ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະ​ຫະ​ລັດ ວາງ​ມາດ​ຕະ​ການ​ ລົງ​ໂທດ​ໃສ່ ອີ​ຣ່ານ ອີງ​ຄັ້ງ​ນຶ່ງ


ຮູບ​ປະ​ທາ​ນາ​ທິ​ບໍ​ດ​ີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ, ຊ້າຍ, ຖ່າຍ​ໃນ​ວັນ​ທີ 22 ກໍ​ລະ​ກົດ 2018, ແລະ ປ​ະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ ທ່ານ ຮາ​ຊານ ຣູ​ຮາ​ນີ ຖ່າຍ​ໃນ​ວັນ​ທີ 6 ກ​ຸມ​ພາ, 2018.
ຮູບ​ປະ​ທາ​ນາ​ທິ​ບໍ​ດ​ີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ, ຊ້າຍ, ຖ່າຍ​ໃນ​ວັນ​ທີ 22 ກໍ​ລະ​ກົດ 2018, ແລະ ປ​ະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ ທ່ານ ຮາ​ຊານ ຣູ​ຮາ​ນີ ຖ່າຍ​ໃນ​ວັນ​ທີ 6 ກ​ຸມ​ພາ, 2018.

ສະ​ຫະ​ລັດ ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ໃສ່​ອຸດ​ສະ​ຫະ​ກຳ​ນ້ຳ​ມັນ ແລະ ພາກ​ສ່ວນ​ການ​
ເງິນ ຂອງ ອີຣ່ານ ອີກຄັ້ງນຶ່ງ ໃນວັນຈັນມື້ນີ້, ເປັນການສືບຕໍ່ຄຳສັນຍາຂອງປະທານາທິ
ບໍດີ ດໍໂນລ ທຣຳ ທີ່ຈະຫຼຸດການຊ່ວຍເຫຼືອແກ່ ອີຣ່ານ ທີ່ເຂົາເຈົ້າໄດ້ຮັບໃນສ່ວນນຶ່ງຂອງ
ການຕົກລົງສາກົນ ເພື່ອຈຳກັດໂຄງການນິວ​ເຄ​ລຍ​ຂອງ​ເຂົາ​ເຈົ້າ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ກັບ ລັດ​ຖະ​ມົນ​ຕີ​ການ​
ເງິນ ທ່ານ ສຕີຟ ມະນູຊິນ ມີກຳນົດທີ່ຈະໃຫ້ລາຍລະອຽດເພີ່ມເຕີມ ກ່ຽວກັບ ມາດຕະ
ການລົງໂທດຕ່າງໆ ໃນກອງປະຊຸມຖະແຫຼງຂ່າວໃນຕອນເຊົ້າມື້ນີ້.

ມາດ​ຕະ​ການ​ຕ່າງໆ​ ຈະ​ນຳ​ເອົາ​ການ​ຫ້າມ​ທັງຫຼາຍ ກ່ຽວ​ກັບ ການ​ຊື້​ນ້ຳ​ມັນ​ຂອງ ອີ​ຣ່ານ ​
ກັບຄືນມາໃຊ້, ເຊິ່ງແມ່ນພາກສ່ວນ ທີ່ສຳຄັນຂອງເສດຖະກິດຂອງປະເທດດັ່ງກ່າວ.
ບັນດາເຈົ້າໜ້າທີ່ລັດຖະບານທ່ານ ທຣຳ ໄດ້ກ່າວວ່າ 8 ບໍລິສັດຈະໄດ້ຮັບການຍົກເວັ້ນ
ໄລຍະສັ້ນ ເພື່ອອະນຸຍາດໃຫ້ເຂົາເຈົ້າມີເວລາໃນການຫຼຸດການນຳເຂົ້າ ນ້ຳມັນຂອງ
ອີຣ່ານ ທີ່ມີຢູ່.

ການ​ວາງ​ມາດ​ຕະ​ການ​ລົງ​ໂທດ​ຄືນ ​ຍັງ​ຈະ​ແນ​ເປົ້າໝາຍ ​ໃສ່​ທະ​ນາ​ຄານ​ກາງ​ຂອງ
ອີຣ່ານ ແລະ ພາກສ່ວນການຂົນສົ່ງ ແລະ ການສ້າງກຳປັ່ນຂອງປະເທດດັ່ງກ່າວນຳ.

ປະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ ທ່ານ ຮາ​ຊານ ໂຣ​ຮາ​ນີ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ອອກ​ໂທ​ລະ​
ພາບໃນວັນຈັນມື້ນີ້ວ່າ ອີຣ່ານ ຈະລະເມີດມາດຕະການລົງໂທດຂອງ ສະຫະລັດ ແລະ
ສືບຕໍ່ຂາຍນ້ຳມັນ.

ທ່ານ ທ​ຣຳ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ຈຸດ​ປະ​ສົງ​
ແມ່ນເພື່ອບັງຄັບບັນດາຜູ້ນຳຂອງ ອີຣ່ານ ໃຫ້ເລືອກເອົາ ວ່າຈະຖິ້ມ ສິ່ງທີ່ທ່ານເອີ້ນວ່າ
“ຄວາມປະພຶດທຳລາຍລ້າງ” ຂອງ ອີຣ່ານ ຫຼື “ສືບຕໍ່ເຮັດສິ່ງທີ່ຈະນຳໄປສູ່ວິກິດການ
ທາງເສດຖະກິດ.”

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ໄດ້​ຍົກ​ເລີກ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ດັ່ງ​ກ່າວ​ໃນ​ເດືອນ​ພຶດ​ສາ​ພາ​
ທີ່ຜ່ານມາ, ໂດຍກ່າວຫາ ອີຣ່ານ ວ່າ ໄດ້ລ່ວງລະເມີດຂໍ້ຕົກລົງ. ທ່ານໄດ້ກ່າວວ່າ ອີຣ່ານ
ໄດ້ສືບຕໍ່ການຜະລິດອາວຸດນິວເຄລຍຂອງເຂົາເຈົ້າ, ແລະ ວ່າການຫຼຸດຜ່ອນມາດຕະ
ການລົງໂທດ ໄດ້ເຮັດໃຫ້ ອີຣ່ານ ມີເງິນສົດເພື່ອດຳເນີນກິດຈະກຳການສ້າງຄວາມບໍ່
ໝັ້ນຄົງຕ່າງໆໃນເຂດຕາເວັນອອກກາງ.

ອີ​ຣ່ານ ໄດ້​ປະ​ຕິ​ເສດ​ວ່າ​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ເຂົາ​ເຈົ້າ ບໍ່​ໄດ້ມີເປົ້າໝາຍໃສ່​ການຜະ​
ລິດອາວຸດນິວເຄລຍ ເວລາທີ່ເຂົາເຈົ້າໄດ້ບັນລຸຂໍ້ຕົກລົງປີ 2015 ກັບ ສະຫະລັດ, ອັງກິດ,
ຈີນ, ຝຣັ່ງ, ຣັດເຊຍ ແລະ ເຢຍຣະມັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG