ້ນ ບັນດາເຈົ້າໜ້າທີ່ຂອງອິນໂດເນເຊຍ ຈຶ່ງໄດ້ມອບສົ່ງກຳປັ່ນດັ່ງກ່າວ ໃຫ້
ກັບສະຫະລັດ ເມື່ອທ້າຍເດືອນກໍລະກົດ ປີດຽວກັນນັ້ນ. ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ
ດຽວນີ້ກຳປັ່ນ ແມ່ນຢູ່ໃນການຄວບຄຸມຂອງສະຫະລັດ ແລະກຳ​ລັງ​ເດີນ​ທາງໄປຍັງເກາະ
ຊາມົວ ຂອງສະຫະລັດ ແລະພວກເຂົາເຈົ້າ ພວມຫາທາງທີ່ຈະໃຊ້ລະບຽບການທາງດ້ານ
ກົດໝາຍ ຕໍ່ກຳປັ່ນດັ່ງກ່າວນີ້.

ກຳປັ່ນລຳນີ້ ​ແມ່ນ​ເປັນເຈົ້າຂອງ​ໂດຍບໍລິສັດ ​ທີ່​ເປັນສາຂາຂອງບໍລິສັດກຳປັ່ນເກົາຫຼີເໜືອ
ທີ່ເຊື່ອມໂຍງກັບກອງທັບຂອງປະເທດດັ່ງກ່າວ ຊຶ່ງດຽວນີ້ແມ່ນຢູ່ ໃນບັນຊີລາຍຊື່ ທີ່ຖືກ
ມາດຕະການລົງໂທດ ຂອງກະຊວງການເງິນສະຫະລັດ. ມັນໄດ້ຖືກນຳໃຊ້ຂົນສົ່ງຖ່ານຫີນ
ຈຳນວນຫຼວງຫຼາຍໄປຍັງຈີນແລະປະເທດອື່ນໆ ແລະມັນກໍໄດ້ຂົນສົ່ງເຄື່ອງກົນຈັກຂະ
​ໜາດໜັກ ໄປຍັງເກົາຫຼີເໜືອນຳດ້ວຍ ອັນ ເປັນການລະເມີດຕໍ່ມາດຕະການລົງໂທດຂອງ
ສະຫະລັດແລະອົງການສະຫະ ປະຊາຊາດ ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່.

ທ່ານຈອນ ເດັມເມີສ໌ ລັດຖະມົນຕີຊ່ວຍວ່າການ ຮັບຜິດຊ້ອບດ້ານຄວາມໝັ້ນຄົງແຫ່ງ
ຊາດ ໄດ້ກ່າວວ່າ “ການຍຶດເອົາກຳປັ່ນທີ່ລະເມີດຕໍ່ມາດຕະການລົງໂທດ ມາບັດນີ້
ມັນກໍບໍ່ໄດ້ປະຕິບັດງານອີກຕໍ່ໄປ.”
ທ່ານກ່າວຕໍ່ໄປວ່າ “ການສູນເສຍກຳປັ່ນ ຈະເຮັດ
ໃຫ້ລະບອບການປົກຄອງຂອງເກົາຫຼີເໜືອ ຂາດວິທີທາງທີ່ສຳຄັນ ຊຶ່ງລະບອບນີ້ ໄດ້ຫລີກລ່ຽງມາດຕະການລົງໂທດມາ ແລະໄດ້ຮັບທຶນມາສະໜັບສະໜຸນຕົນເອງ.”

ການປະກາດຍຶດກຳປັ່ນນັ້ນ ມີຂຶ້ນໃນຂະນະທີ່ ພຽງຢາງ ໄດ້ດຳເນີນການຍິງທົດລອງ
ລູກສອນໄຟຂອງຕົນ ເປັນຄັ້ງທີສອງ ໃນໄລຍະເວລາຕ່ຳກວ່ານຶ່ງສັບປະດາ ຊຶ່ງໄດ້ທະວີ
ຄວາມເຄັ່ງຕຶງ ກັບສະຫະລັດ. ແຕ່ພວກເຈົ້າໜ້າທີ່ພິທັກກົດໝາຍຂອງສະຫະລັດ ໄດ້ຢືນ
ຢັດວ່າ ເຫດການທັງສອງດັ່ງກ່າວ ແມ່ນບໍ່ມີສ່ວນກ່ຽວຂ້ອງກັນ ເລີຍ.

“ພວກເຮົາໄດ້ຕິດຕາມເບິ່ງໃນໄລຍະສອງສາມເດືອນມານີ້” ນັ້ນແມ່ນຄຳເວົ້າຂອງ
ທ່ານແຈັບຟຣີ ເບີແມນ ໄອຍະການຂອງສະຫະລັດປະຈຳເຂດພາກໃຕ້ ນະຄອນນິວຢອກ
ບ່ອນທີ່ບັນດາໄອຍະການ ໄດ້ຍື່ນຟ້ອງຕໍ່ກຳປັ່ນລຳດັ່ງກ່າວໃນຖານລະ ເມີດມາດຕະການ
ລົງໂທດຂອງສະຫະລັດ.

ກຳປັ່ນດັ່ງກ່າວ ໄດ້ຖືກນຳໃຊ້ໂດຍເກົາຫຼີເໜືອ ເພື່ອຂົນສົ່ງຖ່ານຫີນໄປໃຫ້ພວກ ຜູ້ຊື້ຢູ່
ຕ່າງປະເທດ ຕະຫຼອດໄລຍະປີ 2016 ຫາ ເດືອນເມສາ 2018 ໃນເມື່ອ ມັນໄດ້ຖືກ ເຈົ້າ
ໜ້າທີ່ທາງທະເລຂອງອິນໂດເນເຊຍ ເຂົ້າຍຶດເອົາ. ເພື່ອຫລີກລ່ຽງ ມາດຕະການລົງໂທດ
ພວກປະຕິບັດງານຂອງກຳປັ່ນໄດ້ປົກປິດຕົ້ນຕໍ​ທີ່​ມາຂອງສິນຄ້າ ແລະພວກປະເທດ
ບ່ອນທີ່ຕົນໄດ້ຂຶ້ນທະບຽນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG