ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ວາງມາດຕະການລົງໂທດ ຕໍ່ຄົນ ຣັດເຊຍ ສຳລັບບົດບາດ ໃນການໂຈມຕີທ່ານ ນາວາລນີ


ຜູ້ນຳຝ່າຍຄ້ານ ຣັດເຊຍ ທ່ານ ອາເລັກເຊ ນາວາລນີ ໃນລະຫວ່າງການໃຫ້ການ ກ່ຽວກັບ ການຕັ້ງຂໍ້ກ່າວຫາຕໍ່ທ່ານ ສຳລັບການການໝິ່ນປະໝາດ, ສານປະຈຳເຂດ ບາບຸສກິນສກີ, ນະຄອນຫຼວງ ມົສກູ, ຣັດເຊຍ. 16 ກຸມພາ, 2021.
ຜູ້ນຳຝ່າຍຄ້ານ ຣັດເຊຍ ທ່ານ ອາເລັກເຊ ນາວາລນີ ໃນລະຫວ່າງການໃຫ້ການ ກ່ຽວກັບ ການຕັ້ງຂໍ້ກ່າວຫາຕໍ່ທ່ານ ສຳລັບການການໝິ່ນປະໝາດ, ສານປະຈຳເຂດ ບາບຸສກິນສກີ, ນະຄອນຫຼວງ ມົສກູ, ຣັດເຊຍ. 16 ກຸມພາ, 2021.

ເປັນຄັ້ງທຳອິດ, ລັດຖະບານທ່ານ ໂຈ ໄບເດັນ ໄດ້ວາງມາດຕະການລົງໂທດຕໍ່ ຣັດເຊຍ.

ມາດຕະການລົງໂທດດັ່ງກ່າວໄດ້ຖືກກຳນົດໃນວັນອັງຄານວານນີ້ ຕໍ່ເຈົ້າໜ້າທີ່ອະວຸໂສຂອງລັດຖະ ບານ ຣັດເຊຍ ຫຼາຍຄົນແຕ່ບໍ່ແມ່ນປະທານາທິບໍດີຂອງ ປະເທດ ທ່ານ ວລາດິເມຍ ປູຕິນ ສຳລັບສິ່ງທີ່ລັດຖະບານທ່ານ ໄບເດັນ ເວົ້າວ່າແມ່ນບົດບາດຂອງເຂົາເຈົ້າ ໃນການພະຍາຍາມຄາດຕະກຳນັກການເມືອງຝ່າຍຄ້ານ ຣັດເຊຍ ທ່ານ ອາເລັກເຊ ນາວາລນີ.

ມາດຕະການລົງໂທດທີ່ວ່ານັ້ນ, ຖືກພິຈາລະນາໂດຍບັນດານັກຊ່ຽວຊານບາງຄົນວ່າ ສ່ວນໃຫຍ່ແລ້ວເປັນພຽງສັນຍາລັກ, ທີ່ໄດ້ມີການປະສານງານກັບ ສະຫະພາບ ຢູໂຣບ, ເຊິ່ງໄດ້ດຳເນີນການຕໍ່ພວກເຈົ້າໜ້າທີ່ ຣັດເຊຍ ບາງຄົນແລ້ວຜູ້ທີ່ເຊື່ອມໂຍງກັບຄະດີຂອງທ່ານ ນາວາລນີ.

ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາຟຣອຟ ໄດ້ເຕືອນວ່າ ມົສກູ ຈະຕອບໂຕ້ຄືນໃນທາງເສດຖະກິດ ແລະ ໃນວັນພຸດມື້ນີ້ໂຄສົກກະຊວງການຕ່າງປະເທດໄດ້ກ່າວວ່າ ການຕອບໂຕ້ນັ້ນ “ຈະອີງໃສ່ກົດເກນການແລກປ່ຽນ ແຕ່ບໍ່ຈຳເປັນຕ້ອງສົມສ່ວນກັນ.”

ເຈົ້າໜ້າທີ່ອາວຸໂສຂອງລັດຖະບານ ສະຫະລັດ ຄົນນຶ່ງໄດ້ກ່າວວ່າ “ພວກເຮົາໄດ້ສົ່ງສັນຍານທີ່ຊັດ ເຈນເຖິງ ຣັດເຊຍ ວ່າມັນມີຜົນທີ່ຕາມມາສຳລັບການໃຊ້ອາວຸດເຄມີ.”

ອາຈານ ຄອນສແຕນທິນ ໂຊນິນ ຈາກມະຫາວິທະຍາໄລ ຊິຄາໂກ ໄດ້ກ່າວວ່າ “ຂ້າພະເຈົ້າເຂົ້າໃຈວ່າ ມີສິ່ງດຽວທີ່ລັດຖະບານສາມາດເຮັດໄດ້ກໍແມ່ນການສົ່ງສັນຍານ. ນີ້ແມ່ນສັນຍານທີ່ແຮງ, ແຕ່ນີ້ແມ່ນພຽງສັນຍານ, ນີ້ບໍ່ແມ່ນສິ່ງທີ່ມີຜົນກະທົບຕໍ່ວັດຖຸ.”

ໃນບັນດາຜູ້ທີ່ຖືກມາດຕະການລົງໂທດໂດຍກະຊວງການເງິນ ສະຫະລັດ ມີທ່ານ ອາເລັກແຊນເດີ ບອດນາກອຟ (Alexander Bortnakov) ຜູ້ອຳນວຍການອົງການສືບລັບ FSB, ທ່ານ ອານເດຣ ຢາຣິນ ຫົວໜ້າກົມນະໂຍບາຍພາຍໃນຂອງວັງ ເຄຣັມລິນ, ແລະ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານ ອາເລັກເຊ ຄຣີໂບຣຸດຈ໌ຄອຟ (Alexei Krivoruchkov) ແລະ ທ່ານ ພາແວລ ໂປປອຟ.

ບັນດາເຈົ້າໜ້າທີ່ ສະຫະລັດ ໃນວັນອັງຄານວານນີ້ຍັງໄດ້ເປີດເຜີຍການຄົ້ນພົບຄວາມລັບທີ່ຖິ້ມໂທດການວາງຢາພິດ ໃສ່ອົງການສືບລັບ FSB ທີ່ນຳໜ້າຂອງ ຣັດເຊຍ.

ໂຄສົກທຳນຽບຂາວທ່ານນາງ ເຈັນ ຊາກີ ໄດ້ກ່າວວ່າ “ນໍ້າສຽງ,​ ແນວໂນ້ມ ແລະ ປະເພດຂອງສາຍພົວພັນທີ່ປະທານາທິບໍດີຄົນນີ້ມີເຈຕະນາທີ່ຈະມີກັບປະທານາທິບໍດີ ປູຕິນ ແມ່ນຂ້ອນຂ້າງຈະແຕກຕ່າງກັບລັດຖະບານທີ່ຜ່ານມາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG