ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ດັດແກ້ ຄວາມເຫັນ ຂອງທ່ານ ຫຼັງຈາກ ໄດ້ປະເຊີນ ກັບການຕ້ອງຕິ ຈາກ ລັດຖະສະພາ ຢ່າງໜັກ


ປະຕິກິລິຍາຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກັບປະທານທິບໍດີ ວລາດີເມຍ ປູຕິນ ຫຼັງຈາກເສັດສິ້ນ ກອງປະ
ຊຸມຖະແຫຼງຂ່າວຮ່ວມ ລຸນຫຼັງທີ່ທັງສອງທ່ານ ໄດ້ພົບປະກັນ ທີ່ນະຄອນແຮລຊິງກີ, ຟິນແລນ, 16 ກໍລະກົດ 2018.
ປະຕິກິລິຍາຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກັບປະທານທິບໍດີ ວລາດີເມຍ ປູຕິນ ຫຼັງຈາກເສັດສິ້ນ ກອງປະ ຊຸມຖະແຫຼງຂ່າວຮ່ວມ ລຸນຫຼັງທີ່ທັງສອງທ່ານ ໄດ້ພົບປະກັນ ທີ່ນະຄອນແຮລຊິງກີ, ຟິນແລນ, 16 ກໍລະກົດ 2018.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ຮັບເອົາການຊັ່ງຊາຕີລາຄາຂອງ
ປະຊາຄົມສືບລັບ ສະຫະລັດ ທີ່ວ່າ ຣັດເຊຍ ແຊກແຊງເຂົ້າ ໃນການເລືອກຕັ້ງ
ປີ 2016 ໃນວັນອັງຄານວານນີ້, ພຽງແຕ່ນຶ່ງມື້ ຫຼັງຈາກທີ່ໄດ້ກ່າວໃນທາງກົງກັນ
ຂ້າມ ໃນຂະນະທີ່ຢືນຢູ່ຄຽງຂ້າງປະທານາທິບໍດີ ວລາດີເມຍປູຕິນນັ້ນ. ຄຳເວົ້າຕ່າວ
ປີ້ນຂອງທ່ານທຣຳ ໄດ້ມີຂຶ້ນ ຫຼັງຈາກທີ່ໄດ້ມີການຕຳໜິຕິຕຽນຢ່າງແຮງ ຈາກທັງສອງ
ພັກການເມືອງ ໃນລັດຖະສະພາ ຊຶ່ງໄດ້ເລັ່ງລັດ ໃຫ້ບັນດາສະມາຊິກລັດຖະສະພາ
ຫຼາຍທ່ານ ພິຈາລະນາວ່າຈະເອົາບາດກ້າວຕໍ່ໄປ. ວັນນະສອນ ມີລາຍລະອຽດ ຈາກ
Katherine Gypson ນັກຂ່າວຂອງວີໂອເອ ປະຈຳລັດຖະສະພາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໄດ້ມີຄຳເວົ້າທີ່ຂາດຫາຍໄປ...

ທ່ານ ດໍໂນລ ທຣຳເວົ້າວ່າ “ປະໂຫຍກນັ້ນຄວນແມ່ນ, ‘ຂ້າພະເຈົ້າບໍ່ມອງເຫັນວ່າ ເປັນຫຽັງມັນຈຶ່ງ ຊິບໍ່ແມ່ນຣັດເຊຍ.’”

ນັ້ນແມ່ນຄຳອະທິບາຍທີ່ທ່ານທຣຳ ໄດ້ໃຫ້ໄປ ພຽງແຕ່ນຶ່ງມື້ ຫຼັງຈາກທີ່ໄດ້ກ່າວວ່າ ທ່ານເຊື່ອທ່ານວລາດີເມຍ ປູຕິນ ຕອນທີ່ປະທານາທິບໍດີ ຣັດເຊຍ ເວົ້າວ່າ ຣັດເຊຍ
ບໍ່ໄດ້ແຊກແຊງເຂົ້າໃນການເລືອກຕັ້ງຂອງສະຫະລັດ.

ທ່ານທຣຳ ກ່າວວ່າ “ທ່ານຫາກໍໄດ້ເວົ້າວ່າ ມັນບໍ່ແມ່ນຣັດເຊຍ. ຂ້າພະເຈົ້າຈະເວົ້າ
ແບບນີ້ -- ຂ້າພະເຈົ້າບໍ່ມອງເຫັນສາເຫດອັນໃດ ວ່າມັນຈະເປັນ.”

ຄໍາເວົ້າທີ່ເປັນການຂັດແຍ້ງຂອງປະທານາທິບໍດີ ຕໍ່ການຄົ້ນພົບ ຂອງອົງການສືບລັບ
ຂອງຕົນເອງໄດ້ເຮັດໃຫ້ການນຳພາຂອງພັກຣີພັບບລີກັນ ຕ້ອງໄດ້ມີພາລະ ທີ່ຈະ
ເຕືອນຣັດເຊຍວ່າ ບໍ່ໃຫ້ເຮັດອີກ.

ທ່ານມິຈ ມັກຄໍນັລ ປະທານສຽງສ່ວນຫຼາຍຂອງສະພາສູງ ກ່າວວ່າ “ຂ້າພະເຈົ້າຄິດວ່າ ຊາວຣັດເຊຍ ຈຳເປັນຈະຕ້ອງຮູ້ວ່າ ພວກເຮົາມີຈຳນວນຫຼວງຫຼາຍ ທີ່ເຂົ້າໃຈເຖິງ
ສິ່ງທີ່ເກີດຂຶ້ນໃນປີ 2016 ແລະມັນບໍ່ຄວນຈະເກີດຂຶ້ນໃນປີ 2018.”

ໂດຍການເປີດກ້ວາງໄວ້ ເຖິງຄວາມເປັນໄປໄດ້ວ່າ ຈະມີການລົງໂທດຕື່ມຕໍ່ໄປ.

ປະທານສະພາຕ່ຳ ທ່ານພອລ ໄຣອັນ ກ່າວວ່າ “ຂ້າພະເຈົ້າເຂົ້າໃຈເຖິງຄວາມຕ້ອງ
ການແລະຄວາມຈຳເປັນ ທີ່ຈະມີສາຍພົວພັນທີ່ດີ ຊຶ່ງນັ້ນ ກໍແມ່ນເຫດຜົນທີ່ສົມ
ບູນດີ - ແຕ່ວ່າ ຣັດເຊຍ ແມ່ນເປັນລັດຖະບານທີ່ເປັນອັນຕະລາຍ ທີ່ບໍ່ມອງເຫັນ
ຜົນປະໂຫຍດ ແລະ ຄ່ານິຍົມຂອງພວກເຮົາ.”

ແລະໃນຂະນະທີ່ການນຳພາ ບໍ່ໄດ້ຕຳໜິທ່ານທຣຳ ຢ່າງເປີດເຜີຍນັ້ນ, ສະມາ
ຊິກພັກຣີພັບບລີກັນບາງທ່ານ ກໍແມ່ນມີຄວາມອຶດອັດ ຕໍ່ຜົນກະທົບຂອງທັງໂລກ ຕໍ່ຄວາມເຫັນຂອງເພິ່ນ.

ສະມາຊິກສະພາຕ່ຳ ທ່ານ ໄຣອັນ ຄັສແຕລໂລ ສັງກັດພັກຣີພັບບລີກັນ ກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນແມ່ນບ່ອນທຳລາຍ ຄວາມມີອຳນາດດ້ານສັດຈະທຳ, ມັນເປັນການເອົາກຳປັ້ນຊົກຢ່າງໜັກ ເຂົ້າໃສ່ອະທິປະໄຕຂອງພວກເຮົາ.”

ຊຶ່ງເປັນທັດຊະນະ ທີ່ທັງສອງພັກເຫັນພ້ອມນຳກັນ...

ສະມາຊິກສະພາຕ່ຳ ທ່ານ ອີລີອຽຕ ແອນແຈ່ລ ສັງກັດພັກເດໂມແຄຣັດ ກ່າວວ່າ
“ພວກເຮົາທັງໝົດຮູ້ດີວ່າ ທ່ານປູຕິນ ເປັນຜູ້ນຳທີ່ໂຫດຫ້ຽມ ຜູ້ຊຶ່ງຊອກຫາທາງ
ທັບມ້າງພັນທະມິດຂອງພວກເຮົາ, ບ່ອນທຳລາຍການທ້ອນໂຮມຂອງຊາວ
ຕາເວັນຕົກ ແລະທຳລາຍປະຊາທິປະໄຕຂອງພວກເຮົາ. ສາຍຕາທົ່ວໂລກ
ແມ່ນເພັ່ງເລັງໄປຍັງເພິ່ນ, ມັນເປັນທີ່ແຈ້ງຂາວແລ້ວວ່າ ປະທານາທິບໍດີສະຫະລັດ
ບັດນີ້ ເປັນຜູ້ສົມຮູ້ຮ່ວມຄິດກັບປູຕິນ.”

ແຕ່ວ່າ ສະມາຊິກພັກຣີພັບບລີກັນບາງທ່ານ ກ່າວວ່າ ການພິສູດໃຫ້ເຫັນວ່າ ມີການ
ແຊກແຊງຂອງຣັດເຊຍເຂົ້າໃນການເລືອກຕັ້ງນັ້ນບໍ່ຈຳເປັນວ່າປະທານາທິບໍດີຈະ
ເປັນຜູ້ສົມຮູ້ຮ່ວມຄິດ.

ສະມາຊິກສະພາສູງພັກຣີພັບບລີກັນ ທ່ານຈອນ ຄໍຣ໌ນິນ ກ່າວວ່າ “ນັ້ນກໍແມ່ນ
ສິ່ງທີ່ຂ້າພະເຈົ້າຄິດຄືກັນ ເພິ່ນຮູ້ສຶກວ່າ ສ່ວນໂຕຂອງເພິ່ນຖືກໂຈມຕີ ແລະຂ້າພະ
ເຈົ້າຫວັງວ່າ ສອງຢ່າງນີ້ ຄວນແຍກອອກຈາກກັນ.”

ດ້ວຍການເຫັນດີ 90 ເປີເຊັນ ພາຍໃນພັກຣີພັບບລີກັນ, ຄວາມນິຍົມຊົມຊອບຂອງ
ທ່ານທຣຳ ແມ່ນຈະຖືກໂຈະໄວ້ກ່ອນ ໃນພັກຂອງທ່ານ -- ຊຶ່ງບາງທ່ານ ແມ່ນຈະ
ປະເຊີນໜ້າ ກັບການແຂ່ງຂັນເລືອກຕັ້ງກາງສະໄໝ ອັນເປັນບາດກ້າວຕໍ່ໄປ ຂອງພັກເດໂມແຄຣັດ ທີ່ກຳລັງຮຽກຮ້ອງຢູ່.

ສະມາຊິກສະພາຕ່ຳ ທ່ານແທຣີ ຊີແວລ ກ່າວວ່າ “ດຽວນີ້ ແມ່ນເວລາອັນສົມຄວນ
ແລ້ວທີ່ລັດຖະສະພາ ແລະພັກຣີພັບບລີກັນ ຈະນຳພາ ໃນການເອົາບາດກ້າວຕ່າງໆ.
ນັ້ນໝາຍເຖິງການປົກປ້ອງປະຊາທິປະໄຕຂອງພວກເຮົາ ໂດຍຮັບຜ່ານກົດໝາຍ
ທີ່ຈະຄ້ຳປະກັນ ການສືບສວນຂອງໄອຍະການພິເສດ ທ່ານມັລເລີ ຕໍ່ຕ້ານການ
ໂຈມຕີໂດຍປະທານາທິບໍດີທຣຳ ໃຫ້ສາມາດສືບຕໍ່ໄປ. ນັ້ນໝາຍຄວາມວ່າ ໃຫ້ຮັບ
ຜ່ານກົດໝາຍ ທີ່ຈະຄ້ຳປະກັນໂຄງລ່າງພື້ນຖານຂອງການເລືອກຕັ້ງຂອງພວກເຮົາ ຕໍ່ຕ້ານກັບການໂຈມຕີທາງໄຊເບີຣ໌ ອີກຄັ້ງ.”

ສຳລັບຕອນນີ້, ເບິ່ງຄືວ່າ ພັກຣີພັບບລີກັນ ຈະນຳລັດຖະມົນຕີການຕ່າງປະເທດ
ທ່ານໄມຄ໌ ພອມພຽວ ໄປຍັງລັດຖະສະພາ ໃຫ້ໄວໃນສັບປະດານີ້ ເພື່ອຕອບ
ຄຳຖາມບັນດາສະມາຊິກລັດຖະສະພາ ກ່ຽວກັບ ການເຂົ້າມາພົວພັນທາງການ
ເມືອງສະຫະລັດ ຂອງຣັດເຊຍ.

ເບິ່ງ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

President Donald Trump accepted the U.S. intelligence community assessment that Russia interfered in the 2016 election Tuesday,
just a day after saying the opposite as he stood alongside Russian President Vladimir Putin. Trump's reversal came after strong criticism from both parties on Capitol Hill -- prompting many lawmakers to consider further action, as VOA's congressional correspondent
Katherine Gypson reports.

A missed word….

DONALD TRUMP
"The sentence should have been, 'I don't see why it wouldn't be Russia.' "

That's the explanation the president gave just one day after saying he believed Vladimir Putin when the Russian president said Russia did not meddle in the U.S. election.

DONALD TRUMP
"He just said it's not Russia. I will say this -- I don't see any reason
why it would be."



The president's contradiction of the findings of his own intelligence agencies left Republican leadership with the task of having to warn Russia not to do it again.

MITCH MCCONNELL, SENATE MAJORITY LEADER
"I think the Russians need to know that there are a lot of us who understand what happened in 2016 and it better not happen in 2018."

…leaving open the possibility of further sanctions.

PAUL RYAN, HOUSE SPEAKER
"I understand the desire and the need to have good relations that's perfectly reasonable - but Russia is a menacing government that does not share our interests and does not share our values."

And while leadership did not openly criticize Trump, some Republicans were frustrated by the worldwide impact of his comments…

REP. RYAN COSTELLO, REPUBLICAN
"I think it undermines our moral authority, it's a real gut-punch to our sovereignty."

A view shared across the aisle…

REP. ELIOT ENGEL, DEMOCRAT
"We all know Putin is a ruthless leader who seeks to tear down our alliances, undermine Western unity and destroy democracy. With the eyes of the world on him, it's plain that the president of the United States is now Putin's willing accomplice."

But some Republicans say proof of Russian election meddling doesn't necessarily implicate the president.

SENATOR JOHN CORNYN, REPUBLICAN
"That's what I think has got the president so spun up -- he feels like this is an attack on him personally. And I wish we could separate those two."

With a 90 percent approval rating among Republicans, Trump's popularity is bound to give pause to lawmakers from his party -- some facing tough midterm re-election races in terms of the next steps Democrats are calling for.

"Now is the time for Congress and the Republicans that lead it to act. That means protecting our democracy by passing legislation to secure that (special counsel Robert) Mueller's investigation against an attack by President Trump can continue. That means passing legislation to secure our election infrastructure against another cyber attack."

For now, it appears Republicans will bring Secretary of State Mike Pompeo up to Capitol Hill as early as this week to field lawmaker' questions about Russian involvement in American politics.

XS
SM
MD
LG