ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ວາງມາດຕະການລົງໂທດ ຕໍ່ ນາຍພົນຂອງມຽນມາ ຕື່ມອີກ 2 ຄົນ ໃນການກໍ່ລັດຖະປະຫານ


ພວກສະໜັບສະໜຸນທະຫານ ໄດ້ແຫ່ປ້າຍທີ່ມີຮູບພາບຂອງຜູ້ນຳລັດຖະບານທະຫານ ນາຍພົນ ມິນ ອອງ ແລັງ ໃນຂະນະທີ່ພວກເຂົາ ສະເຫຼີມສະຫຼອງການກໍ່ລັດຖະປະຫານໃນນະຄອນຫຼວງ ເນປີດໍ ຂອງມຽນມາ.
ພວກສະໜັບສະໜຸນທະຫານ ໄດ້ແຫ່ປ້າຍທີ່ມີຮູບພາບຂອງຜູ້ນຳລັດຖະບານທະຫານ ນາຍພົນ ມິນ ອອງ ແລັງ ໃນຂະນະທີ່ພວກເຂົາ ສະເຫຼີມສະຫຼອງການກໍ່ລັດຖະປະຫານໃນນະຄອນຫຼວງ ເນປີດໍ ຂອງມຽນມາ.

ກະຊວງການເງິນສະຫະລັດ ໄດ້ວາງມາດຕະການລົງໂທດຕໍ່ເຈົ້າໜ້າທີ່ທະຫານ ມຽນມາສອງຄົນຕື່ມອີກ ໃນການຕອບໂຕ້ຕໍ່ການສັງຫານພວກປະທ້ວງທີ່ໂຮມຊຸມ
ນຸມແບບສັນຕິ.

ມາດຕະການດັ່ງກ່າວໄດ້ຖືກປະກາດອອກມາໃນຕອນແລງວັນຈັນວານນີ້ ທີ່ໄດ້ແນເປົ້າໝາຍໃສ່ ທ້າວໂມ ມິນ ທຸນ ແລະ ທ້າວເມືອງ ເມືອງ ຈໍ.

ຖະແຫລງການກະຊວງການເງິນ ໄດ້ຮຽກຮ້ອງໃຫ້ທະຫານມຽນມາ ປ່ອຍໃຫ້ລັດຖະບານທີ່ມາຈາກການເລືອກຕັ້ງຢ່າງເປັນປະຊາທິປະໄຕ ເຂົ້າກຳອຳນາດຄືນຄືເກົ່າ ຫຼືບໍ່ດັ່ງນັ້ນ ຈະປະ ເຊີນກັບມາດຕະການຕ່າງໆເພີ້ມຕື່ມອີກ.

ຖະແຫລງການນີ້ ໄດ້ກ່າວວ່າ “ສະຫະລັດ ຈະສືບຕໍ່ປະສານງານກັບບັນດາຄູ່ພາຄີຢູ່ທົ່ວພາກພື້ນແລະໂລກ ເພື່ອກົດດັນທະຫານມຽນມາແລະຕຳຫຼວດໃຫ້ຍຸຕິການກະທຳຄວາມຮຸນແຮງທັງໝົດຕໍ່ພວກປະທ້ວງທີ່ສັນຕິ, ເພື່ອສະໜັບສະໜຸນການຟື້ນຟູປະຊາທິປະໄຕແລະຕົວບົດກົດໝາຍຢູ່ໃນມຽນມາ, ເພື່ອຊຸກຍູ້ໃຫ້ປ່ອຍໂຕພວກນັກໂທດທາງການເມືອງໃນທັນທີ ຊຶ່ງລວມມີທີ່ປຶກສາຂອງປະເທດທ່ານນາງອອງ ຊານ ຊູ ຈີ ແລະປະທານາທິບໍດີ ວິນ ມິນ ແລະເພື່ອສົ່ງເສີມຄວາມຮັບຜິດຊອບສຳລັບພວກທີ່ມີສ່ວນຮັບຜິດຊອບໃນຄວາມພະຍາຍາມທີ່ຈະຫັນປ່ຽນຄວາມກ້າວໜ້າໄປສູ່ປະຊາທິປະໄຕຂອງມຽນມາ.”

ເມື່ອຕົ້ນເດືອນນີ້ ກະຊວງການເງິນ ໄດ້ໃຊ້ມາດຕະການລົງໂທດໄປແລ້ວ ຕໍ່ເຈົ້າໜ້າທີ່ທະຫານ ໃນປັດຈຸບັນ ແລະໃນອະດີດ 10 ຄົນ.

ຫົວໜ້າດ້ານນະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບ ທ່ານໂຈເຊັບ ໂບແຣລ (Josep Borrell) ຍັງໄດ້ກ່າວປະນາມການກໍ່ລັດຖະປະຫານ ແລະທ່ານໄດ້ໃຫ້ຄຳເຫັນໃນວັນຈັນວານນີ້ວ່າ “ການກະທຳຄວາມຮຸນແຮງຕໍ່ພວກປະທ້ວງທີ່ສັນຕິນັ້ນ ແມ່ນຮັບເອົາບໍ່ໄດ້.”

ທ່ານໄດ້ກ່າວອີກວ່າ ບັນດາລັດຖະມົນຕີຂອງສະຫະພາບຢູໂຣບຕົກລົງເຫັນດີນຳກັນ ທີ່ຈະກຳນົດເປົ້າໝາຍມາດຕະການຕ່າງໆ ທີ່ລວມມີການວາງມາດຕະການລົງໂທດຕໍ່ບັນດານາຍທະຫານຜູ້ສຳຄັນທີ່ມີສ່ວນຮັບຜິດຊອບນຳການກໍ່ລັດຖະປະ ຫານ ແລະຜົນປະໂຫຍດໃນດ້ານເສດຖະກິດຕ່າງໆທີ່ ພວກເຂົາໄດ້ຮັບ.

ທ່ານໂບແຣລ ຍັງໄດ້ກ່າວວ່າ ສະຫະພາບຢູໂຣບ ຈະກັກການສະໜັບສະໜຸນທາງດ້ານການເງິນໂດຍກົງທັງໝົດ ແກ່ລັດຖະບານສຳລັບໂຄງການປະຕິຮູບໃນມຽນມາ. ແຕ່ທ່ານໄດ້ກ່າວວ່າມາດຕະການທັງຫຼາຍນີ້ ຈະບໍ່ມີຜົນກະທົບຕໍ່ປະຊາຊົນຂອງມຽນມາ ແລະວ່າ ສະຫະພາບຢູໂຣບຈະ “ສືບຕໍ່ໃຫ້ການສະໜັບສະໜຸນຕໍ່ກຸ່ມສັງຄົມພົນລະເຮືອນ ແລະໃຫ້ການສະໜອງການບໍລິການໃນຂັ້ນພື້ນ ຖານຕ່າງໆ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG