ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະ​ຫະ​ລັດ ​ກ່າວ​ວ່າ ຕົນ​ຮູ້​ຜູ້​ນຳ​ ​ກຸ່ມລັດ​ອິ​ສ​ລາມ​ ຄົນ​ໃໝ່ ແມ່ນ​ໃຜ


​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່ ​ໂດຍກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ​ສະ​ຫະ​ລັດ ໃນວັນທີ 30 ຕຸ​ລາ 2019 ​ຢູ່​ໃນລາຍງ​ລານ​ໂດຍທຳ​ນຽບ​ຫ້າ​ແຈ ສະ​ແດງ​​ໃຫ້​ເຫ​ັນ​ຮູບ​ພາບ​​ຄ້າຍ ຜູ້​ນຳ​ລັດ​ອິ​ສ​ລາມ ທ້າວ ອາບູ ບາເກີ ອາລ-ແບັກດາດີ ທີ່​ຖືກ​ທຳ​ລ​າຍ ວັນ​ທີ 26 ຕຸ​ລາ 2019.
​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່ ​ໂດຍກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ​ສະ​ຫະ​ລັດ ໃນວັນທີ 30 ຕຸ​ລາ 2019 ​ຢູ່​ໃນລາຍງ​ລານ​ໂດຍທຳ​ນຽບ​ຫ້າ​ແຈ ສະ​ແດງ​​ໃຫ້​ເຫ​ັນ​ຮູບ​ພາບ​​ຄ້າຍ ຜູ້​ນຳ​ລັດ​ອິ​ສ​ລາມ ທ້າວ ອາບູ ບາເກີ ອາລ-ແບັກດາດີ ທີ່​ຖືກ​ທຳ​ລ​າຍ ວັນ​ທີ 26 ຕຸ​ລາ 2019.

ພຽ​ງນຶ່ງ​ມື້ຫຼັງ​ຈາກ​ກຸ່​ມ​ກໍ່​ການ​ຮ້າຍລັດ​ອິ​ສ​ລາມ​ຫຼື IS ​ໄດ້​ເປີດ​ເຜີຍ​ຊື່​ຜູ້​ນຳໃໝ່ຂອງຕົນ
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ ທ່ານ​ດໍ​ໂນ​ລ ທ​ຣຳ ກໍກ່າວ​ວ່າ ທ່ານ​ຮູ້​ຄວາມ​ຈິງ​ແລ້ວ ວ່າ​ຜູ້
​ຊາຍ​ຄົນ​ນີ້​ແມ່ນ​ໃຜ​.

ປະ​ທາ​ນາ​ທິ​ບໍ​ດີໄດ້​ສົ່ງ​ຂໍ້​ຄວາມ​ທາງ​ທວິດ​ເຕີ​ໃນ​ວັນ​ສຸກວານ​ນີ້ ​ໂດຍປາດ​ສະ​ຈາກ​
ການ​ໃຫ້​ຄຳ​ຊີ້​ແຈງ​ໃດໆ ​ທີ່ກ່າວ​ວ່າ​ “ພວກ​ເຮົາ​ຮູ້​ດີ​ວ່າ​ລາວ​ແມ່ນ​ໃຜ.”

ຢູ່​ໃນຂໍ້​ຄວາມ​ອັດ​ສຽງ​ໄວ້ ທີ່​ໄດ້ນຳ​ອອກເຜີຍ​ແຜ່ໃຫ້​ແກ່​ສື່​ສັງ​ຄົມ ​ໃນ​ວັນ​ພະ​ຫັດ​ທີ່​ຜ່ານ
​ມາໂດຍ​ອົງ​ການ​ຂ່າວ​ອາ​ແ​ມັກ (Amaq) ຂອງກຸ່ມລັດ​ອິ​ສ​ລາມນັ້ນ​ ໄດ້​ຮ້ອງ ຜູ້​ນຳ​ຄົນ
ໃໝ່​ພຽງ​ແຕ່​ຊື່ນັກ​ລົບຂອງ​ຜູ້​ກ່ຽວທີ່​ເອີ້ນ​ວ່າ ທ້າວ​ອາ​ບູ ອີບ​ຣາ​ຮີມ ອາ​ລ- ຮາ​ຊິ​ມີ
ອາ​ລ-ກູ​ຣາຊີ (Abu Ibrahim a-Hashimi al-Qurashi.)

ຊື່​ດັ່ງ​ກ່າວ​ອີງ​ຕາມ​ບັນ​ດາ​ນັກ​ວິ​ເຄາະແລ້ວ ສະ​ແດງ​ໃຫ້​ເຫັນ​ວ່າ ​ຜູ້​ນຳ​ຄົນ​ໃໝ່​ວ່າມີ​
ເຊື້ອ​ສາຍມາ​ຈາກກຸ່ມຮາເ​ຊໄມ​ຕ໌ (Hashemite) ຂອງ​ຊົນ​ເຜົ່າ​ກູ​ຣາ​ຊີ ຊຶ່ງ​ໝາຍ​
ຄວາມ​ວ່າ​ຜູ້​ນຳ​ຄົນໃໝ່​ສືບ​ເຊື້ອ​ສາຍ​ມາ​ຈາກ​ຊົນ​ເຜົ່າ​ດຽວ​ກັນ ​ກັ​ບ​ພະ​ສາດ​ສະ​ດາ
​ມູ​ຮຳ​ເມັດ ​ຊຶ່ງ​ເປັນ​ຂໍ້​ບັງ​ຄັບຂອງ​ກຸ່ມ IS ​ສຳ​ລັບ​ບຸກ​ຄົນ​ກໍ​ຕາມ ທີ່​ຈະມາ​ເປັນ​ຜູ້​ນຳ
ຫຼື​ກາ​ລິບ​ຂອງ​ພວກ​ເຂົາ​ເຈົ້າ.

​ກ​ານ​ປະ​ກາດອີງ​ຕາມ​ການ​ແປ​ຢູ່​ໃນເວັບ​ໄຊ​ທ໌ສືບ​ລັ​ບ ຫລື SITE Intelligence ຍັງ
​ສະ​ເໜີ​ວ່າ ທ້າວອາ​ລ-ກູ​ຣາ​ຊີ ຍັງ​ເປັນ​ທັງ​ນັກ​ປາດ ແລະ​ຂຸນ​ເສິກ ໂດຍ​ຮ້ອງ​ລາວ​ວ່າ
“ເປັນ​ນັກ​ປາດ​ຄົນ​ນຶ່ງຂອງນັກ​ປາດ​ທັງ​ຫລາຍ ແລະເປັນປະ​ມຸກ​ນຳພາ​ທຳ​ສົງ​ຄາມ
ຂອງບັນ​ດາປະ​ມຸກນຳພາ​ທຳ​ສົງ​ຄາມທັງ​ຫລາຍ," ໃນ​ຂະ​ນະ​ທີ່​ກ່າວ​ວ່າ ລາວ “ໄດ້​
ໂຈມ​ຕີ​ຜູ້​ປົກ​ປ້ອງ​ຂອງ​ການ​ພົວ​ພັນ​ກັບ​ອາ​ເມ​ຣິ​ກາ.”

ແຕ່​ໃນ​ຂະ​ນະ​ທີ່​ບັນ​ດາ​ອົງ​ການ​ສືບ​ລັບ​ສະ​ຫະ​ລັດ​ກວດ​ກາ​ເບິ່ງ​ຂໍ້​ຄວາມ​ຢູ່​ໃນ​ສຽງ
ບັນ​ທຶ​ກ​ສຽງ​ເມື່ອວັນ​ພະ​ຫັດ​ຜ່ານ​ມາ ບັນ​ດາ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ຄົນ​ອື່ນໆ​ຍັງ​ບໍ່​ທັນ
​ໄດ້ລົງ​ຄວາມ​ເຫັນ​ຢ່າງ​ເປີດ​ເຜີຍ​ກ່ຽວ​ກັບວ່າ ທ້​າວ​ອາ​ລ-ກູ​ຣາ​ຊີ ແມ່ນ​ໃຜ​ແທ້.

ຜູ້​ປະ​ສານ​ງານ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍກະ​ຊວງຕ່າງ​ປ​ະ​ເທດ ເອກ​ອັກ​ຄະ​ລັດ​ຖະ​ທູດ
​ເນ​ຕັນ ​ເຊ​ລ​ສ໌ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ ໃນ​ວັນ​ສຸກວານ​ນີ້​ ​ເພີ້ມ​ວ່າ “ພວກ​ເຮົາ​ກຳ​
ລັງສຶກ​ສາ​ເບິ່ງ​ ບົດ​ບາດ​ຂອງ​ລາວ​ຢູ່​ໃນ​ການ​ຈັດ​ຕັ້ງ ລ​າວ​ມາ​ຈາກ​ໃສ. ຂ້າ​ພະ​ເຈົ້າ​ບໍ່​
ມີ​ຫ​ຍັງ​ທີ່​ຈະ​ປະ​ກາດ​ກ່ຽວ​ກັບ​ເລື້ອງ​ນີ້ ຄວາມ​ຈິງ​ແລ້ວ ຢ່າງ​ເປີດ​ເຜີຍ.”

ພວກ​ເຈົ້າ​ໜ້​າ​ທີ່​ ແລະ​ບັນ​ດາ​ນັກ​ວິ​ເຄາະ​ຈຳ​ນວນ​ນຶ່ງແມ່ນ​ຄາດ​ກັນ​ວ່າ ທ້າວ​ອາ​ລ-
ກູ​ຣາ​ຊີ ​ອາດ​ແມ່ນ ທ້າວຮາ​ຈີ ອັບ​ດາ​ລລາ (Hajji Abdallah) ນຶ່ງ​ໃນ​ພວກ​ນັກ
ອຸ​ດົມ​ການ​ອະ​ວຸ​ໂສ​ສຸດຂອງ​ກຸ່ມ​ລັດ​ອິ​ສ​ລາມ.

ນອກ​ນັ້ນ ຜູ້​ກ່ຽວຍັງເປັນ​ທີ່​ຮູ້​ກັນ ​ໂດຍ​ຊື່​ປອມ​ອື່ນໆ ຮວມ​ທັງ​ອາ​ເມຍ ມູ​ຮຳ​ມາດ
ຊາ​ອິດ ອັບ​ດາ​ລ-ຣາ​ມານ ອາ​ລ-ມໍລາ (Amir Muhammad Sa’id Abdal-
Raman al-Mawla) ລາວ​ເປັນ​ນັກ​ປາດ ດ້ານສາ​ສະ​ໜາ ຜູ້​ທີ່​ໄດ້​ກ້າວ​ຂຶ້ນມ​າ​ຈາກ​
ຖັນ​ແຖວ​ຂອງ​ກຸ່ມ ແລະ​ເປັນ​ທີ່​ເຊື່ອ​ກັນ​ວ່າ ແມ່ນ​ນຶ່ງ​ໃນ​ຜູ້​ວາງ​ແຜນ ໃນ​ການ​ສັງ​ຫານ
ແລະ​ລັກ​ພາ​ໂຕ​ພວກ​ທີ່​ນັບ​ຖືສາ​ສະ​ໜາ​ກຸ່ມ​ນ້ອຍ ຢາ​ຊີ​ດີ (Yazidi)

Just a day after the Islamic State terror group revealed the name of its new leader, President Donald Trump said the U.S. knows the man’s true identity.

“We know exactly who he is!” the president tweeted Friday, without elaborating.

ISIS has a new leader. We know exactly who he is!

— Donald J. Trump (@realDonaldTrump) November 1, 2019

An audio message distributed on social media Thursday by IS’ Amaq news agency called the new leader only by his kunya, or nom de guerre, Abu Ibrahim al-Hashimi al-Qurashi.

The name, according to analysts, indicates the new leader is a descendant of the Hashemite clan of the Qurashi tribe, which by bloodline would link the new leader to the Prophet Muhammed – an IS requirement for any would-be caliph.

The announcement, according to a translation by the SITE Intelligence Group, also suggests al-Qurashi is both a scholar and a warrior, calling him a “scholar of scholars,” while saying he “has attacked the protector of the Cross America.”

But while U.S. intelligence agencies have been examining Thursday’s audio message, officials have yet to make a public determination about al-Qurashi’s real identity.

Some officials and analysts have speculated al-Qurashi may be Hajji ‘Abdallah, one of IS’ most senior ideologues.

Also known by other aliases, including Amir Muhammad Sa’id Abdal-Rahman al-Mawla, he is a religious scholar who rose through the group’s ranks and is thought to have been one of the architects of the slaughter and abduction of the Yazidi religious minority.

XS
SM
MD
LG